ຊາວບ້ານໃກ້ເຂື່ອນຮູ້ສຶກແຜ່ນ ດິນໄຫວ

ສິດນີ
2014.05.08
f-bannatognay ຄຸ້ມບ້ານຈັດສັນໃໝ່ ສໍາລັບຊາວບ້ານ ທີ່ໂຍກຍ້າຍຈາກ ໂຄງການ ເຂື່ອນ ໄຊຍະບູຣີ ບ້ານນາຕໍໃຫຍ່ ເປັນເຂດຈັດສັນ
Internationalriver

 

ຊາວບ້ານ ຈາກບ້ານ ຫ້ວຍຫີບ ເມືອງນ່ານ ແຂວງ ໄຊຍະບູຣີ ຊື່ງ ເປັນນຶ່ງ ໃນບ້ານ ຈັດສັນ ໃຫມ່ ຂອງ ໂຄງການ ສ້າງ ເຂື່ອນ ໄຊຍະບູຣີ ເວົ້າວ່າ ເມື່ອ ວັນທີ 5 ພຶສພາ 2014 ຜ່ານມາ ພວກ ຂະເຈົ້າ ໄດ້ຮູ້ສຶກ ເຖິງແຮງ ສັ່ນ ສະເທືອນ ທີ່ ເກີດຈາກ ແຜ່ນດິນ ໄຫວ ທີ່ ແຂວງ ຊຽງຮາຍ ຂອງໄທ ແລະ ຢ້ານວ່າ ຖ້າຫາກ ເກີດ ຂຶ້ນອີກ ອາຈມີ ຜົລ ກະທົບ ຕໍ່ບ້ານເຮືຶອນ ທີ່ ຂະເຈົ້າ ຢູ່ອາສັຍ.

"ກໍສັ່ນ ແຕ່ແບບວ່າ ທັມມະດາ ບໍ່ເຖີງຂັ້ນ ອັນຕຣາຍ ໂອ້ ກໍຢ້ານ ແດ່ ເພາະວ່າ ມັນຄອນສັ່ນ ເພາະວ່າດິນ ທີ່ເຮົາຢູ່ ມັນບໍ່ໄດ້ ມາຕຖານ ເທື່ອ ຖ້າກົກໄມ້ ໃຫຍ່ ຂຶ້ນມາ ແລ້ວ ມັນກໍມາຕຖານ ດີຢູ່".

ທ່ານກ່າວ ຕຶ່ມວ່າ ຖ້າຫາກ ເຫດ ແຜ່ນດີນໄຫວ ເກີດຂຶ້ນອີກ ໃຫມ່ ແລະ ແຮງກວ່ານີ້ ຈະເປັນ ອັນຕຣາຍ ໄດ້ ຍ້ອນວ່າ ດິນບ່ອນສ້າງ ບ້ານເຮືອນ ປັດຈຸບັນ ນີ້ ເປັນດິນ ໃຫມ່ ມາຈາກ ການຕັດ ຫນ້າ ຜາ ຍັງບໍ່ໄດ້ປູກ ຕົ້ນໄມ້ ພຽງພໍ ອາດຈະເຮັດ ໃຫ້ດິນ ເຈຶ່ອນໄດ້. ໃນຣະດູຝົນ ຜ່ານມາ ເຮືອນ ປະຊາຊົນ ຫລາຍຫລັງ ກໍຖືກດິນ ເຈື່ອນ ໃສ່ ຍ້ອນຝົນ ຕົກລິນ ຫລາຍວັນ.

ສຳລັບບ້ານ ທີ່ຕັ້ງຢູ່ ລຸ່ມເຂື່ອນ ດັ່ງບ້ານ ປາກບໍ່ ບ້ານ ຫ້ວຍຄູຫລວງ ແລະ ບ້ານອາຄ່າ ໃນເຂດ ເມືອງນ່ານ ແຂວງ ຫລວງ ພຣະບາງ ແລະ ບ້ານ ປາກຫຸ່ງ ໃນເຂດ ເມືອງ ໄຊຍະບູຣີ ແຂວງ ໄຊຍະບູຣີ ຖ້າເຫດການ ແບບນີ້ ເກີດອີກໃຫມ່ ແຮງກວ່ານີ້ ອາດ ຈະໄດ້ຮັບ ຜົລ ກະທົບ ຈາກເຂື່ອນ ແຕກ ໄດ້ ຖ້າເຂື່ອນ ສ້າງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.