ຄົນປ່ວຍໂຄວິດ-19 ຢູ່ລາວ ໃນໂຮງໝໍ ບໍ່ມີແລ້ວ

ຈໍາປາທອງ
2020.06.10
f-covid-hospital ໂຮງໝໍ 150 ຕຽງ ທີ່ເປັນໂຮງໝໍໃຫຍ່ ທີ່ ນະຄອນຫຼວງວຽງຈັນ, ເຊິ່ງທາງການລາວ ໄດ້ກຳນົດເອົາເປັນໂຮງໝໍ ປິ່ນປົວ ພຍາດໂຄວິດ-19. ຖ່າຍເມື່ອ: ວັນທີ 25 ເດືອນ ມີນາ 2020
RFA/TS

ໃນຕອນເຊົ້າຂອງວັນທີ 09 ມິຖຸນາ 2020 ນີ້, ທີ່ໂຮງໝໍມິຕພາບ ລາວ-ໂຊຫວຽດ ຫຼື ໂຮງໝໍ 150 ຕຽງ, ຜູ້ປ່ວຍຕິດເຊື້ອໄວຣັສໂຄວິດ-19 ໃນປະເທດລາວ ຄົນສຸດທ້າຍ ໄດ້ອອກໂຮງໝໍແລ້ວ ເຮັດໃຫ້ປະເທດ ລາວ ບໍ່ມີຜູ້ຕິດເຊື້ອ ຫຼືມີຜູ້ຕິດເຊື້ອເປັນສູນ, ອີງຕາມການຣາຍງານ ຈາກສູນຂ່າວສານ ດ້ານການແພດສຸຂສຶກສາ.

ກ່ຽວກັບເຣື່ອງດັ່ງກ່າວ, ຊາວບ້ານທ່ານນຶ່ງ ໃນເຂດນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 09 ມິຖຸນາ ນີ້ວ່າ ຍານາງ ຮູ້ສຶກດີໃຈຫຼາຍ ທີ່ໃນທີ່ສຸດ ປະເທດລາວ ກໍປອດເຊື້ອໄວຣັສໂຄວິດ-19 ແລະ ຫວັງວ່າທຸກຢ່າງຈະກັບມາ ສູ່ປົກກະຕິໃນມໍ່ໆນີ້ ເປັນຕົ້ນ ແມ່ນພາກການທ່ອງທ່ຽວ.

“ກະຮູ້ສຶກດີໃຈເນາະ ທີ່ວ່າ ທາງບ້ານເຮົາ ປອດຈາກເຊື້ອໂຄວິດ ຈັ່ງຊີ້ ກະຊິເຮັດໃຫ້ຄົນ ຮູ້ສຶກສະບາຍອົກສະບາຍໃຈ ໃນການອອກນອກ ອອກນາ ອີ່ຫຍັງຕ່າງໆ. ຖ້າວ່າຄົນຜູ້ສຸດທ້າຍອອກເນາະ ບໍ່ມີກໍຣະນີ ຕໍ່ໄປຈັ່ງຊີ້ ກະຄາດຫວັງວ່າ ຊາຍແດນໜ້າຈະເປີດ ໃຫ້ໄວກວ່ານີ້ ຫັ້ນນ່າ. ເພາະວ່າຫຼວງພຣະບາງ ມັນເປັນເມືອງທ່ອງທ່ຽວ, ເຊິ່ງປະມານ 70-80% ຂອງທຸຣະກິຈ ຈະຂຶ້ນກັບເຣື່ອງ ອາສັຍນັກທ່ອງທ່ຽວ ເນາະ.”

ໃນຂນະດຽວກັນ, ຊາວບ້ານອີກທ່ານນຶ່ງ ໃນເຂດເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຍານາງ ກໍຮູ້ສຶກດີ ທີ່ປະເທດລາວ ປອດຈາກເຊື້ອໄວຣັສ ໂຄວິດ-19 ແລ້ວ ແລະ ຫວັງວ່າ ການໃຊ້ຊີວິຕທຸກຢ່າງ ຈະກັບມາຄຶກຄັກ ອີກຄັ້ງ.

“ເອີ່, ກະດີໃຈຫັ້ນແຫຼະ ແຮ່ງຢາກໃຫ້ບ້ານເມືອງເພິ່ນ ໄດ້ເປີດເປັນປົກກະຕິ ຫັ້ນແຫຼະເນາະ ມັນຈັ່ງມີຄວາມເສຣີ ການໄປມາກະ ສະດວກ ສະບາຍ ໃຫ້ແກ່ປະຊາຊົນ ຊາວບ້ານເຮົາຄືກັນຫັ້ນແລ້ວ. ເຮົາກະບໍ່ຮຸນແຮງ ທໍ່ ປະເທດອື່ນ ວ່າຊີ້ສາ ປະເທດລາວເຮົານີ້ນ່າ. ບໍ່ມີໃຜຕິດເຊື້ອ ລະກະດີໃຈແຫຼະ ກະແຮ່ງຢາກໃຫ້ບ້ານເມືອງເຮົາ ປອດເຊື້ອເນາະ.”

ໃນວາຣະນຳສົ່ງ ຜູ້ປ່ວຍຄົນສຸດທ້າຍ ກັບເມືອເຮືອນນີ້, ທ່ານ ດຣ. ບຸນກອງ ສີຫາວົງສ໌, ຣັຖມົນຕຣີ ກະຊວງສາທາຣະນະສຸຂ ກໍໄດ້ໃຫ້ ສັມພາດ ຕໍ່ກຸ່ມຜູ້ສື່ຂ່າວທ້ອງຖິ່ນ ທີ່ເຜີຍແຜ່ຜ່ານ ໜັງສືພິມລາວພັທນາ ໃນມື້ດຽວກັນນີ້ວ່າ ຣັຖບານລາວ ຍັງຈະສືບຕໍ່ມາຕການ ໃນການ ເຝົ້າຣະວັງ ເຊື້ອໄວຣັສໂຄວິດ-19 ຢ່າງເຂັ້ມງວດ, ໂດຍສະເພາະແມ່ນ ກຸ່ມຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ປະເທດລາວ ຈາກບັນດາ ປະເທດ ທີ່ມີການຣະບາດຮຸນແຮງ.

“ເຝົ້າຣະວັງຜູ້ທີ່ເຂົ້າມາຈາກຕ່າງປະເທດ ອັນທີນຶ່ງກ່ອນໝູ່ ອັນນີ້ຕ້ອງເຂັ້ມງວດອີ່ຫຼີ. ໂດຍສະເພາະແມ່ນມາຈາກ ປະເທດ ທີ່ມີຣະບາດຫຼາຍ ເຊັ່ນວ່າ ຈາກ ສະຫະຣັຖ ອະເມຣິກາ, ຈາກ ຢູໂຣປ, ຈາກອາເມຣິກາ ລາຕິນ ແລະ ກໍປະເທດທີ່ຍັງມີຣະບາດ ຢູ່ໃນອ່າຊ້ຽນ ເຮົາກະຕ້ອງ ຣະວັງຢູ່. ອັນນີ້ແມ່ນອັນທີ 1 ທີ່ພວກເຮົາຕ້ອງໄດ້ເຮັດ.”

ນັບແຕ່ເດືອນມົກກະຣາ ມາຮອດວັນທີ 02 ມິຖຸນາ 2020, ພາກສ່ວນທີ່ກ່ຽວຂ້ອງ ໄດ້ເກັບໂຕຢ່າງ ມາກວດທັງໝົດ ມີ 8,926 ໂຕຢ່າງ ແລະ ກວດພົບເຊື້ອ ທັງໝົດ 19 ຄົນ. ປັດຈຸບັນ, ກໍຍັງມີການເຝົ້າຣະວັງ ຜູ້ຕິດເຊື້ອຢູ່ ຕາມສູນຈໍາກັດ ບໍຣິເວນ ທັງໝົດ 80 ສູນ ໃນທົ່ວ ປະເທດ ທີ່ຍັງມີຜູ້ຖືກຈຳກັດ ບໍຣິເວນຢູ່ສູນ 3,262 ຄົນ, ເຊິ່ງໄດ້ເກັບໂຕຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ຈົນມາຮອດມື້ນີ້, ກໍເປັນເວລາ 58 ມື້ ຫຼືເກືອບ 2 ເດືອນແລ້ວ ທີ່ບໍ່ມີການຣາຍງານ ຜູ້ຕິດເຊື້ອໄວຣັສໂຄວິດ-19 ເພີ່ມຕື່ມ ໃນປະເທດລາວ ເຮັດໃຫ້ໂຕເລຂ ຜູ້ຕິດເຊື້ອສະສົມ ໃນທົ່ວປະເທດ ຍັງຄືເກົ່າພຽງ 19 ຄົນ ແລະ ທັງໝົດຈຳນວນ 19 ຄົນ ເປັນຄົນລາວ 18 ຄົນ ແລະ ຄົນຕ່າງປະເທດ 1 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.