ສາທາລາວ, ກວດພໍ້ 14 ຄົນ ຕິດໂຄວິດ-19 ຕື່ມ

ສຸພັດຕາ
2020.11.24
F-Covid-19 ຜູ້ຄົນໃນສະຖານທີ່ ຫ້ອງການຂອງຣັດ ຫຼື ເອກກະຊົນ ກໍໃຊ້ຜ້າອັດປາກອັດດັງ ເພື່ອຄວາມປອດພັຍ ປ້ອງກັນເຊື້ອໄວຣັສ ໂຄວິດ-19
ຮູບຈາກ : ນັກຂ່າວພົລເມືອງ

ໃນ​ວັນ​ທີ 23 ພຶສຈິ​ກາ 2020 ນີ້, ຄະ​ນະ​ສະ​ເພາະ​ກິຈ ​ຄວບ​ຄຸມ​ໂຄວິດ-19 ໄດ້​ຖແລງຂ່າວ ​ຢືນ​ຢັນວ່າ ໄດ້​ກວດ​ພົບ ​ຜູ້​ຕິດ​ເຊື້ອພຍາດ ໂຄວິດ-19 ເພີ່ມ​ອີກ 14 ຄົນ ຈາກ​ແຕ່​ກ່ອນ ມີ​ຜູ້​ຕິດ​ເຊື້ອ 25 ຄົນ. ປັດຈຸບັນ, ໃນສປປລາວ ມີຜູ້ຕິດພຍາດນີ້ ຮວມທັງໝົດ ເປັນ 39 ຄົນ, ດັ່ງທ່ານຮອງສາສດາຈານ ດ​ຣ ພູ​ທອນ ເມືອງ​ປາກ, ຮອງຣັ​ຖ​ມົນ​ຕຣີ ກະ​ຊວງ​ສາ​ທາ​ຣະ​ນະ​ສຸຂ ແລະ ທັງເປັນຫົວໜ້າ ກອງເລຂາ ຄະນະສະເພາະກິຈ ຄວບຄຸມໂຄວິດ-19  ກ່າວຕອນ​ນຶ່ງວ່າ:

“ມື້​ວານນີ້ [22 ພຶສຈິ​ກາ] ໄດ້​ພົບ​ເຊື້ອ ​ເພີ່ມ​ຂຶ້ນ​ ເປັນ​ຈຳ​ນວນ​ຫຼາຍ ເຖິງ 14 ຄົນ ຄື​ທາງຫົວ​ໜ້າ ​ກົມ​ຄວບ​ຄຸມ​ ໄດ້​ສເນີ​ໄປ​ນັ້ນ.”

ໃນ​ຈຳ​ນວນ​ ຜູ້​ທີ່​ຕິດເຊື້ອ ​ທັງ​ໝົດນັ້ນ, ​ມີ​ຄົນ​ລາວ 1 ຄົນ ແລະ ຄົນ​ຕ່າງ​ປະ​ເທດ 13 ຄົນ ທີ່​ຫາກໍເ​ດີນ​ທາງ ​ມາ​ຈາກ​ຕ່າງ​ປະ​ເທດ, ດັ່ງທ່ານກ່າວຕື່ມວ່າ:

“ ພວກ​ເຮົາ​ໄດ້​ເກັບ​ຕົວ​ຢ່າງ​ ສຳ​ລັບ​ຜູ້​ທີ່​ເດີນ​ທາງ ​ເຂົ້າ​ມາ ສ​ປ​ປ​ລາວ ຂອງ​ພວກ​ເຮົາ ໄດ້​ພົບ​ຜູ້​ຕິດ​ເຊື້ອ ​ທັງ​ໝົດ​ຫັ້ນ 14 ຄົນ. ໃນ​ຈຳ​ນວນ 14 ຄົນ​ນີ້, ມີ​ຜູ້​ທີ່​ຖືສັນ​ຊາດ​ລາວ 1 ຄົນ ແລະ ກະ​ເຫຼື​ອ​ນັ້ນ 13 ຄົນ​ ແມ່ນ​ເປັນ​ຄົນ​ຕ່າງ​ປະ​ເທດ.”

ທ່ານ ດ​ຣ ພູ​ທອນ ເມືອງ​ປາກ ກ່າວ​ວ່າ ໃນຈຳນວນຜູ້​ຕິດ​ເຊື້ອ 14 ຄົນ ນີ້, ມີເດັກນ້ອຍ ເພດຊາຍ ອາຍຸ 12 ປີ 1 ຄົນ ​ເປັນ​ຄົນ​ຕ່າງ​ປະ​ເທດ ແລະ ເປັນ​ກໍ​ຣະ​ນີ​ທຳ​ອິດ ​ທີ່​ກວດ​ພົບ​ ຢູ່​ລາວ ແລະ ມີ​ຜູ້​ທີ່​ອາ​ຍຸ​ສູງ​ສຸດ ແມ່ນ 51 ປີ. ໃນ​ເບື້ອງ​ຕົ້ນ, ​ຜູ້​ຕິດ​ເຊື້ອ ທີ່ເດີນ​ທາງ​ເຂົ້າ​ມາ​ລາວ ບໍ່​ສະ​ແດງ​ອາ​ການ​ຫຍັງ, ແຕ່​ຜົລ​ກວດ​ອອກ​ມາ ​ພັດ​ມີ​ການ​ຕິດ​ເຊື້ອ, ດັ່ງທ່ານກ່າວວ່າ:

“ທຸກ​ຄົນ​ທີ່​ເຂົ້າ​ມານີ້, ໝາຍ​ຄວາມ​ວ່າ ບໍ່​ມີ​ອາ​ການ​ຫຍັງ ພວກ​ເຮົາ​ສະ​ແກນ​ ເຄື່ອງ​ອຸ​ນະ​ພູມ ແທກ​ອຸ​ນນະ​ພູມ​ໄຂ້ ບໍ່​ມີ​ໄອ ຫຼື​ວ່າບໍ່​ມີ​ອາ​ການ ​ຜິດ​ປົກ​ກະ​ຕິ ທາງ​ດ້ານ​ຣະ​ບົບ​ຫາຍ​ໃຈ, ແຕ່​ເວ​ລາ​ເຮົາ ​ເກັບ​ຕົວ​ຢ່າງ​ ໄປ​ກວດ​ວິ​ເຄາະ​ນັ້ນ ກໍ​ເຫັນ​ວ່າ ພົບ​ມີ​ເຊື້ອ​ເປັນ​ຜົລ​ບວກ ລະກະໄດ້ເຮັດ ຊໍ້າຄືນຫຼາຍຄັ້ງ ເພາະວ່າ ກ່ອນຂະເຈົ້າ ຈະເດີນທາງເຂົ້າມານີ້ ກໍໄດ້ກວດແລ້ວ.”

ທ່ານກ່າວຕື່ມອີກວ່າ ຜູ້​ທີ່​ຕິດ​ເຊື້ອ​ 14 ຄົນ ເດີນ​ທາງ​ມາ ຈາກ​ຕ່າງ​ປະ​ເທດ ​ດ້ວຍ​ຖ້ຽວ​ບິນ​ເໝົາ​ລຳ ພ້ອມ​ດ້ວຍ​ຜູ້​ໂດຍ​ສານ ຄົນ​ອື່ນໆ ​ອີກ 97 ຄົນ ທີ່ບໍ່​ມີ​ເຊື້ອ.

ປັດຈຸບັນ, ຢູ່​ປະ​ເທດ​ລາວ​ ໜ່ວຍ​ງານ​ສະ​ເພາະ​ກິຈ ຄວບ​ຄຸ​ມ​ໂຄວິດ-19 ໄດ້​ກວດພົບ ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ທັງ​ໝົດ 39 ຄົນ. ໃນ​ນັ້ນ, ​ປົວ​ປິ່ນ​ປົວ​ດີ​ແລ້ວ 24 ຄົນ ແລະ ພວມປິ່ນປົວ 15 ຄົນ.

ນອກ​ຈາກນີ້, ຄະ​ນະ​ສະ​ເພາະ​ກິຈ ກໍກຳ​ລັງ​ ພິ​ຈາ​ຣະ​ນ​າ ​ຕໍ່​ການ​ອະ​ນຸ​ມັດ ໃຫ້​ຄົນ​ຕ່າງ​ປະ​ເທດ ​ທີ່​ມາ​ຈາກ​ປະ​ເທດ ​ທີ່​ມີ​ການ​ຣະ​ບາດ ​ໂຄວິດ19:

“ຄະ​ນະ​ສະ​ເພາະ​ກິຈ ພວກ​ເຮົາ ​ຈະ​ຕ້ອງ​ໄດ້​ພິ​ຈາ​ຣະ​ນາ​ ຢ່າງ​ຖີ່​ຖ້ວນ ຕໍ່ການ​ອະ​ນຸ​ມັດ ​ຖ້ຽວ​ບິນ​ເໝົາ​ລຳ ຈາກ​ປະ​ເທດ​ ທີ່​ຍັງ​ມີ​ການ​ຣະ​ບາດ​ນັ້ນ​ ເຂົ້າ​ມາ​ ສ​ປ​ປລາວ ພວກ​ເຮົາ​ນີ້ ລວມ​ທັງ​ການ​ອອກວີ່ຊ້າ ໃຫ້​ພົລ​ເມືອງ​ ຕ່າງ​ປະ​ເທດ, ຊາວ​ຕ່າງ​ປະ​ເທດ ຢູ່​ໃນ​ປະ​ເທດ ​ທີ່​ພວມ​ມີ​ ການ​ຣະ​ບາດ​ນັ້ນ.”

​​ທ່ານກ່າວມ້ວນທ້າຍວ່າ ຫຼາຍ​ພາກ​ສ່ວນ ​ເຣີ່ມ​ລະ​ເຫຼີງ​ ຕໍ່​ມາຕ​ການ​ປ້ອ​ງ​ກັນ ແລະ ຄວບຄຸມການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19 ໂດຍ​ສະ​ເພາະ ການ​ຮັກ​ສາ ​ໄລ​ຍະ​ຫ່າງ, ການ​ລ້າງ​ມື ​ດ້ວຍ​ເຈລ​ຂ້າ​ເຊື້ອ, ການ​ອະ​ນາ​ມັຍ ​ສະ​ຖານ​ທີ່ ​ຈັດ​ງານ ປະ​ເພ​ນີ​ຕ່າງໆ.

ໃນຂະນະດຽວກັນ, ຊາວລາວ ທ່ານນຶ່ງ ຢູ່ແຂວງສາຣະວັນ ທີ່ຮູ້ຂ່າວວ່າ ຢູ່ລາວ ມີຜູ້ຕິດເຊື້ອ ພຍາດໂຄວິດ-19 ເພີ່ມອີກ 14 ຄົນ, ເຊິ່ງທັງໝົດນັ້ນ ເດີນທາງມາຈາກ ຕ່າງປະເທດ ທ່ານກໍຮູ້ສຶກຕົກໃຈ ແລະ ຢ້ານກົວ, ດັ່ງທ່ານກ່າວວ່າ:

“ຄວາມຮູ້ສຶກຂອງອ້າຍ ເອີ່ ກະຮູ້ສຶກທີ່ວ່າ ຫວາດກົວ ຜະຫວາ ບໍ່ໄວ້ໃຈປານໃດ ສໍາລັບຄົນລາວ ຫຼືວ່າຕ່າງປະເທດເຂົາມາລາວ, ຊີ້ນ່າ. ຢາກໃຫ້ຈໍາກັດ ຢາກໃຫ້ກວດກາ ຄັກແນ່. ດີແທ້ກະຢາກໃຫ້ ປິ່ນປົວເຊົາຫາຍດີ ຈັ່ງເຂົ້າມາລາວ ກະໄດ້.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ດົນໆ ມີຂ່າວວ່າ ຜູ້ຕິດເຊື້ອໂຄວິດ ເພີ່ມຂຶ້ນ ແບບນີ້ ຍິ່ງເຮັດໃຫ້ປະເທດລາວ ມີຄວາມກົດດັນ:

“ດົນໆເພີ່ມຂຶ້ນ ດົນໆເພີ່ມຂຶ້ນ ຈາກຄົນນຶ່ງ ໄປສູ່ຄົນນຶ່ງ, ຊີ້ນ່າ ຫຼືວ່າເພີ່ມເຂົ້າມາ ເທື່ອລະໜ້ອຍ ເທື່ອລະໜ້ອຍຕລອດ, ເຂົ້າມາຈາກ ຕ່າງປະເທດ. ສ່ວນບັນຫາ ຢູ່ປະເທດລາວເອງ ກະອາຈບໍ່ຄ່ອຍມີ ປານໃດແລ້ວເນາະ ມີແຕ່ມາ ຈາກຕ່າງປະເທດ. ສ່ວນຫຼາຍນີ້, ກະຮູ້ສຶກກົດດັນ ເທື່ອລະເລັກ ເທື່ອນ້ອຍ ມັນກະຊິຮຸນແຮງ ເພີ່ມຂຶ້ນ ເທື່ອລະເລັກ ເທື່ອລະນ້ອຍ, ຫັ້ນແຫຼະ.”

ນອກຈາກນີ້ແລ້ວ, ຊາວລາວ ຢູ່ແຂວງອັດຕະປື ທ່ານນຶ່ງ ກໍເວົ້າວ່າ ຮູ້ສຶກຢ້ານ ເພາະຢ້ານພຍາດນີ້ ແຜ່ຣະບາດໄປສູ່ຄົນອື່ນໆອີກ:

“ຄວາມຮູ້ສຶກ ກະຮູ້ສຶກຢ້ານ ພຍາດໂຄວິດນີ້ ແຜ່ລາມໄປ ສູ່ຄົນອື່ນ ຕໍ່ກັນ ໃຫ້ເພີ່ມຜູ້ຕິດເຊື້ອຂຶ້ນ.”

ໃນປັດຈຸບັນນີ້, ທົ່ວປະເທດລາວ ມີສູນຈໍາກັດ ບໍຣິເວນ ຜູ້ທີ່ເດີນທາງ ເຂົ້າມາລາວ ເພື່ອເຝົ້າຣະວັງ ແລະ ປ້ອງກັນ ການແຜ່ນຣະບາດ ຂອງເຊື້ອພຍາດ ໂຄວິດ-19 ທັງໝົດ 32 ສູນ, ດັ່ງທ່ານ ດຣ ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມ ຄວບຄຸມພຍາດຕິດຕໍ່ ກ່າວໃນພິທີ ຖແລງຂ່າວ ໃນວັນທີ 23 ພຶສຈິກາ ນີ້ວ່າ:

“ໃນປັດຈຸບັນນີ້, ທົ່ວປະເທດ ມີ 32 ສູນຈໍາກັດ ບໍຣິເວນ ແລະ ມີຜູ້ຄົນ ທີ່ຖືກຈໍາກັດ ບໍຣິເວນ ທັງໝົດ 2,559 ຄົນ ທຸກຄົນ ແມ່ນໄດ້ຖືກ ເກັບຕົວຢ່າງ ເພື່ອສົ່ງໄປ ວິເຄາະກວດພຍາດ ແລະ ບໍ່ພົບຈັກຄົນ ຢູ່ໃນສູນດັ່ງກ່າວ ທີ່ຕິດເຊື້ອ ພຍາດໂຄວິດ-19.”

ທ່ານກ່າວຕື່ມວ່າ ສໍາລັບປະເທດ ໃນຂົງເຂດອາຊີ ທີ່ມີຜູ້ຕິດເຊື້ອ ພຍາດໂຄວິດ-19 ຫຼາຍກວ່າໝູ່ ເປັນອັນດັບນຶ່ງ ແມ່ນປະເທດອິນເດັຽ ແລະ ທັງເປັນ ອັນດັບສອງ ຢູ່ໃນທົ່ວໂລກ ມີຜູ້ຕິດເຊື້ອສະສົມ ສູງເຖິງ 9,140,312 ຄົນ. ຕິດເຊື້ອ ໃນມື້ດຽວ ສູງເຖິງ 44,404 ຄົນ, ສໍາລັບບັນດາ ປະເທດອ່າຊ້ຽນ ທີ່ຮວມເຂົ້າກັນ ມາຮອດວັນທີ 22 ພຶສຈິກາ 2020 ນີ້, ມີການຢັ້ງຢືນວ່າ ຜູ້ຕິດເຊື້ອ ພຍາດໂຄວິດ-19 ທັງໝົດ ທົ່ວບັນດາ ປະເທດອ່າຊ້ຽນ ແມ່ນ 1,114,379 ຄົນ. ໃນນັ້ນ, ໂຕເລຂ ເສັຽຊີວິດ ສະສົມ ແມ່ນສູງເຖິງ 26,207 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.