ຢາສູບບໍ່ມີພິມສລາກ ຄໍາເຕືອນ

ຈໍາປາທອງ
2018.02.23
f-cigar ຢາສູບທີ່ຜລິດຢູ່ ສປປ ລາວ ມີບາງບໍຣິສັດ ບໍ່ປະຕິບັດ ຕາມລະບຽບການ ເຊັ່ນວ່າບໍ່ມີ ປ້າຍສລາກຄໍາເຕືອນ
Screen captured: ASH_LDN/

ເຖິງເວລາແລ້ວ ທີ່ຕ້ອງໄດ້ໃຊ້ມາຕການຕ່າງໆ ຢ່າງຈິງຈັງ ຕໍ່ຜູ້ຣະເມີດຣະບຽບກົດໝາຍ ຮວມທັງສອງບໍຣິສັດ ຜູ້ຜລິດຢາສູບ ຣາຍໃຫຍ່ ໃນ ສປປລາວ ຄື: ບໍຣິສັດ ຢາສູບລາວຈຳກັດ ແລະບໍຣິສັດຢາສູບຫົງສາໂຊກດີ ລາວ-ຈີນຈຳກັດ ທີ່ບໍ່ປະຕິບັດກົດໝາຍ ວ່າດ້ວຍການຄວບຄຸມ ຢາສູບ ປີ 2009 ແລະຂໍ້ຕົກລົງ ຂອງກະຊວງສາທາຣະນະສຸຂ ວ່າດ້ວຍການຄວບຄຸມຢາສູບ ທີ່ໄດ້ວາງອອກໃນເດືອນ ພຶສພາ 2016 ເປັນຕົ້ນແມ່ນຣະເມີດ ມາດຕຣາ 16 ຂອງກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ທີ່ກໍານົດ ເອົາໄວ້ວ່າ;

“ການຜລິດຢາສູບແບບອຸດສາຫະກັມ ຢູ່ ສປປລາວ ຕ້ອງຢູ່ໃຕ້ການຄວບຄຸມ... ຮວມທັງການພິມສລາກແລະຄໍາເຕືອນ” ໃສ່ຊອງຢາສູບ ທຸກຊອງ, ທຸກຕຸດ.

ແລະຂໍ້ຕົກລົງວ່າດ້ວຍການຄວບຄຸມຢາສູບ ຂອງກະຊວງດັ່ງກ່າວ ກໍໄດ້ບົ່ງໄວ້ໃຫ້ບໍຣິສັດຢາສູບ ທັງຜລິດຢູ່ພາຍໃນລາວ ແລະນຳຢາສູບ ຈາກຕ່າງປະເທດ ເຂົ້າມາ ເພື່ອຈຳໜ່າຍຢູ່ປະເທສລາວ ນັ້ນຕ້ອງມີ ພິມຄຳເຕືອນສຸຂພາບ ເປັນຮູບພາບຂນາດ 75% ໃສ່ທຸກຊອງ ແລະທຸກຕຸດຢາສູບ ຕາມກົດໝາຍມາດຕຣາ 34 ທີ່ກໍານົດໃຫ້ພິມ ຄໍາເຕືອນໃສ່ດ້ານໜ້າ ແລະດ້ານຫລັງຂອງແຕ່ລະຊອງ, ແຕ່ລະຫໍ່, ແຕ່ລະຕຸດ ແລະແຕ່ລະຫີບ ຂອງຜລິຕພັນຢາສູບ ເພື່ອໃຫ້ຜູ້ສູບຢາຮູ້ວ່າ ຢາສູບເປັນອັນຕະລາຍ ແລະ ມີຜົລຮ້າຍ ຕໍ່ສຸຂພາບຂອງຄົນ ຊຶ່ງບໍຣິສັດຢາສູບ ຮວມທັງຜູ້ນຳຢາສູບ ຈາກຕ່າງປະເທສເຂົ້າມາ ສ່ວນໃຫຍ່ໃນລາວ ໄດ້ປະຕິບັດ ແລ້ວຍັງເຫຼືອພຽງແຕ່ 2 ບໍຣິສັດ ຜລິດຢາສູບຣາຍໃຫຍ່ ຢູ່ພາຍໃນປະເທດ ຄື: ບໍລິສັດຢາສູບລາວຈຳກັດ ແລະບໍຣິສັດ ຢາສູບ ຫົງສາໂຊກດີ ລາວ-ຈີນຈຳກັດ ທີ່ບໍ່ປະຕິບັດ. ຕາມຣາຍງານຂອງສື່ມວນຊົນທາງການ ສປປລາວ ວັນທີ 8 ກຸມພາ 2018 ນີ້ ໃນຂນະທີ່ 2 ບໍຣິສັດດັ່ງກ່າວ ຣະເມີດຣະບຽບກົດໝາຍ ແຕ່ກໍຍັງຜລິດ ແລະຈຳໜ່າຍຢາສູບ ແບບບໍ່ຖືກຕ້ອງ ນັ້ນຢູ່ຕໍ່ໄປ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ມາດາມ ຈູຣຽດ ໄຟລໂຊຄ໌ ຜູ້ຕາງໜ້າອົງການ ອະນາມັຍໂລກ ປະຈຳລາວ ໄດ້ຖະແຫຼງຂ່າວໃນມື້ວັນທີ 6 ກຸມພາ 2018 ຊຶ່ງສື່ມວນຊົນ ຂອງທາງການ ສປປລາວ ຣາຍງານຕອນນຶ່ງວ່າ:

"ໃນການຄວບຄຸມຢາສູບຢູ່ ສປປລາວ ຕາມຂໍ້ຕົກລົງຂອງກະຊວງສາທາຣະນະສຸຂ ປີ 2016 ແມ່ນຕ້ອງຕິດຄຳເຕືອນກ່ຽວກັບສຸຂພາບ ເປັນຮູບພາບຂນາດ 75% ໃສ່ຊອງຢາສູບ ທຸກຊອງ."

ຂໍ້ຕົກລົງວ່າດ້ວຍ ການຄວບຄຸມຢາສູບ ຂອງກະຊວງດັ່ງກ່າວ ມີຜົລບັງຄັບໃຊ້ ໃນມື້ວັນທີ 7 ພຶສຈິກາ 2016, ແຕ່ທີ່ຜ່ານມາ ບໍຣິສັດ ຢາສູບລາວ ຈຳກັດ ແລະບໍຣິສັດຢາສູບ ຫົງສາໂຊກດີ ລາວ-ຈີນ ຈຳກັດ ບໍ່ປະຕິບັດຕາມຂໍ້ຕົກລົງ ທີ່ວ່ານັ້ນ. ເຖິງແມ່ນວ່າ 2 ບໍຣິສັດນີ້ ຈະໄດ້ຍື່ນໜັງສື ຮຽກຮ້ອງເຖິງຣັຖບາລ ເພື່ອຂໍໃຫ້ເລື່ອນເວລາ ໃນການຕິດຄໍາເຕືອນໃສ່ຊອງ ຢາສູບທີ່ວ່ານັ້ນອອກໄປ 3 ຄັ້ງ ຮວມເປັນ ເວລາ 19 ເດືອນ ຊຶ່ງການເລື່ອນເວລາ ຄັ້ງທີ 3 ແມ່ນເລີ່ມແຕ່ວັນທີ 30 ເມສາ 2017 ຫາວັນທີ 1 ມົກກະຣາ 2018 ນັ້ນແລ້ວກໍຕາມ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນປະຕິບັດເທື່ອ.

ດັ່ງນັ້ນຜູ້ຕາງໜ້າອົງການອະນາມັຍໂລກ ປະຈຳລາວ ຈຶ່ງໄດ້ຮຽກຮ້ອງໃຫ້ ຣັຖບາລ ສປ ປລາວ ເຂັ້ມງວດໃນການຄວບຄຸມຢາສູບ, ໃຫ້ ປະຕິບັດກົດໝາຍ ແລະຂໍ້ຕົກລົງ ວ່າດ້ວຍການຄວບຄຸມຢາສູບ ທີ່ມີຜົລບັງຄັບໃຊ້ ຢູ່ໃນປັດຈຸບັນນີ້ ນັ້ນຢ່າງເຂັ້ມງວດ. ຍ້ອນວ່າການສູບຢາ ມີຜົລຮ້າຍ ທັງຕໍ່ສຸຂພາບຂອງຜູ້ສູບເອງ ແລະທັງຜູ້ຢູ່ໃກ້ຄຽງ ທີ່ໄດ້ຮັບຄວັນຢາສູບ ໂດຍສະເພາະແມ່ຍິງ ແລະເດັກນ້ອຍ ຊຶ່ງມີຄວາມ ສ່ຽງຕໍ່ການທີ່ຈະເປັນ ພຍາດຮ້າຍແຮງ ເຊັ່ນມະເຮັງປອດ, ພຍາດເສັ້ນເລືອດ ຫົວໃຈ-ສມອງ, ພຍາດຊໍາເຊື້ອ ລະບົບຫາຍໃຈ, ຣະບົບ ລະລາຍ, ຣະບົບປະສາດ ແລະພຍາດອື່ນໆ ທີ່ຈະນໍາໄປສູ່ ການເສັຽຊີວິດໄດ້.

ເມື່ອເບິ່ງຄືນຫລັງເຖິງຣາຍງານປະຈໍາປີ 2013 ຂອງອົງການອະນາມັຍໂລກ, ຢູ່ ສປປລາວ ໃນ ແຕ່ລະປີມີ 4,807 ຄົນເສັຍຊີວິດ ຍ້ອນພຍາດທີ່ເກີດຈາກ ຄວັນຢາສູບ. ໝາຍຄວາມວ່າ ສະເລັ່ຍແລ້ວ ມື້ນຶ່ງມີຜູ້ເສັຍຊີວິດ ປະມານ 13 ຄົນ. ຢູ່ ສປປລາວ ປັຈຈຸບັນ ມີຄົນນິຍົມກັນ ສູບຢາຫລາຍ ຄືມີບໍ່ຕ່ຳກວ່າ 2 ລ້ານຄົນ ໃນຈໍານວນພົລເມືອງ 6 ລ້ານ 5 ແສນຄົນ ຊຶ່ງໃນນັ້ນແມ່ນພວກ ທີ່ມີອາຍຸຕໍ່າ ກວ່າ 18 ປີ ມີບໍ່ຕ່ຳກວ່າ 5 ແສນຄົນ.

ເຈົ້າໜ້າທີ່ກົມອາຫານແລະຢາ ກະຊວງສາທາຣະນະສຸຂ ເປີດເຜີຍເມື່ອກ່ອນນັ້ນວ່າ ວັຍລຸ້ນລາວໃນປັດຈຸບັນ ມີແນວໂນ້ມສູບຢາຫຼາຍຂຶ້ນ ກວ່າແຕ່ກ່ອນ ຍ້ອນສະພາບສັງຄົມທີ່ປ່ຽນແປງໄປ ແລະພຶດຕິກໍາຂອງເຍົາວະຊົນໃນຍຸກນີ້ ກໍ ມີຄວາມຄຶກຄະນອງ ຫລາຍກວ່າສມັຍກ່ອນ ເຮັດໃຫ້ອັຕຣາການສູບຢາຂອງ ວັຍລຸ້ນ ຊຶ່ງເປັນກຸ່ມເປົ້າໝາຍນັ້ນ ບໍ່ຫລຸດລົງ ໄດ້ຕາມແຜນການທີ່ວາງອອກ. ດັ່ງຍານາງກ່າວຕອນນຶ່ງວ່າ:

"ຮູ້ສຶກວ່າມີແນວໂນ້ມເພີ່ມຂຶ້ນ ເຈົ້າ ໃນເມື່ອກ່ອນຫັ້ນກະ 9 ເປີເຊັນ ດຽວນີ້ມັນຂຶ້ນເປັນ 14 ຈຸດ 3 ເປີເຊັນ ເຈົ້າ ໃນເດັກອາຍຸ 13 ຫາ 15 ປີເດີ ສະພາບແວດລ້ອມ ກະມີສ່ວນນໍ ແລະ ກະອັນນະເຣື່ອງການ ຢາກທົດລອງສູບບູຫຼີ່ນໍ ຂອງວັຍຢາກຮູ້ຢາກເຫັນ ອີ່ຫຍັງນີ້ແຫລະ ປະມານນີ້."

ຕາມຂໍ້ມູລຂອງສະຖາບັນສາທາຣະນະສຸກ ແລະສູນສະຖີຕິແຫ່ງຊາຕ ທີ່ເປີດເຜີຍຂໍ້ມູນ ຫລັງຈາກຄົ້ນຄວ້າຄັ້ງຫລ້າສຸດທີ່ຜ່ານມາ ກ່່ຽວກັບ ພຍາດຂອງຜູ້ປ່ວຍ ທີ່ເຂົ້າປິ່ນປົວຕົວຢູ່ໃນໂຮງໝໍໃຫຍ່ 3 ແຫ່ງ ໃນນະຄອນຫລວງຫວຽງຈັນ ຄືໂຮງໝໍມະໂຫສົດ, ໂຮງໝໍມິຕພາບ ແລະ ໂຮງໝໍເສດຖາທິຣາດນັ້ນວ່າ ໃນຈໍານວນຄົນປ່ວຍ 429 ຄົນນັ້ນເປັນຄົນສູບຢາ 50% ແລະກໍເປັນພຍາດຮ້າຍແຮງ ເຊັ່ນເປັນມະເຮັງປອດ, ເສັ້ນເລືອດແຕກໃນສມອງ, ຫລອດລົມ ອັດຕັນ.

ແລະທາງການລາວ ກໍຣາຍງານຜ່ານມາວ່າ ຖ້າບໍ່ມີມາຕການທີ່ມີປະສິດທິພາບ ໃນການຄວບຄຸມຢາສູບ, ຢູ່ ສປປລາວ ຄົນຈະເສັຍຊີວິດ ຍ້ອນພຍາດ ທີ່ເກີດຈາກຢາສູບເພີ່ມຂຶ້ນ 2 ເທົ່າໃນປີ 2020 ຂນະທີ່ ສປປລາວ ຖືເອົາວັນທີ 31 ພຶສພາ ຂອງທຸກປີ ເປັນວັນງົດສູບຢາ ແຫ່ງຊາດ ເພື່ອສົ່ງເສີມສຸຂພາບ.

ຖ້າເວົ້າໃນທົ່ວໂລກ ອົງການອະນາມັຍໂລກ ຄາດວ່າ ເມື່ອເຖິງປີ 2030 ຢາ ສູບຈະຂ້າຊີວິດຄົນປະມານ 8 ລ້ານ ຄົນຕໍ່ປີ ຖ້າຫາກວ່າບໍ່ມີ ມາຕການແກ້ໄຂ ທີ່ເໝາະສົມ.

ແລະເມື່ອຕົ້ນເດືອນກຸມພາ ນີ້ ຍານາງ ບຸນເພັງ ພິລາວັນ ຫົວໜ້າກົມອະນາມັຍ ແລະສົ່ງເສີມສຸຂພາບ ກະຊວງສາທາຣະນະສຸຂ ກໍໄດ້ກ່າວ ກ່ຽວກັບເຣຶ່ອງທີ່ວ່ານີ້ ວ່າ ເຖິງເວລາທີ່ຣັຖບາລລາວ ຕ້ອງມີວິທີກັມ ບັງຄັບໃຊ້ກົດໝາຍວ່າດ້ວຍການ ຄວບຄຸມຢາສູບ ໂດຍສະເພາະແມ່ນ ພິມ ຄໍາເຕືອນສຸຂພາບ ທີ່ເປັນຮູບພາບຕາມ ການກໍານົດ ຂອງກະຊວງສາທາຣະນະສຸຂ ຢ່າງເຂັ້ມງວດ ແລະຄວນປະຕິບັດ ມາດຕະການ ຕ່າງໆ ຕໍ່ທຸກການຣະເມີດນິຕິກັມ ຄວບຄຸມຢາສູບຢ່າງຈິງຈັງ.

ມາດຕະການຕ່າງໆທີ່ວ່ານັ້ນ ຕາມກົດໝາຍວ່າດ້ວຍການຄວບຄຸມຢາສູບ ປີ 2009 ມາດຕຣາ 61 ແລ້ວແມ່ນວ່າບຸກຄົນ ຫຼືການຈັດຕັ້ງທີ່ໄດ້ ຣະເມີດຣະບຽບການຕ່າງໆ ຮວມທັງການຜລິດນັ້ນ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປະຕິບັດວິນັຍ, ປັບໃໝ, ໃຊ້ຄ່າເສັຍຫາຍ ທາງແພ່ງ ຫລືລົງໂທດທາງອາຍາ...

ແຕ່ທາງດ້ານປະຕິບັດຕົວຈິງແລ້ວ ແມ່ນບໍ່ເຫັນວ່າ ກົດໝາຍວ່າດ້ວຍການຄວບຄຸມຢາສູບ ແລະຂໍ້ຕົກລົງວ່າດ້ວຍ ການຄວບຄຸມຢາສູບ ຂອງ ກະຊວງສາທາຣະນະສຸຂ ນັ້ນ ຈະໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງໄດ້ພໍເທົ່າໃດ ເຊັ່ນດຽວກັບ ກົດໝາຍອື່ນໆ ຊຶ່ງຜູ້ນໍາສູງສຸດ ຂອງພັກປະຊາຊົນປະຕິວັດລາວ ກໍຮັບຮູ້ກ່ຽວກັບເຣຶ່ອງນີ້ຢູ່ ໃນກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.