ເດືອດຮ້ອນ ພຣະພິກຂຸສົງ ຕິດໂຄວິດ-19

ໂຄວິດ-19 ໄດ້ຣະບາດຫຼາຍ ແມ່ນແຕ່ພຣະສົງ ແລະສາມເນນ ໂດຍສະເພາະ ວັດເພັງ ໂພໄຊຍະຣາມ ທີ່ມີສາມເນນ ຕິດເຊື້ອໂຄວິດ-19 ເກືອບເຄິ່ງນຶ່ງ ຂອງພຣະພິກຂຸສົງ ທີ່ຈຳພັນສາຢູ່ວັດນີ້.

ພຣະສົງ-ສາມເນນ ວັດເພັງ ໂພໄຊຍະຣາມ ນັກຂ່າວ ພົລເມືອງ

ໃນໄລຍະສອງປີຜ່ານມານີ້ ເຊື້ອພຍາດໂຄວິດ-19 ໄດ້ແຜ່ຣະບາດ ໄປທົ່ວທຸກມຸມໂລກ ເຮັດໃຫ້ມີຜູ້ເສັຽຊີວິດໄປແລ້ວ ຫຼາຍລ້ານຄົນ ແລະ ເຮັດໃຫ້ເສຖກິຈຂອງໂລກໄດ້ຮັບຜົລກະທົບ.

ທີ່ຜ່ານມາ ສໍາລັບປະຊາຊົນຄົນລາວ ທີ່ຕິດເຊື້ອໂຄວິດ-19 ຢູ່ຕ່າງປະເທດ ໄດ້ພົບກັບບັນຫາຫຍັງແດ່ນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ນໍາເອົາເຫດການກ່ຽວກັບ ຄົນງານລາວໃນໄທຍ ມາສເນີທ່ານໄປແລ້ວ ວ່າໄດ້ພົບກັບ ຄວາມຍາກລໍາບາກຂນາດໃດ.

ໃນຄັ້ງນີ້ ເອເຊັຽເສຣີ ຂໍນໍາເອົາ ເຫດການທີ່ເກີດຂຶ້ນ ໃນວັດເພັງໂພໄຊຍະຣາມ ບ້ານສນາມໄຊ, ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ. ເມື່ອເດືອນກັນຍາ ທີ່ຜ່ານມາ ມີພຣະສົງຕິດເຊື້ອດັ່ງກ່າວ ຈຳ​ນວນ 36 ອົງ ຈາກທັງໝົດ 65 ອົງ ຊຶ່ງສ່ວນໃຫຍ່ ແມ່ນເປັນສໍາມະເນນ (ອ້າຍຈົວ) ອາຍຸລະຫວ່າງ 8 ປີ ຫາ 10 ປາຍປີ ທີ່ມາຈາກຫຼາຍແຂວງທົ່ວປະເທດ ມາຈໍາພັນສາຢູ່ວັດແຫ່ງນີ້ ເພື່ອເຂົ້າໂຮງຮຽນ ແຕ່ຊັ້ນປະຖົມປີທີ່ 3 ຈົນຮອດຊັ້ນມໍປາຍ.

ກ່ຽວກັບການຕິດເຊື້ອໂຄວິດ-19 ພາຍໃນວັດເພັງໂພໄຊຍະຣາມນີ້ ຂ້າພະເຈົ້າ ສຸພັດຕາ ໄດ້ມີໂອກາດຂໍສັມພາດ ພຣະອາຈານ ສໍລະສິນ ໃສສະຫວັນ (ສາຍາ: ສຸຈິນໂນ) ເຈົ້າອາທິການວັດ ແລະ ທັງເປັນຮອງ ເຈົ້າຄະນະ ອພສ ເມືອງນະຄອນໄກສອນ ພົມວິຫານ ແລະ ຢູ່ໃນຄະນະບໍຣິຫານງານ ອພສ ແຂວງສວັນນະເຂດ ຮວມທັງເປັນຮອງຜູ້ອໍານວຍການ ໂຮງຮຽນມັທຍົມສົງ ວັດໄຊຍະພູມ ບ້ານໄຊຍະພູມ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ນໍາດ້ວຍ.

ພຣະຈານ ໄດ້ເລົ່າເຖິງເຫດການ ຂອງການຕິດເຊື້ອໂຄວິດ-19 ຮວມທັງ ຄ່າໃຊ້ຈ່າຍ ໃນການປິ່ນປົວເທື່ອນີ້ ສູ່ຟັງ.

ປັດຈຸບັນ ພຣະສົງທັງ 36 ອົງ ທີ່ຕິດເຊື້ອໂຄວິດ-19 ນັ້ນ ແມ່ນໄດ້ຮັບປິ່ນເຊົາໝົດແລ້ວ ແລະ ໄດ້ກັບມາປະຈໍາຢູ່ວັດ ເປັນທີ່ຮຽບຮ້ອຍແລ້ວ. ສະບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org