ໂຮງໝໍສນາມຢູ່ລາວ ຫຼາຍແຂວງ ເລີ່ມສ້າງ
2021.05.04
ໃນປັດຈຸບັນ ຫຼາຍແຂວງໃນລາວ ໄດ້ກະຕຽມ ໂຮງຫມໍສນາມໄວ້ແລ້ວສໍາລັບ ຮອງຮັບຜູ້ທີ່ຕິດເຊື້ອ COVID-19 ທີ່ອາດຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນ ທາງການໄດ້ກະຕຽມໂຮງຫມໍສນາມໄວ້ 3 ແຫ່ງຄື: ໂຮງຫມໍສນາມທີ່ເດີ່ນເຕະບານ ລ້ານຊ້າງ ບ້ານດອນກອຍ ທີ່ມີປະມານ 303 ຕຽງ, ໂຮງຫມໍສນາມຢູ່ສນາມເຕະບານຫັລກ 27 ມີປະມານ 300 ຕຽງ ແລະ ໂຮງຫມໍສນາມ ທີ່ສນາມເຕະບານຢູ່ບ້ານຫ້ວຍຫົງ ປະມານ 138 ຕຽງ ສ່ວນອຸປກອນການແພດ ແລະ ບຸຄລາກອນ ກໍມີການຕຽມ ພ້ອມໄວ້ເຊັ່ນກັນ ແລະ ແຂວງອື່ນໆກໍມີການກະຕຽມ ໂຮງຫມໍສນາມເຊັ່ນກັນ, ດັ່ງເຈົ້າຫນ້າທີ່ ຄະນະສະເພາະກິດ ຕ້ານໂຄວິດ-19 ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ພຶສພາ ນີ້ວ່າ:
"ຄົນເຮົາຕຽມໄວ້ແລ້ວ ມີແຜນຮອງຮັບໄວ້ແລ້ວໂຮງຫມໍສນາມ ມີສາມບ່ອນຢູ່ຫ້ວຍຫົງຫຼັກ 27 ແລ້ວກໍຢູຸ່ດອນກອຍ ລ້ານຊ້າງນັ້ນແຫຼະ ດອນກອຍນ່າ ລ້ານຊ້າງນີ້ແມ່ນ 300 ຕຽງ ຫລັກ 27 ກໍ 300 ຕຽງ ຫ້ວຍຫົງ 138 ຕຽງ ທຸກໆແຂວງກໍໄດ້ຕຽມໂຮງຫມໍສນາມໄວ້.”
ໃນຂນະດຽວກັນທີ່ແຂວງຈຳປາສັກ ກໍມີການກະຕຽມໂຮງຫມໍສນາມໄວ້ເຊັ່ນກັນ ໂດຍກຳນົດເອົາວິທຍາລັຍການເງິິນພາກໃຕ້ ສ້າງ ເປັນໂຮງຫມໍສນາມ ຈຳນວນ 400 ຕຽງ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ໃນແຂວງ ແຕ່ສຳລັບອຸປກອນການແພດ ແລະ ບຸຄລາກອນ ນັ້ນຖືວ່າຍັງຂາດເຂີນຢູ່, ດັ່ງ ເຈົ້າຫນ້າທີ່ ສະເພາະກິດ ຢູ່ແຂວງຈຳປາສັກທ່ານນື່ງ ກ່າວຕໍ່ເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ຕຽມຫມົດແລ້ວ ວິທຍາລັຍການເງິນ 400 ພຸ້ນແຫຫຼ້ວ ອຸປກອນການແພດ ແລ້ວກໍຢາຂ້າເຊື້ອອີ່ຫຍັງຫັ້ນແຫຼະ ເຄື່ອງຫາຍໃຈຊິໃຫ້ພໍ ມັນກໍບໍ່ພໍດອກ ຫມໍສນາມຄັນເຮົາຊິປ່ຽນເວນ ກັນອອກ-ເຂົ້່າ ມັນກໍຂາດຫັ້ນແລ້ວ.”
ທາງດ້ານເຈົ້າຫນ້າທີ່ ສະເພາະກິດຕ້ານໂຄວິດ-19 ແຂວງບໍ່ແກ້ວເວົ້າວ່າ ທາງແຂວງ ໄດ້ມີຄວາມພ້ອມໄວ້ແລ້ວ ໂດຍເອົາສະໂມສອນ ເມືອງຫ້ວຍຊາຍເປັນໂຮງຫມໍສນາມ ຄາດວ່່າສາມາດຮອງຮັບຜູ້ຕິດເຊື້ອໄດ້ປະມານ 60 ຫາ 70 ຕຽງ ສ່ວນເຣື່ອງອຸປກອນການແພດ ແລະ ບຸຄລາກອນແພດ ນັ້ນກໍຍັງບໍ່ພຽງພໍ ເທົ່າທີ່ຄວນ ແຕ່ກໍໄດ້ແຈ້ງໄປຍັງສູນກາງແລ້ວ.
“ຢູ່ສະໂມສອນຂອງແຂວງ ຫໍປະຊຸມໃຫຍ່ໆຫັ້ນນ່າ ສະໂມສອນນີ້ມັນມີຢູ່ໂຕເມືອງຫ້ວຍຊາຍ ໄດ້ປະມານ 60 ຫາ 70 ຕຽງນີ້ແຫຼະ ອຸປກອນການແພດກັບແພດ ກໍເຫັນວ່າຍັງຂາດເຂີນ ຢູ່ຕໍ່ນີ້ແມ່ນມອບໃຫ້ ສາທາຂະເຈົາສັງຮວມ ກໍຈະລາຍງານທາງກະຊວງ.”
ເຖິງຢ່າງໃດກໍຕາມ ເຖີງແມ່ນວ່າທາງການລາວ ຈະມີມາຕການຮັບມືກັບໂຄວິດ-19 ຢ່າງຮັດກຸ້ມແລ້ວກໍຕາມ ແຕ່ປະຊາຊົນສ່ວນໃຫຍ່ ຢາກໃຫ້ຣັຖບານ ມີນະໂຍບາຍຊ່ອຍເຫລືອ ປະຊາຊົນຜູ້ທີ່ທຸກຍາກ ແລະລຳບາກໃນເວລານີ້ ເປັນຕົ້ນການຫລຸດຄ່ານ້ຳຄ່າໄຟ ຫລື ແຈກຍາຍອາຫານການກິນຕ່າງໆ ແລະຊ່ອຍຜ່ອນຊຳຣະຫນີ້ສິນ ທີ່ປະຊາຊົນເດືອດຮ້ອນ ແຕ່ຣັຖບານຍັງບໍ່ມີ ນະໂຍາບາຍດັ່ງກ່າວ.
"ກໍຢາກໃຫ້ມາແຈກຫັ້ນແຫຼະ ເຂົ້າສານອາຫານແຫ້ງ ຊ່ອຍຄ່ານ້ຳຄ່າໄຟ ກໍຍັງດີສ່ວນຫຼາຍຜູ້ໃດກໍບໍ່ໄດ້ ໄປເຮັດວຽກຈັ່ງຊີ້ນ່າ ບໍ່ມີເງິນ ກິນບໍ່ມີເງິນເດືອນ ບາງຄົນກະຫາເຊົ້າກິນຄໍ່າ ມັນກໍມີຫຼາຍ."
ຊາວບ້ານແຂວງຈຳປາສັກ ທ່ານນຶ່ງເວົ້າວ່າ ປັດຈຸບັນກໍຍັງບໍ່ເຫັນພາກຣັດ ຍື່ນມືເຂົ້າມາຊ່ອຍເຫລືອ ຕົນເອງກໍຢາກໃຫ້ ຣັຖບານມີ ນະໂຍບາຍການຊໍາຮະຫນີ້, ໃນໄລຍະເວລາ ການຣະບາດຂອງໂຄວິດ-19 ນີ້ ທັງຄ່ານ້ຳຄ່າໄຟ ແລະ ຄ່າຢູ່ຄ່າກິນເພາະຕອນນີ້ ຫລາຍຄົນກໍບໍ່ມີຣາຍໄດ້ ແລະ ວຽກເຮັດງານທຳ.
"ຢາກໃຫ້ເພິ່ນຜ່ອນຜັນແບບວ່າ ຕິດຫນີ້ຣົດຢາກໃຫ້ເພິ່ນ ຜ່ອນຜັນໄປກ່ອນໄດ້ບໍ ຢາກຂໍນະໂຍບາຍຊ່ຳສອງເດືອນ ຫລືວ່າໃນຊ່ວງ ໂຄວິດ-19 ໄດ້ຂາຍຫຍັງແລ້ວຈຶ່ງຈະຄ່ອຍຖອກ ໃຫ້ເພິ່ນຈັ່ງຊີ່ນ່າ ແຕ່ວ່າຄ່າໄຟ ກໍຍັງສອງສາມລ້ານ ຊ່ວງນີ້ເຮົາບໍ່ໄດ້ເຮັດໄດ້ຫາ ອີ່ຫຍັງຢູ່ຊື່ໆ ຈັກເຮົາຈະເອົາເງິນມາແຕ່ໃສ.”
ຊາວບ້ານແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ການໃຊ້ຊິວິດໃນເວລານີ້ ມີຄວາມຍຸ້ງຍາກຫຼາຍ ແລະ ຣາຍຮັບກໍຫຼຸດລົງຢາກໃຫ້ ພາກຣັດຊ່ອຍເຫລືອທັງຄ່າໄຟຟ້າ ແລະຄ່ານ້ຳ ຮ່ວມທັງ ອຸປກອນການແພດ ເພື່ອປ້ອງກັນໂຄວິດ-19 ດັ່ງ ຜ້າອັດປາກອັດດັງ ແຈວລ້າງມື ແລະ ອາຫານການກິນ.
"ມັນກະມີໄຟຟ້າ ປັດຈັຍຫນັກເນາະ ນື່ງນີ້ ທາງຄ່າໄຟຟ້າກໍແພງ ຄ່ານ້ຳກໍແພງ ຊ່ອຍໂຕນີ້ໄດ້ກໍດີ ແຕ່ບັດນີ້ກັບຄ່າຄອງຊີບ ດຽວນີ້ ມັນກໍບໍ່ຄ່ອຍໄດ້ ເຮັດນາຄ້າຂາຍເນາະ ເຄື່ອງປ້ອງກັນນີ້ບາງຄອບຄົວກໍມີ ບາງຄອບຄົວກໍບໍ່ມີແຕ່ວ່າກໍຕ້ອງ ໄດ້ຊື້ປ້ອງກັນໂຕເອງ ຢູ່ແລ້ວ.”
ກ່ຽວກັບການຮັບມື ໃນການປ້ອງກັນ ແລະ ຕ້ານການແຜ່ຣະບາດຂອງໂຄວິດ-19 ຫຼາຍປະເທດກໍໃຫ້ການຊ່ອຍເຫຼືອຣັຖບານລາວ ມາຕລອດເປັນຕົ້ນ ແມ່ນການຊ່ອຍເຫຼືອດ້ານ ອຸູປກອນການແພດ, ເຄື່ອງມືແພດ, ເຄື່ງອຸປກອນປ້ອງກັນໂຄວິດ-19 ແລະ ວັກຊິນ ປ້ອງກັນໂຄວິດ-19.