ຣະບົບສຸຂພາບຖືກກະທົບ ຈາກ ໂຄວິດ-19
2020.06.22

ການແຜ່ຣະບາດຂອງເຊື້ອພຍາດໂຄວິດ-19 ຢູ່ປະເທດຕ່າງໆ ໃນທົ່ວໂລກ ໄດ້ທ້າທາຍໃສ່ຄວາມພ້ອມ ຂອງຣະບົບສາທາຣະນະສຸຂ ແລະ ຄວາມສາມາດໃນການຕອບສນອງ ຕໍ່ພາວະສຸກເສີນທາງ ດ້ານສຸຂພາບ ໃນສປປລາວ ທີ່ມີຊ່ອງວ່າງຂນາດໃຫຍ່ຢູ່ແລ້ວ ໃນຄວາມພ້ອມຂອງ ການໃຫ້ການບໍຣິການ ແລະຄວາມພ້ອມໃນສະຖານບໍຣິການດ້ານສຸຂພາບ ອັນຮວມເຖິງການຂາດສິ່ງອໍານວຍ ຄວາມສະດວກຂັ້ນພື້ນຖານ, ຄວາມສາມາດໃນການວິເຄາະ ພຍາດຈໍາກັດ ແລະ ການມີຢາທີ່ຈໍາເປັນໜ້ອຍ.
ດັ່ງນັ້ນ ປະເທດລາວຈຶ່ງຈໍາເປັນຢ່າງຮີບດ່ວນ ໃນການລົງທຶນເພື່ອສ້າງຮາກຖານ ທີ່ເຂັ້ມແຂງສໍາລັບຄວາມສາມາດ ໃນການຕອບສນອງ ໃນສະພາບສຸກເສີນດ້ານສາທາຣະນະສຸກ ໃນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ຣະບົບການເຝົ້າຣະວັງ, ເຄືອຂ່າຍຫ້ອງວິເຄາະ, ການກັກກັນ ແລະການແຍກໂຕດ່ຽວ, ການສົ່ງມອບການບໍຣິການ ດ້ານສຸຂພາບທີ່ຈໍາເປັນ ແລະການຄວບຄຸມໄວຣັສ ດັ່ງກ່າວ, ອີງຕາມ ຣາຍງານຂອງຜູ້ຕິດຕາມ ສັງເກດການ ດ້ານເສຖກິດ ສປປລາວ ຂອງກຸ່ມ ທະນາຄານໂລກ ເມື່ອເດືອນພຶສພາ 2020.
ຣາຍງານນັ້ນ ຣະບຸອີກວ່າ ການຣະບາດຂອງເຊື້ອພຍາດ ໂຄວິດ-19 ເຮັດໃຫ້ຈຸດອ່ອນທີ່ມີຢູ່ໃນຂົງເຂດ ສຸຂພາບເພິ່ມຂຶ້ນ. ສະຖານບໍຣິການ ສ່ວນໃຫຍ່ ບໍ່ມີຫ້ອງແຍກດ່ຽວ ແລະ ບໍ່ມີອຸປກອນພຽງພໍ ສໍາລັບຮັບການປິ່ນປົວຜູ້ປ່ວຍ ທີ່ເປັນໂຣກຣະບົບ ທາງເດີນຫາຍໃຈຮຸນແຮງ.
ເຈົ້າໜ້າທີ່ສາທາຣະນະສຸກ ທີ່ຢູ່ດ່ານໜ້າ ຂາດເຂີນອຸປກອນປ້ອງກັນໂຕ ແລະຂາດການຝຶກອົບຮົມທີ່ພຽງພໍ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ແລະການປິ່ນປົວຄົນປ່ວຍ ໃນຂນະທີ່ ຄວາມຕ້ອງການ ດ້ານສຸຂພາບ ແລະ ຜູ້ປະຕິບັດງານ ດ້ານສຸຂພາບ ເພີ່ມຂຶ້ນຢ່າງໄວວາ.
ຄວາມປອດພັຍສໍາລັບເຈົ້າໜ້າທີ່ສາທາຣະນະສຸກ ທີ່ໄດ້ຮັບການຝຶກອົບຮົມ ທີ່ເໝາະສົມເພື່ອບໍຣິການ ທັງຜູ້ຕິດເຊື້ອໂຄວິດ ແລະຜູ້ຕິດເຊື້ອ ທີ່ບໍ່ແມ່ນໂຄວິດ ແມ່ນມີຄວາມຕ້ອງການ ຢ່າງຮີບດ່ວນ ເພື່ອໃຫ້ໝັ້ນໃຈວ່າມີ ປະສິດທິພາບ ທັງສໍາລັບຜູ້ປະຕິບັດງານ ດ້ານສຸຂພາບ ແລະ ຜູ້ເຈັບເປັນ.
ຫລັກຖານເບື້ອງຕົ້ນຊີ້ໃຫ້ຫັນວ່າ ການຣະບາດຂອງ ໂຄວິດ-19 ໄດ້ສົ່ງຜົລກະທົບ ຕໍ່ການໃຫ້ບໍຣິການ ທີ່ຈໍາເປັນ ແລະສົ່ງຜົລກະທົບ ແບບບໍ່ກໍ້າເກິ່ງ ຕໍ່ແມ່ຍິງ ຮວມໄປເຖິງກຸ່ມ ຄົນທີ່ທຸກຍາກ ແລະກຸ່ມ ທີ່ສ່ຽງ ຊຶ່ງບໍ່ສາມາດໄດ້ຮັບການປິ່ນປົວສຸຂພາບ ທີ່ມີຄຸນນະພາບ ໄດ້ກ່ອນການຣະບາດ ຂອງເຊື້ອພຍາດນີ້. ຜົລກະທົບທັນທີຂອງ ໂຄວິດ-19 ເກີດຈາກການຢຸດໃຫ້ ບໍຣິການທີ່ຈໍາເປັນ 5 ປະການ ໃນຂນະທີ່ຍັງໄວເກີນໄປ ທີ່ຈະໄດ້ຮັບຜົລກະທົບຢ່າງເຕັມຮູບແບບ ຂອງ ໂຄວິດ-19 ຈົນມາເຖິງປັດຈຸບັນນີ້ ການຮັບຜູ້ປ່ວຍພາຍໃນ ແລະການສົ່ງມອບສິ່ງອໍານວຍ ຄວາມສະດວກ ໃຫ້ສະຖານທີ່ ທົດລອງ ໄດ້ຫລຸດລົງ 18% ແລະ 6% ຕາມດໍາດັບໃນໄຕຣມາດທີ 1 ປີ 2020 ຈາກ ໄຕຣມາດທີ 1 ປີ 2019.
ການໃຫ້ຄວາມຄຸ້ມຄອງທາງການເງິນ ແລະການສ້າງຄວາມໝັ້ນໃຈ ໃນການເຂົ້າເຖິງການບໍຣິການດ້ານສຸຂພາບ ທີ່ຈໍາເປັນ ສໍາລັບກຸ່ມຄົນ ອ່ອນແອ ທີ່ສຸດນັ້ນ ຈໍາເປັນຕ້ອງໄດ້ຮັບ ການຈັດລໍາດັບ ຄວາມສໍາຄັນ ເພື່ອຫລຸດຜ່ອນຜົລກະທົບ ຂອງເຊື້ອພຍາດໂຄວິດ-19 ນີ້.
ນັ້ນຄືສ່ວນນຶ່ງຂອງເນື້ອໃນບົດຣາຍງານຂອງຜູ້ຕິດຕາມສັງເກດການ ຂອງກຸ່ມທະນາຄານໂລກດ້ານເສຖກິດ ສປປລາວ ເມື່ອເດືອນພຶສພາ ທີ່ຜ່ານມານີ້.
Covid-19 ເປັນພຍາດທີ່ ອັນຕະລາຍ ແລະ ສາມາດຕິດແປດໄດ້ງ່າຍທີ່ສຸດ ເພາະໄລຍະບົ່ມເຊື້ອ ແມ່ນຍາວນານ ແລະສາມາດຕິດຕໍ່ຈາກ ຜູ້ນຶ່ງໄປໃສ່ອີກຜູ້ໜຶ່ງ ແລະໄປສູ່ຫລາຍຄົນໄດ້ ແລະ ທີ່ສຳຄັນ ແມ່ນມາເຖິງປັດຈຸບັນ ຍັງບໍ່ມີຢາປິ່ນປົວພຍາດນີ້ໄດ້. ສະນັ້ນ ການປ້ອງກັນ ໂຕເອງແມ່ນສຳຄັນທີ່ສຸດ ຊຶ່ງຕົ້ນຕໍກໍແມ່ນສັງເກດອາການ ຄື:
- ໄຂ້, ຂີ້ມູກຍ້ອຍ, ໄອ ແລະ ເຈັບຄໍ. ບາງຄັ້ງຖ້າອາ¬ການໜັກຂຶ້ນ ອາດເຮັດໃຫ້ຫາຍໃຈຍາກ ຫຼືເກີດພຍາດອັກເສບປອດ ຊຶ່ງຈະສະແດງ ອາການອອກມາພາຍໃນ 14 ມື້ ຫລັງຈາກທີ່ໄດ້ສຳຜັດ ກັບເຊື້ອພຍາດນີ້.
ການປ້ອງກັນໂຕເອງ ແມ່ນໃຊ້ຜ້າອັດປາກອັດດັງ, ໝັ່ນລ້າງມືດ້ວຍສະບູ ຫລືໃຊ້ເຈວລ້າງມື ທີ່ມີສ່ວນປະສົມຂອງເຫຼົ້າ, ຫຼີກລ້ຽງການສຳຜັດ ຕາ, ດັງ ແລະປາກ ຖ້າບໍ່ໄດ້ລ້າງມື, ຫລີກລ້ຽງການສຳຜັດ ໃກ້ຊິດກັບຄົນ ທີ່ມີອາການໄຂ້ ແລະໄອ, ເວລາໄອ ຫລື ຈາມ ຕ້ອງປິດປາກ ແລະດັງ ດ້ວຍຂໍ້ສອກ ຫລືໃຊ້ເຈັ້ຽອະນາໄມ, ຜ້າອັດປາກອັດດັງ ແລະເຈັ້ຍອະນາໄມທີ່ໃຊ້ແລ້ວ ໃຫ້ຖິ້ມໃສ່ຖັງຂີ້ເຫຍື້ອ ທີ່ມີຝາປິດ.