ແຜນການໃຊ້ນໍ້າບາດານ ເພີ້ມການປູກຝັງ

ການຄົ້ນຄວ້າໃຫມ່ ກ່ຽວກັບ ການໃຊ້ນ້ຳ ຈາກໃຕ້້ດິນ ເພື່ອ ເພີ້ມຜົລຜລິດ ທາງດ້ານ ການກະເສດ ໃນລາວ.
ສິດນີ
2013.02.01
F-IWMI ສະຖາບັນ ຄຸ້ມຄອງ ນໍ້າສາກົນ (the International Water Management Institute) ເປັນອົງການ ທີ່ສົ່ງເສີມ ການບໍຣິຫານ ພື້ນທີ່ ແລະ ແຫລ່ງນໍ້າ ເພື່ອອາຫານ ການກິນ ຊີວິດ ການເປັນຢູ່ ແລະ ສະພາບແວດລ້ອມ.
IWMI

ທາງການລາວ ໄດ້ທຳການຄົ້ນຄວ້າ ກ່ຽວກັບ ການຊອກຊ່ອງທາງ ການໃຊ້ແຫລ່ງນ້ຳ ໃຕ້ດິນ ເພື່ອການກະເສດ ແບບຢືນຢົງ. ໂຄງການ ການນຳໃຊ້ນ້ຳ ໃຕ້ດິນເພື່ອ ເພີ້ມຜົລຜລິດ ການກະເສດ ໂດຍອິງໃສ່ນ້ຳຝົນ ເປັນຫລັກ ໃນ ສປປລາວ ແລະ ການໃຊ້ ແຫລ່ງນ້ຳໃຕ້ດິນ ແບບຢືນຢົງ ເປັນໂຄງການວິຈັຍ ຮ່ວມ ຂອງຫລາຍພາກສ່ວນ ໃນລາວ. ດັ່ງເຈົ້າຫນ້າທີ່ ທ່ານນື່ງເວົ້າວ່າ:

"ດຽວນີ້ເພີ່ນ ຈະໄປ ແຂວງວຽງຈັນກ່ອນ ຍ້ອນວ່າ ຢູ່ແຂວງວຽງຈັນ ມັນໃກ້ແລະງ່າຍ ໃນການປະເມີນຜົລ ນອກນັ້ນ ກໍແມ່ນ ແຂວງ ບໍຣິຄຳໄຊ ແລະ ຄຳມ່ວນ ຫລັງຈາກນັ້ນ ກໍຈະມີ ແຂວງຈຳປາສັກ".

ທ່ານ ພໍ ພາເວີຣິກ ຈາກ ອົງການແມ່ນ້ຳສາກົນ ແລະ ເປັນຫົວຫນ້າທີມງານ ຄົ້ນຄວ້າ ກ່າວວ່າ ນ້ຳໃຕ້ດິນ ມີການນຳໃຊ້ ເພີ້ມຂື້ນ ໃນທົ່ວໂລກ ແລະ ກໍຖືກຍອມຮັບວ່າ ເປັນແຫລ່ງນ້ຳ ທີ່ສນອງ ຄວາມຕ້ອງການ ຂອງ ປະຊາຊົນ ໃນເຂດ ຊົນນະບົດ ສຳລັບ ການກະເສດ ແລະວ່່າ ໃນປັດຈຸບັນ ການໃຊ້ແຫລ່ງນ້ຳ ໃຕ້ດິນ ປະເພດນ້ຳສ້າງ ຍັງມີຂອບເຂດ ຈຳກັດ ຢູ່ໃນລາວ. ແຕ່ທ່ານເຊື່ອວ່າ ຄວາມສາມາດ ໃນການຊອກຫາ ແຫລ່ງນ້ຳ ທັມມະຊາດ ສຳລັບ ການຊົລປະທານ ເພື່ອຍົກຣະດັບ ຜົລຜລິດ ທາງດ້ານ ການກະເສດ ມີຄວາມ ເປັນໄປໄດ້ສູງ ໃນລາວ.

ໂຄງການຄົ້ນຄວ້າ ດ່ັງກ່າວ ເປັນໂຄງການ ຣະດັບຊາດ ທີ່ຈະນຳໃຊ້ ຣະບົບ ຄອມປິວເຕີ້ ໃນການຄົ້ນຄວ້າ ແລະ ການລົງສຳຣວດ ໂຕຈີງ ໃນແຂວງເປົ້າຫມາຍ ໃນທົ່ວປະເທດ. ຜົລຂອງການ ສຳຣວດ ຈະໃຊ້ເປັນປໂຍດ ຕໍ່ການພັທນາ ໃນແຂວງດັ່ງກ່າວ ໃນການຄຸ້ມຄອງ ບໍຣິຫານ ຊັພຍາກອນ ແຫລ່ງນ້ຳ ທັມມະຊາດ ໃຫ້ຍືນຍົງ ສຳລັບ ການກະເສດ ແລະ ການລ້ຽງສັດ ໃນໂຄງການພັທນາ ຊົນນະບົດ ໃນລາວ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.