ທາງການຕຣຽມຍ້າຍ ປຊຊ ຈາກເຂື່ອນ ຫຼວງພຣະບາງ
ປະຊາຊົນ ທີ່ຈະຖືກ ໂຍກຍ້າຍ ຈາກໂຄງການ ເຂື່ອນ ຫຼວງພຣະບາງ ຍັງບໍ່ຮູ້ ຈະໂຍກຍ້າຍແນວໃດ.
-
ໄມຊູລີ
2020-02-10 -
-
-
Your browser doesn’t support HTML5 audio
ທາງການລາວ ຕຣຽມໂຍກຍ້າຍ ປະຊາຊົນ ທັງໝົດ 6 ບ້ານ, 581 ຄອບຄົວ 2,285 ຄົນ ອອກຈາກ ເຂື່ອນຫຼວງພຣະບາງ ໄປຢູ່ ບ່ອນຈັດສັນໃໝ່ ພາຍໃນທ້າຍປີ 2020 ນີ້, ອີງຕາມຄໍາເວົ້າ ຂອງປະຊາຊົນ ບ້ານຫ້ວຍຍໍ ເມືອງຈອມເພັດ ແຂວງຫຼວງພຣະບາງ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 5 ກຸມພານີ້:
“ເອີ ເພິ່ນກໍສິຍ້າຍຫັ້ນແລ້ວ 2 ກິໂລແມັດ ເອີ ບໍ່ຊ່າງວ່າແລ້ວ ບໍ່ຮູ້ ມີແຕ່ເຮັດໄຮ່ ເຮັດນາກິນ ເອີ…ປະມົງກໍ ທັມມະດາແລ້ວ ພໍຫາກິນ ຫາໄດ້ຫລາຍ ກໍຂາຍໂອ້ ຫາບໍ່ໄດ້ແລ້ວ.”
ທ່ານເວົ້າຕື່ມວ່າ ໃນທ້າຍປີນີ້ ຣັຖບານລາວ ກໍເຣີ່ມດໍາເນີນການກໍ່ສ້າງ ເຂື່ອນຫຼວງພຣະບາງແລ້ວ ສະນັ້ນ ຊາວບ້ານ ໃນພື້ນທີ່ ຈະບໍ່ສາມາດ ອອກໄປຫາປາໄດ້ ຄືເກົ່າ, ເນື່ອງຈາກຣັຖບານ ກໍານົດ ຂອບເຂດແມ່ນໍ້າຂອງ ໃນເຂດເໜືອເຂື່ອໄລຍະ 2 ກິໂລແມັດ ແລະ ທ້າຍເຂື່ອນ ໄລຍະ 3 ກິໂລແມັດ ໃຫ້ເປັນເຂດ ໂຄງການເຂື່ອນ ຫຼວງພຣະບາງ.
ອີງຕາມຣາຍງານ ຂອງຣັຖບານລາວ, ນອກຈາກ 6 ບ້ານ ທີ່ຈະຖືກໂຍກຍ້າຍ ອອກຈາກ ບ້ານເດີມ ແລ້ວຍັງມີ ປະຊາຊົນ ອີກປະມານ 20 ບ້ານ ທີ່ຈະໄດ້ຮັບຜົລກະທົບ ບາງສ່ວນເປັນຕົ້ນ: ເສັຽດິນນາ ແລະ ດິນສວນ ຂອງເຂົາເຈົ້າ. ໃນຂນະດຽວກັນ ເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ທີ່ຮັບຜິດຊອບ ໂຄງການ ໂຍກຍ້າຍ ເວົ້າວ່າ ການໂຍກຍ້າຍ ຍັງມີຫຼາຍບັນຫາ:
“ກໍເວລາໂຍກຍ້າຍ ເຂົາໄປແລ້ວ ເຂົາມີພື້ນທີ່ ເຮັດກິນບໍ່ ຍຶນຍົງບໍ່ ສ່ວນມາກ ກະຊວງພະລັງງານ ຈະເບິ່ງແຕ່ ເຣື່ອງ ທີ່ຢູ່ອາສັຍຕ່າງໆ ແຕ່ບໍ່ໄດ້ ເບິ່ງເຣື່ອງ ເຂົາຈະຢູ່ກິນ ແນວໃດ ເວລາຖືກ ໂຄງການໃຫຍ່ໆ ເຂື່ອນໄຟຟ້າ ຈັດສັນໂຍກຍ້າຍ ເຂົາໄປພຽງແຕ່ ໃຫ້ເງິນ ຫຼືວ່າ ເຣື່ອງເຮືອນ ແຕ່ບໍ່ເບິ່ງວ່າ ວິຊາຊີບ ຈະປະກອບ ໃນອະນາຄົດ.”
ທ່ານວ່າ ຫຼາຍໂຄງການ ທີ່ປະຊາຊົນ ໄດ້ຮັບຜົລກະທົບ ແລະ ຖືກໂຍກຍ້າຍນັ້ນ ຣັຖບານ ຈະຈ່າຍຄ່າຊົດເຊີຍ ແລະ ສ້າງເຮືອນໃຫ້ ເທົ່ານັ້ນ ແຕ່ບໍ່ໄດ້ເວົ້າເຖິງ ການວາງແຜນ ຊີວິດ ຄວາມເປັນຢູ່ ຂອງ ປະຊາຊົນ ເປັນຕົ້ນ: ການຈັດຫາອາຊີບ ຊຶ່ງຣັຖບານລາວ ຕ້ອງໄດ້ ສຶກສາຜົລກະທົບ ຢ່າງຣະອຽດ ກ່ອນຈະເຣີ້ມ ການກໍ່ສ້າງ ເຂື່ອນຫຼວງພຣະບາງຂື້ນ ໃນທ້າຍປີນີ້.
ທ່ານ ອານຸສັກ ກິດຕິຄຸນ, ຫົວໜ້າ ຝ່າຍຍຸທສາດ ແລະ ຫຸ້ນສ່ວນ ຄະນະກັມມະທິການ ແມ່ນໍ້າຂອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ກຸມພານີ້ວ່າ:
“ກໍມີການເປັນຫ່ວງ ເຣື່ອງການຂຶ້ນ-ລົງ ຂອງປາ ການໄຫລຕະກອນ (ຝຸ່ນຕົມ) ກໍເຣື່ອງຣະດັບນໍ້າ ການໄຫຼຂອງຣະດັບນໍ້າ ປະເດັນໃຫຍ່ໆ ເພິ່ນກໍ ຈະພະຍາຍາມຕິດຕາມ ທີ່ MRC ແນະນໍາ ແຕ່ກໍມີ ບາງຈຸດ ທີ່ວ່າ ເຮົາກໍແນະນໍາ.”
ທ່ານວ່າ ຢ່າງໃດກໍຕາມ ຣັຖບານລາວ ກໍມີ ຄວາມພະຍາຍາມ ທີ່ຈະປັບງປຸງແກ້ໄຂ ຕາມຄໍາແນະນໍາ ຂອງຄະນະກັມມາທິການ ແມ່ນໍ້າຂອງ ແຕ່ກໍຍັງບໍ່ດີພໍ ແລະ ໃນຖານະທີ່ ຣັຖບານລາວ ເປັນເຈົ້າຂອງໂຄງການ ຈໍາເປັນຕ້ອງ ໄດ້ທົບທວນຄືນໃໝ່ ເຣື່ອງຜົລກະທົບ ສິ່ງແວດລ້ອມ ແລະ ສັງຄົມຄືນ ໃຫ້ລະອຽດ ຈະແຈ້ງ ແລະ ແຈ້ງຂໍ້ມູນ ຕໍ່ຄະນະກັມມະທິການ ແມ່ນໍ້າຂອງ ຮວມເຖິງປະເທດ ສະມາຊິກ ແມ່ນໍ້າຂອງ ຄື: ລາວ, ໄທຍ, ກັມພູຊາ ວຽດນາມ ແລະ ຜູ້ມີສ່ວນໄດ້ສ່ວນເສັຽ ໄດ້ຮູ້ນໍາດ້ວຍ.