ກຸ່ມປົກປ້ອງສັດປ່າວ່າ ຊ້າງນ້ອຍ ຖືກທາຣຸນ

ສຸພັດຕາ
2020.01.08
f-elephant ງານສະແດງຊ້າງເນື່ອງໃນວັນຊ້າງໂລກ 2017
RFA

ກໍຣະນີ ທີ່ຊາວບ້ານ ໃນເມືອງ ທົ່ງມີໄຊ ແຂວງໄຊຍະບູຣີ ຝຶກຊ້າງນ້ອຍ ຫຼື ເອົາຊ້າງເຂົ້າເຄື່ອນ ໂດຍເອົາເຊືອກມັດຂາ ມັດຄໍລູກຊ້າງຕາມ ປະເພນີ ທີ່ປະຕິບັດມາແຕ່ບູຮານ ຈົນຮອດປັດຈຸບັນນີ້. ເຄືອຂ່າຍ ອະນຸຮັກສັດປ່າ ຫຼາຍອົງກອນ ບໍ່ເຫັນດີນໍາການ ກະທໍາດັ່ງກ່າວ ເພາະ ເຫັນວ່າ ເປັນການທາຣຸນຊ້າງເກີນໄປ, ດັ່ງເຈົ້າໜ້າທີ່ ຝ່າຍໂຄສະນາ ສະມາຄົມອະນຸຮັກສັດປ່າ ໃນໄທ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ມົກກະຣາ ນີ້ວ່າ:

“ອັນນີ້ ກໍຖືວ່າ ເຂົ້າຂ່າຍຮຸນນະກັມ ແລ້ວເພາະວ່າ ປະເພນີແບບນີ້ ການຝຶກສມັຍກ່ອນນີ້ໂຫດແທ້ໆ ມັດແຂນມັດຂາໃຫ້ເຊື່ອຟັງ ຊຶ່ງຄວາມ ຈິງແລ້ວ ເພິ່ນຈະແຍກລູກຊ້າງອອກຈາກແມ່ ຄືຕອນອອກນົມແລ້ວ.”

ຍານາງ ກ່າວຕື່ມວ່າ ປະເພນີ ໃນລັກສນະນີ້ ເຄີຍມີແຕ່ໃນອະດີດ ເມື່ອ 10 ປີຜ່ານມາແລ້ວ ແຕ່ປັດຈຸບັນ ບໍ່ພົບເຫັນແລ້ວໃນປະເທດໄທ ເນື່ອງຈາກປະເທດໄທ ມີກົດໝາຍຄຸ້ມຄອງສັດປ່າ. ປະເທດລາວ ກໍມີກົດໝາຍຄຸ້ມຄອງສັດປ່າຄືກັນ.

ໃນຂນະດຽວກັນ ທ່ານ ສົມສັກ ສູນທອນນະວະພັດ ຫົວໜ້າອົງກອນປົກປ້ອງສັດ ແຫ່ງປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າການຝຶກ ຊ້າງນ້ອຍ ທີ່ເອົາເຊືອກ ມັດຄໍ, ມັດຂາ ນັ້ນຄວນຈະຖືກປັບປ່ຽນໄປ ເປັນຮູບແບບອື່ນ ເພື່ອບໍ່ໃຫ້ຊ້າງນ້ອຍ ຖືກທາຮຸນ ເກີນໄປ:

“ປັດຈຸບັນນີ້ ເຮົາເບິ່ງວ່າ ຄວນຈະປັບປ່ຽນ ໃຫ້ທັນກັບ ສະຖານະການຂອງໂລກ ພິທີບາຍຂວັນລູກຊ້າງແບບນັ້ນອີກຕໍ່ໄປ ແລ້ວກໍການ ສົ່ງເສີມ ໃຫ້ມີການ ເອົາລູກຊ້າງມາລ້ຽງ ເພື່ອໃຊ້ປະໂຫຍດ ກໍຄວນຈະໃຫ້ຊ້າງ ໄດ້ຢູ່ໃກ້ຄຽງກັບທັມມະຊາດ.”

ກ່ຽວກັບການຝຶກຊ້າງນ້ອຍ ຂອງຊາວເມືອງ ທົ່ງມີໄຊ ນີ້ ເຈົ້າໜ້າທີ່ ທ້ອງຖິ່ນ ແຂວງໄຊຍະບູຣີ ທ່ານນຶ່ງ ເວົ້າວ່າ ກໍມີຫຼາຍອົງການ ທັງໃນ ແລະຕ່າງປະເທດ ບໍ່ເຫັນດີ ໃຫ້ເຮັດພິທີກໍາ ຝຶກຊ້າງນ້ອຍນັ້ນ ທ່ານກ່າວວ່າ:

“ຖ້າວ່າຜູ້ໃດມີຊ້າງທີ່ເກີດໃໝ່ ຊ້າງນ້ອຍຫັ່ນນາເນາະ ເພິ່ນຢາກໃຫ້ຝຶກຈະຫຍັງ ຕ້ອງແມ່ນພິທີກັມແບບດຽວກັນໝົດເນາະ ພິທີທາງບູຮານເພິ່ນ ເພິ່ນເຮັດແບບນັ້ນໃດ໋ ເພາະວ່າຫຍັງ ເພາະວ່າ ເຮົາຕ້ອງໄດ້ຄວບຄຸມມັນເດ້ ຄັນເຮົາບໍ່ຄວບຄຸມມັນ ມັນຂ້າຄົນ ໃດ໋.”

ສະຖິຕິ ຂອງກົມປ່າໄມ້ ໃນປີ 2016 ຣະບຸວ່າ ຈໍານວນຊ້າງປ່າໃນທົ່ວປະເທດລາວ ມີຢູ່ 400 ໂຕ ແລະຊ້າງບ້ານມີ 450 ໂຕ ຊຶ່ງຕົກຢູ່ໃນ ສະພາບສ່ຽງ ທີ່ຈະສູນພັນ ຂນະທີ່ ທາງການລາວ ອະນຸຍາດໃຫ້ ບໍຣິສັດພັທນາ ການທ່ອງທ່ຽວ ເຊໂນ-ລາວ ຂອງຈີນ ເຂົ້າມາເປີດສູນ ອະນຸຮັກຊ້າງ ແລະຂຍາຍພັນຊ້າງ ຢູ່ແຂວງໄຊຍະບູຣີ ມູນຄ່າການກໍ່ສ້າງ 40 ລ້ານໂດລາ ສະຫະຣັຖ ແຕ່ປີ 2017. ໂດຍເວົ້າວ່າເພື່ອ ເປັນການອະນຸຮັກ ປົກປ້ອງຊ້າງ ແລະຂຍາຍພັນຊ້າງໃນລາວ ທີ່ນັບມື້ນັບມີຈໍານວນໜ້ອຍລົງ ແຕ່ມາເຖິງປັດຈຸບັນ ສູນດັ່ງກ່າວຍັງບໍ່ທັນ ເລີ່ມການກໍ່ສ້າງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.