ລາວຈະປັບປຸງກົດໝາຍຄຸ້ມຄອງ ສັດປ່າ

ມະນີຈັນ
2014.03.05
F-Wild-animal-trade ປ້າຍຕັກເຕືອນ ຫ້າມຄ້າສັດປ່າ ທີ່ສນາມບິນ ໃນລາວ
AFP

 

ສປປລາວ ຈະປັບປຸງ ກົດໝາຍ ກ່ຽວກັບ ການຄຸ້ມຄອງ ສັດປ່າ ແລະ ນິຕິກັມ ບາງຂໍ້ ທີ່ກ່ຽວຂ້ອງ ເພື່ອໃຫ້ ການປົກປັກ ຮັກສາ ສັດປ່າ ທີ່ ຫວງຫ້າມ ມີຄວາມ ເຂັ້ມແຂງ ຂຶ້ນ ແລະ ເພື່ອໃຫ້ ກຸ່ມລ້າສັດ ມີຄວາມ ຢ້ານກົວ ຕໍ່ກົດໝາຍ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ລາວ ທ່ານນຶ່ງ ໃນວັນທີ 4 ມີນາ 2014.

"ພວກເຮົາ ກະມີການ ຈະປັບປຸງ ຢູ່ເນາະ ຈະປັບປຸງ ທາງດ້ານ ກົດໝາຍ ລະກະປັບປຸງ ທາງດ້ານ ນິຕິກັມ ບາງອັນ ມີອອກ ແຈ້ງການ ແຈ້ງຫຍັງຢູ່ ໂຕນີ້ ມັນຄືວ່າ ເວົ້າເຣື່ອງ ການປັບປຸງ ໂດຍລວມ ທາງດ້ານ ກົດໝາຍ ຂອງ ແຕ່ລະ ສັດປ່າເນາະ ພວກເຮົາ ກະສິໄດ້ ສເນີປັບປຸງ".

ແລະວ່າ ປັຈຈຸບັນ ລາວ ມີກົດໝາຍ ກ່ຽວກັບ ການຄຸ້ມຄອງ ສັດປ່າຢູ່ 69 ມາຕຣາ ແຕ່ຍັງ ຣະບຸ ບໍ່ໄດ້ວ່າ ກົດໝາຍ ທີ່ ຈະຖືກປັບປຸງ ນັ້ນ ມີມາຕຣາ ໃດແດ່ ແລະ ຈະເລີ່ມ ປັບປຸງ ເມື່ອໃດ ຊຶ່ງຈະຕ້ອງ ມີການ ຈັດຕັ້ງ ຄະນະ ກັມການ ເພື່ອ ມາຮ່ວມກັນ ພິຈາຣະນາ ເພື່ອໃຫ້ ການປັບປຸງ ແກ້ໄຂ ກົດໝາຍ ເປັນໄປ ຢ່າງຖືກຕ້ອງ ແລະ ມີ ປະສິດທິພາບ.

ທ່ານກ່າວ ຕໍ່ໄປວ່າ ການປັບປຸງ ກົດໝາຍ ຄຸ້ມຄອງ ສັດປ່າ ໃນຄັງນີ້ ເປົ້າໝາຍນຶ່ງ ກໍເພື່ອ ຫລຸດຜ່ອນ ຊ່ອງຫວ່າງ ທາງກົດໝາຍ ທີ່ ຂະບວນ ການ ລ່າສັດປ່າ ມັກ ສວຍໂອກາດ ໃຊ້ຢູ່ຫລາຍ ໃນຕອນນີ້ ຊຶ່ງຕ້ອງ ຍອມຮັບວ່າ ເປັນສິ່ງ ທ້າທາຍ ພໍສົມຄວນ ທີ່ຈະກໍາຈັດ ບັນຫາ ນັ້ນ ໃຫ້ໝົດໄປ.

ທ່ານກ່າວ ມ້ວນທ້າຍວ່າ ການລ່າ ສັດປ່າ ຢູ່ລາວ ປັຈຈຸບັນ ຖືວ່າ ຫລຸດຜ່ອນລົງ ຈາກປີກາຍ ຍ້ອນ ເຈົ້າໜ້າທີ່ ໄດ້ລົງກວດກາ ຕາມເຂດ ບ້ານຕ່າງໆ ໂດຍໄດ້ຍຶດ ອາວຸດ ລ່າສັດ ຈາກ ປະຊາຊົນ ໄປຈໍານວນ ຫຼາຍແລ້ວ ແຕ່ວ່າ ພວກນາຍທຶນ ທີ່ຈ້າງ ປະຊາຊົນ ໃຫ້ໄປລ່ານັ້ນ ຫາກຍັງ ເຄື່ອນໄຫວ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.