ບົ້ງ ທຳລາຍຕົ້ນສາລີ 12 ພັນ ເຮັກຕ້າ

ບົ້ງເປັນຝູງ ອອກທຳລາຍ ຕົ້ນສາລີ ໃນ ແຂວງອຸດົມໄຊ ເຖິງ 12 ພັນ ເຮັກຕ້າ.

ໂຕບົ້ງ ທີ່ສ້າງຄວາມຜົນເສັຽຫາຍ ທຳລາຍສາລີ ໃນສວນຂອງຊາວກະຊິກອນ ຈຳນວນ 7 ບ້ານ ຂອງເມືອງປາກລາຍ ແຂວງໄຊຍະບູລີ Screen captured : Citizen video

ຈາກການລົງກວດກາ ຂອງວິຊາການ ຜແນກກະສິກັມ ແລະ ປ່າໄມ້ ແຂວງອຸດົມໄຊ ພົບວ່າ ປັດຈຸບັນ ໄດ້ເກີດມີການຣະບາດຂອງບົ້ງຝູງ ທຳລາຍຕົ້ນສາລີ ຂອງຊາວສວນເປັນບໍຣິເວນກວ້າງ ຢູ່ 4 ເມືອງ ຄື: ເມືອງປາກແບງ, ເມືອງຮຸນ, ເມືອງງາ ແລະ ເມືອງຫຼາ.

ເຊີ່ງໄດ້ສ້າງຄວາມເສັຽຫາຍໄປແລ້ວ 12 ພັນເຮັກຕ້າ ຂອງເນື້ອທີ່ປູກສາລີ ຂອງປະຊາຊົນທັງໝົດ 30 ພັນເຮັກຕ້າ, ດັ່ງເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງອຸດົມໄຊ ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອວັນທີ 2 ກໍຣະກະດາ ວ່າ:

"ບໍ່ທັນສະຫງົບເທື່ອເພາະວ່າ ບົ້ງສາລີນີ້, ເຂດໃດມັນປູກສາລີ ມັນເກີດເອງເລີຍເນາະ ຂ້ອຍຢູ່ຂ້ອຍກໍ່ບໍຄຳນວນໄດ້ຣະອຽດດີປີນີ້ ມັນເຣື່ອງ ດິນຟ້າອາກາດປັບປ່ຽນບໍ່ ຫຼືປະເທດໃກ້ຄຽງຢູ່ໄທ ຢູ່ອິນເດັຍ ຢູ່ພະມ້າ ມັນກໍເກີດມາກ່ອນແລ້ວ ຫັ້ນນ່າ.”

ເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ ການຣະບາດຂອງບົ້ງຝູງ ແມ່ນໄດ້ເກີດຂຶ້ນຕັ້ງແຕ່ ເດືອນພຶສພາ ເປັນຕົ້ນມາ ເຊິ່ງບົ້ງຝູງ ໄດ້ທຳລາຍຕົ້ນສາລີ ຂອງຊາວສວນ ຢູ່ແຂວງອຸດົມໄຊ ເປັນຈຳນວນຫຼາຍ. ປັດຈຸບັນ ຜແນກ ກະສິກັມ ແລະ ປ່າໄມ້ແຂວງ ລົງສຳຣວດພົບວ່າ ເມືອງທີ່ໄດ້ ຮັບຜົລກະທົບ ເສັຽຫາຍຫຼາຍກວ່າໝູ່ແມ່ນ ເມືອງຮຸນ ມີເນື້ອທີ່ຖືກບົ້ງທຳລາຍ 4 ພັນກວ່າເຮັກຕ້າ ໃນຈຳນວນ 12 ພັນເຮັກຕ້າ ນັບວ່າ ເປັນເຫດການ ທີ່ໜ້າເປັນຫ່ວງ.

ໃນຂນະທີ່ ຜູ້ຕາງໜ້າ ອົງການອາຫານ ແລະການກະເສດ ປະຈຳລາວ ໄດ້ລົງກວດເບິ່ງຜົລກະທົບໂຕຈິງ ແລະ ຊອກຫາ ວິທີປາບປາມ ເພື່ອບໍ່ໃຫ້ແຜ່ລາມຕື່ມອີກ. ສ່ວນວິທີການປ້ອງກັນ ເຈົ້າໜ້າທີ່ ກະສິກັມ ແຂວງ ໄດ້ກ່າວວ່າ ໃຫ້ໃຊ້ແບບ ທັມມະຊາດ ໂດຍໃຊ້ນໍ້າເກືອ ຢອດໃສ່ສາລີ, ໃຊ້ດິນຊາຍ ແລະ ຂີ້ເຖົ່າຂ້າບົ້ງ ບໍ່ແນະນຳ ໃຫ້ໃຊ້ສານເຄມີ ເນື່ອງຈາກພາກຣັຖ ຍັງບໍ່ທັນມີງົບປະມານ.

"ຜົລທີ່ໄດ້ຮັບນີ້ ຖືວ່າບໍ່ຄາດຄະເນວ່າ ມັນສິໄດ້ຜົລຫຼາຍນ້ອຍຫຼາຍປານໃດ ມີແຕ່ວ່າ ໃຫ້ປະຊາຊົນ ເອົາໃຈໃສ່ຫັ້ນ ຄືໂຕໃໝ່ມັນໄດ້ຣະບາດ ໄປກໍຕ້ອງໄດ້ເອົາໃຈໃສ່ ໂຕໃດກຳລັງໄດ້ປູກໃໝ່ນີ້ຕ້ອງໄດ້ເອົາໃຈໃສ່ ເພີ່ມໝັ່ນຕິດຕາມ ການບົວຣະບັດຮັກສາວົງຈອນ ຂອງມັນຫຼາຍເດ້ ລະກໍເພາະເຮົາ ບໍ່ມີສານເຄມີ ໄປສີດເອງ ແລະກໍບໍ່ມີຕົ້ນທຶນສິໄປຊື້ມາເນາະ.”

ໃນໄລຍະດຽວກັນ ນອກຈາກບົ້ງຝູງ ຣະບາດຢູ່ແຂວງ ອຸດົມໄຊແລ້ວ ບົ້ງຝູງຍັງຣະບາດກັດກິນ ທຳລາຍຕົ້ນສາລີ ຂອງຊາວສວນ ຢູ່ ເມືອງປາກລາຍ ແຂວງໄຊຍະບູລີ ຮວມ 7 ບ້ານ ຄື ບ້ານໃຫຍ່ ບວມເລົາ -ຜາແກ້ວ, ບ້ານຂອນແກ່ນ, ບ້ານແສນພົນ, ບ້ານປ່າໄລ່, ບ້ານລາດສວ່າງ, ບ້ານປົ່ງຫວານ ແລະ ບ້ານຜາລຽບ ເຊີ່ງເສັຽຫາຍເຖິງ 2,732 ເຮັກຕ້າ ຂອງເນື້ອທີ່ທັງໝົດ 4,731 ເຮັກຕ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org