ມ.ຊຽງເງິນນໍ້າຖ້ວມເສັຽຫາຍ ໜັກ
2016.08.22
ເຈົ້າໜ້າທີ່ ເມືອງຊຽງເງິນ ທ່ານນຶ່ງ ກ່າວວ່າ ເຫຕການ ນ້ຳຖ້ວມ ເມືອງຊຽງເງິນ ແຂວງ ຫຼວງພຣະບາງ ເມື່ອວັນທີ 19-20 ສິງຫາ 2016 ເປັນເຫຕການ ນ້ຳຖ້ວມ ຄັ້ງໃຫ່ຽ ແລະ ສ້າງຄວາມເສັຽຫາຍ ຫຼາຍ ເປັນຄັ້ງ ປວັຕການ ຂອງ ເມືອງຊຽງເງິນ, ມີຊາວບ້ານ ຫຼາຍຄອບຄົວ ໃນຫຼາຍໝູ່ບ້ານ ໄດ້ຮັບ ຄວາມເສັຽຫາຍ ຢ່າງໜັກ ເປັນຕົ້ນແມ່ນ ບ້ານປາກຂັນ, ບ້ານສວນຫຼວງ ແລະ ບ້ານລ່ອງອໍ້ ຊື່ງ ເປັນພື້ນທີ່ຕ່ຳ. ດັ່ງ ເຈົ້າໜ້າທີ່ ເມືອງຊຽງເງິນ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ໃນວັນທີ 22 ສິງຫາ 2016 ນີ້ວ່າ:
“ໂອ ໂຕນີ້ເຣື້ອງເສັຽຫາຍ ມັນກະເສັຽຫາຍຫຼາຍຢູ່, ແຕ່ວ່າໂຕນີ້ ມັນເສັຽຫາຍ ຕັ້ງແຕ່ ຢູ່ແຖວ ບ້ານປາກຂັນ, ມັນລວມມາຮອດ ຢູ່ແຖວ ພີ້ແຫຼະ ແຖວສວນຫຼວງ, ແຖວລ່ອງອໍ້ ເພາະວ່າ ແຖວນີ້ ນ້ຳ ມັນຈະຖ້ວມຫຼາຍ ມັນເປັນເຂດ ຕ່ຳນ່າ. ບາງຫຼັງຄາເຮືອນ ທີ່ຢູ່ຕາມ ແຄມນ້ຳ ມັນກະຍັງ ຖ້ວມຢູ່, ຊັ້ນນ່າ”.
ທ່ານກ່າວຕື່ມວ່າ ມາຮອດມື້ນີ້ ສະພາບ ນ້ຳຖ້ວມ ແມ່ນລົດລົງ ຫຼາຍແລ້ວ ພາຍຫຼັງທີ່ ຣະດັບນ້ຳຄານ ຫຼຸດລົງ ຢ່າງຕໍ່ເນື່ອງ ແລະ ຖນົນສາຍ ສຳຄັນ ກໍ່ສາມາດ ກັບມາ ທຽວໄດ້ ແຕ່ກໍ່ຍັງມີ ບາງຫຼັງຄາ ເຮືອນ ທີ່ຍັງຖືກ ນ້ຳຖ້ວມຂັງ ຫຼາຍຢູ່ ຍ້ອນ ຕັ້ງເຮືອນ ຢູ່ແຄມນ້ຳ.
ສ່ວນອຳນາດ ການປົກຄອງ ເມືອງຊຽງເງິນ ກໍ່ເລັ່ງ ການສຳຣວດ ພື້ນທີ່ ເພື່ອປະເມີນ ຄວາມເສັຽຫາຍ ເພື່ອຊ່ວຍເຫຼືອ ຊາວບ້ານ ຕາມ ກໍຣະນີ ໜັກເບົາ ແຕກຕ່າງ ກັນໄປ, ຊຶ່ງຄາດວ່າ ຈະມີຫຼາຍຮ້ອຍ ຫຼັງຄາເຮືອນ ທີ່ໄດ້ຮັບ ຄວາມເສັຽຫາຍ:
”ທາງເມືອງຊຽງເງິນຫັ້ນ ດຽວນີ້ ທາງເຈົ້າເມືອງ ຫັ້ນເພິ່ນ ກຳລັງຮິບໂຮມ ຂໍ້ມູນຢູ່, ແຕ່ວ່າເພິ່ນ ກຳລັງສຳຣວດຢູ່, ແຕ່ວ່າມັນ ນ້ຳມັນຫາ ກະແຫ້ງ ມື້ວານນີ້ ຣົດທຽວຫາກະ ໄປໄດ້ ມື້ວານນີ້. ແຕ່ວ່າຍັງ ບໍ່ຮູ້ ຣາຍຣະອຽດ ເທື່ອວ່າ ມັນມີຈັກ ຄອບຄົວ ເສັຽຫາຍ ລະມັນເອີ້ນວ່າ ມັນຈັດຢູ່ໃນ ປະເພດ ມັນມີປະເພດ 1 ປະເພດ 2 ປະເພດ 3. ຄືສຳລັບ ປະເພດ 1 ແມ່ນຂະເຈົ້າ ຊິຈັດວ່າຢູ່ ໃນປະເພດ ເສັຽຫາຍຫຼາຍ, ຊີ້ນ່າ”.
ເມືອງຊຽງເງິນ ແຂວງຫຼວງພຣະບາງ ຖືກນ້ຳຖ້ວມ ໜັກເປັນປີທີ 2 ຕິດຕໍ່ກັນ ສ້າງ ຄວາມເສັຽຫາຍ ຢ່າງສາຫັດ ໃຫ້ຊາວບ້ານ ໃນຫຼາຍ ໝູ່ບ້ານ ທີ່ຕັ້ງ ບ້ານເຮືອນ ໃກ້ແຄມ ນ້ຳຄານ.