ຊາວບ້ານໜອງໄຮໄດ້ ກິ່ນເໝັນ ນ້ຳເປື້ອນ
2021.05.20

ຊາວບ້ານໜອງໄຮ ຮ່ອມ 31 ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈໍານວນ 10 ປາຍຫຼັງຄາເຮືອນ ໄດ້ຮັບຜົນກະທົບຈາກ ກິ່ນເໝັນຂອງນ້ຳເປື້ອນ ຍ້ອນວ່າ ທໍ່ລະບາຍ ອຸດແຕກ ແລະ ອຸດຕັນ ເຮັດໃຫ້ນ້ຳເສັຽ ທີ່ປ່ອຍອອກມາຈາກໂຮງງານ ນ້ຳດື່ມໂດ່ງດັງ ແລະ ໂຮງງານນົມສົ້ມ 3 ດາວ ບໍ່ໄດ້ຖືກລະບາຍອອກ ແລະ ໄຫລເຂົ້າເຮືອນຊາວບ້ານ ໃນໄລຍະ 1-2 ອາທິດ ທີ່ຜ່ານມາ.
ຊາວບ້ານທ່ານນຶ່ງຢືນຢັນວ່າ ເຂົາເຈົ້າບໍ່ສາມາດທົນຕໍ່ ກິ່ນເໝັນນັ້ນໄດ້ ແລະຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແກ້ໄຂບັນຫາ ດັ່ງກ່າວ ຊາວບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
"ມັນເປັນສອງອາທິດພຸ້ນເດ້ ນ້ຳບ່ອນຫັ້ນ ຈັ່ງມາເວົ້າເດ້ມັນກໍອົດ ອົດບໍ່ໄດ້ຈັ່ງໄດ້ເວົ້າຫັ້ນນ່າ ເປັນອີ່ຫລີ ອີ່ຫລໍ ແລ້ວຖ້ວມທາງໄປ ໝົດນ້ຳຫັ້ນນ່າ ເວົ້າເລື່ອງເໝັນ ແຕ່ບໍ່ໄດ້ເຂົ້າໂຮງໝໍ ຍ້ອນເໝັນແບບລຳຄານນີ້ນ່າ ເໝັນອິ່ງໆ ນີ້ນ່າ ເໝັນອຶງໆ ນີນ່າ ເໝັນນະ ຄືສັດຕາຍນີ້ນ່າ ມັນເໝັນ ມັນດ້ຳກັບນົມສົ້ມແລ້ວມັນ ໄປສົມທົບກັນ ແລ້ວມັນໄຫລໄປແລ້ວ ແລ້ວມັນມີບວກ ບວກແລ້ວ ບາດນີ້ແລ້ວ ນ້ຳມັນໄຫລບໍ່ທັນ ແລ້ວ ມັນກໍແດດອອກ ມັນບໍເໝັນ ກິນເຂົ້າ ມານັ່ງກິນນອກ ບໍ່ໄດ້ແລະ ເໝັນ."
ເປັນເວລາ 2 ອາທິດ ແລ້ວ ທີ່ຊາວບ້ານ ຕ້ອງທົນກັບກິ່ນເໝັນ, ຊາວບ້ານໜອງໄຮ ຮ່ອມ 31 ກ່າວວ່າ:
"ແອ້ມບໍ່ ຫລືວ່າ ບໍລິເວນຫັ້ນ ບາງເທື່ອ ນ້ຳມັນໄຫລຜ່ານເຂົ້າໂຮງງານບໍ່ໄດ້ເນາະ ມັນລົ້ນມາ ມັນກໍຊິມີກິ່ນເນົ່າເໝັນ ຄື ນ້ຳຮ່ອງ ນ້ຳຫຍັງຫັ້ນແຫລະເຈົ້າ ອັນນີ້ ມັນເປັນພວກນ້ຳແປ້ງ ນ້ຳຫຍັງມັນກໍມີຜົນກະທົບຢູ່ແລ້ວ ນອນໄປແລ້ວ ມັນເໝັນ ມັນກໍຢູ່ບໍ່ໄດ້ ຕ້ອງມີຮຽກຮ້ອງເນາະ ມາແກ້ໄຂຊ່ວຍ."
ຊາວບ້ານທ່ານນີ້ ກ່າວຕື່ມວ່າ ບັນຫາໂຮງງານປ່ອຍນ້ຳເປື້ອນ ແລ້ວສົ່ງກິ່ນເໝັນ ຍ້ອນທໍ່ລະບາຍນ້ຳອຸດຕັນ ຫລື ທໍ່ລະບາຍນ້ຳແຕກ ບໍ່ໄດ້ເກີດເທື່ອທຳອິດ ໃນປີນີ້ ແຕ່ກ່ອນໜ້ານີ້ ກໍເກີດຫຼາຍເທື່ອແລ້ວ ຊຶ່ງບັນຫາດັ່ງກ່າວ ກໍໍບໍ່ໄດ້ຮັບການແກ້ໄຂ ຢ່າງຖາວອນຈະກັບມາ ເກີດຂຶ້ນຢູ່ເລື້ອຍໆ ຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ພິຈາຣະນາ ແກ້ໄຂບັນຫານີ້ ຢ່າງຈິງຈັງ.
ເຈົ້າໜ້າທີ່ ກ່ຽວຂ້ອງເມືອງ ຫາດຊາຍຟອງ ກ່າວວ່າ ບັນຫາດັ່ງກ່າວ ໄດ້ແກ້ໄຂ ຢູ່ຂັ້ນບ້ານແຕ່ວັນທີ 19 ພຶສພາ ແລ້ວ ຍ້ອນວ່າ ທໍ່ ລະບາຍນ້ຳອຸດຕັນ.
"ມີຂີ້ເຫຍື້ອຂີ້ເຫຍື້ອ ໄປຕັນທໍ່ຫັ້ນນ່າ ແລ້ວ ບໍ່ມີໃຜເບິ່ງ ມື້ວານນີ້ ເຂົາກໍມາລ່ວງ ເອົາໄມ້ ເອົາຫຍັງແຫຍ່ ແລະມັນກໍອອກ ມັນກໍ ອອກໄປເລີຍ ໂຮງງານຫັ້ນນ່າ ເຂົາໃຫ້ຄວາມຮ່ວມມື ຢູ່ເນາະ ເຂົາເຈົ້າກໍໃຫ້ທຶນ ຈຳນວນືຶ່ງລະຈ້າງ ຈ້າງມາເຮັດ ເຂົາກໍເຮັດເອງໝົດ ຜ່ານມາ ເຂົາກໍບໍ່ປະຕິເສດ ພວກນີ້ຫັ້ນນ່າ ຖ້າບໍ່ວ່າແກ້ ມີຄວາມເດືອນຮ້ອນ ອຳນາດການປົກຄອງບ້ານ ຈະສັ່ງໃຫ້ປິດໂຮງງານ ກັບການ ບໍຣິການດຳເນີນທຸຣະກິດ ຫັ້ນ ເຂົາເຈົ້າກໍວ່າ ບໍ່ເປັນຫຍັງ ເຂົາເຈົ້າກໍໃຫ້ ຄວາມຮ່ວມມືຢູ່."
ທ່ານ ກ່າວຕື່ມວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງໄດ້ລົມກັບຜູ້ປະກອບການ ໂຮງງານທັງ 2 ແຫ່ງ ນັ້ນໃຫ້ກວດກາທໍ່ລະບາຍນ້ຳອຸດທຸກໆ 3 ເດືອນ ເພື່ອບໍ່ໃຫ້ພົບບັນຫາ ນ້ຳເປື້ອນສົ່ງກິ່ນ ເໝັນແຮງອີກ ໃນອະນາຄົດ.
ພະນັກງານໂຮງງານ ນ້ຳດື່ມ ໄດ້ອອກມາຊີ້ແຈງ ວ່າ ທໍ່ລະບາຍນ້ຳຖືກລົດຢຽບແຕກ ເຮັດໃຫ້ນ້ຳບໍ່ໄຫລ ແລະ ກໍມີແຜນສ້ອມແປງ ແລ້ວ ແຕ່ຍ້ອນ ເປັນຊ້ວງການລະບາດ ຂອງ ໂຄວິດ-19 ຈຶ່ງບໍ່ມີຄົນກັມມະກອນ ມາສ້ອມແປງ.
"ຝົນຕົກລະເຂົາຫັ້ນເອົາລົດຫັ້ນໄປຢຽບ ບ່ອນທໍ່ ພວກຂ້ອຍເຮັດບ່ອນນ້ຳເສັຽຫັ້ນນ່າ ມັນລະຫັກ ມັນລະຫັກ ມັນລະຕັນ ຕັນລະນ້ຳ ມັນກໍຖ້ວມ ຍື່ງຂຶ້ນມາເນາະ ຊ້ວງໄລຍະນີ້ ພັດແມ່ນ ໂຄວິດ-19 ຂໍໂທດຫລາຍໆ ເນາະ ໄລຍະໂຄວິດ-19 ນີ້ ພວກເຮົາຈັກຊິຈ້າງ ໃຜເຮັດ ແຜນພວກເຮົາກໍສັ່ງເຫດເບິ່ງ ວ່າ ຄັນເຫັນນ້ຳມັນຍື່ງ ມັນບໍ່ໄຫລແລ້ວ ພວກເຮົາກໍຈະລວງໂລດ ບໍ່ປ່ອຍໃຫ້ຄ້າງຄາ ເພາະວ່າ ພວກເຮົາແກ້ໄຂໄດ້ ແລ້ວເດ້ ຕໍ່ໄປກໍມີແຕ່ລ່ວງດົນໆ ລ່ວງເທື່ອນຶ່ງ ແລ້ວ ນ້ຳມັນກໍໄຫລ ຕລອດ."
ຊາວບ້ານໜອງໄຮ ຮ່ອມ 31 ອີກຄົນນຶ່ງ ກໍເວົ້າວ່າ ຫລັງຈາກໂຮງງານໄດ້ເອົາກຳມະກອນມາ ຮື້ທໍ່ ແລະ ອະນາໄມ ທໍ່ລະບາຍນ້ຳ ກໍເຮັດໃຫ້ກິ່ນເໝັນລົດລົງ.
ດຽວນີ້ ເພິ່ນແກ້ລະ ຊາວ່າ ມັນບໍ່ເໝັນແລ້ວເດ້ ສະເພາະແຕ່ວ່າ ເພິ່ນລວງມື້ນີ້ມາ ຫັ້ນນ່າ ແຕ່ວ່າ 2 ມື້ ມານີ້ ຄືບໍ່ເໝັນຕາມທີ່ວ່າ ປະຊາຊົນ ແຖວນັ້ນ ທີ່ຜ່ານມາ ບ້ານໜອງໄຮ ຮ່ອມ 31 ບໍ່ເຄີຍມີທໍ່ລະບາຍນ້ຳເສັຽ ຈາກໂຮງງານ ເລີຍທາງຜູ້ປະກອບການ ທຸຣະກິດ ໂຮງງານນົມສົ້ມ 3 ດາວ, ໂຮງງານນ້ຳດື່ມໂດ່ງດັງ ແລະ ຮ້ານປິ້ງຫູໝູ ກໍໄດ້ລະດົມທຶນ ໂຮງງານລະ 2-3 ລ້ານ ກີບ ເພື່ອຊື້ທໍ່ລະບາຍນ້ຳ ສ້ອມແປງ ແລະ ອະນາມັຍ ທຸກຄັ້ງ ເພື່ອໃຫ້ນ້ຳເປື້ອນ ຈາກໂຮງງານໄຫລອອກ ໄປທາງຮ່ອງລະບາຍນ້ຳ ສາທາຣະນະ ຂນາດໃຫຍ່ ຕາມການເນາະນຳ ຂອງເຈົ້າໜ້າທີ່ທອງຖິ່ນ.