ຊາວບ້ານຂໍໃຫ້ກວດກາ ກ້ານໃຊ້ ສານເຄມີ
ປະຊາຊົນ ຢູ່ເມືອງພຽງ ແຂວງ ໄຊຍະບູຣີ ຮຽກຮ້ອງ ໃຫ້ຫນ່ວຍງານ ທີ່ກ່ຽວຂ້ອງ ລົງໄປ ກວດກາ ສວນປູກກ້ວຍ ແລະ ໝາກໂມ ຂອງຈີນ.
-
ສິດນີ
2017-02-12 -
-
-
Your browser doesn’t support HTML5 audio
ປະຊາຊົນໃນເຂດ ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູຣີ ໄດ້ຮຽກຮ້ອງ ໃຫ້ຫນ່ວຍງານ ທີ່ກ່ຽວຂ້ອງ ລົງໄປກວດກາ ສານເຄມີ ຢູ່ ສວນກ້ວຍ ແລະ ສວນຫມາກໂມ ຂອງ ນັກລົງທຶນຈີນ ຍ້ອນມັນ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ເປັນຕົ້ນ:
1-ສັດນ້ຳ ບາງຊນິດ ເກືອບ ສູນພັນ ໄປຫມົດແລ້ວ.
2-ໄຄຫີນ ທີ່ອອກຕາມຫມາກຫີນ ທີ່ຊາວບ້ານ ເອົາໄປປຸງ ເປັນອາຫານ ໃນປັດຈຸບັນ ບໍ່ສາມາດກິນ ໄດ້ແລ້ວ ຍ້ອນປົນເປື້ອນ ໄປດ້ວຍ ສານເຄມີ
ແລະ 3-ເນື້ອທີ່ ປູກຝັງ ຂອງປະຊາຊົນ ບາງເຂດ ກໍຖືກທຳລາຍ ຍ້ອນສານເຄມີ ຈາກສວນກ້ວຍ ແລະ ສວນຫມາກໂມ ທີ່ ໄຫລມາໃສ່.
ໃນບັນຫາດັ່ງກ່າວ ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງ ເຈົ້າຫນ້າທີ່ທ້ອງຖິ່ນ ທີ່ເມືອງພຽງ ແລະໄດ້ຄຳຕອບວ່າ ສວນກ້ວຍ ຂອງຈີນ ນີ້ເປັນພຽງ ການປູກທົດລອງ ຊື່ໆ ໂດຍມີກຳນົດ ນຶ່ງປີ ຫລັງຈາກນັ້ນ ທາງຫ້ອງການເມືອງ ກໍຈະໃຫ້ເຊົາ:
"ຕົວນີ້ມັນກຳລັງທົດລອງ ເຂົາກຳລັງເຮັດ ບໍ່ທັນຮອດປີເນາະ ກຳລັງສຶກສາກັນຢູ່ ເຮົາສິໃຫ້ເຮັດຕໍ່ ປີດຽວ ເຮົາສິບໍ່ໃຫ້ ມີການຂຍາຍຕໍ່ໄປ ເດັດຂາດ ອັນນີ້ເຮົາຈະໃຫ້ເຮັດ ຣະດູການໃດ ຣະດູການນັ້ນ ຖ້າວ່າມີ ຜົລກະທົບອີກ ເຮົາຈະບໍ່ໃຫ້ ລົງທຶນເລີຍ".
ສຳລັບການໃຊ້ສານເຄມີ ຢູ່ສວນກ້ວຍ ແລະສວນຫມາກໂມ ນັ້ນທ່ານເວົ້າວ່າ ທາງເມືອງ ໄດ້ມີການຈຳກັດ ການໃຊ້ສານເຄມີ ທີ່ນຳເຂົ້າ ຈາກຕ່າງປະເທດ ສ່ວນໃຫຍ່ ໃຫ້ໃຊ້ຝຸ່ນ ທີ່ຜລິດໃນລາວ:
"ເພາະວ່າມັນປີແລກ ແລະ ອີກຢ່າງ ມັນກໍສິເວົ້າເນາະ ເມືອງພຽງ ດິນດີດິນງາມ ຢູ່ແລ້ວ ແຕ່ວ່າເຣື້ອງການ ໃຊ້ສານເຄມີ ຕ່າງໆ ເຮົາກໍ ຈຳກັດ ວ່າເອົາປຸ້ຍ ນຳໃຊ້ ເຮົາບໍ່ຢາກໃຫ້ ເອົານຳເຂົ້າ ມາຈາກຕ່າງປະເທດ ສ່ວນຫລາຍ ກໍຈາກລາວຫມົດ ປຸຍຈາກ ແຂວງຄຳມ່ວນບໍ ແຂວງ ສວັນນະເຂດ ນີ້ເອົາມາເປັນ ປຸ້ຍ ຊີວະພາບ".
ກ່ຽວກັບການກວດກາ ທ່ານວ່າທາງການ ຈະລົງໄປກວດກາ ຫຼັງຈາກສິ້ນສຸດສັນຍານຶ່ງປີ ກັບບໍຣິສັດ ຜຸ້ລົງທຶນ ບໍຣິສັດຈີນ ທີ່ປູກກ້ວຍ ໃນເມືອງພຽງ ແຂວງໄຊຍະບູຣີ ໄດ້ປູກ້ວຍ ໃນຫລາຍແຂວງ ໃນລາວ ດັ່ງ ແຂວງຫລວງນ້ຳທາ ຫລວງພຣະບາງ ແລະ ອຸດົມໄຊ.