ປີ 2019 ອະຫິວາໝູ ແອຟຣິກາ ຂ້າໝູ 20,000 ປາຍໂຕ
2019.12.27
ໃນປີ 2019 ມີໝູຕາຍ ຍ້ອນພະຍາດ ອະຫິວາໝູ ແອຟຣິກາ 20,000 ໂຕ ໃນທົ່ວປະເທດ ຍ້ອນວ່າ ມີການນຳເອົາໝູ ແລະ ຊີ້ນໝູ ທີ່ຕິດເຊື້ອ ມາຈາກປະເທດຈີນ ແລະ ວຽດນາມ ມາບໍລິໂພຄ ໃນລາວ.
ປະຊາຊົນ ຈຳນວນນຶ່ງ ນຳເອົາ ຊິ້ນສ່ວນໝູ ນຳເຂົ້າມາ ຈາກດ່ານທ້ອງຖິ່ນ ແລ້ວ ເຈົ້າໜ້າທີ່ ບໍ່ສາມາດ ກວດກາໄດ້, ດັ່ງເຈົ້າໜ້າທີ່ ກົມລ້ຽງສັດ ແລະ ການປະມົງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
“ສະຫຼຸບລວມແລ້ວ ລະແມ່ນ ປະມານ 20 ພັນກວ່າໂຕ ນີ້ແຫຼະ ທຳລາຍ ສີ່ພັນກ່ວາໂຕ ເນາະ 16,000 ປາຍ ແມ່ນຕາຍ ເນາະ. ໄດ້ຮັບເຊື້ອ ຈາກປະເທດຈີນ, ປະເທດວຽດນາມ ເພາະວ່າ ປະເທດວຽດນາມ ກັບປະເທດຈີນ ເກີດກ່ອນເດ່, ສັນນິຖານເນາະ. ຂະເຈົ້ານຳເອົາ ຊິ້ນສ່ວນ ມາຕາມ ດ່ານທ້ອງຖິ່ນ ທີ່ເຮົາ ບໍ່ໄດ້ກວດກາ ຫັ້ນ.”
ປັດຈຸບັນ, ຫຼາຍແຂວງ ຍັງເຝົ້າຣະວັງ ແລະ ເຂັ້ມງວດ ກວດກາ ເປັນປະຈຳ ແລະ ຍັງຫ້າມຫຼາຍແຂວງ ບໍ່ໃຫ້ມີ ການເຄື່ອນຍ້າຍໝູ, ແຕ່ຖ້າຈະມີ ການເຄື່ອນຍ້າຍ ຕ້ອງມີ ການກວດກາ ຂອງເຈົ້າໜ້າທີ່, ດັ່ງ ເຈົ້າໜ້າທີ່ ກ່າວຕື່ມອີກວ່າ:
“ພາຍໃນ ປະເທດນີ້ ພວກເຮົາ ກະອະນຸຍາດ ໃຫ້ແຕ່ຟາມ ລ້ຽງໝູ ທີ່ຂະເຈົ້າ ບໍ່ທັນເກີດ ໃຫ້ເຄື່ອນຍ້າຍ ໄປສູ່ແຂວງອື່ນ, ຫັ້ນນ່າ. ຖ້າວ່າ ເກີດການສົງໃສ, ຫັ້ນນ່າ ສົ່ງຕົວຢ່າງ ໄປກວດ ຢູ່ວຽງຈັນພຸ້ນ ແລະ ພົບວ່າ ເປັນພະຍາດ ພວກນີ້, ພວກເຮົາ ກໍໃຫ້ດຳເນີນ ມາຕການ ຂ້າທຳລາຍ ຫັ້ນແຫຼະ.
ພະຍາດ ອະຫິວາໝູ ແອຟຣິກາ ຣະບາດ ຢູ່ພາກເໜືອ ຂອງລາວ ຫຼາຍກ່ວາໝູ່, ໂດຍສະເພາະ ແຂວງທີ່ຕິດກັບ ປະເທດວຽດນາມ ແລະ ຈີນ.
ແຂວງຫຼວງນ້ຳທາ ພົບໝູຕາຍ ຍ້ອນພະຍາດ ນີ້ 6,500 ໂຕ, ແຕ່ເດືອນ ກໍຣະກະດາ ຫາເດືອນ ຕຸລາ 2019 ແລະ ທາງການ ແຂວງຫຼວງນ້ຳທາ ຍັງສືບຕໍ່ ເຝົ້າຣະວັງ-ສະກັດກັ້ນ ການແຜ່ ຣະບາດ ຂອງພະຍາດ ດັ່ງກ່າວ ຈົນມາເຖິງ ປັດຈຸບັນ.
ນອກຈາກນີ້, ກະຊວງກະສິກັມ ແລະ ປ່າໄມ້ ຍັງຫ້າມ ບໍ່ໃຫ້ມີ ການເຄື່ອນຍ້າຍໝູ ຈາກປະເທດຈີນ, ວຽດນາມ ແລະ ກຳພູຊາ ເຂົ້າມາ ປະເທດລາວ ຢ່າງເດັດຂາດ.