ຂ.ໄຊຍະບູຣີ ຜູ້ປະສົບພັຍ ນໍ້າຖ້ວມ ຍັງລໍາບາກ
2021.06.21

ມາເຖິງປັດຈຸບັນປະຊາຊົນ ຜູ້ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມກະທັນຫັນ ຢູ່ເມືອງໄຊຍະບູ ຣີ ແຂວງໄຊຍະບູຣີ ຈໍານວນນຶ່ງຍັງບໍ່ ທັນໄດ້ຮັບການຊ່ອຍເຫລືອ ຈາກທາງການລາວ ເປັນຕົ້ນເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະເຄື່ອງໃຊ້ທີ່ຈໍາເປັນປະຈໍາວັນ, ໄດ້ ຮັບແຕ່ຈາກຍາດພີ່ນ້ອງ ທີ່ ຢູ່ຕ່າງແຂວງ ເພື່ອບັນເທົາຄວາມເດືອດຮ້ອນໄປຊົ່ວຄາວ ຍ້ອນທາງການ ບໍ່ມີເຄື່ອງຊ່ອຍເຫລືອພຽງພໍ, ດັ່ງຊາວບ້ານຜູ້ປະສົບພັຍ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມິຖຸນາ ນີ້ວ່າ:
“ເອີ ຍັງບໍ່ທັນເຫັນຫຍັງເທື່ຶອເນາະ ເພິ່ນກໍາລັງມາເກັບກໍາຂໍ້ມູນວ່າ ເຮົາເສັຽຫາຍຫຍັງແດ່ ມີຢູ່ເຂົ້າແທ້ເພາະວ່າມີພີ່ນ້ອງຢູ່ເມືອງນານ ຂະເຈົ້າເອົາມາຊ່ວຍເນາະ ພີ່ນ້ອງເຮົາມາຊ່ວຍ ເອງ ອັນນັ້ນບໍ່ແມ່ນທາງການມາຊ່ວຍເນາະ.”
ນາງກ່າວຕື່ມວ່າ ຜົລກະທົບຈາກພັຍນໍ້າຖ້ວມ ໃນເທື່ອນີ້ ເຮັດໃຫ້ຄອບຄົວ ຂອງຕົນໄດ້ຮັບຄວາມເສັຍຫາຍ ຄິດເປັນມູນຄ່າປະມານ 80 ລ້ານກີບ, ເຄື່ອງຂອງຫລາຍຢ່າງ ຖືກນໍ້າຖ້ວມ ເປັນຕົ້ນເຄື່ອງໃຊ້ໄຟຟ້າ, ຣົດກະບະ ແລະ ເຄື່ອງຂອງຫລາຍຫ້ອງໃນບ້ານພັກ ກໍຖືກນໍ້າຖ້ວມເສັຍຫາຍ ໂດຍທີ່ຍັງບໍ່ຮູ້ວ່າ ຈະຫາເງິນມາຈາກໃສ ເພື່ອຟື້ນຟູ, ຖ້າເປັນໄປໄດ້ກໍຢາກໃຫ້ ທາງການຊ່ອຍເຫລືອຂັ້ນ ພື້ນຖານໄປກ່ອນ.
ແລະຜູ້ປະສົບພັຍນໍ້າຖ້ວມ ອີກນາງນຶ່ງກໍເວົ້າວ່າ ຕົນຍັງບໍ່ທັນໄດ້ຮັບເຄຶ່ອງຂອງຊ່ອຍເຫລືອ ຈາກ ພາກສ່ວນທີ່ກ່ຽວຂ້ອງເທື່ອ, ຖ້າ ເປັນໄປໄດ້ ກໍຢາກໄດ້ຮັບການຊ່ອຍເຫລືອນັ້ນ ຢ່າງຮີບດ່ວນ ເນື່ອງຈາກເຄື່ອງຂອງໃນເຮືອນ ໄດ້ຮັບຄວາມເສັຽຫາຍຫລາຍ:
“ເອີ ກະບໍ່ມີເທື່ອກໍ໋ ເຄື່ອງນອນກະບໍ່ເປັນຕາເອົາແລ້ວ, ມັນຖືກນໍ້າເປັນຂີ້ຕົມເນາະ ເຄື່ອງນອນ ເຄື່ອງຫັ້ນແຫລະ ຕູ້ເຢັນເປັນຈັກຊັກຜ້າ ໄປຊັ້ນແຫລະ ກໍບໍ່ຢາກໃຊ້ເນາະ.”
ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຊາວບ້ານ ຜູ້ປະສົບພັຍຈໍານວນນຶ່ງ ທີ່ໄດ້ຮັບການຊ່ອຍເຫລືອ ໃນຂັ້ນພື້ນຖານ ຈາກທາງການແລ້ວ ເປັນຕົ້ນອາຫານແຫ້ງ ແລະນໍ້າດື່ມ ເພື່ອຫລຸດຜ່ອນ ຄວາມເດືອດຮ້ອນໄປກ່ອນຊົ່ວຄາວ, ແຕ່ກໍຍັງລໍຖ້າການຊ່ອຍເຫລືອ ອີກຕື່ມ ດັ່ງທີ່ນາງກ່າວວ່າ:
“ເອົາ ເພິ່ນກະຊ່ວຍແລ້ວຈໍານວນນຶ່ງເນາະ ເປັນເຂົ້າເປັນໝີ່ເປັນນໍ້າ ເປັນອາຫານຫຍັງເພິ່ນຢາຍຫັ້ນນ່າ. ເຮົາຫັ້ນມັນບໍ່ຖ້ວມຫຼາຍນ່າ ມັນສູງມັນຖ້ວມແຕ່ໜ້ອຍດຽວ.”
ແລະ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດິການສັງຄົມ ແຂວງໄຊຍະບູຣີ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມິຖຸນາ ນີ້ວ່າ ທາງແຂວງໄດ້ມອບເຄື່ອງຂອງ ແລະເງິນ ທີ່ໄດ້ຮັບຈາກການບໍຣິຈາກ ນັ້ນໃຫ້ຊາວບ້ານ ຜູ້ປະສົບພັຍ ຫລາຍຄອບຄົວແລ້ວ ໂດຍເລັ່ງໃສ່ຜູ້ທີ່ໄດ້ຮັບ ຄວາມເສັຍຫາຍໜັກໜ່ວງກ່ອນ ແຕ່ການຊ່ອຍເຫຼືອກໍຍັງບໍ່ທັນພຽງພໍ ກັບຄວາມຕ້ອງການຂອງຜູ້ປະສົບພັຍ ທັງໝົດເທື່ອ ແລະຍັງຕ້ອງການການບໍຣິຈາກ ເຄື່ອງຂອງ ແລະ ເງິນອີກຫລາຍຢູ່ ດັ່ງທີ່ທ່ານກ່າວວ່າ:
“ເຄື່ອງຊ່ວຍເຫຼືອຕື່ມຫັ້ນ ກະຍັງມີຄວາມຕ້ອງການຢູ່ ກະໄດ້ຊົດເຊີຍໄປແບບບັນເທົາທຸກກ່ອນ ຜູ້ທີ່ຖືກເຮືອນຫັກເຮືອນລົ້ມເຮືອນໄຫຼ ເຮືອນອິຫຍັງຕ່າງໆ ເຮົາກະໄດ້ຊົດເຊີຍໄປ.”
ທ່ານກ່າວຕື່ມວ່າ ເຣື່ອງການຟື້ນຟູ ສະພາບຄວາມເສັຍຫາຍ ຈາກພັຍນໍ້າຖ້ວມໃນປີນີ້ ຄາດວ່າຈະໃຊ້ເວລາປະມານ 1 ເດືອນຈຶ່ງຈະ ສາມາດເຮັດໃຫ້ທຸກຢ່າງ ກັບເຂົ້າສູ່ສະພາບປົກກະຕິໄດ້ ຊຶ່ງພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ກໍາລັງຂໍງົບປະມານຈາກທາງຣັຖບານຢູ່.
ເຈົ້າໜ້າທີ່ອາສາກູ້ພັຍ ແຂວງໄຊຍະບູຣີ ເວົ້າວ່າ ທຸກມື້ນີ້ ເຈົ້າໜ້າທີ່ອາສາກູ້ພັຍ ກໍຍັງສືບຕໍ່ລົງພື້ນທີ່ໄປຊ່ອຍ ປະຊາຊົນຢູ່ເຂດບ້ານ ຕ່າງໆພ້ອມທັງບໍາບັດນໍ້າສອາດ ໃຫ້ຊາວບ້ານ ໃນບາງບ້ານທີ່ ຂາດນໍ້າດື່ມ ແລະ ນໍ້າໃຊ້ນັ້ນຢູ່, ແຕ່ກໍມີຫລາຍບ້ານ ທີ່ສາມາດກັບມາ ໃຊ້ນໍ້າປະປາ ໄດ້ຕາມປົກກະຕິ ດັ່ງທີ່ທ່ານກ່າວວ່າ:
“ສິ່ງທີ່ຈໍາເປັນແມ່ນເປັນນໍ້າ ເປັນຫຍັງຊີ້ນ່າ. ພວກຂ້ອຍລະແມ່ນໄປບໍາບັດນໍ້າໃຫ້ໃຊ້ ໃຫ້ກິນແມ່ນຫຍັງຫັ້ນເນາະ. ແລ້ວຊ່ວງນີ້ເຂົາ ກະຍັງແບບຟື້ນຟູເນາະ ດຽວນີ້ມັນອັນນັ້ນໝົດແລ້ວ ເຂົ້າໄດ້ໝົດແລ້ວ ເຂົາກໍາລັງເລີ່ມປ່ອຍນໍ້າ ໃຫ້ປະຊາຊົນ ໃຊ້ປົກກະຕິວ່າຊັ້ນສະ.”
ມາຮອດມື້ນີ້ ມີຜູ້ໃຈບຸນຫຼາຍພາກສ່ວນ ພາກັນບໍຣິຈາກເຄື່ອງຂອງ ອາຫານ ແລະເງິນ ໃຫ້ສູນຄຸ້ມຄອງພັຍພິບັດ ແຂວງໄຊຍະບູຣີ ເພື່ອນໍາໄປແຈກຢາຍໃຫ້ຊາວບ້ານ ຜູ້ປະສົບພັຍ ນໍ້າຖ້ວມ, ແຕ່ທາງທາງສູນ ກໍຍັງຕ້ອງການຄວາມຊ່ອຍເຫລືອ ອີກຫລາຍ ຍ້ອນ ການຊ່ອຍເຫຼືອຍັງບໍ່ທັນພຽງພໍສໍາລັບ ໝົດທຸກຄອບຄົວທີ່ປະສົບພັຍ ນໍ້າຖ້ວມນັ້ນເທື່ອ, ດັ່ງເຈົ້າໜ້າທີ່ ປະຈໍາສູນຄຸ້ມຄອງພັຍພິບັດ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:
“ເຮົາຍັງບໍ່ທັນພໍເນາະ. ພວກເຮົາຕ້ອງການເຂົ້າສານ ພວກເຮົາກະຮັບທຸກມື້ຢູ່ ຮັບມາພວກເຮົາກະໄດ້ເບີກຈ່າຍ ແຕ່ມັນກະໄດ້ຮັບ ຜົລກະທົບ ຫລາຍ ລະມັນຍັງບໍ່ທັນພຽງພໍ. ຄັ້ງໃຫຍ່ສຸດຮອບ 30-40 ປີ ພຸ້ນແຫລະ.”
ຄວາມເສັຽຫາຍຈາກພັຍນໍ້າຖ້ວມ ຢູ່ທົ່ວແຂວງໄຊຍະບູຣີ ໃນຄັ້ງນີ້ ໃນເບື້ອງຕົ້ນປະເມີນມູນຄ່າ ທັງໝົດປະມານ 94 ຕື້ກີບ, ນໍ້າຖ້ວມ 56 ບ້ານ, 5,248 ຄອບຄົວ- 20,992 ຄົນໄດ້ຮັບ ຜົລກະທົບ, ເຮືອນ 4,221 ຫລັງໄດ້ຮັບຄວາມເສັຍຫາຍ ຊຶ່ງໃນນັ້ນ 19 ຫລັງ ຖືກນໍ້າພັດໄປໝົດ, ເນື້ອທີ່ກະສິກັມ ເສັຍຫາຍ 168,28 ເຮັກຕາ.
ນອກນັ້ນກໍຍັງມີຄວາມເສັຍຫາຍ ອື່ນໆອີກຫລາຍຢ່າງ, ອີງຕາມແຈ້ງການຂອງຄະນະກໍາມະການຄຸ້ມຄອງ ພັຍພິບັດ ແຂວງໄຊຍະບູຣີ.