ຄົນຈີນຕິດເຊື້ອໂຄວິດ-19 ບໍ່ສົນໃຈ ກົດເກນ

ສຸພັດຕາ
2021.05.06
ຄົນຈີນຕິດເຊື້ອໂຄວິດ-19 ບໍ່ສົນໃຈ ກົດເກນ ພາບຄົນຈີນ ນຶ່ງໃນ 3 ຄົນ ທີ່ເຂົ້າມາປິ່ນປົວ ເຊື້ອໂຣຄໂຄວິດ-19 ແລະ ບໍ່ປະຕິບັດ ຕາມມາຕການ ກັກໂຕເອງ ຂອງໂຮງໝໍ.
ຂອບໃຈພາບ: ວີດີໂອຂອງພົລເມືອງ

ເມື່ອວັນທີ 30 ເມສາ 2021 ຜ່ານມານີ້ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ໂຮງໝໍເສດຖາທິຣາດ ວ່າມີຄົນຈີນ ຈໍານວນ 3 ຄົນ ທີ່ຕິດເຊື້ອໂຄວິດ-19 ແລະ ພວມປິ່ນປົວຢູ່ໂຮງໝໍນັ້ນ ບໍ່ປະຕິບັດຕາມມາຕການ ປ້ອງກັນໂຄວິດ-19 ແລະ ບໍ່ປະຕິບັດຕາມກົດຣະບຽບ ຂອງໂຮງໝໍ ຈຶ່ງນໍາໂຕມາຕັກເຕືອນ ແລະ ເຊັນບົດບັນທຶກໄວ້ ຫາກຣະເມີດອີກ ຈະປະຕິບັດຂັ້ນ ເດັດຂາດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽ ໃນວັນທີ 5 ພຶສພາ ນີ້:

“ມັນບໍ່ໄດ້ປະຕິບັດມາຕການຫັ້ນນ່າ ມັນຍ່າງອອກໄປສູບຢາ ມັນກໍໄປ ເຂົາວ່າມັນຢາກຍ່າງເທິງກໍຍ່າງ ເຂົາກໍຢ້ານໂຕນີ້ ພາຍຫຼັງທີ່ ໄດ້ຮັບແຈ້ງຈາກໂຮງໝໍເນາະ ພວກເຮົາໄດ້ແຕ່ງຕັ້ງ ໃຫ້ອ້າຍນ້ອງລົງໄປ ໄປສຶກສາອົບຮົມ ໄປແນະນໍາຫັ້ນແຫຼະ ໄປປະຕິບັດຄໍາສັ່ງ ຂອງແພດໝໍ ກໍຖືເຂົາເຈົ້າເຂົ້າໃຈ ແລະ ປະຕິບັດຕາມ ຖ້າວ່າຍັງບໍ່ຟັງເນາະ ບໍ່ປະຕິບັດຕາມ ຄືພວກເຮົາ ຊິໄດ້ນໍາສົ່ງໄປກັກກັນ ຢູ່ບ່ອນໃໝ່ ຢູ່ໂຮງໝໍຕໍາຣວດ ແລ້ວໄປຂັງຄອກ ໄປປົວຢູ່ຄອກຫັ້ນແຫຼະ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ກ່າວວ່າປັດຈຸບັນຄົນຈີນ ທັງ 3 ຄົນ ດັ່ງກ່າວນີ້ ຍັງປິ່ນປົວ ຢູ່ໂຮງໝໍເສດຖາທິຣາດ ຢູ່ຫ້ອງດຽວກັນ ເຊິ່ງຈະມີ ການສືບສວນ-ສອບສວນ ເພີ່ມຕື່ມ ກ່ຽວກັບທີ່ມາທີ່ໄປ ຂອງຄົນຈີນຈໍານວນ ດັ່ງກ່າວ ພາຍຫຼັງທີ່ພວກເຂົາເຈົ້າ ປິ່ນປົວເຊົາແລ້ວ, ດັ່ງທ່ານກ່າວວ່າ:

“ແມ່ນໆ ຍັງຢູ່ຫັ້ນຢູ່ ຢູ່ໂຮງເສດຖາ ຄືເກົ່າແລ້ວ ຢູ່ຫ້ອງດຽວ ເພາະວ່າ ຍັງຢູ່ໃນຊ່ວງກັກໂຕ 14 ມື້ ຍັງບໍ່ທັນວ່າຈ່ັງໃດ ມັນບໍ່ສາມາດ ທີ່ວ່າ (ສອບສວນ) ຢູ່ໃກ້ກັນໄດ້ນ່າ.”

ກ່ຽວກັບເຣື່ອງນີ້ ຊາວບ້ານຢູ່ບ້ານໜອງບືກໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເວົ້າວ່າ ຕາມປົກກະຕິແລ້ວ ບໍ່ວ່າຈະເປັນ ຄົນສັນຊາດໃດກໍຕາມ ຖ້າມີພຶດຕິກັມທີ່ບໍ່ ເໝາະສົມ ອາຈເຮັດໃຫ້ປະເທດລາວ ມີຄວາມສ່ຽງ ທີ່ປະຊາຊົນລາວ ຈະຕິດເຊື້ອເພີ່ມຂຶ້ນ ເນື່ອງຈາກຄົນຈີນ ທັງ 3 ຄົນ ຕິດເຊື້ອໂຄວິດ-19 ແລ້ວ, ແຕ່ບໍ່ກັກໂຕເອງ ຢູ່ຫ້ອງປິ່ນປົວ:

“ອັນນຶ່ງ ກໍຕ້ອງເວົ້າເຣື່ອງຣະບຽບ ເພາະວ່າຜູ້ກ່ຽວນີ້ ໄປເຄື່ອນໄຫວແນວນັ້ນເນາະ ຫຼືວ່າມັນເອົາພຍາດດັ່ງກ່າວ ໄປແຜ່ບໍ່ຫັ້ນນ່າ ຄັນແຜ່ໄປແລ້ວ ເຮັດໃຫ້ສະພາບບ້ານເຮົາ ມີການຕິດ ເຊື້ອໄປກະຈາຍແລ້ວ ເຮົາກໍຊິຄຸມບໍ່ໄດ້ ມັນກໍບໍ່ເໝາະສົມແລ້ວ ຊິແມ່ນ ສັນຊາດໃດ ກໍຕ້ອງປະຕິບັດຕາມກົດໝາຍ ຂອງບ້້ານນັ້ນ ຫຼືວ່າ ທ້ອງຖິ່ນນັ້ນ.”

ຊາວບ້ານ ຢູ່ບ້ານກ້າງປາ ເມືອງໄຊບູຣີ ແຂວງສວັນນະເຂດ ເວົ້າກ່ຽວກັບ ກໍຣະນີ ຄົນຈີນຕິດໂຄວິດ-19 ສາມຄົນ ທີ່ບໍ່ປະຕິບັດ ຣະບຽບ ຂອງບ່ອນປິ່ນປົວນັ້ນ ຖືວ່າເປັນການກະທໍາ ທີ່ບໍ່ເໝາະສົມ:

“ບໍ່ເໝາະສົມ ຄັນແມ່ນເຮົາ ເຮົາກໍຕ້ອງຮັກສາມາຣະຍາດ ພາກັນໄປຮ້ອງໄປໂວຍ ໄປເວົ້າມັນກໍບໍ່ຖືກຕ້ອງແຫຼະເນາະ ຄັນເວົ້າໃສ່ ຣະບຽບກົດໝາຍ ກໍຕ້ອງໃຫ້ກຽດທຸກຄົນ ແລະ ກໍໃຫ້ກຽດເຈົ້າໜ້າທີ່ ຜູ້ປົກປັກຮັກສາຢູ່ຫັ້ນແຫຼະ ມັນຈັ່ງຖືກຕ້ອງ ຄັນເວົ້າແລ້ວກໍດີ.”

ກ່ອນໜ້ານີ້ ຄືເມື່ອວັນທີ 24 ເມສາ 2021 ກໍເກີດເຫດການ ມີຜູ້ຊາຍຄົນຈີນ ຄົນນຶ່ງ ໄປກວດຫາເຊື້ອໂຄວິດ-19 ຢູ່ໂຮງໝໍມິຕພາບ 150 ຕຽງ ແລ້ວບໍ່ໃສ່ຜ້າອັດປາກອັດດັງ ແລະ ທັງເລາະຖົ່ມນໍ້າລາຍ ໃສ່ໂຮງໝໍໄປທົ່ວທີບ ພ້ອມທັງໂວຍວາຍ ເຮັດໃຫ້ເຈົ້າໜ້າທີ່ ຕ້ອງເຂົ້າມາຄວບຄຸມໂຕ ຄົນຈີນດັ່ງກ່າວ ເພື່ອໄປສງົບສະຕິອາລົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Haha
May 06, 2021 08:48 PM

Laos is a very small country with very little population comparing to China therefore there is no reason why Chinese should respect Lao law and rule, as educated as they are still acting like that, shame on them! It is better off for Lao government to stick to USA.

Lao
May 15, 2021 07:47 PM

ຄືບໍ່ເຫັນດ່າ ເອົາໃສ່ຄຸກຄືຄົນລາວບໍ່ລະ ຫຼັງຈາກດີແລ້ວ