ຊາວບ້ານຍັງລ້າ ສັດປ່າລ້ຽງຊີພ

ຍັງມີ ກຸ່ມ ນາຍທຶນ ຈ້າງ ຊາວບ້ານ ໃຫ້ລ້າ ສັດປ່າ ທີ່ ຫວງຫ້າມ ໃນລາວ.

ນໍ້າກະດິງ ສປປລາວ ນາຍພານ ທີ່ລັກລອບ ລ້າສັດ ໄດ້ຖືກຖ່າຍ ຮູປເອົາ ດ້ວຍກ້ອງ ອັດຕະໂນມັດ ທີ່ຖືກເຊື່ອງໄວ້ ໃນປ່າ ໂດຍອົງ ອະນຸຮັກ ສັດປ່າສາກົນ ເພື່ອສຶກສາ ພຶດຕິກັມ ຂອງສັດ Photo courtesy of Wildlife Conservation Society as part of the TEAM Network Partnership/www.teamnetwork.org. as part of the “Global Camera Trap Mammal” study.

 

ຍັງມີ ກຸ່ມ ນາຍທຶນ ຈ້າງ ຊາວບ້ານ ໃຫ້ລ້າ ສັດປ່າ ທີ່ ຫວງຫ້າມ ໃນລາວ.

ເຈົ້າໜ້າທີ່ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ໃນລາວ ທ່ານ ນື່ງເວົ້າ ໃນວັນທີ່ 24 ມິຖຸນາ 2013 ນີ້ວ່າ: ປັຈຈຸບັນ ກຸ່ມ ນາຍທຶນ ລ່າສັດປ່າ ໃນລາວ ຍັງຈ້າງ ຊາວບ້ານ ໃນເຂດ ຊົນະບົດ ລ່າສັດປ່າ ທີ່ ຫວງຫ້າມ ຢູ່ຕລອດ
ຍ້ອນ ຊາວບ້ານ ໃນເຂດ ຫ່າງໄກ ຍັງບໍ່ທັນຮູ້ ເຖິງ ກົດໝາຍ ຄູ້ມຄອງ ສັດປ່າ ດ່ັງ ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ:

“ມັນມີ ບາງກຸ່ມ ທີ່ເຂົ້າມາ ໃຊ້ ຊາວບ້ານ ເພື່ອ ເປັນເງື່ອນໄຂ ບາງຂົງເຂດ ທີ່ວ່າ ການເຜີຍແພ່ ກົດໝາຍ ເຮົາໄປບໍ່ ທັນເຖີງ ຊາວບ້ານ ກໍຍັງ ບໍ່ທັນ ມີຄວາມຮູ້ ຄວາມເຂົ້າໃຈ ທາງດ້ານ ກົດໝາຍ ເທື່ອ ສນັ້ນ ມັນກໍ່ເປັນ ເງື່ອນໄຂ ໃຫ້ຄົນ ສວຍໂອກາດ ເຂົ້າໄປ ປຸກຮະດົມ ຂົນຂວຍ”

ເຈົ້າໜ້າທີ່ ທ່ານນີ້ ເວົ້າຕໍ່ ໄປວ່າ ເຄີຍມີ ຣາຍງານວ່າ ພວກ ນາຍທຶນ ດັ່ງກ່າວ ມັກເອົາເງິນ ຈ້າງ ໃຫ້ຊາວບ້ານ ຕາມເຂດ ພາກເໜືອ ແລະ ພາກໃຕ້ ຂອງລາວ ໄປລ່າສັດ ຫວງຫ້າມ ເຊັ່ນ ຊ້າງ, ເສືອໂຄ່ງ, ກະທິງ, ແລະ ໝີ ເພື່ອ ໄປຂາຍ ຕ່າງປະເທດ ແລ້ວເອົາ ເນື້ອສັດ ເຫລົ່ານັ້ນ ໄປ ປຸງເປັນຢາ ເພື່ອ ໄປຂາຍຕໍ່ ສ່ວນຫລາຍ ພວກ ຊາວບ້ານ ເຮັດຕາມ ພວກນາຍທຶນ ເວົ້າ ເພາະ ຢາກໄດ້ເງິນ ແລະ ພວກຊາວບ້ານ ກໍບໍ່ຮູ້ ເຖີງ ໂທດ ຂອງ ການ ລ່າສັດປ່າ ວ່າ ຮ້າຍແຮງ ຊໍ່າໃດ.

ທີ່ຜ່ານມາ ເຈົ້າໜ້າທີ່ ອົງການ ອານຸຣັກ ສັດປ່າ ເຄີຍ ຣາຍງານ ວ່າ ຢູ່ຕາມ ເຂດ ຊົນນະບົດ ໃນຫລາຍແຂວງ ທາງພາກເໜືອ ຂອງລາວ ພວກພໍ່ຄ້າ ມັກຈ້າງ ໃຫ້ ຊາວບ້ານ ໄປລ່າ ຊ້າງປ່າ ໃຫ້ເຂົາເຈົ້າ ທັງຍັງ ຫ້າງຫາ ອາວຸດ ລ່າຊ້າງ ໃຫ້ ຊາວບ້ານ ນໍາອີກ ແຕ່ ພວກພໍ່ຄ້າ ເຫລົ່ານັ້ນ ກໍບໍເຫັນ ວ່າ ຖຶກຈັບ ເຮັດໃຫ້ ຫລາຍຄົນ ສົງສັຍວ່າ ອາດຈະມີ ຜູ້ມີ ອິດທິພົນ ໜູນຫລັງ ຫຼື ບໍ່ດັ່ງນັ້ນ ອາດມີການ ໃຫ້ສິນບົນ ແກ່ ເຈົ້າໜ້າທີ່ ກໍເປັນໄດ້ ຈີ່ງບໍ່ມີ ຜູ້ໃດ ຖຶກຈັບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org