ໄຂ້ຍຸງລາຍຍັງແຜງລິດ ຢູ່ລາວ
2020.09.14

ຢູ່ປະເທດລາວ ພຍາດໄຂ້ຍຸງລາຍ ຫລືໄຂ້ເລືອດອອກ ຣະບາດຮຸນແຮງທຸກປີ, ອີງຕາມສະຖິຕິສູນແຫ່ງຊາດ ເພື່ອການວິເຄາະ ແລະການ ຣະບາດວິທຍາ ກະຊວງສາທາຣະນະສຸຂ ຂອງລາວ ໃນມື້ວັນທີ 10 ກັນຍາ 2020 ທີ່ວຽງຈັນທາຍ ຣາຍງານ ໃນວັນທີ 11 ກັນຍາ ນີ້ວ່າ, ປີ 2020 ໃນທົ່ວປະເທດ ມີຜູ້ຕິດເຊື້ອພຍາດນີ້ແລ້ວ 6,000 ປາຍຄົນ ແລະ ເສັຽຊີວິດ 11 ຄົນ. ເຈົ້າໜ້າທີ່ສູນທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ວຽງຈັນທາຍ ໃນມື້ວັນທີ 10 ກັນຍາ ນີ້ວ່າທາງການ ມີຄວາມກັງວົນກ່ຽວກັບ ຜູ້ຕິດເຊື້ອພຍາດ ທີ່ກໍາລັງເພິ່ມຂຶ້ນ ໃນປີນີ້.
ທ່ານເວົ້າວ່າ ແຜນການສະກັດກັ້ນ ແລະຄວບຄຸມໄຂ້ເລືອດອອກ ຈໍາເປັນຕ້ອງເສີມຂຍາຍ ໂດຍມີສ່ວນຮ່ວມຂອງຊຸມຊົນຫຼາຍຂຶ້ນ, ປັບປຸງ ກົລໄກ ການເຝົ້າຣະວັງ ຕິດຕາມ ແລະ ການຣາຍງານ.
ທ່ານກ່າວຕໍ່ໄປວ່າ ການໃຫ້ມວນຊົນຮູ້ຂ່າວຄາວນີ້ ຖືເປັນຍຸທສາດພື້ນຖານ ເພື່ອຫລຸດຜ່ອນຄວາມສ່ຽງຕໍ່ ການຣະບາດຂອງໄຂ້ເລືອດອອກ. ແລະວ່າມາຮອດມື້ນີ້ ນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອຫລາຍເຖິງ 1,432 ຄົນ ແລະ ເສັຽຊີວິດ 4 ຄົນ; ແຂວງບໍລິຄໍາໄຊ 669 ຄົນ ແລະ 2 ຄົນ ເສັຽຊີວິດ; ແຂວງວຽງຈັນ ມີຜູ້ຕິດເຊື້ອ 622 ຄົນ; ບໍ່ແກ້ວ 603 ຄົນ, ແຂວງສວັນນະເຂດ 585 ຄົນ ແລະແຂວງອື່ນໆ ກໍມີຜູ້ຕິດເຊື້ອຫລຸດໆລົງມາ.
ແຕ່ກ່ອນໜ້ານີ້ ຄືວັນທີ 5 ກັນຍາ ສູນຂໍ້ມູນຂ່າວສານແລະການສຶກສາເພື່ອ ສຸຂພາບກະຊວງສາທາຣະນະສຸຂ ຣາຍງານວ່າກໍຣະນີຜູ້ຕິດເຊື້ອ ໃໝ່ມີ 142 ຄົນເຮັດໃຫ້ມີຜູ້ຕິດເຊື້ອ ທັງໝົດ 5,923 ຄົນ ແລະ ເສັຽຊີວິດ 11 ຄົນ ຊຶ່ງໃນນັ້ນເສັຍຊີວິດ ຢູ່ນະຄອນຫລວງວຽງຈັນ 4 ຄົນ, ບໍລິຄໍາໄຊ ແລະຄໍາມ່ວນ ແຂວງລະ 2 ຄົນ; ໄຊຍະບູລີ, ຊຽງຂວາງ ແລະສວັນນະເຂດ ແຂວງລະ 1 ຄົນ.
ແຂວງທີ່ມີຄົນຕິດເຊື້ອຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ 1,403 ຄົນ, ແຂວງບໍລິຄໍາໄຊ 690 ຄົນ ແລະ ແຂວງວຽງຈັນ 611 ຄົນ.
ແຕ່ສໍາລັບຢູ່ແຂວງຫຼວງນໍ້າທາ ເຈົ້າໜ້າທີ່ກ່ຽວຂ້ອງຂອງແຂວງ ຜູ້ຂໍສງວນຊື່ສຽງ ແລະເວລາແທ້ທີ່ເວົ້າກັບ ວິທຍຸເອເຊັຽເສຣີ ເມື່ອມໍ່ໆມານີ້ວ່າ ຄົນຕິດເຊື້ອພຍາດ ໄຂ້ຍຸງລາຍ ຢູ່ຫລວງນໍ້າທາ ບໍ່ຫລາຍ:
"ສະພາບໄຂ້ຍຸງລາຍ ກໍຄືໄຂ້ເລືອດອອກຂອງແຂວງ ຫລວງນໍ້າທາ ເຮົາກໍຄືວ່າ ຫລວງນໍ້າທານີ້ ສ່ວນຫລາຍເປັນກໍຣະນີ ກະແຈກກະຈາຍ ຣະບາດ ທີ່ວ່າເກີດຂຶ້ນຫລາຍ ເປັນຈຸກັນ ເປັນຫຍັງຫັ້ນ ບໍ່ມີກໍຣະນີ ທີ່ວ່າເຮົາລົງສໍາຣວດ."
ຍ້ອນສາເຫດຫຍັງນໍ ຈຶ່ງເປັນຄືແນວນັ້ນ?
"ກໍຣະນີທີ່ວ່າເຮົາ ລົງສໍາຣວດ ຄວາມໜາແໜ້ນຂອງໜອນນໍ້າ ນີ້ບໍ່ມີ. ທຽບໃສ່ປີກາຍນີ້ ກະມີການຣະບາດ ເປັນ 2-3 ບ້ານ ແຕ່ສໍາລັບປີນີ້ ບໍ່ມີແລ້ວ ປະຊາຊົນບໍ່ເດີນທາງ ໄປເຂດ ທີ່ວ່າມີ ການຣະບາດຂອງເມືອງ.ແຕ່ເມືອງ ເຊັ່ນເມືອງວຽງພູຄານໍ໋ ມັນມີການຣະບາດ ເປັນຈຸດສຸມ ຕົວຢ່າງກະຄື ບໍ່ແກ້ວບໍ່ເມືອງ ທີ່ວ່າມີການຣະບາດ ເຂົາເຈົ້າໄດ້ເດີນທາງໄປ ເກີດເປັນຊື່ໆຫັ້ນນະ."
ໄຂ້ເລືອດ ອອກຫລືວ່າໄຂ້ຍຸງລາຍນີ້ ມັນມີຈັກຊນິດ?
"ເຮົາກໍບໍ່ໄດ້ແຍກ ລະອຽດດອກ ກະມີແຕ່ອີງໃສ່ ການບົ່ງມະຕິ ຂອງຫ້ອງແລັບເພິ່ນ.`
ແຕ່ຢູ່ແຂວງອື່ນ ມີຄົນເປັນໄຂ້ເລືອດອອກຫລາຍ, ໂຮງໝໍຫລາຍແຫ່ງ ຮວມທັງໂຮງໝໍແຂວງຈໍາປາສັກ ຢູ່ນະຄອນປາກເຊ ທີ່ບໍ່ມີຕຽງນອນ ພຽງພໍ ຈົນເຮັດໃຫ້ຄົນປ່ວຍ ໄດ້ນອນປິ່ນປົວ ຢູ່ຕາມລະບຽງ ກໍມີ, ດັ່ງປະຊາຊົນລາວ ຢູ່ແຂວງພາກໃຕ້ 2 ທ່ານ ຜູ້ຂໍສງວນຊື່, ສຽງ ແລະ ເວລາແທ້ ທີ່ເວົ້າກັບວິທຍຸເອເຊັຍເສຣີ ເມື່ອບໍ່ນານມານີ້ວ່າ ມີຄົນເປັນໄຂ້ເລືອດອອກ ຫລາຍ ຈົນລົ້ນໂຮງໝໍແຂວງ:
”ໄຂ້ຍຸງລາຍ ຫວ່າງມັນຣະບາດຫັ້ນ ມັນກະລົ້ນຂອງມັນມາແຕ່ໃສແຕ່ໃສ ເຂົາກະມາທ້ອນຢູ່ຫັ້ນ ກະບໍ່ມີບ່ອນນອນ ຈົນນອນອອກມາລະບຽງ ອອກນອນຢູ່ນອກພີ້ມັນຫລາຍໆ ຍາມມັນ ຣະບາດ ຄືຊ່ວງນີ້ກະບໍ່ແອອັດ ປານໃດແຫລະ.”
ແລະອີກທ່ານນຶ່ງກໍເວົ້າວ່າ ເມື່ອກ່ອນນີ້ ຄົນໄຂ້ຍຸງລາຍ ຢູ່ໂຮງໝໍນັ້ນຫລາຍແທ້:
”ເມືອງໂຂງມາຫລາຍ ມານອນໂຮງໝໍແຂວງຈໍາປາສັກ ຈົນນອນລະບຽງພຸ້ນແຫລະ ຄວາມວ່າມັນຫລາຍ ດຽວນີ້ກະໄຄແດ່ແລ້ວ.”
ແຕ່ເຖິງຢ່າງໃດກໍຕາມ ກໍຄາດກັນວ່າ ການຣະບາດຂອງພຍາດໄຂ້ຍຸງລາຍ ປີນີ້ ຈະບໍ່ຮຸນແຮງເທົ່າປີກາຍ ທີ່ມີຄົນຕິດເຖິງ 38,100 ປາຍຄົນ ແລະ ເສັຍຊີວິດ 74 ຄົນ. ແຂວງທີ່ພົບ ຜູ້ຕິດເຊື້ອຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 10,508 ຄົນ, ເສັຽຊີວິດ 24 ຄົນ ແລະ ຮອງລົງມາ ແມ່ນແຂວງສວັນນະເຂດ ມີຜູ້ຕິດເຊື້ອ 6,351 ຄົນ, ເສັຽຊີວິດ 22 ຄົນ.
ແລະ ເຈົ້າໜ້າທີ່ສາທາຣະນະສຸຂ ກໍຢືນຢັນວ່າ ການຣະບາດຂອງເຊື້ອພຍາດໄຂ້ຍຸງລາຍ ໃນປີນີ້ ຍັງສາມາດຄວບຄຸມໄດ້ຢູ່ ແລະກະຊວງ ສາທາຣະນະສຸຂ ກໍແນະນໍາໃຫ້ກໍາຈັດ ແຫຼ່ງເພາະພັນໜອນນໍ້າຍຸງລາຍຢູ່ອ້ອມບ້ານ ແລະບ່ອນເຮັດວຽກນໍາດ້ວຍ. ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ແຂວງຫລວງນໍ້າທາ ທ່ານດຽວກັນນີ້ ກ່າວວ່າ:
”ພວກເຮົາກະໄດ້ທຶນ ຂອງໂຄງການ ເພິ່ນໃຫ້ລົງສໍາຣວດບ້ານທີ່ວ່າ ເຂດສ່ຽງແລະກະບ້ານເປົ້າໝາຍ ທຸກໆເດືອນ ເລິ້ມແຕ່ເດືອນສາມ ຈົນຮອດເດືອນສິບເອັດ ພວກເພິ່ນຈະໄດ້ລົງເຮັດສຸຂສຶກສາ ແລະທໍາລາຍແຫລ່ງ ເພາະພັນ ທຸກເດືອນຫັ້ນນະ.”
ເມື່ອເວົ້າເຖິງການປິ່ນປົວຄົນປ່ວຍ ຍ້ອນເຊື້ອພຍາດນີ້ ປະຊາຊົນພາກໃຕ້ ທ່ານດຽວກັນນັ້ນເວົ້າວ່າ:
”ໝໍກະວ່າມັນບໍ່ພໍແດ່ ກະເບິ່ງກັນຢູ່ ກະຫາກບໍ່ເຂັ້ງແຂງປານໃດ ວ່າຊັ້ນສະ ເຂົາກະມີວິຊາການ ເຂົາຢູ່ດອກ ປິ່ນປົວຫັ້ນນະ ໂຕໃດຄວນໃສ່ ນໍ້າທະເລ ເຂົາກະຈັ່ງໃສ່ ໂຕໃດບໍ່ໃສ່ເຂົາ ກໍບໍ່ໃສ່ ເຂົາກະມີຢາມີສັ່ງ ເຂົາກະປົວຕາມນັ້ນຫັ້ນແຫລະ ໄປໂຮງໝໍມັນຍາກ ບໍ່ມິເງິນ ໄປໄກແດ່ ຣົດກໍບໍ່ມີ ໄປແລ້ວກະການກິນການຢູ່ ຢູ່ນີ້ໄປແຫລະ ກິນຢາພື້ນເມືອງເອົາ ເຂົາກະເອົາ ມາຕົ້ມກິນ ມີເທື່ອມັນກໍເຊົາໃດ໋ ຫັ້ນຢາພື້ນເມືອງກໍດີ, ບາງເທື່ອເປົ່າມົນນໍາອີກ ກິນນໍ້າມົນນໍາອີກ.“
ສ່ວນຫລາຍກໍນໍ້ສມົນຫັ້ນແຫລະ ດຽວນີ້ ເດັກນ້ອຍໄຂ້ໜ້ອຍນຶ່ງກໍມາເອົານໍ້ານົມ ຄືເກົ່າຢູ່ ແລະ ອີກທ່ານນຶ່ງ ກໍເວົ້າວ່າ:
”ເຂົາກໍກວດໜັກຫລາຍ ເຂົາກໍໃສ່ນໍ້າທະເລ ອີ່ສັງໃຫ້.”
ເວົ້າເຖິງການຣະບາດຂອງໄຂ້ເລືອດອອກ ໃນຂະນະນີ້ ວຽງຈັນໃໝ່ ຣາຍງານໃນມື້ວັນທີ 7 ກັນຍາ 2020 ໂດຍອີງໃສ່ຄໍາເວົ້າຂອງ ທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນໂອກາດເປີດຂະບວນການ ທໍາລາຍແຫລ່ງ ເພາະພັນໜອນນໍ້າ ຍຸງລາຍ ໃນມື້ວັນທີ 5 ກັນຍາ ນີ້ວ່າ ແຕ່ຕົ້ນປີ 2020 ເຖິງປັດຈຸບັນ ຢູ່ນະຄອນຫລວງ ວຽງຈັນ ມີຜູ້ຕິດເຊື້ອ 1,353 ຄົນ ແລະເສັຍຊີວິດ 4 ຄົນ.
ໝາຍຄວາມວ່າ ຈໍານວນຜູ້ຕິດເຊື້ອພຍາດ ນີ້ເພິ່ມຂຶ້ນຢ່າງໄວວາ ຊຶ່ງເມື່ອວັນທີ 10 ມິນາ ຜ່ານມາ ຜແນກສາທາຣະນະສຸຂນະຄອນຫລວງ ວຽງຈັນ ຣາຍງານວ່າ ແຕ່ຕົ້ນເດືອນ ມົກກະຣາ ຫາ ວັນທີ 6 ມິນາ 2020 ນະຄອນຫລວງວຽງຈັນ ມີຄົນໄຂ້ຍຸງລາຍ ສະສົມທັງໝົດພຽງ 194 ຄົນເທົ່ານັ້ນ.
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕ້ານໄຂ້ຍຸງລາຍ ກະຊວງ ສາທາຣະນະສຸຂທ່ານນຶ່ງ ຜູ້ຂໍສງວນຊື່ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ກັນຍາ ນີ້ວ່າ:
“ຍຸງລາຍນີ້ເນາະ ຕາຍແທ້ແມ່ນ 11 ຄົນເຈັບແທ້ແມ່ນ 5 ພັນປາຍ ກໍບໍ່ຫຼາຍປານໃດ ຫຼຸດລົງສົມຄວນຢູ່ດອກ ຍັງຄວບຄຸມໄດ້ຢູ່ແຕ່ວ່າກໍຍັງ ມີເກນຣະບາດ ຢູ່ ແຕ່ວ່າ ກະບາງຈຸດຫັ່ນລະ ກະບໍ່ສາມາດໄດ້ໝົດ ດອກເນາະ ໂດຍສະເພາະນະຄອນຫຼວງ ຂອງພວກເຮົາຍັງມີ ສ່ວນໃຫຍ່ ຮູ້ແຕ່ບໍ່ປະຕິບັດ ຍາກຄືກັນຢູ່ເດີ້ ບໍ່ປ່ຽນແປງພຶດຕິກັມ ບາງເທື່ອໄດ້ໄປລໍ່າລິລໍ່າໄລເອົາ.”
ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ໃນໄລຍະຣະດູຝົນນີ້ ຫາກບໍ່ຊ່ອຍກັນທໍາລາຍແຫຼ່ງເພາະພັນ ໜອນນໍ້າຍຸງລາຍ ກໍຈະມີຄວາມສ່ຽງ ຕໍ່ການທີ່ ຍຸງລາຍຈະມາໄຂ່ໃສ່. ດັ່ງນັ້ນຈຶ່ງຕ້ອງມີການໂຄສະນາ ໃຫ້ຊ່ອຍກັນ ທໍາຄວາມສະອາດ ທັງພາຍ ໃນແລະນອກບ້ານເຮືອນ, ປະຕິບັດ 5 ປ. ເປັນປະຈໍາ ແລະເວລາເປັນໄຂ້ ກໍໃຫ້ໄປ ໂຮງໝໍ, ບໍ່ຄວນຊື້ຢາມາກິນເອງ, ດັ່ງທີ່ ທ່ານກ່າວວ່າ:
“ດຽວນີ້ ສິງຫາ ກັນຍານີ້ ຄວາມຈິງ ມັນຕ້ອງມີການຣະບາດ ຫຼາຍກວ່ານີ້ແລ້ວ ແຕ່ມານະປະຈຸບັນນີ້ ບໍ່ເຫັນຫຼາຍປານໃດເທື່ອ ກະຊວງ ສາທາຣະນະສຸຂໄດ້ປະກາດ ທົ່ວປະເທດເດ້ຄັນຖ້າ ເປັນໄຂ້ອິຫຍັງຕ້ອງໄປໂຮງໝໍ ບໍ່ແມ່ນໃຫ້ໄປປິ່ນປົວ ດ້ວຍຕົນເອງຢູ່ບ້ານຊື້ຢາມາກິນ ເອງຈັ່ງຊີ້ນ່າ ສ່ວນຫຼາຍກະແມ່ນ ອາການມັນໜັກຫຼາຍແລ້ວ ຄ່ອຍມາໂຮງໝໍ ເຮົາກະຊ່ວຍ ບໍ່ທັນ.”
5 ປ ທີ່ວ່ານັ້ນຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືຶອນ ແລະນອກເຮືອນ ບໍ່ໃຫ້ຍຸງລາຍມາໄຂ່ໃສ່ ປ່ຽນນໍ້າໃນພາຊະນະເປັນຕົ້ນເຕົ້າດອກໄມ້, ນໍ້າຮອງຕີນຕູ້ເຄື່ອງກິນ; ປ່ອຍປາຫາງນົກຍູງ ກິນໜອນນໍ້າຍຸງລາຍ; ປັບປຸງການອະນາມັຍ ສິ່ງແວດລ້ອມນອກເຮືອນ ບໍ່ໃຫ້ມີນໍ້າຂັງຕາມ ກະໂປະກະປ໋ອງແລະ ປະຕິບັດໃຫ້ເປັນປະຈໍາທຸກອາທິດ.
ກ່ຽວກັບເຣຶ່ອງນີ້ ຊາວແຂວງພາກໃຕ້ທີ່ວ່ານັ້ນ ກໍເວົ້າວ່າ:
“ເຂົາກະມີຊາຍອີ່ສັງ ເຂົາມາໃຫ້ໃສ່ໂອ່ງນໍ້າ ແລະເຂົາກໍໃຫ້ຂ້ວມຕີນຣົດ ກະປ໊ອງນໍ້າ ກະໂປະໝາກພ້າວ ບໍ່ໃຫ້ມັນມີນໍ້າຂັງ ບ່ອນໃດມີຂຸມ ເປັນໝອງບ່ອນມັນເພາະພັນໄຂ່ ເຂົາກໍໃຫ້ຖົມ. ກະມີຄົນເຮັດຢູ່ບໍແນວນັ້ນ ຜູ້ເຮັດເຂົາກະເຮັດຜູ້ບໍ່ເຮັດເຂົາກໍບໍ່ເຮັດ ຜູ້ມັກງ່າຍເຂົາກໍເສີຍ.”
ແຕ່ເບິ່ງລວມແລ້ວ ຫລາຍຄົນເວົ້າວ່າ ການຣະບາດ ຂອງພຍາດໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ ໃນປີນີ້ ເຖິງໜ້າເປັນຫ່ວງ ກໍຄົງຈະບໍ່ ຮຸນແຮງ ເທົ່າປີກາຍແລະ ຍັງສາມາດຄວບຄຸມ ໄດ້ຢູ່.