ຂ.ບໍຣິຄຳໄຊ ເຜົາອາຫານທະເລ ປົນສານພິດ

ພູວົງສ໌
2021.01.14
ຂ.ບໍຣິຄຳໄຊ ເຜົາອາຫານທະເລ ປົນສານພິດ ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ແຂວງບໍຣິຄຳໄຊ ຂົນເອົາອາຫານທະເລສົດ ແລະ ແຊ່ແຂງ ທີ່ເຈືອປົນສານພິດ ໄປທໍາລາຍຖິ້ມ ແລະ ຫ້າມນຳເອົາອາຫານທະເລ ຈາກ ໄທຍ ແລະ ວຽດນາມ ເຂົ້າມາໃນລາວ,
ພາບປະກອບ: ນັກຂ່າວພົລເມືອງ

ວັນທີ 11 ມົກກະຣາ 2021 ນີ້, ເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ແຂວງບໍຣິຄຳໄຊ ຈູດທຳລາຍ ອາຫານທະເລສົດ ແລະ ແຊ່ແຂງ ເຈືອປົນສານພິດ ແລະ ຫ້າມນຳອາຫານທະເລ ຈາກໄທຍ ແລະ ວຽດນາມ ເຂົ້າມາໃນລາວ, ອີງຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ແຂວງບໍຣິຄຳໄຊ ຕໍ່ RFA ໃນວັນທີ 13 ມົກກະຣາ ນີ້ວ່າ:

“ຈັກໜ່ອຍນີ້ ມັນເປັນການລັກລອບ ບໍ່ມີສັຕວະແພດບໍ ໜ່ວຍການກ່ຽວຂ້ອງ, ຫັ້ນນ່າ ສາມາດຢັ້ງຢືນວ່າ ເຈົ້າບໍຣິໂພຄໄດ້ເນາະ. ເພາະວ່າ ເຂົາກະວ່າລັກລອບມາ ທາງວຽດທາງໄທຍນີ້ແຫຼະ ຮ່ວມກັນນີ້. ບໍ່ມີເອກະສານອີກ ອັນອື່ນກະດາຍ ຫຼືວ່າລັກລອບເຂົ້ານີ້ນ່າ ລັກລອບນຳເຂົ້າມາຂາຍໃຫ້ ພໍ່ແມ່ປະຊາຊົນເຮົາເນາະ.”

ທ່ານກ່າວຕື່ມວ່າ ການຈູດທຳລາຍ ອາຫານທະເລສົດ ແລະ ແຊ່ແຂງດັ່ງກ່າວນັ້ນ ແມ່ນປະຕິບັດ ຕາມແຈ້ງການ ຂອງ ກະຊວງອຸດສາຫະກັມ ແລະ ການຄ້າ ລົງວັນທີ 24 ທັນວາ 2020 ກ່ຽວກັບເຣື່ອງການໂຈະ ການນຳເຂົ້າ ຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງ ທີ່ມາຈາກປະເທດ ທີ່ມີການຣະບາດ ຂອງເຊື້ອໂຄວິດ-19 ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ປັບໄໝ 70% ຂອງມູລຄ່າສິນຄ້າ ແລະ ເຮັດບົດບັນທຶກກັບແມ່ຄ້າ ທີ່ລະເມີດຣະບຽບອີກນຳ.

ສຳລັບນັກທຸຣະກິຈ ທີ່ຂາຍສົ່ງ ແລະ ຂາຍຍ່ອຍ ອາຫານທະເລສົດ ແລະ ແຊ່ແຂງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ, ທາງຮ້ານບໍ່ໄດ້ນຳເຂົ້າອາຫານທະເລສົດ ແລະແຊ່ແຂງຈາກໄທຍ ຍ້ອນຂັ້ນເທິງແຈ້ງການໃຫ້ໂຈະ ການນຳເຂົ້າຊົ່ວຄາວ ແລະ ທາງຮ້ານ ບໍ່ໄດ້ນຳເຂົ້າເຄື່ອງທະເລນັ້ນ ມາຈາກວຽດນາມ ຍ້ອນບໍ່ຮູ້ຈັກແຫຼ່ງພົວພັນ ເຮັດໃຫ້ຂາດຣາຍໄດ້ ໄປເກືອບ 100% ແລະ ທຸກມື້ນີ້ ກໍຂາຍແຕ່ອາຫານແຊ່ແຂງໂຕເກົ່າ.

`ເພິ່ນວ່າໂຈະການຂາຍ ພວກເຮົາກະແມ່ນພາກັນໂຈະເນາະ. ເຫັນຫຼາຍຮ້ານທີ່ວ່າ ເປັນໂຕແທນໃຫຍ່ໆ ແມ່ນເຂົາໂຈະ ຕາມແຈ້ງການ. ແຕ່ວ່າຣາຍຍ່ອຍນີ້ ເຮົາເຫັນວ່າ ເຂົາກະນຳເຂົ້າມາຢູ່ ອາຈມາທາງວຽດ ຫຼືວ່າມາທາງອື່ນ ພວກເຮົາກະບໍ່ຮູ້. ແຕ່ເນື່ອງຈາກວ່າ ເຮົາບໍ່ຮູ້ຄຸນນະພາບ ຂອງສິນຄ້າ ພວກເຮົາກະເລີຍ ບໍ່ຢາກເອົາເຂົ້າ ເນື່ອງຈາກວ່າ ເຮົາກະເປັນຫ່ວງ ຕໍ່ຣະບຽບການ. ສອງມາ, ຖ້າຫາກວ່າມັນມີສິ່ງປົນເປື້ອນ ທີ່ວ່ານອກຈາກທີ່ວ່າ ເຂົາຫ້າມໂຄວິດນີ້ນ່າ ມັນກະຊິເຮັດໃຫ້ເຮົາ ເສັຽພາບພົດ ຂອງການບໍຣິການ ຂອງພວກເຮົາຫັ້ນ.”

ນັກທຸຣະກິຈ ຂາຍເຄື່ອງທະເລສົດ ແລະ ແຊ່ແຂງ 3 ສາຂາ ຢູ່ບ້ານທາດຫຼວງໃຕ້ ນະຄອນຫຼວງວຽງຈັນ ກ່າວວ່າ ຕັ້ງແຕ່ມີແຈ້ງການ ອອກມາ ໃຫ້ໂຈະການນຳເຂົ້າ ອາຫານທະເລ ຈາກໄທຍ ກໍບໍ່ໄດ້ມີການນຳເຂົ້າມາແຕ່ຕອນນັ້ນເລີຍ ແລະ ບໍ່ໄດ້ເອົາ ເຄື່ອງທະເລ ຈາກວຽດນາມ ມາຂາຍຢູ່ລາວ ຍ້ອນຢ້ານວ່າ ມີສານເຄມີ ເກີນມາຕຖານ.

“ຊຸມເຮົາແມ່ນຕັດເລີຍ, ບໍ່ໄດ້ນຳເຂົ້າຈາກຂອງວຽດເລີຍ. ມາຕຖານມັນບໍ່ໄດ້ ຈາກວຽດຫັ້ນ ມັນບໍ່ຄືຂອງໄທຍ ເພາະວ່າ ຂອງວຽດມາ ມັນຊິເຈິ ສານຟອມມາລິນຫຼາຍກ່ອນ. ມີແຕ່ວ່າ ຄັນເອົາເຂົ້າມາບໍ່ໄດ້, ຊຸມເຮົາກະໂຈະເລີຍ ບໍ່ໄດ້ຂາຍເລີຍ. ນອກຈາກວ່າຂັ້ນເທິງ ເພິ່ນແນະນຳວ່າ ເອົາເຂົ້າໄດ້ພຸ້ນແຫຼະ ຈັ່ງຄ່ອຍຊິມີເຄື່ອງ. ຕອນນີ້ ກະມີແຕ່ຂາຍ ເຄື່ອງເກົ່າໄປກ່ອນຫັ້ນແຫຼະ ມີແຕ່ລໍ, ລໍຄຳຕອບ ຈາກຂັ້ນເທິງຫັ້ນແຫຼະ.”

ພໍ່ຄ້າອາຫານທະເລໄທຍ ຢູ່ແຂວງຄຳມ່ວນ ກໍກ່າວວ່າ ປັດຈຸບັນ, ໄດ້ເຊົາຂາຍສິນຄ້າທະເລ ຈາກໄທຍແລ້ວ ເນື່ອງຈາກຂັ້ນເທິງ ສັ່ງຫ້າມນຳເຂົ້າ ເຄື່ອງທະເລ ຈາກໄທຍ ແລະ ບໍ່ໄດ້ເອົາ ເຄື່ອງທະເລ ຈາກວຽດນາມມາຂາຍ ຍ້ອນຊາວແຂວງຄຳມ່ວນ ບໍ່ນິຍົມເຄື່ອງທະເລ ຈາກວຽດນາມ.

“ບໍ່ໄດ້ເອົາເຂົ້າມາເລີຍໄດ໋, ບໍ່ໄດ້ເອົາເຂົ້າມາຫຼາຍເດືອນແລ້ວ ກ່ອນໂຄວິດພຸ້ນ ເພາະວ່າ ສ່ວນຫຼາຍເຮົາເອົາຂອງໄທຍ ລະເງິນມັນຂຶ້ນ ລະເຮົາກະບໍ່ໄດ້ເອົາມາເລີຍ ມັນແພງໂພດ. ໃນໝອກໃນເມືອງ, ຄັນຂອງວຽດ ເຂົາຮູ້ວ່າຂອງວຽດ ເຂົາກະບໍ່ຢາກກິນ.”

ຜູ້ບໍຣິໂພຄ ທີ່ມັກກິນອາຫານທະເລ ເວົ້າວ່າ ບໍ່ມັກບໍຣິໂພຄ ອາຫານທະເລ ຈາກວຽດນາມ ຍ້ອນເບິ່ງຕາມຂ່າວ ໃນສື່ສັງຄົມອອນລາຍ ມັກເຫັນວ່າ ອາຫານທະເລ ຈາກວຽດນາມ ມີສານພິດ ເປັນອັນຕະລາຍ ຕໍ່ສຸຂພາບ ໄລຍະຍາວ.

“ໃນອັນເຟສບຸກ ອີ່ຫຍັງຕ່າງໆ ທີ່ເຂົາມີການຄອມເມັ້ນ ອີ່ຫຍັງຕ່າງໆຫັ້ນແຫຼະ, ເວົ້າເຣື່ອງວ່າ ຄວາມບໍ່ປອດພັຍ. ເວົ້າເຣື່ອງ ບາງເທື່ອເຮົາກະເຫັນເຂົາວ່າ ໃສ່ຢອກໃສ່ຢາເຄມີ ເກີນຂນາດ ທີ່ຄົນເຮົາບໍຣິໂພຄ, ຫັ້ນນ່າ. ບາດນີ້ເຮົາກະບໍ່ມີ ຄວາມສາມາດ ໃນການກວດ.”

ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ແຂວງບໍຣິຄຳໄຊ ຜູ້ທີ່ໄດ້ກ່າວ ມາກ່ອນໜ້ານີ້ ແລ້ວແມ່ນວ່າ ມາຕການ ໂຈະການນຳເຂົ້າ ອາຫານທະເລສົດ ແລະ ແຊ່ແຂງ ເທື່ອນີ້ເປັນມາຕການຊົ່ວຄາວ ແລະ ຈະຖືກຍົກເລີກກໍຕໍ່ເມື່ອ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງທາງການລາວ ແລະ ປະເທດຜູ້ສົ່ງອອກ ຢັ້ງຢືນ ແລະ ຮັບປະກັນວ່າ ອາຫານທະເລສົດ ແລະ ແຊ່ແຂງນັ້ນ ມີຄວາມປອດພັຍ ຕໍ່ຜູ້ບໍຣິໂພຄ ຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.