ຫ້ອງວ່າການແຂວງສວັນນະເຂດ ອອກແຈ້ງການໃນມື້ວັນທີ 14 ຕຸລານີ້ ເຕືອນອໍານາດການປົກຄອງເມືອງ ແລະປະຊາຊົນທີ່ຢູ່ຕາມແຄມແມ່ນໍ້າເຊລະນອງ, ເຊບັງຫຽງ ກຽມຮັບມືກັບພັຍພິບັດນໍ້າຖ້ວມ ຈາກການປ່ອຍນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 ຢູ່ເມືອງນອງ ແຂວງສວັນນະເຂດ ທີ່ມີແຜນເປີດປະຕູລະບາຍນໍ້າອອກຈາກເຂື່ອນໃນປະຣິມານ 8,500 ແມັດກ້ອນຕໍ່ວິນາທີ ແຕ່ມື້ວັນທີ 13 ຫາ ວັນທີ 21 ຕຸລາ 2021, ໃຫ້ປະຊາຊົນພາກັນມ້ຽນມັດ ຂົນເຄື່ອງຂອງ ແລະສັດລ້ຽງໄປໄວ້ບ່ອນປອດພັຍ ຍ້ອນວ່າລະດັບນໍ້າທ້າຍເຂື່ອນຈະສູງຂຶ້ນປະມານ 1 ຫາ 2 ແມັດ ດັ່ງເຈົ້າໜ້າທີ່ ຫ້ອງການພະລັງງານ ແລະບໍ່ແຮ່ ເມືອງນອງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ ວັນທີ 15 ຕຸລານີ້ວ່າ:
" ເພາະເພິ່ນແຈ້ງການໄວ້ຊື່ໆ ຢ້ານພະຍຸເຂົ້າລູກທີ 2 ຫັ້ນນ່າ ຄາດຄະເນບໍ່ໄດ້ແລ້ວເນາະ ທັມຊາດຫັ້ນນ່າ ເພິ່ນກະແຈ້ງໄວ້ລ່ວງໜ້າ ທາງການນໍາ ຂອງແຂວງ ກໍມັນບໍ່ເຖິງໜັກ ຫັ້ຍຍ່າ ແຈ້ງໄວ້ຊື່ໆ ແຕ່ວ່າສິບໍ່ກະທົບດອກ ຕາມຄາດຄະເນຂອງສະເພາະເຂື່ອນ ເຊລະບອງນີ້ ຊິບໍ່ກະທົບດອກ ແຕ່ມີສະຕິໄວ້ຊື່ໆ. "
ທ່ານກ່າວຕື່ມອີກວ່າ ສາເຫດທີ່ປ່ອຍນໍ້າອອກຈາກເຂື່ອນ ກໍຍ້ອນວ່າ ໄລຍະນີ້ຈະເກີດຝົນ ຕົກໜັກ, ເພື່ອປ້ອງກັນບໍ່ໃຫ້ນໍ້າໃນໜ້າເຂື່ອນເຊລະນອງ 1 ມີລະດັບສູງເກີນໄປ ຈຶ່ງໄດ້ປ່ອຍນໍ້າອອກຈາກເຂື່ອນໄປກ່ອນ ເປັນການປ່ອຍຄັ້ງທີ 2 ແລ້ວ ແລະປ່ອຍໜ້ອຍກວ່າຄັ້ງທໍາອິດ, ສະນັ້ນມັນຈຶ່ງຈະບໍ່ສົ່ງຜົລກະທົບໃສ່ຊາວບ້ານໜັກໜ່ວງ.
ແຕ່ເຖິງຢ່າງໃດກໍຕາມ ທາງການແຂວງສວັນນະເຂດ ກໍໄດ້ອອກແຈ້ງການເຕືອນ ປະຊາຊົນໃນເມືອງນອງ, ເມືອງສອງຄອນ, ເມືອງຈໍາພອນ, ເມືອງພີນ ແລະເມືອງຊົນນະບູຣີ ທີ່ຢູ່ຕາມແຄມນໍ້າເຊລະນອງ ແລະເຊບັ້ງຫຽງ ໃຫ້ເຝົ້າລະວັງພັຍນໍ້າຖ້ວມ ເພື່ອປ້ອງກັນຊີວິດ ແລະຊັບສິນເອົາໄວ້. ແຕ່ແຈ້ງການນັ້ນມີຂຶ້ນວັນທີ 14 ຕຸລາ ຄື 1 ມື້ ພາຍຫຼັງທີ່ທາງບໍຣິສັດ ມີແຜນປ່ອຍນໍ້າອອກຈາກເຂື່ອນລົງມາ.
ເຈົ້າໜ້າທີ່ ຫ້ອງການເມືອງສອງຄອນ ກໍໄດ້ກຽມພ້ອມຮັບມືກັບພັຍນໍ້າຖ້ວມ ຖ້າຫາກຣະດັບ ນໍ້າເຊບັງຫຽງເພີ່ມສູງຂຶ້ນ ແລະທັງເຕືອນຊາວບ້ານ ທີ່ອາສັຍຢູ່ຕາມແຄມເຊບັງຫຽງ ໃຫ້ມີສະຕິລະວັງຕົວຢູ່ຕລອດເວລາ. ແຕ່ມາເຖິງເວລາ 11:00 ໂມງເຊົ້າຂອງມື້ວັນທີ 15 ຕຸລານີ້ ນໍ້າເຊບັ້ງຫຽງ ຍັງຢູ່ໃນລະດັບປົກກະຕິ ແລະຄາດວ່າ ນໍ້າທີ່ປ່ອຍຈາກເຂື່ອນ ຈະໄຫຼລົງມາຮອດ ເມືອງສອງຄອນໃນຕອນແລງວັນທີ 15 ຕຸລານີ້ ດັ່ງເຈົ້າໜ້າທີ່ ເມືອງສອງຄອນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
" ເພິ່ນນັດວ່າສິປ່ອຍແຕ່ມື້ຄືນນີ້ພຸ້ນ ຫາກເພາະວ່ານໍ້າສິມາບໍ່ທັນຮອດດອກ ເຂົາປ່ອຍຄືນນີ້ນ່າ ເຂົາເຈົ້າກໍແຈ້ງໃຫ້ພວກແຖວສອງຄອນ ແຖວລະຫານໍ້ານີ້ກະກຽມ ລະມັດລະວັງຫັ້ນນ່າ ແຕ່ວ່ານໍ້າບໍ່ທັນຮອດ. "
ແລະວ່າ ຕອນບໍ່ມີເຂື່ອນໄຟ ຟ້ານີ້ ຊາວບ້ານກໍບໍ່ໄດ້ກັງວົນໃຈຫຍັງ, ແຕ່ຫຼັງຈາກມີການສ້າງເຂື່ອນມາ ກໍກັງວົນຫລາຍເພາະລະດັບນໍ້າສູງຂຶ້ນ ແລະໄຫຼຊຸແຮງ ເວລາປ່ອຍນໍ້າອອກຈາກເຂື່ອນລົງມາ.
ຊາວບ້ານທີ່ຢູ່ແຄມນໍ້າເຊບັ້ງຫຽງ ກໍມີຄວາມກັງວົນໃຈ ຍ້ອນຢ້ານວ່າ ລະດັບນໍ້າຈະສູງຈົນລົ້ນຕາຝັ່ງ ຄືກັນກັບປີທີ່ຜ່ານໆມາ. ແລະຫລັງຈາກໄດ້ຮັບແຈ້ງເຕືອນ ຊາວບ້ານແຕ່ລະຄອບຄົວ ຕ່າງກໍພາກັນກຽມພ້ອມຮັບມືກັບພັຍນໍ້າຖ້ວມ, ຂົນເຄື່ອງຂອງ ແລະຍ້າຍສັດລ້ຽງໄປໄວ້ບ່ອນປອດພັຍ ແລະຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ບໍ່ໃຫ້ນໍ້າຖ້ວມເສັຍຫາຍຫລາຍ ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງສອງຄອນເວົ້າໃນມື້ວັນທີ 15 ຕຸລານີ້ວ່າ:
" ແມ່ນ ນໍ້າກໍາລັງຂຶ້ນມື້ນີ້ນ່າ ເພາະວ່າເຂົາເຈົ້າປ່ອຍເຂື່ອນ ເຂົາເຈົ້າວ່າ. ກະມີແຕ່ກຽມກ່ຽວເຂົ້າຢ້ານນໍ້າຖ້ວມ ເພາະ ວ່າຝົນຕົກຮໍາມື້ວານນີ້ໝົດມື້ ມີສະຕິໝົດຫັ້ນແລ້ວ ຄັນຊິເວົ້າກໍເຮືອແຕ່ລະເຮືອນກໍຕ້ອງມີໝົດ. "
ທີ່ເມືອງພີນ ຊາວບ້ານກໍກັງວົນໃຈ ຍ້ອນບາງຄອບຄົວ ກ່ຽວເຂົ້ານາປີບໍ່ທັນແລ້ວ. ຫາກເກີດນໍ້າຖ້ວມ ຍ້ອນເຂື່ອນໄຟຟ້າປ່ອຍນໍ້າລົງມາໃສ່ຄືປີຜ່ານໆມາ ກໍບໍ່ສາມາດເກັບກ່ຽວຜົລຜລິດໄດ້ ດັ່ງຊາວບ້ານຢູ່ເມືອງນີ້ຜູ້ນຶ່ງເວົ້າວ່າ:
" ເອີ ເຂົາປ່ອຍເຂື່ອນ ກໍເຕືອນຢູ່ຕີ້. ບາງຄົນເຂົາກໍກ່ຽວແລ້ວໆ ບາງຄົນກໍຍັງ ກ່ຽວກໍມັນຄານໍາຝົນເດ໋ ເຮັດຄື້ມໆຢູ່ແມ່ນແຫຼະເນາະ ປ່ອຍເຂື່ອນມັນຍູ້ຂຶ້ນ ແຕ່ປີແລ້ວນີ້ແມ່ນຖ້ວມຫຼາຍໄດ໋ ຢູ່ທາງນີ້ກະດາຍ ໜັກຄືກັນບໍ່ໄດ້ເຂົ້າຄືກັນ. "
ເວົ້າເຖິງການສ້າງເຂື່ອນໄຟຟ້າຢູ່ລາວ ຊາວລາວຜູ້ນຶ່ງຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ປະເທດລາວມີເຂື່ອນໄຟຟ້າຫຼາຍແຫ່ງແລ້ວ, ສະນັ້ນຣັຖບານ ແລະເຈົ້າຂອງໂຄງການເຂື່ອນທຸກແຫ່ງ ກໍຄວນຈະກຽມພ້ອມໃນການຮັບມືແບບສຸກເສີນ ຫຼືພັຍນໍ້າຖ້ວມໃຫ້ໄດ້ ຢ່າງມີປະສິດທິພາບ. ຫາກເຂື່ອນໃດໄດ້ສ້າງຜົລກະທົບ ຕໍ່ຊີວິດ ແລະຊັບສິນຂອງປະຊາຊົນ ບໍ່ວ່າທາງກົງ ຫຼືທາງອ້ອມ ປະຊາຊົນກໍສົມຄວນຈະໄດ້ຮັບການ ທົດແທນຄວາມເສັຽຫາຍຢ່າງເໝາະສົມ:
" ໃນເມື່ອເພິ່ນປ່ອຍນໍ້ານີ້ອອກມາ ມັນເຮັດໃຫ້ຊັບສົມບັດ ການຜລິດຂອງປະຊາຊົນນີ້ເສັຽຫາຍ ກໍຄວນທີ່ຈະທົດແທນຫັ້ນແຫຼະ ເພາະວ່າຄັນຖ້າວ່າປະປ່ອຍຄືສູ່ມື້ນີ້ ມັນກໍບໍ່ຄວນແລ້ວອັນນີ້ນ່າ. "
ຄະນະກັມມະການ ຄຸ້ມຄອງພັຍພິບັດ ແຂວງຄໍາມ່ວນ ກໍໄດ້ປະກາດແຈ້ງເຕືອນໃຫ້ປະຊາຊົນ ຮູ້ວ່າ ຂະນະນີ້ ພະຍຸເຂດຮ້ອນ ກົມປາສູ (Tropical Storm Kompasu) ຄາດວ່າ ຈະເຄື່ອນເຂົ້າປະເທດລາວໃນຣະຫວ່າງວັນທີ 15-16 ຕຸລານີ້ ຊຶ່ງຈະເຮັດໃຫ້ຝົນຕົກປານກາງ ຫາ ໜັກແລະລົມພັດແຮງ ຊຶ່ງອາຈເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ, ນໍ້າໄຫຼຊຸ ແລະດິນເຈື່ອນຢູ່ບາງທ້ອງຖີ່ນ. ດັ່ງນັ້ນຈຶ່ງມີການກຽມປ້ອງກັນຮັບມື ແລະວາງແຜນໂຍກຍ້າຍຊາວບ້ານ, ຊັບສິນ, ສັດລ້ຽງ, ຜົລຜລິດ ແລະອື່ນໆ ທີ່ມີຄ່າ ໄປເກັບໄວ້ຢູ່ທີ່ປອດພັຍ ເພື່ອຫຼຸດຜ່ອນຄວາມສ່ຽງລົງ.
ເຂື່ອນໄຟຟ້າເຊລະນອງ 1 ຂນາດ 70 ເມກາວັດ, ມູນຄ່າ 150 ລ້ານໂດລາຣ໌ສະຫະຣັຖ, ເຣີ່ມກໍ່ສ້າງໃນຕົ້ນປີ 2017 ແລະຈະສໍາເຣັດໃນຕົ້ນປີ 2022 ທີ່ຈະມາເຖິງນີ້. ບໍຣິສັດ YEIG International Development ຂອງຈີນຖືຫຸ້ນ 70%, ກຸ່ມບໍຣິສັດດາວສະຫວັນ ລົງທຶນ ແລະກໍ່ສ້າງຈໍາກັດ 25% ແລະ ບໍຣິສັດ Sun Paper Holding ຂອງຈີນ 5%. ໄຟຟ້າທີ່ຜລິດໄດ້ ຈະຂາຍໃຫ້ຣັຖວິສາຫະກິດໄຟຟ້າລາວ ເພື່ອໃຊ້ຢູ່ພາຍໃນປະເທດ.