ເຂື່ອນເໜືອ ປ່ອຍນ້ຳ ຊາວບ້ານ ຕຣຽມຮັບມື ນ້ຳຖ້ວມ
ເຂື່ອນໄຟຟ້າຫຼາຍແຫ່ງ ປ່ອຍນໍ້າ ອອກຈາກເຂື່ອນ ແລະ ແຈ້ງໃຫ້ຊາວບ້ານ ທີ່ອາສັຍຢູ່ລຸ່ມ ເຂື່ອນໄຟຟ້າ ກະຕຣຽມ ຄວາມພ້ອມຮັບມື ເຫດສຸກເສີນ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ເປັນຕົ້ນເຂື່ອນໄຊຍະບູຣີ, ເຂື່ອນນໍ້າອູ, ເຂື່ອນນໍ້າລີກ ແລະ ເຂື່ອນນໍ້າຄານ.
-
ໄຊຍາ
2022-08-19 -
-
-
Your browser doesn’t support HTML5 audio
ໃນໄລຍະນີ້ ເຂື່ອນໄຟຟ້າຫຼາຍແຫ່ງ ໄດ້ອອກແຈ້ງການ ເຣື່ອງການປ່ອຍນໍ້າ ອອກຈາກເຂື່ອນ ແລະ ໃຫ້ຊາວບ້ານທີ່ອາສັຍຢູ່ລຸ່ມ ເຂື່ອນໄຟຟ້າ ກະຕຣຽມຄວາມພ້ອມຮັບມື ເຫດສຸກເສີນ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ເປັນຕົ້ນເຂື່ອນໄຊຍະບູຣີ, ເຂື່ອນນໍ້າອູ, ເຂື່ອນນໍ້າລີກ ແລະ ເຂື່ອນນໍ້າຄານ ເນື່ອງຈາກໃນແຂວງພາກເໜືອ ຂອງລາວເກີດມີຝົນຕົກຕິດຕໍ່ກັນຫຼາຍມື້.
ຊາວບ້ານ ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພຣະບາງ ທີ່ອາສັຍຢູ່ລຸ່ມເຂື່ອນນໍ້າຄານ 3 ກ່າວວ່າ ມີບ້ານປະຊາຊົນຕັ້ງຢູ່ ແຄມນໍ້າຄານປະມານ 20 ບ້ານ, ແຕ່ລະບ້ານກໍຈະມີປະຊາຊົນ ປູກພືດ, ເຮັດໄຮ່ ແລະ ເຮືອນແພ ຢູ່ຕາມແຄມນໍ້າຄານ ຊຶ່ງຊາວບ້ານເລົ່ານັ້ນ ຈະໄດ້ຮັບຜົລກະທົບໜັກ ຈາກການປ່ອຍນໍ້າ ອອກຈາກເຂື່ອນ.
ຊາວບ້ານ ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ສິງຫາ ນີ້ວ່າ:
“ຜູ້ເຮົາທຳການຜລິຕ ຜູ້ເຮົາລ້ຽງສັດ, ລ້ຽງສິ່ງ. ຜູ້ໃດກະກຽມ ກຽມໄວ້ໃຫ້ມັນວິດອອກນີ້ ທີ່ເຮົາເຮັດຕໍ່າ (ໄຮ່ສວນ) ແທ້ມັນກາຖ້ວມຢູ່. ໂຕເຮົາເຮັດຢູ່ແຄມນໍ້າຫັ້ນນ່າ. ຮ້ານອາຫານເຮືອນແພ ເຂົາກາຖ້ວມຢູ່ ຂະເຈົ້າກາມ້ຽນໝົດ. ດຽວນີ້ຂະເຈົ້າບໍຣິຫານນໍ້າໄດ້ແລ້ວ ກາຖືວ່າການເສັຽຫາຍ ກາຫຼຸດຜ່ອນຫຼາຍ.”
ຊາວບ້ານຜູ້ນີ້ກ່າວອີກວ່າ ຫາກປະຣິມານນໍ້າ ທີ່ປ່ອຍອອກຈາກເຂື່ອນນໍ້າຄານ 2 ແລະ 3 ມີປະຣິມານບໍ່ຫຼາຍປານໃດ ກໍຈະບໍ່ສົ່ງຜົລກະທົບຮຸນແຮງ ຕໍ່ຊາວບ້ານ ແລະ ໄຮ່ນາຮົ້ວສວນຂອງຊາວບ້ານ, ຖ້າເປັນປະຣິມານນໍ້າ ຈາກຝົນຕົກໜັກ ກໍຈະບໍ່ກັງວົນປານໃດ ເພາະເປັນນໍ້າຖ້ວມຕາມທັມມະຊາຕ ແຕ່ຫາກເປັນນໍ້າຈາກເຂື່ອນ ກໍຂ້ອນຂ້າງຮຸນແຮງ ແລະຈະມີຄວາມກັງວົນໃຈວ່າ ຢ້ານເຂື່ອນແຕກ.
ສຳລັບເຂື່ອນໄຟຟ້ານໍ້າຄານ 2 ແລະ 3 ແມ່ນບໍຣິສັດຜລິຕໄຟຟ້າລາວ ມະຫາຊົນ ເປັນເຈົ້າຂອງໂຄງການໂດຍທາງບໍຣິສັດ ໄດ້ອອກແຈ້ງການວ່າ ຈະເປີດປະຕູລະບາຍນໍ້ານອງ ຈາກອ່າງເກັບນໍ້າຂອງເຂື່ອນລະຫວ່າງວັນທີ 19 ສິງຫາ ຫາ 31 ສິງຫາ 2022 ນີ້ ເນື່ອງຈາກລະດັບນໍ້າ ຂອງເຂື່ອນແມ່ນຢູ່ໃນລະດັບສູງທັງ 2 ເຂື່ອນ ໂດຍນໍ້າຄານ 2 ປ່ອຍອອກ 103 ແມັດກ້ອນຕໍ່ວິນາທີ ແລະ ນໍ້າຄານ 3 ປ່ອຍອອກ 155 ແມັດກ້ອນຕໍ່ວິນາທີ ອາຈຈະມີການປ່ຽນແປງຕາມໂຕຈິງ.
ສ່ວນເຂື່ອນນໍ້າລີກ 1 ແລະ 2 ໄດ້ແຈ້ງການປ່ອຍນໍ້າ ອອກຈາກເຂື່ອນ ຕັ້ງແຕ່ວັນທີ 18 ສິງຫານີ້ເປັນຕົ້ນໄປ ຈົນກ່ວາລະດັບນໍ້າໃນອ່າງ ຈະຢູ່ໃນເກນປົກກະຕິ ໂດຍເຂື່ອນນໍ້າລີກ 1 ແລະ 2 ຈະປ່ອຍນໍ້າອອກ 400 ແມັດກ້ອນຕໍ່ວິນາທີ ອາຈະມີການປ່ຽນແປງ ຕາມສະພາບໂຕຈິງ ແລະກິຈການເຮືອນແພ ແລະກິຈການທ່ອງທ່ຽວອື່ນໆ ຢຸດຮັບນັກທ່ອງທ່ຽວຊົ່ວຄາວ ໃນໄລຍະການລະບາຍນໍ້າ. ໃຫ້ປະຊາຊົນທີ່ຢູ່ຂອບເຂດພື້ນທີ່ ລຸ່ມເຂື່ອນກະຕຣຽມ ຄວາມພ້ອມເພື່ອຮັບມື ຕໍ່ເຫດການສຸກເສີນ ທີ່ອາຈເກີດຂຶ້ນ ທຸກກໍຣະນີຖ້າໄດ້ຮັບແຈ້ງເຕືອນ ແມ່ນໃຫ້ກະຕຣຽມໂຍກຍ້າຍຊັພສິນ ຮວມທັງກິຈການຕ່າງໆ ເອົາໄປໄວ້ບ່ອນສູງ.
ຂະນະທີ່ຊາວບ້ານຢູ່ເມືອງເຟືອງ ທີ່ອາສັຍຢູ່ລຸ່ມເຂື່ອນນໍ້າລີກ 1 ກ່າວວ່າພາຍຫຼັງທີ່ ໂຄງການໄດ້ປ່ອຍນໍ້າອອກ ຈາກເຂື່ອນ ກໍເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າລີກເພີ່ມສູງຂຶ້ນ ປະມານ 50 ຊັງຕີແມັດ ຈົນຕ້ອງໄດ້ປະກາດປິດ ຮ້ານອາຫານເຮືອນແພ, ເຮືອນພັກ ແລະ ສະຖານ ທີ່ທ່ອງທ່ຽວ ຕາມແຄມນໍ້າລີກ ເພື່ອຄວາມປອດພັຍ ຂອງຄົນໃນພື້ນທີ່ ແລະນັກທ່ອງທ່ຽວ ສ່ວນພື້ນທີ່ໄຮ່ນາ, ຮົ້ວສວນ ຂອງຊາວບ້ານບໍ່ໄດ້ຮັບຜົລກະທົບ ຈາກການປ່ອຍນໍ້າ ອອກຈາກເຂື່ອນນໍ້າລີກ 1 ແລະ 2 ໃນຄັ້ງນີ້.
“ມີແຕ່ມື້ວານນີ້ ມື້ດຽວເຈົ້າ. ເພິ່ນປ່ອຍນ້ອຍນຶ່ງ, ເພິ່ນປ່ອຍຂຶ້ນປະມານ 50 ເຊັນນີ້ແຫຼະເຈົ້າ. ໂດຍບໍ່ໄດ້ຖ້ວມຕອນນີ້ ເພິ່ນເປີດ (ເຮືອນແພ) ປົກກະຕິແລ້ວເຈົ້າ.”
ສ່ວນຊາວບ້ານ ບ້ານປາກຮຸ່ງ ເມືອງໄຊຍະບູຣີ ທີ່ອາສັຍຢູ່ແຄມນໍ້າຂອງ ແລະລຸ່ມເຂື່ອນໄຊຍະບູຣີ ກ່າວວ່າ ໃນວັນທີ 13-14 ສິງຫາ ທີ່ຜ່ານມານີ້ ໂຄງການເຂື່ອນໄຊຍະບູຣີ ໄດ້ແຈ້ງການປ່ອຍນໍ້າ ອອກຈາກເຂື່ອນ ແຕ່ບໍ່ຮູ້ວ່່ປະຣິມານນໍ້າ ທີ່ປ່ອຍອອກມານັ້ນຫຼາຍປານໃດ ເນື່ອງຈາກເຂື່ອນນໍ້າອູ ແລະ ນໍ້າຄານໄດ້ປ່ອຍອອກ ຈາກເຂື່ອນເພີ່ມຂຶ້ນ.
ຂະນະທີ່ຊາວບ້ານທີ່ຢູ່ລຸ່ມເຂື່ອນເຊັ່ນ ບ້ານປາກຮຸ່ງ ມີຊາວບ້ານປະມານ 20 ປາຍຄອບຄົວໄດ້ຮັບຜົລກະທົບໜັກສົມຄວນ ເພາະປູກສາລີ ແລະພືດຕ່າງໆ ຕາມແຄມແມ່ນໍ້າຂອງ ເມື່ອລະດັບນໍ້າຂອງເພີ່ມສູງຂຶ້ນ ແລະໄຫຼລົງແຮງກໍເຮັດໃຫ້ຜົລຜລິຕ ທີ່ຊາວບ້ານປູກເອົາໄວ້ ໄດ້ຮັບຄວາມເສັຽຫາຍ ລອຍໄປກັບນໍ້າຈົນໝົດ ຍ້ອນຊາວບ້ານເກັບມ້ຽນ ເຄື່ອງຂອງບໍ່ທັນ. ບາງຄອບຄົວກໍພາກັນຢູ່ນາ, ຢູ່ສວນ ບໍ່ໄດ້ຮັບການແຈ້ງເຕືອນ ຊຶ່ງຊາວບ້ານກໍບໍ່ຮູ້ວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບ.
ຊາວບ້ານ ຢູ່ບ້ານປາກຮຸ່ງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ສິງຫານີ້ວ່າ:
“ຖ້ວມສວນສາລີເຮົາໝົດເລີຍ ວ່າເຂື່ອນນໍ້າຂອງຫັ້ນໂອ້ ຫຼາຍຢູ່ແຕ່ຂອງພໍ່ນີ້ປູກກະ 20 ໂລພຸ້ນນ່າ ແລ້ວແຕ່ລະຄົນກາຜູ້ 10 ໂລ. ຜູ້ 10 ປາຍໂລ. ຜູ້ລະ 4-5 ໂລກາມີ. ນີ້ຄັນເພິ່ນວ່າຝົນຕົກຫຼາຍ ບໍ່ປ່ອຍກາບໍ່ໄດ້ ເວົ້າຫຼາຍເຂື່ອນປ່ອຍມາວ່າຊັ້ນ.”
ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີກ່າວວ່າ ໃນໄລຍະ 2 ສັປດານີ້ເກີດຝົນຕົກໜັກ ໃນຫຼາຍພື້ນທີ່ ຈຶ່ງມີຊາວບ້ານຈຳນວນຫຼາຍບ້ານ ພາຍໃນແຂວງທີ່ໄດ້ຮັບຜົລກະທົບໜັກ ທັງຈາກພັຍນໍ້າຖ້ວມ, ນໍ້າປ່າໄຫຼຊຸ ແລະ ການປ່ອຍນໍ້າອອກຈາກ ເຂື່ອນໄຊຍະບູຣີ ຊຶ່ງປັດຈຸບັນເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ກຳລັງຢູ່ລະຫວ່າງ ການເກັບກຳຂໍ້ມູນ ຄວາມເສັຽຫາຍ ທີ່ເກີດຂຶ້ນ ຈຶ່ງຍັງບໍ່ມີຂໍ້ມູນ ຣາຍລະອຽດຄວາມເສັຽຫາຍເທື່ອ.
ສ່ວນຊາວບ້ານ ທີ່ອາສັຍຢູ່ລຸ່ມ ເຂື່ອນໄຊຍະບູຣີ ທັງໃນເຂດເມືອງໄຊຍະບູຣີ, ເມືອງປາກລາຍ, ເມືອງແກ່ນທ້າວ ແລະ ເມືອງຊະນະຄາມ ແຂວງວຽງຈັນກໍແຈ້ງເຕືອນໄປແລ້ວ ໃຫ້ທຸກຄົນກະຕຣຽມຄວາມພ້ອມເກັບມ້ຽນເຄື່ອງຂອງ, ຜົລຜລິຕ ແລະ ເຝົ້າລະວັງຢ່າງໃກ້ຊິດຈົນກ່ວາ ລະດັບນໍ້າຈະຢູ່ໃນເກນປົກກະຕິ. ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ສິງຫານີ້ວ່າ:
“ແມ່ນແຫຼະຕົກແຮງຂນາດໃດນີ້ ຢູ່ໄຊຍະບູຣີກາຍັງຕິດຕາມ ເບິ່ງເຣື່ອງເຂື່ອນນໍ້າຂອງ ວ່າມີຜົລກະທົບແບບໃດ ແນວໃດອັນນຶ່ງ ລະແມ່ນຢູ່ທາງເໜືອນີ້ເຂື່ອນນໍ້າອູ ນໍ້າຄານນີ້ ເພິ່ນປ່ອຍປະຣິມານນໍ້າລົງມາ ແລ້ວມາກະທົບໃສ່ ໂຕເຂື່ອນໄຊຍະບູຣີີນີ້ ຈຳເປັນເຂື່ອນໄຊຍະບູຣີ ກາຕ້ອງໄດ້ປ່ອຍຕໍ່ ແລ້ວກາແຈ້ງການໄປຫາເຈົ້າເມືອງ 3-4 ເມືອງຢູ່ທາງໃຕ້ພຸ້ນອີກຕື່ມ.”
ໃນຕອນບ່າຍຂອງວັນທີ 18 ສິງຫາ 2022 ຜ່ານມາກໍໄດ້ເກີດເຫດນໍ້າໄຫຼຊຸ ຢູ່ບ້ານນໍ້າແອ່ງ ແຂວງຫຼວງນໍ້າທາສ້າງຄວາມເສັຽຫາຍ ຕໍ່ໄຮ່ນາ, ຮົ້ວສວນ ແລະຊັພສິນອື່ນໆ ຂອງຊາວບ້ານ ເປັນຈຳນວນຫຼາຍຊຶ່ງເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ກຳລັງຢູ່ລະຫວ່າງການລົງພື້ນທີ່ ເກັບກຳຂໍ້ມູນຄວາມເສັຽຫາຍ ຍັງບໍ່ມີຣາຍງານ ແບບລະອຽດ.
ຜົລກະທົບທີ່ເກີດຂຶ້ນ ຈາກພັຍທັມມະຊາຕ ແລະເຫດສຸກເສີນ ທີ່ອາຈເກີດຂຶ້ນ ໃນໄລຍະລະດູຝົນປີ 2022 ນີ້ທາງຄະນະກັມມະການ ຄຸ້ມຄອງພັຍພິບັດຂັ້ນສູນກາງ ໄດ້ອອກແຈ້ງການ ລະບຸວ່າໃຫ້ຄະນະກັມມະການຄຸ້ມຄອງ ພັຍພິບັດແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ໂດຍສະເພາະເມືອງທີ່ມີຄວາມສ່ຽງສູງ ຈາກການເກີດພັຍພິບັດ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະຕຣຽມພ້ອມຕອບໂຕ້ ພັຍພິບັດທີ່ຈະເກີດຂຶ້ນ ໃນໄລຍະຣະດູຝົນປີ 2022 ນີ້.
ຄຽງຄູ່ກັບການກະຕຣຽມຄວາມພ້ອມຕອບໂຕ້ກໍໃຫ້ເອົາໃຈໃສ່ເພີ່ມທະວີວຽກງານປ້ອງກັນຫຼຸດຜ່ອນຄວາສ່ຽງແລະຕຣຽມພ້ອມຮັບມືກັບພັຍພິບັດໂດຍໃຫ້ຄະນະກັມມະການຄຸ້ມຄອງພັຍພິບັດຂັ້ນທ້ອງຖີ່ນ, ແຂວງ ນະຄອນຫຼວງວຽງຈັນແລະເມືອງລົງຮອດບ້ານ.
ໃຫ້ຕິດຕາມສະພາບ ເຫດການພັຍພິບັດ ທີ່ອາຈເກີດຂຶ້ນ ແລະສັງລວມຂໍ້ມູນ ພັຍພິບັດໃນໄລຍະຣະດູຝົນປີ 2022 ນີ້ ຢ່າງເອົາໃຈໃສ່ໂດຍມີການຣາຍງານ ຂໍ້ມູນແລະການຄາດຄະເນ ການປະເມີນຜົລເສັຽຫາຍ ໂດຍຮີບດ່ວນ ເພື່ອຣາຍງານໃຫ້ ຄະນະກັມມະການ ຄຸ້ມຄອງພັຍພິບັດ ແຕ່ລະຂັ້ນຮັບຊາບ ແລະແກ້ໄຂໃຫ້ທັນກັບສະພາບ ການກໍຣະນີທີ່ ເກີດເຫດສຸກເສີນ.