ໄຂ້ເລືອດອອກໃນລາວຜ່ອນລົງ
ກະຊວງ ສາທາຣະນະສຸຂ ເປີດເຜີຍ ໃນວັນທີ 18 ກັນຍາ 2013 ວ່າ ປັຈຈຸບັນ ການຣະບາດ ຂອງ ໄຂ້ເລືອດອອກ ໃນລາວ ຖືວ່າ ຫລຸດລົງ.
-
2013-09-18 -
-
-
Your browser doesn’t support HTML5 audio
ກະຊວງສາທາຣະນະສຸຂ ເປີດເຜີຍໃນວັນທີ 18 ກັນຍາ 2013 ວ່າ ດຽວນີ້ການຣະບາດຂອງໄຂ້ເລືອດອອກໃນລາວ ຖືວ່າຫລຸດຜ່ອນລົງ ແຕ່ຖ້າເບິ່ງເຖິງຈໍານວນຜູ້ປ່ວຍ ແລະຜູ້ເສັຽຊີວິດແລ້ວ ຍັງໜ້າເປັນ ຫ່ວງ. ສິ່ງທີ່ປະຊາຊົນສາມາດເຮັດໄດ້ກໍຄື ຊ່ວຍກັນທໍາລາຍແຫລ່ງ ເພາະພັນ ຂອງຍຸງລາຍ:
"ຣາຍງານຮອດມື້ເຊົ້ານີ້ ຜູ້ເຈັບເປັນ ແລະກວດທັງໝົດຫັ້ນລະແມ່ນ 1653 ກໍຣະນີແລະເສັຽຊີວິດຍັງ 25 ຄືກົ່າສະເພາະນະຄອນຫລວງ ວຽງຈັນ ຕົວທົ່ວປະເທດກໍແມ່ນ 48000 ເສັຽຊີວິດ 93 ມາຕການ ຂອງພວກເຮົາກໍແມ່ນເຮັດຢ່າງກວ້າງຂວາງ ກ່ຽວກັບການທໍາລາຍ ໜອນນໍ້າ ຍຸງລາຍ ແຫລ່ງເພາະພັນຕ່າງໆ ຫັ້ນເນາະ".
ໄຂ້ເລືອດອອກຢູ່ປະເທດລາວປີນີ້ ທ່ານວ່າຮ້າຍແຮງທີ່ສຸດ ຫາກທຽບ ໃສ່ປີ 2012 ທີ່ມີຜູ້ປ່ວຍ 3800 ຄົນ ຖືວ່າຮ້າຍແຮງທີ່ສຸດ ໃນຮອບ ຫລາຍປີ ຊຶ່ງປີ 2003 ມີປະມານ 18 ພັນຄົນ ແລະປີ 2010 ມີປະ ມານ 23 ພັນຄົນ. ສາເຫດທີ່ເຮັດໃຫ້ ມີຜູ້ປ່ວຍຫລາຍໃນປີນີ້ ກໍຍ້ອນຣະດູຝົນມາວັຍກວ່າປົກກະຕິສະພາບອາກາດປ່ຽນແປງຕລອດ ເຮັດໃຫ້ ຍຸງລາຍ ຊຶ່ງເປັນພາຫານະນໍາເຊື້ອ ໄຂ້ເລືອດອອກ ມີຫລາຍກວ່າປົກກະຕິ. ຂນະດຽວກັນ ຄວາມພ້ອມໃນການປ້ອງກັນ ກໍບໍ່ດີເທົ່າທີ່ຄວນ. ຢູ່ຫລາຍບ່ອນ ກໍຂາດເຂີນຢາສີດ ປ້ອງກັນ ຈັກພົ່ນຢາແລະຊາຍອະເບທ ສໍາລັບທໍາລາຍໜອນ ນໍ້າຍຸງລາຍ.
ທ່ານເວົ້າຕື່ມວ່າເຖິງສະຖານະການທີ່ຮຸນແຮງຈະໜ້ອຍລົງ ຍ້ອນໃກ້ຈະສິ້ນສຸດຣະດູຝົນແລ້ວແຕ່ຢາກໃຫ້ປະຊາຊົນຣະມັດຣະວັງຕໍ່ໄປຊ່ວຍກັນ ທໍາລາຍແຫລ່ງນໍ້າຂັງ ຊຶ່ງເປັນບ່ອນອາສັຍຂອງໜອນນໍ້າ ຍຸງລາຍ. ແລະຫາກຮູ້ສຶກວ່າ ຕົນເອງມີອາການໄຂ້ຜິດປົກກະຕິ ໃຫ້ຟ້າວມາຫາໝໍ ເພື່ອຈະໄດ້ກວດຢ່າງລະອຽດ ຫາກລໍຖ້າໃຫ້ອາການຮຸນແຮງກ່ອນ ກໍຈະບໍ່ສາມາດປີ່ນປົວໄດ້. ການເສັຽຊີວິດ ສ່ວນຫລາຍ ກໍເປັນຍ້ອນຄົນໄຂ້ ບໍ່ຍອມມາຫາໝໍ ແຕ່ທໍາອິດທີ່ຮູ້ຕົວວ່າ ເຈັບເປັນນັ້ນເອງ.