ສານເຄມີຕົກຄ້າງຈາກການລັກ ຂຸດຄໍາ

ສົມເນ
2014.07.29
f-default ສານເຄມີຕົກຄ້າງຈາກການລັກ ຂຸດຄໍາ
RFA

 

ປັດຈຸບັນ ຊາວໂພນສວັນ ເມືອງແປກ ຂ. ຊຽງຂວາງ ຫລາຍ ຄອບຄົວ ທີ່ ອາໄສຢູ່ຕາມ ແຄມແມ່ນໍ້າ ໄດ້ຮັບ ຜົນກະທົບ ຈາກ ສານເຄມີ ທີ່ ໃຊ້ໃນການ ສະກັດ ເອົາຄໍາ. ສານເຄມີ ທີ່ວ່ານີ້ ເຮັດໃຫ້ນໍ້າ ເກີດເປັນ ມົລພິດ ຈົນວ່າ ປະຊາຊົນ ບໍ່ກ້າຈະໃຊ້ ອາບແລະກິນ. ຊາວບ້ານ ໄດ້ສະເໜີ ໄປຍັງ ຜແນກ ພລັງງານ ແລະ ບໍ່ແຮ່ ເພື່ອ ໃຫ້ແກ້ໄຂ ບັນຫາ ນໍ້າເປິເປື້ອນ.

ເມື່ອເອເຊັຍ ເສຣີ ຕິດຕໍ່ໄປຍັງ ກະຊວງ ພລັງງານ ແລະ ບໍ່ແຮ່ ກໍໄດ້ ຄໍາຕອບວ່າ ບັນຫາ ທີ່ ເກີດຂື້ນນັ້ນ ມີຈິງ ຍ້ອນມີ ຄົນລັກລອບ ຂຸດຄົ້ນຄໍາ ຕົກຂ້ອນ ແລະ ບອກວ່າ ທາງ ກະຊວງ ພລັງງານ ແລະບໍ່ແຮ່ ກັບ ກະຊວງ ຊັພຍາກອນ ທັມຊາຕ ແລະ ສິ່ງແວດລ້ອມ ກໍາລັງ ແກ້ໄຂຢູ່. ດັ່ງທ່ານ ໄດ້ກ່າວ:

"ຄັນແມ່ນຂຸດ ກ່າເປັນ ການລັກຂຸດ ຊັພຍາກອນ ທັມຊາດ ເພິ່ນຊິເປັນ ຜູ້ຄຸ້ມຄອງ ຊັພຍາກອນ ນີ້. ສໍາລັບ ພລັງງານ ແລະ ບໍ່ແຮ່ ຈະ ຄຸ້ມຄອງ ແຕ່ທີ່ ຣັຖບານ ອະນຸຍາດ ຂຸດຄົ້ນ ທີ່ຖືກ ຕ້ອງ ຕາມ ກົດໝາຍ".

ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ກ່າວ ຕໍ່ໄປວ່າ ຜ່ານມາ ບໍ່ທັນ ອະນຸຍາດ ໃຫ້ ພາກສ່ວນໃດ ຂຸດຄົ້ນຄໍາ ຢູ່ ເມືອງແປກ ເທື່ອ ແຕ່ພື້ນທີ່ ບ່ອນມີການ ລັກຂຸດຄໍາ ນັ້ນ ເປັນພື້ນທີ່ ຂອງ ບໍຣິສັດ ບໍ່ແຮ່ ເບັ້ຍ ທີ່ ໄດ້ຮັບ ສັມປະທານ. ປັດຈຸບັນ ພື້ນທີ່ ດັ່ງກ່າວ ຢູ່ໃນ ຂັ້ນ ຕອນ ການສໍາຣວດ ແລະ ສຶກສາ ຄວາມ ເປັນໄປໄດ້. ເມື່ອ ເອເຊັຍເສຣີ ຕິດຕໍ່ ໄປຍັງ ຜແນກ ຊັພຍາກອນ ນໍ້າ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ ໄດ້ຮັບ ຄໍາຕອບວ່າ ບໍ່ທັນໄດ້ ຮັບຣາຍງານ ຈາກທາງ ກະຊວງ ເທື່ອ ກ່ຽວກັບ ເຣື້ອງທີ່ ເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.