ຕົ້ນກ້ວຍຢູ່ລາວຕິດພຍາດ ຫ່ຽວເຫຼືອງ
2019.07.18
ຊາວສວນກ້ວຍໃນລາວ ກຳລັງປະເຊີນກັບການຣະບາດ ຂອງພຍາດຫ່ຽວເຫຼືອງກ້ວຍ ປັດຈຸບັນ ກວດພົບພື້ນທີ່ການຣະບາດກວມເອົາ 58,33% ຈາກເນື້ອທີ່ສວນກ້ວຍ ທົ່ວປະເທສທັງໝົດ 19,3 ພັນເຮັກຕ້າ ຢູ່ໃນແຂວງພາກເໜືອ ແລະພາກກາງ. ດັ່ງເຈົ້າໜ້າທີ່ຜແນກ ກະສິກັມ ແລະ ປ່າໄມ້ ແຂວງວຽງຈັນ ໄດ້ກ່າວຕໍ່ນັກຂ່າວ RFA ເມື່ວັນທີ 18 ກໍຣະກະດາ ວ່າ:
"ກາຣະບາດໄດ້ສອງສາມປີຫຼັງ ອັນນ່າອັນນີ້ຕົ້ນເຫດຈາກ ເຂົາເຈົ້ານໍາເບັ້ຽມາປູກແຫຼະໂຕນີ້ນ່າ ສາເຫດມັນທຳອິດອັນນ່າເຂົ້າເຈົ້າເອົາດິນ ທາງພາກເໜືອມາ ມັນມາກັບດິນ ມັນຣະບາດ ຢູ່ທາງພາກເໜືອພຸ້ນແລ້ວ ມັນກໍ່ມີຫຼາຍທາງ ຣົຖແກ່ອຸປກອນ ກະຕິດກັບຣົຖກັບລາງມາແດ່ ປັດຈັຍການຜລິດແນ່ມັນກໍ່ມີ."
ທ່ານໄດ້ກ່າວຕື່ມວ່າ ລັກສນະການຣະບາດ ຂອງພຍາດນີ້ຈະເຮັດໃຫ້ໃບ ຂອງຕົ້ນກ້ວຍຫ່ຽວເຫຼືອງ ແລະລຳຕົ້ນກ້ວຍຈະຢືນຕົ້ນຕາຍ ເຊິ່ງບໍ່ ສາມາດອອກຜົລຜລິດໄດ້.
"ມັນກໍມີແຕ່ວ່າຜົລກະທົບ ບໍ່ໃຫ້ຜົລຜລິດນັ້ນແລ້ວ ຜົລກະທົບມັນຜົລຜລິດຫຼຸດລົງຕົກລົງ ທຳອິດມັນກໍເປັນແຕ່ໃບມັນ ຈາກໃບມັນກໍເປັນ ເຂົ້າລຳຕົ້ນ ຈາກລຳຕົ້ນກະຕາຍໄປເລີຍ."
ຕໍ່ບັນຫາດັ່ງກ່າວ ເມື່ອວັນທີ 11-12 ກໍຣະກະດາ ຜ່ານມາສູນປ້ອງກັນພືດສາລາຄຳ ກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ໄດ້ຣາຍງານ ໃນກອງປະຊຸມ ວ່າຜ່ານມາການປູກກ້ວຍ ຂອງຊາວກະສິກອນ ທົ່ວປະເທດແມ່ນປູກກ້ວຍຫອມ ຈີນ ຢູ່ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອສົ່ງອອກ ຮວມເນື້ອທີ່ທັງໝົດ 19,375 ເຮັກຕ້າ.
ການລົງທຶນ ແລະ ຂຍາຍພື້ນທີ່ການຜລິດ ໄດ້ເຮັດໃຫ້ມີການນຳເຂົ້າໜໍ່ພັນກ້ວຍ ແລະ ດິນທີ່ຕິດມາຈາກໜໍ່ພັນຈາກຈີນ ເຊິ່ງເປັນທີ່ມາຂອງ ພຍາດຣະບາດຫ່ຽວເຫຼືອງ.
ຈາກຜົລຂອງການສຳຫຼວດ ຂອງສູນປ້ອງກັນພືດໃນ 12 ແຂວງທີ່ມີການປູກກ້ວຍຫຼາຍທີ່ສຸດ ໄດ້ພົບພຍາດຫ່ຽວເຫຼືອງກ້ວຍ ຣະບາດໃນ ຈຳນວນ 7 ແຂວງ ໂດຍໃນປີ 2017 ພົບການຣະບາດ ຢູ່ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ. ສ່ວນໃນປີ 2019 ນີ້ ໄດ້ມີການແຜ່ ຣະບາດໄປຫາ ແຂວງໄຊຍະບູລີ, ແຂວງ ຫຼວງພຣະບາງ,ແຂວງ ອຸດົມໄຊ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ຮວມອັດຕຣາສ່ວນ ການຣະບາດ ຂອງສວນກ້ວຍ ທົ່ວປະເທສ ກວມເອົາ 58,33% ແລ້ວ.