3 ແຂວງ ທີ່ປອດໂຄວິດ-19 ປະກາດລ໊ອກດາວ
2021.04.28

ທາງການແຂວງອັດຕະປື, ແຂວງໄຊສົມບູນ ແລະແຂວງຫົວພັນ ເປັນ 3 ແຂວງລ່າສຸດຂອງລາວ ທີ່ມີມາຕການປິດເມືອງ ປິດແຂວງ ເຖິງແມ່ນວ່າ ພາຍໃນແຂວງດັ່ງກ່າວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ກໍຕາມ ທັ້ງນີ້ກໍເພື່ອສະກັດກັ້ນ ແລະປ້ອງກັນ ການແພ່ຣະບາດ ຂອງໂຄວິດ-19 ໄວ້ຕັ້ງແຕ່ຕົ້ນ ເພື່ອບໍ່ໃຫ້ເປັນຄືກັນ ກັບແຂວງອື່ນໆ ດັ່ງເຈົ້າໜ້າທີ່ ສະເພາະກິດ ຄວບຄຸມໂຄວິດ-19 ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ເມສາ ນີ້ວ່າ:
“ສະເພາະຢູ່ອັດຕະປື ນີ້ຖືວ່າເຮົາກະມີມາຕການຄົບຊຸດ ແຕ່ວ່າລັອກດາວແລ້ວ 5 ຕົວເມືອງ ແຕ່ວ່າອັດຕະປືເຮົາຍັງບໍ່ທັນມີເຊື້ອ. ໃນ ຊ້ວງໄລຍະອັນນີ້ນີ໋ ກະຖືວ່າການໄປມາຫາສູ່ ຖືວ່າເຮົາກະບໍ່ມີຜູ້ເຂົ້າ-ຜູ້ອອກ ວ່າຊັ້ນສາ ອັນນີ້ກະຖືວ່າເຮົາກະເປັນມາຕການສະເພາະ.”
ພ້ອມດຽວກັນນັ້ນ ທ່ານກໍເວົ້າວ່າ ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ຂອງແຂວງອັດຕະປື ກໍໄດ້ລົງໄປກວດກາຕາມ ເຂດຕ່າງໆທົ່ວແຂວງ ເພື່ອໃຫ້ປະຊາຊົນ ປະຕິບັດຕາມມາຕການປ້ອງກັນ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ຄົນຢູ່ແຂວງອັດຕະປື ນີ້ຕິດເຊື້ອ ເປັນຣາຍທໍາອິດ.
ຢູ່ແຂວງໄຊສົມບູນ ທີ່ຍັງບໍ່ມີຜູ້ຕິດໂຄວິດ-19 ເຊັ່ນດຽວກັນນັ້ນ ກໍໄດ້ມີຄໍາສັ່ງຈາກເຈົ້າແຂວງ ໃຫ້ປິດເມືອງ ປິດແຂວງ ພ້ອມທັງ ຕັ້ງດ່ານກວດກາຫລາຍຈຸດ ເພື່ອສະກັດກັ້ນບໍ່ໃຫ້ ປະຊາຊົນເຂົ້າ-ອອກແຂວງ ດັ່ງເຈົ້າໜ້າທີ່ຣະດັບສູງ ແຂວງໄຊສົມບູນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ທ່ານເຈົ້າແຂວງເພິ່ນມີຄໍາສັ່ງ ເຂັ້ນຂຸ້ນໃນເຣື່ອງມາຕການຕ່າງໆ ນີ້ແຫລະ ທາງຣັຖບານໄດ້ແຈ້ງມາ ແຂວງເຮົາກະໄດ້ແຈ້ງແລ້ວ ໂຕໃໝ່ໆນີ້ລະແມ່ນ ມື້ວັນທີ 27 ນີ້ລະແມ່ນເພິ່ນ ອອກຄໍາສັ່ງມາອີກ. ທ່ານເຈົ້າແຂວງ ຫ້າມຄົນເຂົ້າ-ຄົນອອກ ຈົນກວ່າສິມີຄໍາສັ່ງ ໃໝ່ຈົນກວ່າສະພາບ ສິມີຄວາມສງົບ.”
ທ່ານກ່າວຕື່ມອີກວ່າ ໃນໄລຍະນີ້ ຫາກກວດພົບປະຊາຊົນຜູ້ໃດ ຝ່າຝືນມາຕການແລະ ກົດຣະບຽບນັ້ນ ຄັ້ງທໍາອິດຈະຖືກຕັກເຕືອນ ແລະຫາກກວດພົບເປັນເທື່ອທີ 2 ກໍຈະຖືກດໍາເນີນ ການຕາມຄວາມເໝາະສົມ. ສ່ວນເຣື່ອງການເຮັດວຽກ ຂອງເຈົ້າໜ້າທີ່ຂແນງການ ຕ່າງໆກໍອະນຸຍາດໃຫ້ໄປຫ້ອງການ ໄດ້ຕາມປົກກະຕິ, ແຕ່ໃຫ້ມີການຈໍາກັດ ຈໍານວນ ແລະ ໃຫ້ປະຕິບັດຕາມມາຕການ ປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ.
ແລະຢູ່ແຂວງຫົວພັນ ຊຶ່ງເປັນອີກແຂວງນຶ່ງ ທີ່ຍັງບໍ່ມີຜູ້ຕິດໂຄວິດ-19 ກໍໄດ້ມີແຈ້ງການເພີ່ມຕື່ມ ປິດເມືອງ ປິດແຂວງ, ຫ້າມບໍ່ໃຫ້ ຄົນພາຍໃນແຂວງອອກ ແລະບໍ່ໃຫ້ຄົນຈາກຕ່າງ ແຂວງ ແລະຈາກຕ່າງປະເທດ ເຂົ້າມາແຂວງຢ່າງເດັດຂາດ. ພ້ອມດຽວກັນນັ້ນ ກໍບໍ່ໃຫ້ປະຊາ ຊົນອອກຈາກເຮືອນ ໄປຈົນຮອດວັນທີ 5 ພືສພາ 2021 ຍົກເວັ້ນຜູ້ທີ່ມີເຫດຈໍາເປັນ ແລະໄດ້ຮັບການອະນຸຍາດ ຈາກຄະນະສະເພາະກິດ ຂັ້ນເມືອງ ຫລື ຂັ້ນແຂວງເທົ່ານັ້ນ.
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍສຣີ ໄດ້ຕິດຕໍ່ໄປຫາ ຄະນະສະເພາະກິດ ຄວບຄຸມໂຄວິດ-19 ແຂວງຫົວພັນ, ແຕ່ບໍ່ມີເຈົ້າໜ້າທີ່ ຄົນໃດສະດວກ ທີ່ຈະໃຫ້ຄໍາເຫັນ.
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຢູ່ແຂວງ ທີ່ຍັງບໍ່ມີຜູ້ຕິດໂຄວິດ-19 ກໍພາກັນມີສະຕິ ໃນການປ້ອງກັນຕົວເອງ ຢູ່ຕລອດ ທັງຢູ່ໃນ ເຮືອນແລະຢູ່ນອກເຮືອນ ແລະໃຫ້ການຮ່ວມມື ກັບ ທາງການ ບໍ່ເດີນທາງອອກນອກເມືອງ ດັ່ງຊາວບ້ານຢູ່ແຂວງອັດຕະປື ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ເມສາ ນີ້ວ່າ:
“ໂອ໋ ອັດຕະປືນີ້ປອດພັຍ ເພາະ ວ່າໃສ່ແມສ ລ້າງມື ບໍ່ໃຫ້ອອກນອກ ອອກນອກເມືອງບໍ໋ຫຍັງ ເຂົາລັດໝົດແລ້ວ ທ່ຽວຕ່າງແຊວງ ບໍ່ໄດ້ ກາຍໄປກາຍມາກໍບໍ່ໄດ້.”
ໃນຂນະດຽວກັນ ຊາວບ້ານຢູ່ແຂວງໄຊສົມບູນ ທ່ານນຶ່ງກໍເວົ້າວ່າ ໃນໄລຍະນີ້ ຕົນ ແລະຊາວບ້ານອີກຫລາຍຄົນ ພາກັນປະຕິບັດ ຕາມແຈ້ງການຂອງທາງການ ໂດຍງົດການເດີນ ທາງໄປມາ ຣະຫວ່າງບ້ານຕໍ່ບ້ານ, ມີແຕ່ຣົດຂົນສົ່ງສິນຄ້າ ທີ່ຍັງແລ່ນເຂົ້າ-ອອກ ໄດ້ຕາມປົກກະຕິ ຍ້ອນໄດ້ຮັບອະນຸຍາດ ຈາກທາງການ ດັ່ງທີ່ທ່ານກ່າວວ່າ:
“ມາຕການປ້ອງກັນໂຄວິດ ດຽວນີ້ລະແມ່ນໝາຍຄວາມວ່າ ເພິ່ນຈະບໍ່ໃຫ້ອອກຈາກບ້ານ ບໍ່ໃຫ້ບ້ານນີ້ໄປຫາບ້ານນັ້ນ ລະບ້ານນັ້ນບໍ່ໃຫ້ ມາຫາບ້ານນີ້ ຊ່ວງນີ້ແມ່ນເປັນໄລຍະທີ່ ເດັດຂາດ. ການເດີນທາງໄປ-ມາ ບໍ່ທັນໄດ້ສະດວກ ແລະການສນົ່ງສິນຄ້າ ມັນເປັນຣົດພວກ ຂົນສົ່ງ ເຂົາເຈົ້າຈັ່ງຄ່ອຍ ອະນຸຍາດໃຫ້.”
ທີ່ແຂວງຫົວພັນ ຊາວບ້ານຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ທຸກມື້ນີ້ ຖ້າອອກໄປນອກເຮືອນ ຫລືໄປຊື້ເຄື່ອງຂອງ ຢູ່ຕລາດ ຕົນ ແລະຊາວບ້ານຄົນອື່ນໆ ກໍປ້ອງກັນ ຕົວເອງເປັນຢ່າງດີ, ເຖິງແມ່ນວ່າ ຍັງບໍ່ມີຜູ້ຕິດໂຄວິດ-19 ຢູ່ແຂວງນີ້ເທື່ອກໍຕາມ ແລະ ກໍພ້ອມປະຕິບັດ ຕາມແຈ້ງການຂອງທາງການ ເພິ່ນ ຢ່າງເຂັ້ມງວດ ດັ່ງທີ່ທ່ານເວົ້າວ່າ:
“ອອກໄປນອກກະມີການໃສ່ຜ້າອະນາມັຍ ແລ້ວກໍມີໃຊ້ເຈລລ້າງມືຕລອດ ເຈົ້າ ໄປຊື້ເຄື່ອງຕລາດ ລະຄັນເຮົາຊື້ຂອງກິນຂອງຫຍັງ ນີ໋ ກະບໍ່ຢ້ານຕີ໋ ກັນໂຕເອງມັນກະບໍ່ຢ້ານ ດຽວນີ້ເຂົາຫາກໍ່ປິດເມືອງໃດ໋ ບໍ່ໃຫ້ເມືອງຕໍ່ເມືອງ.”
ໃນແຈ້ງການ ແລະຄໍາສັ່ງປິດເມືອງ ປິດແຂວງຂອງທັງ 3 ແຂວງ ຄື ອັດຕະປື, ໄຊສົມບູນ ແລະຫົວພັນ ນັ້ນ ຍັງໄດ້ຣະບຸເຖິງການ ຫ້າມໂຄສນາເຜີຍແພ່ ແລະສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຜ່ານຊ່ອງທາງຕ່າງໆ ອັນຈະເຮັດໃຫ້ສັງຄົມປັ່ນປ່ວນ ແລະສ້າງຄວາມແຕກຕື່ນ ໃຫ້ປະຊາຊົນ. ຫາກພົບວ່າ ບຸກຄົນໃດຝ່າຝືນ ຈະຖືກດໍາເນີນຄະດີ ຕາມຣະບຽບກົດໝາຍ.