ບໍ່ອະນຸຍາດໃຫ້ນັກໂທດຕິດເຊື້ອ ປິ່ນປົວຢູ່ບ່ອນອື່ນ

ມາເຖິງປັດຈຸບັນນີ້ ເຊື້ອໂຄວິດ-19 ຖືວ່າເປັນມະຫັນຕະພັຍທີ່ ຄືບຄານ ເຂົ້າໄປທຸກສະຖານທີ ບໍ່ເວັ້ນແມ່ນແຕ່ໃນຄຸກ ແລະ ນັກໂທດທີ່ໄດ້ຮັບເຊື້ອ ຈະບໍ່ໄດ້ຮັບອະນາຍາດໃຫ້ໄປ ປິ່ນປົວນອກສະຖານທີ່ເດັດຂາດ ເພາະວ່ານັກໂທດເຫຼົ່ານັ້ນອາຈຖືໂອກາດຫຼົບໜີ.

ມາຕການລ໊ອກດາວ ຍັງສືບຕໍ່ປະຕິບັດ ໃນຫຼາຍແຂວງ ນັກຂ່າວ ພົລເມືອງ

ທາງການລາວປະກາດໃນມື້ວັນທີ 15 ຕຸລາ ນີ້ວ່າ ຈາກຜົລຂອງການ ກວດວິເຄາະຫາເຊື້ອໂຄວິດ-19  6,512 ຄົນໃນມື້ວັນທີ 14 ຕຸລາ ໄດ້ກວດພົບຜູ້ຕິດເຊື້ອຕື່ມອີກ 573 ຄົນ. ໃນນັ້ນຕິດເຊື້ອໃນຊຸມຊົນ 571 ຄົນ ແລະນໍາເຂົ້າ 2 ຄົນ.         

ໃນຄ້າຍຄຸມຂັງ ຢູ່ຫຼາຍແຂວງຂອງລາວ ມີນັກໂທດຕິດເຊື້ອໂຄວິດ-19 ຫຼາຍຂຶ້ນ ເປັນຕົ້ນຄ້າຍຄຸມຂັງນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີນັກໂທດຕິດເຊື້ອໂຄວິດ-19 ເກືອບເຖິງ 170 ຄົນ, ຄ້າຍຄຸມຂັງຢູ່ບ້ານຜາໂອ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ຕິດເກືອບເຖິງ 200 ຄົນ ແລະຄ້າຍຄຸມຂັງຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີເກືອບເຖິງ 250 ຄົນ ໃນສັບປະດານີ້. ພວກນັກໂທດຢູ່ໃນຄ້າຍຄຸມຂັງຕິດໂຄວິດ-19 ສ່ວນຫຼາຍແມ່ນຕິດນໍາເຈົ້າໜ້າທີ່ ທີ່ຕິດເຊື້ອໂດຍບໍ່ຮູ້ຕົວ ໄປປ່ຽນກັນເວນຍາມ ເຮັດໃຫ້ເຊື້ອນັ້ນແພ່ຫຼາຍ, ມີການສ້າງສູນກັກໂຕ ແລະປິ່ນປົວຢູ່ໃນນັ້ນ, ເປັນສະຖານທີ່ຄັບແຄບແຕ່ທາງການລາວຈະບໍ່ອະນຸຍາດໃຫ້ ນັກໂທດໃນຄ້າຍຄຸມຂັງ ທີ່ຕິດໂຄວິດ-19 ເຫຼົ່ານັ້ນອອກໄປປິ່ນປົວຂ້າງນອກເດັດຂາດ ຍ້ອນຢ້ານພວກເຂົາເຈົ້າຫຼົບໜີ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ຕຸລານີ້ວ່າ:

ແມ່ນແຫຼະ ເມືອງທ່າແຂກ ໂອ໋ຍຫຼາຍ ມັນກໍຈະທໍານອງດຽວຫັ້ນແຫຼະ ບາງເທື່ອມັນກໍຈະຕິດໃສ່ເຈົ້າໜ້າທີ່ອິຫຍັງນີ້ແຫຼະ ມັນບໍ່ຮູ້ໂຕເນາະ ມັນຈະມີການກັກໂຕຢູ່ໄດ໋ ແຍກຫັ້ນແຫຼະເນາະ ເປັນສູນຢູ່ໃນຄ້າຍ ເຂົາຈະບໍ່ເອົາອອກມາແຫຼະເນາະ ເພາະວ່າເປັນນັກໂທດ ຈັກໜ່ອຍັນມີການຫຼົບໜີເນາະ.

ໃນຂະນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍກ່າວໃນມື້ດຽວກັນນີ້ວ່າ ຢູ່ຄ້າຍຄຸມຂັງທີ່ນະຄອນຫຼວງວຽງຈັນ ມີນັກໂທດຕິດໂຄວິດ-19 ຂ້ອນຂ້າງຫຼາຍ ແຕ່ກໍມີການຄວບຄຸມ ສະຖານະການໄດ້ແລ້ວ,ໄດ້ແຍກກຸ່ມສ່ຽງອອກຈາກກັນ, ແຍກຜູ້ຕິດເຊື້ອໄປປິ່ນປົວຕ່າງຫາກ ຢູ່ໃນຄ້າຍຄຸມຂັງແຕ່ກໍຍັງມີບັນຫາຫຍຸ້ງຍາກ ເຣື່ອງການກົກໂຕ 14 ມື້, ເຣື່ອງການກົກໂຕຕື່ມ ເພື່ອຄວາມໝັ້ນໃຈ ເຖິງກວດບໍ່ພົບເຊື້ອ ດັ່ງທີ່ທ່ານກ່າວວ່ວ່າ:

ແຕ່ວ່າໃນເວລາໄລຍະ 14 ມື້ທີ່ເຮົາກວດອາຈບໍ່ທັນໄດ້ພົບ ກໍເຮັດໃຫ້ຈັງຫວະຂອງການຕິດເຊື້ອ ຂ້ອນຂ້າງວ່າເພີ່ມຂຶ້ນ 2-3 ວັນມານີ້ ພວກເຮົາກໍໄດ້ມີວິທີແຍກເປັນແຕ່ຣະດັບໆ ໂດຍຈະບໍ່ໃຫ້ມີການປົນກັນເນາະ ໜາເກີນໄປ ດຽວນີ້ຈະເຂົ້າໄປຈະຕ້ອງໄດ້ເຊບຕີ້ (Safety-ປອດພັຍ) 100%.”

ຢູ່ນະຄອນຫຼວງວຽງຈັນ ນອກຈາກຢູ່ຄ້າຍຄຸມຂັງແລ້ວ ກໍຍັງກວດພົບຄົນງານໃນໂຮງງານ ຕິດໂຄວິດ-19 ຮວມທັງຄົນງານຢູ່ໂຮງງານເວນເຈີ້ ທີ່ບ້ານສາຍນໍ້າເງິນ ເມືອງໄຊທານີ ຍ້ອນວ່າ ຄົນງານທີ່ຖືກກັກໂຕແລ້ວ 14 ມື້, ໄດ້ກວດຫາເຊື້ອບໍ່ພົບ ແລ້ວກັບເຂົ້າໄປເຮັດວຽກ ຢູ່ໂຮງງານຕາມປົກກະຕິ ເຮັດໃຫ້ມີຫຼາຍຄົນຕິດນໍາ ໂດຍທີ່ຫຼາຍຄົນທີ່ຖືກກັກໂຕ 14 ມື້  ແລະໄດ້ກວດຫາເຊື້ອບໍ່ພົບແລ້ວຍັງຕິດເຊື້ອຢູ່.

ທາງການໄດ້ໃຫ້ເອົາຫໍພັກຫຼັງທີ 2 ຂອງໂຮງງານດັ່ງກ່າວ ເປັນບ່ອນກົກໂຕ ແລະເປັນບ່ອນປິ່ນປົວຜູ້ຕິດເຊື້ອ ໂດຍມີແພດ ແລະໝໍ ຕິດຕາມຊ່ອຍເຫຼືອ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງໄຊທານີ ຜູ້ຂໍສງວນຊື່ແລະຕໍາແໜ່ງທ່ານນຶ່ງເວົ້າໃນມື້ວັນທີ 15 ຕຸລານີ້ວ່າ:

“ຕາມແຜນແລ້ວແມ່ນແນວນັ້ນ ການຕົກລົງກັນນ່າ ມັນກໍແນວຫໍພັກເຂົາເປັນ 2 ຊັ້ນພຸ້ນເນາະ ຢູ່ຫັ້ນເນາະ ຢູ່ຫັ້ນໝົດນ່າ ເຂົາກັກໂຕຫັ້ນນ່າ ໃຫ້ໂຮງໝໍ 150 ຕຽງ ຮັບຜິດຊອບເນາະ ເຣື່ອງການແພດ ເພື່ອຕິດຕາມເອົາເນາະ.”

ຢູ່ແຂວງຫົວພັນ ມີແຈ້ງການອອກມາຕື່ມ ໃນມື້ວັນທີ 14 ຕຸລານີ້ ທັງມີມາຕການຜ່ອນຜັນ ແລະສືບຕໍ່ປະຕິບັດມາຕການເດີມ ຄືຍັງບໍ່ອະນຸຍາດໃຫ້ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊີນປ້ອງກັນໂຄວິດ-19 ຄົບກໍານົດຈາກພື້ນທີ່ສີແດງ ເດີນທາງເຂົ້າມາແຂວງນີ້ເດັດຂາດ ຍ້ອນມີຄວາມສ່ຽງທີ່ຈະນໍາເຊື້ອ ເຂົ້າມາແພ່ຣະບາດຢູ່ໃນແຂວງນີ້ຕື່ມ. ສໍາລັບມາຕການຜ່ອນຜັນ ຄືຄົນຕ່າງແຂວງທີ່ໄດ້ສັກວັກຊີນ ຄົບກໍານົດແລ້ວສາມາດເດີນທາງເຂົ້າມາແຂວງນີ້ໄດ້ ແລະຜູ້ທີ່ມາຈາກພື້ນທີ່ສີຂຽວ ຕ້ອງໄດ້ຖືກກັກໂຕ 14 ມື້. ສ່ວນຜູ້ທີ່ຍັງບໍ່ທັນໄດ້ສັກວັກຊີນຈາກພື້ນທີ່ສີຂຽວ ແລະຜູ້ທີ່ໄດ້ສັກວັກຊີນຄົບກໍານົດຈາກພື້ນທີ່ສີແດງ ເຂົ້າມາແຂວງນີ້ໄດ້ ແຕ່ຕ້ອງຖືກກັກໂຕ 21 ມື້ ດັ່ງເຈົ້າໜ້າທີ່ແຂວງຫົວພັນທ່ານນຶ່ງເວົ້າວ່າ:

ຄົນຕ່າງແຂວງຫັ້ນກໍເຂົ້າໄດ້ເນາະ ອີງຕາມແຈ້ງການ ເພິ່ນຫາກວ່າຜ່ອນຜັນ ມື້ວານນີ້ເນາະ ບຸກຄົນທີ່ວ່າໄດ້ສັກຢາຄົບ 2 ໂດສ ເນາະຕາມຊນິດ ແລະກໍເດີນທາງມາຈາກບ້ານສີຂຽວ ແມ່ນຕ້ອງໄດ້ກັກໂຕຢູ່ຈຸດກັ່ນກອງ 14 ວັນ. ສໍາລັບຄົນທີ່ສັກວັກຊີນ ຄົນເດີນທາງມາຈາກບ້ານສີແດງນີ້ນ່າ ແມ່ນຕ້ອງໄດ້ກັກໂຕ 21 ວັນ.”             

ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການກວດຫາເຊື້ອໂຄວິດ-19 661,633 ຄົນ, ມີຜູ້ຕິດ ເຊື້ອສະສົມ 31,188 ຄົນ, ປິ່ນປົວຫາຍແລ້ວ 23,623 ຄົນ, ກໍາລັງປິ່ນປົວ 7,529 ຄົນ, ເສັຍຊີວິດ 36 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org