ຄົນງານລາວຖືພາຢູ່ໄທຍ ຕິດໂຄວິດ-19 ໂຮງໝໍ ບໍ່ມີຕຽງ ໃຫ້ນອນ
2021.08.03

ນາງປີ ແມ່ຍິງລາວ ອາຍຸ 35 ປີ ຈາກແຂວງສາລະວັນ ຖືພາໄດ້ 7 ເດືອນ ແລ້ວຕິດໂຄວິດ-19 ໃນປັດຈຸບັນ ນາງຍັງບໍ່ໄດ້ຮັບການ ປິ່ນປົວ ຈາກທ່ານໝໍໄທຍເທື່ອ ແລະ ຍັງລໍຖ້າ ເຈົ້າໜ້າທີ່ໄທຍ ເອົາຣົຖມາຮັບນາງ ໄປປິ່ນປົວຢູ່ ເນື່ອງຈາກວ່າ ນາງຢ້ານຈະອອກ ລູກກ່ອນກຳນົດ ອີກທັງ ນາງມີປວັດຫຼຸລູກ ໃນການຖືພາກ່ອນໜ້ານີ້. ດັ່ງນາງກ່າວຕໍ່ ເອເຊັຽ ເສຣີ ໃນມື້ວັນທີ 3 ສິງຫາ ນີ້ວ່າ.
”ຂໍຄວາມຊ່ອຍເຫຼືອ ຢ້ານແບບວ່າ ຄອດກ່ອນກຳນົດ ຢ້ານເປັນອາການໜັກກວ່ານີ້ ຢ້ານແຍ້ແລ້ວ ບໍ່ມີຕຽງນອນບໍ່ມີທີ່ຮັກສາ ອີ່ຫຍັງ ຈັ່ງຊີ້ນ່າ ເພາະວ່າ ປົກກະຕິແລ້ວ ຕອນໄປຝາກທ້ອງນ່າ ໝໍກໍຢ້ຳວ່າ ຢ້ານຄອດກ່ອນກຳນົດ ເພາະວ່າ ຣົກເກາະຕ່ຳແຮງຫັ້ນນ່າ ພໍເປັນໂຄວິດ-19 ນີ້ ມັນກໍຍິ່ງກັງວົນໜັກຂຶ້ນຫັ້ນນ່າ.”
ນາງກ່າວຕື່ມວ່າ ນາງມີອາການໄຂ້ສູງ ຄ້າຍກັບໄຂ້ຫວັດ ຕັ້ງແຕ່ວັນທີ 25 ກໍຣະກະດາ ຜ່ານມາ ຈຶ່ງຊື້ຢາພາຣາມາກິນເພື່ອບັນເທົາ ອາການໄຂ້ ແຕ່ກໍບໍ່ເຊົາ ຈົນຮອດວັນທີ 2 ສິງຫາ ນາງເລີຍຕັດສິນໃຈ ໄປຊື້ເຄື່່ອງກວດໂຄວິດ-9 ມາກວດເອງຈຶ່ງຮູ້ວ່າຕິດໂຄວິິດ-19 ແລ້ວກໍໄດ້ໄປໂຮງໝໍເອກຊົນ ເພື່ອເຂົ້າປິ່ນປົວ ແຕ່ທາງໂຮງໝໍພັດບໍ່ກວດໃຫ້ນາງ ເນື່ອງຈາກວ່າ ນາງບໍ່ມີປະກັນສັງຄົມໃນໂຮງໝໍນັ້ນ.

ເຈົ້າໜ້າທີ່ໂຮງໝໍເອກຊົນ ທີ່ນາງປີ ໄປກວດເຊື້ອກ່າວວ່າ ຕາມປົກກະຕິຖ້າຜູ້ໃດມີປະກັນສັງຄົມ ຢູ່ໂຮງໝໍກໍສາມາດກວດໄດ້ເລີຍ ສ່ວນ ກໍຣະນີຂອງນາງປີນັ້ນ ແມ່ນເປັນຄົນຕ່າງດ້າວ ທີ່ບໍ່ມີປະກັນສັງຄົມ ແລະ ປະເມີນວ່າ ອາດບໍ່ມີເງິນຈ່າຍຄ່າປິ່ນປົວ ໂຄວິດ-19 ຢູ່ ໂຮງໝໍ 1 ແສນບາດ ຢ່າງຕ່ຳຈຶ່ງບໍ່ໄດ້ກວດໂຄວິດ ໃຫ້ນາງ ພ້ອມທັງແນະນຳ ໃຫ້ນາງໄປກວດຢູ່ ໂຮງໝໍຣັຖ ເພື່ອໃຫ້ສາມາດຫາຕຽງ ໃຫ້ນາງ ຮັບການປິ່ນປົວໄດ້.
“ຖ້າຈະກວດກໍຕ້ອງມາລໍຖ້າຄິວ ຕັ້ງແຕ່ຕິີ 3 ຕີ 4 ແຈກ ບັດຄິວ 7 ໂມງເຊົ້າ ມື້ນຶ່ງຮັບກວດ ໂຄວິດ-19 ບໍ່ເກີນ 300 ຄົນຕໍ່ມື້ ຖ້າເກີດນາງປີ ມາກວດແລ້ວບໍ່ມີປະກັນສັງຄົມ ຈະຕ້ອງໄດ້ ເສັຽຄ່າໃຊ້ຈ່າຍເປັນແສນ.”
ສ່ວນເຈົ້າໜ້າທີ່ ຈາກສູນບໍຣິການ ສາທາຣະນະສຸຂໄທຍ ໜ່ວຍ 24 ເຊິ່ງເປັນໜ່ວຍງານຮັບຜິດຊອບ ກໍຣະນີຜູ້ຕິດໂຄວິດ-19 ໃນເຂດ ທີ່ນາງປີ ອາສັຍຢູ່ກ່າວວ່າ ທາງສູນບໍ່ສາມາດຮັບ ກໍຣະນີ ນາງປີ ໄດ້ ເນື່ອງຈາກວ່າ ນາງບໍ່ມີເອກສານຢັ້ງຢືນ ຈາກທາງການແພດ ວ່ານາງຕິດເຊື້ອໂຄວິດ-19 ຈຶ່ງມີພຽງແຕ່ສົ່ງເຂົ້າ ສົ່ງຢາ ໃຫ້ນາງເທົ່ານັ້ນ.
“ນາງປີ ບໍ່ໄດ້ກວດໂຄງວິດ-19 ແບບມີຜົລຢັ້ງຢືນ ຈາກ ທ່ານໝໍວ່າ ຕິດໂຄວິດ ກໍຄືຈະຕ້ອງບໍ່ໄດ້ຮັບເຣື່ອງ ແຕ່ນາງຈະມີແຕ່ພັກດ່ຽວ ຢູ່ເຮືອນ ກໍຄືສົ່ງເຂົ້າ ສົ່ງຢາ ໃຫ້ທີ່ຫ້ອງພັກ ກໍຈະມີແບບນັ້ນ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ມູລນິທິ ຕ້ານໂຣຄເອດ ຜູ້ທີ່ເຂົ້າໄປຊ່ອຍເຫຼືອ ກໍຣະນີ ນາງປີ ຢ່າງຈິງຈັງກ່າວວ່າ ນາງປີ ໄດ້ຮັບຢາ ຕ້ານໄວຣັສ ໂຄວິດ-19, 2 ວັນແລ້ວ ພາຍຫຼັງທີ່ມູລນິທິ ໄດ້ຮັບການຕິດຕໍ່ ການຊ່ອຍເຫຼືອ ຕັ້ງແຕ່ວັນທີ 2 ສິງຫາ ຜ່ານມາ.
ພ້ອມດຽວກັນນັ້ນ ທາງມູລນິທິ ກໍໄດ້ແນະນຳນາງ ໃຫ້ລໍຖ້າຢູ່ຫ້ອງພັກ ກ່ອນຈະໄດ້ຕຽງ ເພື່ອຮັບການປີ່ນປົວ ຢູ່ໂຮງໝໍ, ກຸ່ມທ່ານໝໍ ນາງ ພຍາບານ ແລະ ມູລນິທິກໍໄດ້ ຕິດຕາມອາການ ຂອງນາງຢ່າງໃກ້ຊິດ ຍ້ອນກໍຣະນີຂອງນາງ ເປັນກໍຣະນີ ສີແດງ.
”ຕອນນີ້ກໍຄືນາງປີ ໄດ້ຢາ ພາວີປິຣາເວັຽ ແລ້ວ ຖ້າເຣື່ອງຕຽງ ຖ້າມີຄວາມຈຳເປັນ ທີ່ຕຽງນາງປີ ຕ້ອງໃຊ້ຕຽງເພື່ອປິ່ນປົວໂຄວິດ-19 ຈະມີທາງທິມ ພຍາບານ ແລະ ທິມໝໍ ກໍຈະລອງ ຊ່ອຍກັນປະສານດູວ່າ ຈະບໍ່ແມ່ນເປັນຕຽງສນາມ ຖ້າເປັນຕຽງສນາມຈະບໍ່ເໝາະ ກັບແມ່ຍິງຖືພາ ຕ້ອງເປັນຕຽງຢູ່ໂຮງໝໍເທົ່ານັ້ນ.”
ຍານາງກ່າວຕື່ມວ່າ ໃນໄລຍະ 1 ເດືອນ ຜ່ານມາ ທາງມູລນິທິ ຕ້ານໂຣຄເອດ ໄດ້ເຂົ້າໄປຊ່ອຍເຫຼືອ ຄົນງານຕ່າງປະເທດ ເປັນຕົ້ນ ລາວ ພະມ້າ ແລະ ກຳພູຊາ ຕິິດເຊື້ອໂຄວິດ-19 ແລ້ວບໍ່ໄດ້ຮັບການປິ່ນປົວ ແລະ ຍັງມີອີກຫຼາຍກໍຣະນີ ທີ່ຄົນຕິດເຊື້ອດັ່ງກ່າວ ຍັງບໍ່ໄດ້ຮັບຕຽງ ເພື່ອເຂົ້າປິ່ນປົວເທື່ອ ໃນນັ້ນສ່ວນໃຫຍ່ ມູລນິທິ ຈະຊ່ອຍເຫຼືອດ້ວຍການ ໃຫ້ຢາ ພາຣາເຊຕາມອນ ເພື່ອຫລຸດຜ່ອນ ອາກາດໄປກ່ອນ ໃນຂນະທີ່ ລໍຖ້າຕຽງໂຮງໝໍຢູ່ ຖ້າຜູ້ມີອາການໄຂ້ແຮງ ແພດກໍຈະເລັ່ງ ໃຫ້ການຊ່ອຍເຫຼຶອ ໃຫ້ໄດ້ຮັບຕຽງ ເພື່ອເຂົ້າ ປິ່ນປົວ ໃຫ້ໄດ້ໄວທີ່ສຸດ.
ອີງຕາມການຣາຍງານ ຂອງສູນບໍຣິຫານ ສະຖານະການ ໂຄວິດ-19 ໃນໄທຍ ມາຮອດວັນທີ 3 ສິງຫາ ໃມີຜູ້ຕິດເຊື້ອໂຄວິດ-19 ໃນໄທຍ ແລ້ວ 18,901 ຄົນ ມີຜູ້ປ່ວຍສະສົມ ທັງໝົດ 623,322 ຄົນ ແລະ ເສັຽຊີວິດຈຳນວນນຶ່ງ.