ຂົວບ້ານດອນໄຜ່ ຂາດເຄິ່ງ

ສິດນີ
2017.08.14
F-Sanamxay ສະພາບຂອງຂົວ ທີ່ເມືອງສະໜາມໄຊ ແຂວງອັດຕະປື ຫັກຂາດເຄິ່ງ ຍ້ອນຣົດບັນທຸກໜັກ ຂນາດໃຫຍ່
Screen captured laothai.org video

ປະຊາຊົນ ບ້ານດອນໄຜ່ ເມືອງສນາມໄຊ ແຂວງອັດຕະປື ໄດ້ຮັບຄວາມເດືອດຮ້ອນ ໃນການເດີນທາງ ໄປມາຫາສູ່ກັນ ໃນເວລານີ້ ຍ້ອນຂົວ ທີ່ເຮັດດ້ວຍໄມ້ ຍາວປະມານ 40 ແມັດ ຣະຫວ່າງ ບ້ານດອນໄຜ່ ຫາ ບ້ານດອນເຊື້ອ ຂາດ ໃນວັນທີ 10 ສິງຫາ ຜ່ານມານີ້, ຍ້ອນຣົດ ບັນທຸກຂນາດໃຫຍ່ ແລ່ນຂ້າມຂົວ ດັ່ງກ່າວ ເຮັດໃຫ້ຂົວຂາດ ໃຊ້ການບໍ່ໄດ້ ຊາວບ້ານຕ້ອງໄດ້ ໃຊ້ເສັ້ນທາງ ຂ້າງລຸ່ມຂົວ ໃນການເດີນທາງ ຊຶ່ງມີຄວາມລຳບາກຫລາຍ. ດັ່ງເຈົ້າຫນ້າທີ່ ເມືອງສນາມໄຊ ກ່າວໃນວັນທີ 11 ສິງຫາ ນີ້ວ່າ:

"ຂົວໄມ້ຂາດເຄິ່ງເລີຍ ກະເດືອດຮ້ອນແຫລະ ການໄປມາກໍຍາກ ຖ້າຝົນຕົກມາ ໄປບໍ່ໄດ້ອີກລະ ທາງລຸ່ມຫັ້ນ ໂຕນີ້ຍັງບໍ່ທັນຮູ້ ຂໍ້ມູນລະອຽດ ວ່າມັນເປັນຣົດຂອງ ບໍຣິສັດໃດ ພາກສ່ວນໃດ".

ທ່ານກ່າວຕື່ມວ່າ ຫຼັງຈາກເກີດເຫດບໍ່ດົນ ກໍມີຣົດກູ້ພັຍ ເຂົ້າມາຍົກຣົດ ທີ່ປີ້ນນັ້ນ ອອກຈາກຂົວ ແລະຊ່ອຍຜູ້ທີ່ໄດ້ ຮັບບາດເຈັບ ໄປໂຮງຫມໍ ສຳລັບການຊ້ອມແປງ ຂົວນັ້ນ ໃນເວລານີ້ ພາກສ່ວນກ່ຽວຂ້ອງ ກຳລັງປຶກສາຫາລື ກັນຢູ່ ແຕ່ຍັງບໍ່ຮູ້ວ່າ ຈະລົງມື ສ້ອມແປງເມື່ອໃດ ສຳລັບ ການສ້າງຂົວແບບຖາວອນນັ້ນ ຍັງລໍຖ້າຄຳຕອບຢູ່.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການ ຂົວແລະທາງ ແຂວງອັດຕະປື ແຕ່ເຈົ້າຫນ້າທີ່ກ່ຽວຂ້ອງ ຍັງບໍ່ສະດວກ ທີ່ຈະໃຫ້ຂໍ້ມູນໄດ້. ຜູ້ໃຊ້ ສື່ສັງຄົມອອນລາຍ ທ່ານນຶ່ງເວົ້າວ່າ ປົກກະຕິແລ້ວ ຂົວແຫ່ງນີ້ ຈະບໍ່ອະນຸຍາດ ໃຫ້ຣົດບັນທຸກຂນາດໃຫຍ່ ແລ່ນຜ່ານ ແຕ່ຄົນຂັບຣົດບໍ່ເອົາ ຫົວຊາ ແລະ ບໍ່ຟັງຊາວບ້ານ ຈຶ່ງເກີດເຫດດັ່ງກ່າວ. ຫລັງຈາກ ອອກຂ່າວ ໃນສື່ສັງຄົມ ອອນລາຍ ປະຊາຊົນ ຕ່າງກໍອອກມາ ວິພາກວິຈານ ແລະ ຫລາຍຄົນ ກໍບອກວ່າໃຫ້ ບໍຣິສັດ ເປັນຜູ້ຮັບຊອບຜີດຊອບ ໃນການສ້ອມແປງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.