ບ້ານຖາວອນຂອງຜູ້ປະສົບພັຍ ເຂື່ອນແຕກ ມ.ສນາມໄຊ

ໄມຊູລີ
2019.10.02
f-sanamxay ການກໍ່ສ້າງເສັ້ນທາງ ໃນເມືອງສະໜາມໄຊ ແຂວງ ອັດຕະປື
ຮູບພາບຈາກ : ນັກຂ່າວອັດຕະປື

ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ກໍານົດ 4 ຈຸດທີ່ຈະກໍ່ສ້າງບ້ານຖາວອນ ໃຫ້ກັບຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ຊຶ່ງປັຈຈຸບັນ ກໍາລັງຢູ່ໃນຣະຍະການອອກແບບ ຄາດວ່າ ຈະເຣີ້ມກໍ່ສ້າງໃນປີໜ້ານີ້, ອິງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 2 ຕຸລາ ນີ້:

“ປັຈຈຸບັນ ທາງໂຄງການກໍດູແລ ສຸດຄວາມສາມາດ ຢູ່ເນາະດຽວນີ້ ຈິ່ງເຮັດບ້ານພັກຖາວອນ ຫາກໍເຣີ້ມສໍາຣວດ ອອກແບບ, ຕັດທາງໝົດ ແລ້ວ ກໍກໍາລັງ ດີຊາຍ ເມືອງໃໝ່ ຢູ່ທີ່ໃໝ່ເນາະ ກໍດໍາເນິນການໄປຢູ່ ຕ້ອງໃຊ້ເວລາແຫລະ.”

ທ່ານວ່າ ທາງການລາວ ເປັນຜູ້ກໍານົດພື້ນທີ່ ໃຫ້ທາງໂຄງການ ທັງໝົດ 4 ຈຸດ ຄື: ຈຸດທີ່ 1 ບ້ານດົງບາກ, ບ້ານຕາມະຢອດ, ບ້ານບົກ ແລະ ຈຸດທີ່ 4 ບ້ານທ່າຫິນ, ຊຶ່ງໄດ້ເຂົ້າໄປຖາງປ່າຕັດໄມ້ ແລະ ສ້າງຖນົນຫົນທາງ ເຂົ້າໄປໝົດແລ້ວ ຊື່ງຈຸດທີ່ຈະສ້າງ ບ້ານຖາວອນ ຈະສ້າງຫ່າງຈາກ ແຄມນໍ້າເຊປຽນ ປະມານ 5 ຫລັກ ເພື່ອປ້ອງກັນ ເຫດການຮ້າຍແຮງ ເປັນຕົ້ນເຂື່ອນແຕກ ແລະ ນໍ້າຖ້ວມຊໍ້າຮອຍ.

ສ່ວນມູນຄ່າ ການກໍ່ສ້າງທັງຫມົດ ທາງໂຄງການເຂື່ອນໄຟຟ້າ ຍັງບໍ່ໃຫ້ຣາຍລະອຽດ ວ່າຈະນໍາໃຊ້ງົບປະມານ ຫລາຍຫນ້ອຍປານໃດ ແຕ່ເພື່ອເປັນການຮັບຜິດຊອບ ຕໍ່ສິ່ງທີ່ເກິດຂຶ້ນ ສະນັ້ນໂຄງການຈະເປັນຜູ້ຮັບຜິດຊອບທັງໝົດ ໂດຍມີຣັຖບານລາວ ເປັນຜູ້ ບໍຣິຫານ:

”ໂອ່ຍ, ຍັງຍາວ ຍັງໃຊ້ເວລາດົນນານ ເພື່ອສິຟື້ນຟູເຂົາເຈົ້າ ປັຈຈຸບັນ ກໍດູແລເຂົາເຈົ້າ ກໍຄືເງິນຊ່ວຍເຫລືອ ເປັນເດືອນ ເປັນເດືອນ ເປັນອັດຕຣາ ອັນນີ້ທັງໝົດ ແມ່ນຈັດຕັ້ງ-ນໍາພາ ໂດຍຣັຖບານ ເບື້ອງໂຄງການ ກໍພຽງແຕ່ ເປັນຜູ້ support ສນັບສນຸນ.”

ທ່ານວ່າ ການສ້າງບ້ານຖາວອນ ໃຫ້ຜູ້ປະສົບພັຍ ເຂື່ອນແຕກນີ້ ຍັງບໍ່ມີກໍານົດ ວ່າຈະສໍາເຣັດ ໃນປີໃດແທ້ ແຕ່ຈະບໍ່ໃຫ້ເກີນ ປີ 2025 ຢ່າງແນ່ນອນ.

ເຖິງຢ່າງໃດກໍຕາມ ຣະຍະຜ່ານມາປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ທັງໝົດ 6 ບ້ານ ເກືອບ 6 ພັນຄົນ ບໍ່ໄດ້ຮັບເງິນຊ່ວຍເຫລືອ ເດືອນລະ 2 ແສນ 50 ພັນກິບຕໍ່ເດືອນ ຣະຫວ່າງ ເດືອນເມສາ ແລະ ເດືອນພຶສພາ ຜ່ານມາ  ເຮັດໃຫ້ຊາວບ້ານ ບໍ່ມີເງິນຊື້ເຄື່ອງຢູ່ ຂອງກິນ ແລະ ສິ່ງຂອງເຄື່ອງໃຊ້ ທີ່ຈໍາເປັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.