ໄຂ້ເລືອດອອກ ຣະບາດໃນລາວ
ໄຂ້ເລືອດອອກ ຣະບາດໜັກ ໃນ ສປປລາວ ຊຶ່ງເຮັດໃຫ້ 400 ກ່ວາຄົນ ຖືກນຳສົ່ງໂຮງໝໍ ໃນ 4 ເດືອນ ຕົ້ນປີນີ້.
-
2013-04-30 -
-
-
Your browser doesn’t support HTML5 audio
ໄຂ້ເລືອດອອກ ຣະບາດໜັກ ໃນ ສປປລາວ ຊຶ່ງເຮັດໃຫ້ 400 ກ່ວາຄົນ ຖືກນຳສົ່ງໂຮງໝໍ ໃນ 4 ເດືອນ ຕົ້ນປີນີ້.
ໃນລະຍະ 4 ເດືອນ ທຳອິດ ຂອງປີນີ້ ໂຮງໝໍ ເສດຖາທິຣາດ ໃນນະຄອນຫລວງ ວຽງຈັນ ຮັບຄົນຕິດເຊື້ອ ໄຂ້ເລືອດອອກ ເຂົ້າປິ່ນປົວ 400 ກ່ວາຄົນ, ໃນນັ້ນ 4 ຄົນເສັຍຊີວິດ, ຊຶ່ງ ຜູ້ອຳນວຍການ ໂຮງໝໍ ດັ່ງກ່າວ ເວົ້າວ່າ ຈຳນວນຜູ້ປ່ວຍ ໄດ້ເພີ້ມຂຶ້ນ ເຖິງ 4 ເທົ່າ ຂອງ ລະຍະ ດຽວກັນ ໃນປີກາຍນີ້, ອີງຕາມ ຣາຍງານ ຂອງ ໜັງສືພິມ ຜູ້ຈັດການ ຂອງໄທ.
ທ່ານ ກ່າວຕື່ມວ່າ ມາເຖິງ ວັນທີ 25 ເມສາ, ໂຮງໝໍ ໄດ້ຮັບຄົນເຈັບ ໄຂ້ເລືອດອອກ ສເລັ່ຍແລ້ວ ມື້ລະ 3-5 ຄົນ, ຊຶ່ງເປັນອັຕຣາ ທີ່ສູງຫລາຍ ເມື່ອປຽບທຽບໃສ່ ເມື່ອປີກາຍນີ້ ທີ່ມີຜູ້ຕິດ ເຊື້ອໂຣກ ດັ່ງກ່າວ ພຽງ 800 ຄົນ.
ຈຳນວນ ຜູ້ຕິດເຊື້ອ ໃນຣະຫວ່າງ ເດືອນ ມີນາ ຫາ ເມສາ ຖືວ່າ ສູງທີ່ສຸດ ໃນຮອບ 13 ປີ, ແລະ ຄາດວ່າ ຕລອດທັງປີ ຈະມີຈຳນວນ ສູງທີ່ສຸດ ໃນຮອບ 10 ກ່ວາປີ ມານີ້ ເຊັ່ນດຽວກັນ. ນອກຈາກນັ້ນແລ້ວ, ຄົນເຈັບ ຍັງມີທຸກ ເພດວັຍ ແລະ ແຜ່ລາມ ໄປທຸກແຂວງ ໃນທົ່ວປະເທດ.
ຜູ້ອຳນວຍການ ໂຮງໝໍ ໄດ້ເຕືອນ ໃຫ້ປະຊາຊົນ ເອົາໃຈໃສ່ ໃນການກຳຈັດ ແຫລ່ງເພາະພັນ ຂອງຍຸງລາຍ, ຊຶ່ງເປັນຕົວ ນຳເຊື້ອ ໄຂ້ເລືອດອອກ ເພື່ອເປັນການ ປ້ອງກັນ ຕົ້ນເຫດ, ຮວມທັງ ຢູ່ໃນ ໂຮງຈັກ ໂຮງງານ, ວັດວາອາຮາມ ແລະ ໂຮງໝໍ ເອງ. ແລະວ່າ ປະຊາຊົນ ທົ່ວໄປ ຄວນເພີ້ມ ຄວາມເອົາໃຈໃສ່ ເບິ່ງແຍງ ຕົວເອງ ແລະ ລູກຫລານ, ໂດຍສະເພາະ ຢ່າງຍິ່ງ ຖ້າຫາກວ່າ ມີອາການໄຂ້ ຂຶ້ນສູງ ຕິດຕໍ່ກັນ 2-3 ມື້ ແລະ ອາການ ຍັງບໍ່ດີຂຶ້ນ ກໍຄວນ ໄປຫານາຍໝໍ, ບໍ່ຄວນ ໄປຊື້ຢາ ມາກິນເອງ ຫລື ປິ່ນປົວ ດ້ວຍຕົນເອງ ເພາະອາດ ເປັນອັນຕລາຍ ເຖິງແກ່ ຊີວິດໄດ້.