ຂ.ຈໍາປາສັກ ສູນປິ່ນປົວ ໂຄວິດ-19 ບໍ່ພຽງພໍ

ອຸ່ນແກ້ວ ສຸກສະຫວັນ
2021.07.08
ຂ.ຈໍາປາສັກ ສູນປິ່ນປົວ ໂຄວິດ-19 ບໍ່ພຽງພໍ ແຂວງຈຳປາສັກ ຕຽມຂຍາຍໂຮງໝໍ ພາກສນາມ ຕື່ມອີກ 2 ແຫ່ງ ເພື່ອຮອງຮັບຄົນເຈັບ ທີ່ຕິດເຊື້ອໂຄວິດ-19, ຢູ່ ໂຮງໝໍ 106 ແລະ ວິທຍາໄລການເງິນພາກໃຕ້ ເນື່ອງຈາກຈຳນວນ ຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນແຂວງ ມີຈຳນວນເພີ່ມຂຶ້ນ,
ພາບ: ຂປລ

ສະຖານທີ່ກັກໂຕ ແລະປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ບໍ່ພຽງພໍກັບຄວາມຕ້ອງການ ຍ້ອນວ່າໃນໄລຍະນີ້ ມີຄົນງານລາວກັບມາຈາກ ຕ່າງປະເທດເປັນຈຳນວນຫຼາຍ. ເບື້ອງຕົ້ນ ທາງການແຂວງຈຳປາສັກ ກໍມີການປະຊຸມປຶກສາຫາລືກັນ ວ່າຈະນໍາໃຊ້ຫໍພັກວິທຍາໄລ ການເງິນ ພາກໃຕ້ ເປັນໂຮງໝໍສນາມອີກແຫ່ງໜຶ່ງ ແຕ່ຖ້າມີຜູ້ກັກໂຕ ເພີ່ມຂຶ້ນຈຳນວນຫຼາຍ ກວ່ານີ້ ກໍຈະບໍ່ສາມາດຮອງຮັບໄດ້ ຕ້ອງຫາບ່ອນອື່ນຮອງຮັບເພີ່ມ.

ດຣ. ລັດສະໝີ ສີພັນ ຫົວໜ້າຂແນງຄວາມຄຸມ ພຍາດຕິດຕໍ່ ຜແນກສາທາຣະນະສຸຂ ແຂວງຈຳປາສັກ ໄດ້ກ່າວຕໍ່ສື່ມວນຊົນແຂວງ ໃນວັນທີ 7 ກໍຣະກະດາ ວ່າມີຄົນງານລາວ ເດີນທາງກັບມາຈາກຕ່າງປະເທດ ເຂົ້າມາແຂວງຈຳປາສັກ 100 ຫາ 200 ຄົນ ຕໍ່ມືື້ ເຮັດໃຫ້ເກີດຄວາມຫຍຸ້ງຍາກຫຼາຍ ຍ້ອນສະຖານທີ່ກັກໂຕບໍ່ພຽງພໍ ຕໍ່ຈຳນວນຄົນ ແລະ ອາຫານ ກໍບໍ່ພຽງພໍ.

ທາງການແຂວງຈຳປາສັກ ໄດ້ປະສານ ຂໍຄວາມຊ່ວຍເຫຼືອ ຈາກສູນກາງແຂວງ ແລະ ຢາກໃຫ້ຄົນງານລາວ ຫຼີກລ້ຽງເສັ້ນທາງເຂົ້າ ລາວ ຜ່ານດ່ານສາກົນ ວັງເຕົ່າ-ຊ່ອງເມັກ ກ່ອນ ໄລຍະນີ້. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຈຳປາສັກ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 8 ກໍຣະກະດາ ວ່າ:

”ດຽວນີ້ ທາງການນຳ ເພິ່ນກະພົວພັນ ນຳສູນກາງຢູ່ ເຂົ້າມາແຕ່ປະເທດໄທຍ ນີ້ມັນຫຼາຍ ແລະ ມັນລົ້ນສູນກັກ ຢູ່ໂຮງຮຽນປະຖົມ ບ້ານຈັດສັນ ບາດນີ້ ມັນລົ້ນໂຕນັ້ນແລ້ວ ເພິ່ນຈະເອົາ ໂຮງຮຽນ ວິທຍາໄລການເງິນ ແຕ່ວ່າ ເພິ່ນກໍຈັ່ງວ່າຊອກຫາວິທີ ຊິເອົາ ບ່ອນໃດອີກ ຊິໃຫ້ແຂວງໃດ ຊ່ວຍເຫຼືອ ບໍ່ທັນໄດ້ມີມະຕິລົງມາ ປັດຈຸບັນ 2-3 ວັນມານີ້ ມັນກໍຫຼັ່ງໄຫຼ ເຂົ້າມາຫຼາຍ ທິດທາງ ເພິ່ນກໍຈະຄົ້ນຄວ້າວ່າ ແຂວງໃດຮັບເອົາຫັ້ນນ່າ ມັນຈັ່ງບໍ່ອັ່ງ ແພດເຮົາກະມີຢູ່ທົ່ວໄປ ແຂວງ ມີຢູ່ທົ່ວລະເມືອງ ເພິ່ນກໍຢາກ ຣະບາຍອອກແນວນັ້ນ.”

ທ່ານກ່າວຕື່ມວ່າ ນອກຈາກນີ້ ອາຫານການກິນ ເຄື່ອງໃຊ້ຕ່າງໆ ກໍຍັງບໍ່ພຽງພໍ ເຊິ່ງກໍຕ້ອງໄດ້ໃຫ້ບັນດາ ຍາດພີ່ນ້ອງ ຜູ້ກັກໂຕຢູ່ ຊ່ວຍເຫຼືອ ໃນເບື້ອງຕົ້ນ.

"ຄວາມຄິດຄວາມຢາກ ບາງພາກສ່ວນນຶ່ງ ກໍຊິແມ່ນ ພີ່ນ້ອງຊ່ວຍກັນແດ່ ຣັຖເຮົາຊ່ວຍແດ່ຈັ່ງຊີ້ນີ້ນ່າ ບາງເທື່ອມັນການກິນ ການຢາກ ມັນບໍ່ອີ່ມບໍ່ເຕັມ ເພິ່ນກໍສເນີໃຫ້ທາງຄອບຄົວ ໃຜມີຄວາມສາມາດ ກໍຊ່ວຍຫັ້ນນ່າ."

ກ່ອນໜ້ານີ້ ໃນວັນທີ 30 ມິຖຸນາ 2021 ທາງການ ແຂວງຈຳປາສັກ ກໍໄດ້ຮັບການຊ່ວຍເຫຼືອ ດ້ານອຸປກອນການແພດ ຈາກມູລນິທິ ຊື່ຈີ ຂອງຈີນ ໂດຍການມອບຕຽງສນາມ ໃຫ້ຈຳນວນ 300 ຕຽງ ມູລຄ່າ 12,000 ໂດລາ.

ຊາວບ້ານ ຢູ່ແຂວງຈຳປາສັກ ທ່ານນຶ່ງກ່າວວ່າ ຮູ້ສຶກກັງວົນໃຈ ຢ້ານວ່າໂຄວິດ-19 ຈະເຂົ້າມາແຜ່ຣະບາດໃນຊຸມຊົນ:

"ກັງວົນແຫຼະໂຕນີ້ ຜູ້ປິ່ນປົວແລ້ວມີໂອກາດຕິດໄດ້ ບໍ່ແນ່ນອນ ຈຳປາສັກ ເພີ່ມຫຼາຍ ຢາກໃຫ້ຕິດຕາມອາການ ຂອງຄົນເຈັບຫັ້ນແລ້ວ ຕື່ມ ແລະ ກໍຊອກຊື່ໃຫ້ມັນຄັກໆ ແນ່ໆ ຫັ້ນແລ້ວ ໃຫ້ມັນຫາຍຂາດຫັ້ນແລ້ວ."

ຊາວແຂວງຈຳປາສັກ ອີກທ່ານນຶ່ງ ຢາກໃຫ້ເຈົ້າໜ້າທີ່ເຂັ້ມງວດ ໃນການກວດ ເພາະຢ້ານວ່າ ຕົວເລກຜູ້ຕິດເຊື້ອມັນຈະສູງຂຶ້ນ ແລະ ກໍມີຄວາມກັງວົນ:

"ກັງວົນຄືກັນຫັ້ນແລ້ວ ເປັນໄປໄດ້ກໍແຮ່ງ ບໍ່ຢາກໃຫ້ມີຫັ້ນນ່າ ຢ້ານແບບວ່າ ມັນຍັງມີຢູ່ ຄັນມັນຈະກັບຄືນຫັ້ນນ່າ ຍາມເຮົາໄປເຂົ້າ ຕລາດເຮົາກໍບໍ່ຮູ້ວ່າ ຜູ້ໃດເປັນ ຫຼືບໍ່ເປັນ ຕິດເຊື້ອມາ ຫັ້ນນ່າ."

ໃນວັນທີ 8 ກໍຣະກະດາ ຄະນະສະເພາະກິຈ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 69 ຄົນ ຈາກຜົລກວດວິເຄາະທັງໝົດ 1,610 ຕົວຢ່າງ ຂອງວັນທີ 7 ກໍຣະກະດາ 2021 ເຊິ່ງໃນນັ້ນ ແຂວງຈຳປາສັກ ມີຜູ້ຕິດເຊື້ອ 35 ຄົນ, ສວັນນະເຂດ 30 ຄົນ, ຄຳມ່ວນ 3 ຄົນ ແລະ ຫລວງນ້ຳທາ 1 ຄົນ.

ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງຂ່າວຕໍ່ສື່ມວນຊົນ ໃນວັນທີ 8 ກໍຣະກະດາ ວ່າ:

"ໃນມື້ວານນີ້ທົ່ວປະເທດ ໄດ້ມີການເກັບໂຕຢ່າງ ມາກວດ ເຊື້ອໂຄວິດ-19 1,610 ຕົວຢ່າງ ເຊິ່ງໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 69 ຄົນ ກໍຣະນີ ສຳລັບ ແຂວງສວັນນະເຂດ ພົບຜູ້ຕິດເຊື້ອແມ່ນ 30, ແຂວງຈຳປາສັກ 35, ແຂວງຫລວງນ້ຳທາ 1, ແຂວງຄຳມ່ວນ 3."

ໃນຂນະທີ່ ຢູ່ແຂວງວຽງຈັນ ກໍໄດ້ເພີ່ມຈຸດກວດຫາເຊື້ອໂຄວິດ-19 ເພີ່ມຕື່ມ ຢູ່ໂຮງຮຽນມັທຍົມ ບ້ານນາເລົາ ແລະ ໂຮງຮຽນປະຖົມ ບ້ານໜອງປຸ່ງ ຍ້ອນວ່າ ຢາກໃຫ້ຜູ້ທີ່ຄິດວ່າຕົນເອງ ຕິດເຊື້ອ ຫຼື ໄປສຳຜັດໃກ້ຊິດກັບຄົນຕິດເຊື້ອ ສາມາດເຂົ້າມາກວດຫາເຊື້ອໄດ້ງ່າຍ ເພື່ອຫຼຸດຜ່ອນ ການແຜ່ເຊື້ອ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງວຽງຈັນ ໄດ້ກ່າວວ່າ:

"ບ້ານນັ້ນ ມັນມີຕິດເຊື້ອຫຼາຍຫັ້ນເນາະ ຈຸດຊຸມສ່ຽງຫຼາຍ ເຂົາເຈົ້າກໍໄປຕັ້ງຢູ່ຈຸດຫັ້ນເລີຍ ສົມມຸດວ່າ ບ້ານໜອງປູ່ງ ມັນຕິດເຊື້ອຫຼາຍ ກວດຢູ່ບ້ານຫັ້ນເລີຍເອົາມາກວດໝົດ ຜູ້ໃດຊຸມສ່ຽງ ເຂົາເຈົ້າກໍໄປໝົດຫັ້ນແຫຼະເນາະ ຜູ້ໃດທີ່ວ່າໄປໃກ້ຊິດກັບ ຜູ້ຕິດເຊື້ອວ່າຊັ້ນສາ."

ນອກຈາກນີ້ ປະເທດຣັດເຊັຍ ຈະສົ່ງວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ສະປຸດນິກ-ວີ ໃນອີກບໍ່ດົນນີ້ ເພື່ອເປັນການຊ່ວຍເຫຼືອ ດ້ານ ມະນຸສທັມ ພາຍຫຼັງທີ່ ທ່ານ ເຊີເກີລາຍໂຣບ ຣັຖມົນຕຼີ ກະຊວງການຕ່າງປະເທດ ຂອງຣັຖເຊັຍ ໄດ້ພົບກັບເຈົ້າໜ້າທີ່ຝ່າຍລາວ ອີງຕາມການຣາຍງານຂອງ ສຳນັກຂ່າວ TASS ໃນວັນທີ 7 ກໍຣະກະດາ 2021.

ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ຣາຍງານ ໃນວັນທີ 8 ກໍຣະກະດາ ວ່າ ມີຈຳນວນຜູ້ທີ່ໄດ້ຮັບ ການກວດວິເຄາະຫາ ເຊື້ອໂຄວິດ-19 ທັງໝົດ 308,807 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອ 2,469 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 2,076 ຄົນ, ກຳລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 390 ຄົນ. ປັດຈຸບັນ ມີຜູ້ສັກວັກຊິນເຂັມທີ 1 ທັງໝົດ 990,433 ຄົນ ແລະ ເຂັມທີ 2 ຈຳນວນ 616,081 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.