ຜູ້ເສັຽດິນ ຈຳນວນນຶ່ງ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກໂຄງການເຂື່ອນ ນ້ຳຄານ 3

ຊາວບ້ານ ຈຳນວນ 341 ຄອບຄົວ ໄດ້ຮັບຄ່າຊົດເຊີຍ ຈາກເຂື່ອນໄຟຟ້ານໍ້າຄານ 3 ມູນຄ່າ 5.8 ຕື້ກີບ ຂະນະທີ່ ຍັງມີຊາວບ້ານ ອີກຈຳນວນຫຼາຍຄອບຄົວ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໂດຍສະເພາະ ຜູ້ທີ່ສູນເສັຽດິນ ເພື່ອຕັດເສັ້ນທາງຜ່ານ.

ບ້ານຈັດສັນ ຂອງໂຄງການ ເຂື່ອນໄຟຟ້າ ນໍ້າຄານ 3 ເມືອງຊຽງເງິນ ແຂວງຫຼວງພຣະບາງ (ພາບຖ່າຍທ້າຍປີ 2019). ນັກຂ່າວ ພົລເມືອງ

ເມື່ອວັນທີ 06 ກັນຍາ ທີ່ຜ່ານມາ ບໍຣິສັດ ຜລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເງິນຊົດເຊີຍ ຜົລກະທົບດ້ານຜົລປູກ ທີ່ເກີດຈາກການກໍ່ສ້າງເຂື່ອນໄຟຟ້າ ນໍ້າຄານ 3 ມູນຄ່າ 5.8 ຕື້ກີບ ງວດທີ 2 ໃຫ້ແກ່ຊາວບ້ານຈຳນວນ 341 ຄອບຄົວ ຍ້ອນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງສຳຣວດພົບວ່າດິນນາ-ດິນສວນ ຂອງ ປະຊາຊົນເປັນຕົ້ນ ສວນໄມ້ສັກ, ຢາງພາຣາ, ຕົ້ນກ້ວຍ ແລະ ໝາກໄມ້ຫຼາຍຊະນິດຂອງພວກເຂົາເຈົ້າ ໄດ້ຮັບຜົລກະທົບຈາກລະດັບນໍ້າ ໃນອ່າງເກັບນໍ້າຂອງເຂື່ອນ ເພີ່ມສູງຂຶ້ນ. ໃນຂະນະທີ່ຍັງມີຊາວບ້ານ ອີກຫຼາຍຄອບຄົວ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ແລະຕ້ອງໄດ້ລໍຖ້າຕໍ່ໄປ.

ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ເຮັດໃຫ້ຜົລປູກເສັຽຫາຍຫຼາຍເຮັກຕ້າຣ໌ ຢູ່ບ້ານດອນໂມ ເມືອງຊຽງເງິນ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ກັນຍາ 2022 ນີ້ວ່າ:

ແມ່ນໆ ໄດ້ຮັບຜົລກະທົບບໍມີເງິນບາທນີ້ຢາກໄດ້ເງິນບໍ່ພໍໆ ຄ່າໃຊ້ຈ່າຍຫຼາຍມັນເປັນເງິນເຟີ້. ຍັງໆ ຍັງບໍໄດ້ເງິນຊົດເຊີຍ ສະເພາະຜົລປູກເທົ່ານັ້ນ ປູກເຂົ້າກັບມັນຕົ້ນຄືເກົ່າຫັ້ນແຫຼະ ແຕ່ເພິ່ນຊົດເຊີຍແຕ່ຜົລປູກສື່ໆ ເພິ່ນກໍຊົດເຊີຍເຮົາຂຽນໄປ 100 ລ້ານແຕ່ບໍ່ຮູ້ເພິ່ນຊິຊົດເຊີຍເທົ່າໃດ.

ທີ່ຜ່ານມາທາງການລາວ ຈ່າຍຄ່າຊົດເຊີຍ ໃຫ້ແຕ່ສະເພາະຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກລະດັບນໍ້າໃນອ່າງເກັບນໍ້າ ຂອງເຂື່ອນ ເພີ່ມສູງຂຶ້ນຈົນຖ້ວມພື້ນທີ່ ເຮັດການຜລິຕ. ສ່ວນຊາວບ້ານ ທີ່ໄດ້ຮັບຜົລກະທົບແນວອື່ນ ເປັນຕົ້ນໂຄງການກໍ່ສ້າງເຂື່ອນ ຕັດເສັ້ນທາງຜ່ານເນື້ອທີ່ດິນ ທຳການຜລິຕຂອງເຂົາເຈົ້າ ແຕ່ຍັງບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ຊຶ່ງທາງການລາວ ກໍໃຫ້ເຫດຜົລວ່າ ເປັນໂຄງການຂອງຣັຖບານ ທີ່ຈະຊ່ອຍໃຫ້ປະເທດພັທນາຂຶ້ນ.

ດັ່ງຊາວບ້ານ ຢູ່ບ້ານດອນໂມ ເມືອງຊຽງເງິນ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ບໍ່! ບໍ່ໄດ້ຈ່າຍຈັກກີບ. ໂອ້ ບໍ່ໄດ້ແລ້ວມັນທະລຸເປັນເສັ້ນທາງແລ້ວເດ້ ກໍປະມານ 10 ປາຍຄອບຄົວ ທີ່ທະລຸເປັນເສັ້ນທາງ ສຸດທ້າຍເພິ່ນໃຫ້ຄຳຕອບວ່າ ອັນນີ້ເປັນໂຄງການຣັຖ ກໍຈະບໍ່ໄດ້ຮັບການຊົດເຊີຍ ຈັ່ງຊິເປັນເສັ້ນທາງຣົຖແລ້ວເດ້ ເປັນເສັ້ນທາງແບບແລວໄຟຟ້າ ເຂົາວ່າຊັ້ນ 8-9 ປີມານີ້ລະຕິ ຈຸດເຣີ່ມຕົ້ນເຂົາກໍ່ສ້າງເຂື່ອນລະເດ້.

ໃນໄລຍະປີ 2012-2013 ທີ່ຜ່ານມາ ເຖິງແມ່ນວ່າທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ໂຍກຍ້າຍຊາວບ້ານ ທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວນີ້ ຈຳນວນ 10 ບ້ານຢູ່ພາຍໃນເມືອງຊຽງເງິນ ແຂວງຫຼວງພຣະບາງ ທັງໝົດ 655 ຫຼັງຄາເຮືອນ, ມີປະຊາກອນ 3,489 ຄົນ ໄປຍັງບ້ານສາມັກຄີໄຊ ເມືອງຊຽງເງິນ ບ້ານຈັດສັນໃໝ່ ພ້ອມອະນຸຍາດໃຫ້ ພວກເຂົາເຈົ້າສາມາດ ກັບມາເຮັດການຜລິຕຢູ່ບ່ອນບ້ານເກົ່າ. ແຕ່ຢ່າງໃດກໍຕາມ ໄລຍະທາງ ລະຫວ່າງບ່ອນເກົ່າ ແລະ ບ່ອນບ້ານໃໝ່ ຂ້ອນຂ້າງໄກ ຈຶ່ງເຮັດໃຫ້ການຜລິຕ ຊາວບ້ານປະສົບຄວາມຫຍຸ້ງຍາກ.

ດັ່ງຊາວບ້ານຢູ່ບ້ານ ສາມັກຄີໄຊ ເມືອງຊຽງເງິນ ທ່ານນຶ່ງກ່າວວ່າ:

ທຸກຍາກຫຼາຍ ເຮັດໄຮ່ເຮັດຫຍັງຄືເກົ່າຫັ້ນແຫຼະ ບໍ່ມີອັນຢູ່ອັນກິນຫັ້ນແຫຼະ ມີແຕ່ເຮືອນພາກຣັຖເພິ່ນ ຕັ້ງໃຫ້ຢູ່ນີ້ສື່ໆດອກ ແຕ່ວ່າບ່ອນອັນຢູ່ອັນກິນ ນີ້ບໍ່ມີບ່ອນການທຳມາຫາກິນ ບ່ອນການຜລິຕນີ້ບໍ່ມີ ກໍຕ້ອງໄດ້ກັບຄືນມາເຮັດການຜລິຕ ໄປຢູ່ບ່ອນເກົ່າ ຄັນວ່ານໍ້າບໍ່ຖ້ວມ ກໍເຮັດຜລິຕຄືເກົ່າ.

ສຳລັບການຈ່າຍຄ່າຊົດເຊີຍ ໃຫ້ແກ່ຜູ້ຖືກຜົລກະທົບ ທີ່ຜ່ານມາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ດຳເນີນການ ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານແລ້ວ 2 ງວດ ໃນງວດທຳອິດ ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານໃນລະຫວ່າງປີ 2011-2017 ເປັນຈຳນວນເງິນ 20.1 ຕື້ກີບ ແລະ ງວດທີ 2 ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ ໃນໄລຍະສັປດາທີ່ຜ່ານມານີ້ ເປັນຈຳນວນເງິນ 5.8 ຕື້ກີບ. ນອກຈາກນີ້ ທາງການລາວ ແລະພາກສ່ວນທີກ່ຽວຂ້ອງ ອາຈພິຈາຣະນາຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ຜູ້ຖືກຜົລກະທົບ ໃນງວດຕໍ່ໄປໄດ້ ຖ້າຫາກກວດພົບວ່າ ມີຜູ້ໄດ້ຮັບຜົລກະທົບຕື່ມ ໃນໄລຍະຕໍ່ໄປ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການພິຈາຣະນາຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ທີ່ວ່ານໍ້າບໍ່ທັນຖ້ວມ ງວດທີ 1 ຫັ້ນນ່າ. ບາດນີ້ຫຼັງຈາກກັກເກັບນໍ້າເຕັມອັດຕຣາ ແລ້ວມັນມາກາຍບ່ອນເຂດທີ່ວ່າວັດແທກໄວ້ຫັ້ນແລ້ວ ໄດ້ມີຊາວບ້ານຫັ້ນນ່າໄດ້ສເນີຄືນ ໄດ້ມາຄິດໄລ່ຊົດເຊີຍຄືນນີ້ ປີນີ້ຫັ້ນນ່າໃນງວດ 2 ຫັ້ນນ່າ ແຕ່ວ່າໃນເບື້ອງ ຫຼັງຫັ້ນທາງໂຄງການ ຫຼືວ່າຄະນະຮັບຜິດຊອບຫັ້ນ ເພິ່ນໄປກວດຄືນ. ແມ່ນແຫຼະໆ ມີແຕ່ເຄື່ອງປູກ ມີແຕ່ຕົ້ນໄມ້, ໄມ້ອຸດສາຫະກັມ.

ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຄານ 3 ເປັນໂຄງການລົງທຶນ ຂອງຣັຖບານລາວ ໂດຍຣັຖວິສາຫະກິຈໄຟຟ້າລາວ ເປັນເຈົ້າຂອງໂຄງການ ແລະບໍຣິສັດສິໂນ ໄຮໂດຣ ຄໍເປີເຣຊັນ ຈຳກັດ ຈາກປະເທດຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ມີໄລຍະການກໍ່ສ້າງຮວມ 42 ເດືອນ ໂດຍທ້າຍປີ 2012 ເປັນມື້ເຣີ່ມດຳເນີນການກໍ່ສ້າງ ທັງນີ້ໂຄງການດັ່ງກ່າວ ໄດ້ສຳເຣັດການກໍ່ສ້າງ ແລະເປີດໃຊ້ຢ່າງເປັນທາງການ ໃນປີ 2016 ສະນັ້ນເມື່ອເປັນໂຄງການ ຂອງຣັຖບານລາວ ການຈ່າຍຄ່າຊົດເຊີຍທັງໝົດ ຈຶ່ງດຳເນີນການໂດຍຣັຖບານລາວ.

ດັ່ງເຈົ້າໜ້າທີ່ ບໍຣິສັດ ຜລິດ ໄຟຟ້າລາວ ມະຫາຊົນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:

ອັນນ່າ ບໍຣິສັດຜລິດ ໄຟຟ້າລາວ ມະຫາຊົນ ເຮົາເປັນຜູ້ຈ່າຍຫັ້ນນ່າ ແຕ່ເຣື່ອງຜ່ານທາງການຫຍັງ ເຮົາຜ່ານທາງການແລ້ວ ເພາະວ່າບັນຫານີ້ ມັນຂຶ້ນກັບທາງການ ເຂົ້າມາແລ້ວ ກໍຊົດເຊີຍ ເປັນທາງເຮົາຜ່ານເຂົ້າມາຫັ້ນແຫຼະ ໂຕນີ້ເຮົາເປີດໃຊ້ງານ ແຕ່ປີ 2016 ເດ້ເນາະ ເປັນທາງການເນາະ ເປີດນໍາໃຊ້ເປັນຄັ້ງທຳອິດ.

ໂຄງການເຂື່ອນໄຟຟ້ານໍ້າຄານ 3 ຕັ້ງຢູ່ບ້ານດອນໂມ ແລະ ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພຣະບາງ ມີບໍຣິສັດ ຜລິດ-ໄຟຟ້າລາວ ມະຫາຊົນ ເປັນຜູ້ຄຸ້ມຄອງ ແລະ ຜລິຕໂຄງການໄຟຟ້າ ແລ້ວຂາຍຍົກໃຫ້ ແກ່ຣັຖວິສາຫະກິຈ ໄຟຟ້າລາວ, ມີກຳລັງຕິດຕັ້ງ 60 ເມກາວັຕ, ຜລິຕໄຟຟ້າໄດ້ ໂດຍສະເລັ່ຽໄດ້ 240 ລ້ານກິໂລວັຕໂມງຕໍ່ປີ. ໃນເວລາເຣີ່ມຕົ້ນໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 3 ເປັນໂຄງການລົງທຶນຂອງຣັຖບານລາວ ໂດຍຣັຖວິສາຫະກິຈໄຟຟ້າລາວ ເປັນເຈົ້າຂອງໂຄງການ, ມີມູນຄ່າປະມານ 133 ລ້ານໂດລ້າຣ໌ສະຫະຣັຖ ໄດ້ມີການກູ້ຢືມ ຈາກທນາຄານ ເອັກຊີມແບ້ງຄ໌ ຈາກປະເທດຈີນດ້ວຍອັດຕຣາດອກເບັ້ຽ ຕໍ່າໂດຍມີໄລຍະການກູ້ຢືມ 20 ປີ ແລະ ໃນນີ້ ມີເງິນສົມທົບ ຈາກຣັຖວິສາຫະກິຈໄຟຟ້າລາວ 5%.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org