ໄຂ້ຫວັດນົກ ລະ​ບາດ ແຂວງ​ພາກ​ໃຕ້

ໄມຊູລີ
2017.08.17
f-chiken ຝູງໄກ່ລາດ ທີ່​ພວມ​ຖືກ​ສົ່ງ​ໄປ​ຂາຍ
RFA

ແຂວງຈໍາປາສັກ ແລະ ແຂວງ ໄຊສົມບູນ ພົບສັດປີກຕິດເຊື້ອ ໄຂ້ຫວັດນົກ ສາຍພັນ H5N1  ຫລັງຈາກ ມີການກວດພົບສັດລ້ຽງ ປະເພດ ໄກ່ ແລະເປັດ ຢູ່ຟາມລ້ຽງສັດ ຂອງປະຊາຊົນ ຕາຍຢ່າງບໍ່ຮູ້ສາເຫດ ໃນຕົ້ນເດືອນ ກໍຣະກະດາ ທີ່ຜ່ານມານີ້.

ຣາຍງານວ່າ ຈໍາພວກສັດປີກ ທີ່ພົບຕາຍ ຢູ່ແຂວງ ຈໍາປາສັກ ນັ້ນ ເປັນສັດ ທີ່ລ້ຽງໃນຟາມ ຂອງບໍຣິສັດ ເບທາໂກ ຂອງນັກລົງທຶນໄທ ຢູ່ເມືອງ ຊະນະສົມບູນ ໂດຍມີການນໍາໄກ່ ເຂົ້າມາຈາກປະເທດໄທ ແລະພົບວ່າ ມີໄກ່ຕາຍ ທາງເຈົ້າໜ້າທີ່ແຂວງ ຈື່ງໄດ້ລົງໄປກວດກາ ແລະພົບວ່າ ສັດຕິດເຊື້ອ ໄຂ້ຫວັດນົກ ສາຍພັນ H5N1, ດັ່ງເຈົ້າໜ້າທີ່ ກະສິກັມ ແຂວງຈໍາປາສັກ ທ່ານນື່ງ ກ່າວວ່າ:

"ເຂົານໍາໄກ່ເຂົ້າມາ ຈາກປະເທດໄທ ເພີ່ນເອົາ ເຂົ້າມາ 7 ພັນ ຫຼືວ່າ 5 ພັນນີ້ລະ ຫາກໄກ່ມັນບໍ່ຂາຍແລ້ວມັນຈີ່ງຕາຍ ເບື້ອງຕົ້ນມັນຕາຍ ມັນຕາຍແລ້ວເພີ່ນກໍມາກວດ ພົບເຫັນນະ ກໍເລີຍ ໄດ້ທໍາລາຍ ຕັ້ງແຕ່ເຮົາຮູ້ ວ່າມັນເປັນ ເນາະ ເຮົາກໍໄດ້ລົງປະຕິບັດເລີຍ.”

ທ່ານວ່າ ປັດຈຸບັນ ທາງແຂວງຈໍາປາສັກ ກໍາລັງເລັ່ງ ດ້ານອານາມັຍ ໃນພື້ນທີ່ ທີ່ພົບສັດປີກຕາຍ ແລະທໍາລາຍ ສັດປີກ ທີ່ຢູໃນຣັສໝີ 5 ກິໂລແມັດທັ້ງໝົດ ແລະມີຄໍາສັ່ງ ໃຫ້ປິດໂຮງງານລ້ຽງໄກ່ ຂອງບໍຣິສັດ ເບທາໂກ ຊົ່ວຄາວ ເພື່ອ ອານາມັຍ ແລະ ສິດຢາພົ່ນຂ້າເຊື້ອ ຊື່ງ ສາເຫດ ຂອງ ການຕິດເຊື້ອ ໄວຣັສ H5N1 ນັ້ນ ທາງເຈົ້າໜ້າທີ່ ກະສິກັມ ຄາດວ່າ ອາດເກິດຈາກ ການທີ່ມີຄົນເຂົ້າອອກ ໂຮງລ້ຽງສັດ ໂດຍບໍ່ໄດ້ຜ່ານ ການຂ້າເຊື້ອ ຫຼືບໍ່ໃສ່ຊຸດປ້ອງກັນ ແລ້ວນໍາໄປຕິດ ສັດໄດ້.

ອີກດ້ານໜື່ງ ທາງແຂວງ ໄຊສົມບູນ ກໍໄດ້ພົບ ສັດປີກ ຂອງປະຊາຊົນ ຕາຍ ຢ່າງບໍ່ຮູ້ສາເຫດ ເຊັ່ນດຽວກັນ ໃນຕົ້ນເດືອນ ກໍຣະກະດາ ຜ່ານມານີ້ ປັດຈຸບັນ ທາງຫ້ອງການກະສິກັມ ແຂວງ ກໍໄດ້ລົງໄປທໍາລາຍ ສັດປີກ ທັງໝົດ ໃນບໍຣິເວນ ບ້ານ ປາສົນ ຊື່ງເປັນ ບ້ານ ທີ່ພົບເຫັນ ການຕາຍ ຂອງສັດ ໄກ່ ແລະເປັດ ຂອງປະຊາຊົນ, ດັ່ງເຈົ້າໜ້າທີ່ ກະສິກັມ ແຂວງໄຊສົມບູນ ທ່ານນື່ງເວົ້າວ່າ:

"ມັນມີສັດຕາຍ ຢູ່ບ້ານປາສົນ ມັນຕາຍໜ້ອຍໜື່ງ ແລະກໍເລີຍສົງສັຍ ແລ້ວເອົາຊິ້ນສ່ວນ ໄປວິຈັຍ ແລະກໍຖືວ່າ ມັນງຽບແລ້ວດຽວນີ້ ໄທເຮົາກໍໄດ້ປ້ອງກັນ ແລະທໍາລາຍ ຖີ້ມໝົດ”

ປັດຈຸບັນ ທາງແຂວງ ໄຊສົມບູນ ໄດ້ທໍາລາຍໄກ່ ແລະ ເປັດ ຂອງປະຊາຊົນ ກ່ວາ 2,600 ໂຕ ໃນຣັສມີ  1 ກິໂລແມັດ ຂອງບ້ານ ປາສົນ ເພື່ອປ້ອງກັນ ການແຜ່ລະບາດ ຂອງເຊື້ອໄວຣັສ ດັ່ງກ່າວ ແລະວ່າ ປັດຈຸບັນ ຍັງບໍ່ ມີການກວດພົບ ການຕິດເຊື້ອເພີ້ມຕື່ມ ໃນເຂດນີ້.

ຢ່າງໃດກໍຕາມ ຣາຍງານ ຈາກແຫຼ່ງຂ່າວຕ່າງປະເທດ ເວົ້າວ່າ ປັດຈຸບັນ ທາງການລາວ ໄດ້ທໍາລາຍ ສັດປີກ ທັງເປັດ ແລະ ໄກ່ ໄປແລ້ວ ຫຼາຍກວ່າ 20,000 ໂຕ ນັບແຕ່ເດືອນ ກໍຣະກະດາ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.