ໄຂ້ເລືອດອອກເລີ້ມອີກແລ້ວ

ເລີ້ມແຕ່ ຕົ້ນປີ 2014 ມານີ້ ມີຜູ້ ຕິດເຊື້ອ ໄຂ້ເລືອດອອກ 250 ກວ່າຄົນ ແລ້ວ ໃນທົ່ວ ປະເທດລາວ ຫລາຍກວ່າ ໝູ່ ແມ່ນ ແຂວງ ສາລະວັນ.

ຕົວຢ່າງ ຂອງຍຸງລາຍ ໂຕແມ່ (Aedes aegypti mosquito) ທີ່ນໍາເຊື້ອພຍາດ ໄຂ້ເລືອດອອກ ແພ່ຣະບາດ ໃສ່ຜູ້ຄົນ. Wikipedia/Muhammad Mahdi Karim

 

ມີຣາຍງານ ຜູ້ຕິດເຊື້ອ ໄຂ້ເລືອດອອກ 250 ກວ່າຄົນ ແລ້ວ ໃນ ເຂດ ແຂວງຕ່າງໆ ທົ່ວ ປະເທດ ລາວ ແຕ່ຕົ້ນປີ 2014 ນີ້ມາ. ແຂວງທີ່ ຫລາຍກວ່າໝູ່ ກໍແມ່ນ ແຂວງ ສາຣະວັນ ຄືເຖິງ 100 ກວ່າຄົນ ຍ້ອນ ຜົລກະທົບ ພັຍນໍ້າຖ້ວມ ໃນຊ່ວງ ຣະດູຝົນ ປີກາຍ ໂດຍສະເພາະ ທີ່ ເມືອງວາປີ ແລະ ເມືອງ ຄົງເຊໂດນ ຖືວ່າ ຣະບາດ ໜັກຫລາຍ. ຮອງລົງມາ ກໍແມ່ນ ແຂວງ ອັຕຕະປື ປະມານ 60 ກວ່າຄົນ ຕໍ່ມາ ກໍແມ່ນ ນະຄອນຫລວງ ວຽງຈັນ 30 ກວ່າຄົນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸກ ໃນວັນທີ 19 ມິນາ 2014

"ໄລ່ມາ ແຕ່ ເດືອນທີ 1. 2 ຄົນ 3-4 ຄົນ ແລ້ວ ເຂົາ ບວກກັນ ກໍວ່າ ປະມານ 100 ຄົນ ນີ້ແຫລະ ດຽວນີ້ ພວກເຮົາ ເອົາທີມງານ ລົງໄປແລ້ວ ໝາຍຄວາມວ່າ ທັງຈ່າຍ ຊາຍອະເບດ ທັງເອົາ ພະນັກງານ ລົງໄປ ກວດກາ ເບິ່ງຄືນໝົດ ມັນມີ 2 ເມືອງ ທີ່ຍັງມີ ບັນຫາ ຫລັງ ນໍ້າຖ້ວມ ເພາະວ່າມັນ ມີນໍ້າຖ້ວມ ຕອນທີ່ວ່າ ເຮົາ ມັນມີ ພາສະນະ ທີ່ມີ ນໍ້ານະ".

ທ່ານເວົ້າ ຕື່ມວ່າ ຊ່ວງ ອາກາດ ຮ້ອນ ຕ້ອງເຝົ້າ ຣະວັງ ເປັນພິເສດ ເພາະຍຸງ ຈະແຜ່ໄວ ກວ່າ ປົກກະຕິ. ພ້ອມດຽວກັນ ທ່ານ ກໍເວົ້າ ເຖິງ ບັນຫາ ທີ່ເຮັດໃຫ້ ມີຜູ້ເສັຽ ຊີວິດ ຈາກ ໄຂ້ເລືອດອອກ ຫລາຍ ໃນປີ 2013 ວ່າ ຍ້ອນ ຜູ້ຕິດເຊື້ອ ສ່ວນຫລາຍ ບໍ່ໄປຫາໝໍ ໄວ ແຕ່ຖ້າຈົນ ມີອາການ ຮຸນແຮງ ແລ້ວຈຶ່ງໄປ ຈຶ່ງໜັກເກີນ ກວ່າໝໍ ສາມາດ ປີ່ນປົວ ໄດ້.

ປີ 2013 ມີຜູ້ຕິດ ເຊື້ອ ໄຂ້ເລືອດອອກ ປະມານ 48 ພັນຄົນ ໃນນັ້ນ ເສັຽຊີວິດ 90 ກວ່າຄົນ ຖືວ່າມີ ຜູ້ປ່ວຍ ເພີ່ມຂຶ້ນຫລາຍ ຈາກປີ 2012 ທີ່ ມີຜູ້ປ່ວຍ ພຽງ 3800 ຄົນ ນັ້ນ. ດັ່ງນັ້ນ ຈຶ່ງເຕືອນ ໃຫ້ ປະຊາຊົນ ຣະມັດ ຣະວັງ ຫາກຕົນເອງ ລູກເມັຽ ແລະ ຍາດພີ່ນ້ອງ ເປັນໄຂ້ສູງ 2 ຫາ 7 ມື້ ເບື່ອ ອາຫານ ຮາກ ເຈັບຫົວ ປວດທ້ອງ ປວດ ກ້າມເນື້ອ ໜ້າແດງ ອາດມີຜື່ນ ຫລື ຈຸດເລືອດ ອອກຕາມ ຜິວໜັງ ໃຫ້ຮີບ ພາໄປ ໂຮງໝໍ ເພື່ອປີ່ນປົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org