ປູກກ້ວຍຫອມ ບ້ານພອນມະນີ, ເມືອງສນາມໄຊ ຊາວບ້ານກັງວົນ

ຊາວບ້ານກັງວົນ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການ ປູກໝາກກ້ວຍ ຢູ່ເມືອງສນາມໄຊ ແຂວງອັດຕະປື ຊຶ່ງປະຊາຊົນຢ້ານວ່າ ຈະກະທົບຕໍ່ຊຸມຊົນ, ເກີດຂໍ້ພິພາດທີ່ດິນ ເນື່ອງຈາກພື້ນທີ່ ສັມປະທານ ຫຼາຍກວ່າ 324 ເຮັກຕາຣ໌.

ໂຕຢ່າງສວນກ້ວຍ ທີ່ປູກຫລາຍ ໃນເກືອບທຸກແຂວງຂອງລາວ ໂດຍນັກລົງທຶນຈາກຕ່າງປະເທດ. RFA

ຊາວບ້ານ ບ້ານພອນມະນີ, ເມືອງສນາມໄຊ ແຂວງອັດຕະປື ຈຳນວນ 30 ຄອບຄົວ ເປັນກັງວົນເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ, ດິນທຳການກະເສດ ແລະ ຊຸມຊົນ ພາຍຫຼັງທີ່ມີບໍຣິສັດ ຄຳແສງພັທນາກະສິກັມ ຄົບວົງຈອນ ຈຳກັດຜູ້ດຽວ ຈະເຂົ້າມາສັມປະທານທີ່ດິນ ເພື່ອປູກກ້ວຍຫອມ ກວມເອົາເນື້ອທີ່ 324 ເຮັກຕ້າຣປາຍ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ພຶສພາ ນີ້ວ່າ:

“ພໍ່ກະມາຊື້ດິນ ຢູ່ພອນມະນີ ພີ້ເດ້ນິ່, ຊື້ດິນນາເຂົາ ເຂົາກະຊິເອົາຊ້ຳນິ່ ວ່າມັນຖືກຂອງເພິ່ນນິ່. ກະຮູ້ສຶກກັງວົນໄດ໋ ຖ້າວ່າເອົາແທ້ ປະຊາຊົນກະບໍ່ມີດິນເຮັດເດ້ ຊິເປັນລູກຈ້າງໝູ່ເດ້, ບາດນີ້. ຄັນວ່າໝູ່ມາເອົາດິນ ເອົາດອນໝົດກະດີ, ມັນບໍ່ມີທາງເຮັດທາງຫາເດ້.”

ຊາວບ້ານຜູ້ນີ້ ກ່າວອີກວ່າ ຢາກໃຫ້ທາງການລາວ ລົງຕິດຕາມ-ກວດກາ ເພີ່ມຕື່ມ ກ່ຽວກັບຂອບເຂດ ເນື້ອທີ່ສັມປະທານ ຕ້ອງກຳນົດໃຫ້ຈະແຈ້ງ ເພື່ອບໍ່ໃຫ້ເກີດຂໍ້ພິພາດ ໃນອະນາຄົດ ເນື່ອງຈາກ ພື້ນທີ່ທຳການກະເສດ ຂອງຊາວບ້ານ ກໍມີໜ້ອຍຢູ່ແລ້ວ ແລະ ຊາວບ້ານ ກໍຈຳເປັນຕ້ອງເຮັດການກະເສດ ຕລອດທັງປີ ເພື່ອສ້າງລາຍໄດ້ ລ້ຽງຄອບຄົວ. ຫາກສູນເສັຽທີ່ດິນ ໃຫ້ກັບໂຄງການດັ່ງກ່າວ ຊາວບ້ານ ກໍຈະສູນເສັຽອາຊີບ ແລະ ລາຍໄດ້ໄປ ແບບຖາວອນ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງສນາມໄຊ ກ່າວວ່າ ຫາກໂຄງການປູກກ້ວຍຫອມ ໄດ້ຮັບການອະນຸມັດ ຈາກທາງການລາວ ກໍຈະເຮັດໃຫ້ຊາວບ້ານ ໃນພື້ນທີ່ ເກີດຄວາມກັງວົນໃຈ ຫຼາຍສົມຄວນ ເພາະໄລຍະຜ່ານມາ ຊາວບ້ານຮູ້ດີວ່າ ຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຈາກໂຄງການປູກກ້ວຍ ຂອງຫຼາຍໆບໍຣິສັດ ທີ່ຜ່ານມາ ມັນໄດ້ສົ່ງຜົລກະທົບຮຸນແຮງ ຕໍ່ຊາວບ້ານ ຫຼາຍສ່ຳໃດ ເປັນຕົ້ນ ການປ່ອຍນ້ຳເສັຽ ລົງຫ້ວຍ,​ ເຊິ່ງມີສານເຄມີປົນເປື້ອນ, ສັດນ້ຳ-ສັດປ່າຕາຍ ແລະ ບັນຫາດິນເສື່ອມສະພາບ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອ້າຍເຫັນຢູ່ຕາດຄູ່ ໝາຍຄວາມວ່າ ມັນມີກັມມະກອນ ຂອງພວກວຽດນາມຫັ້ນ ແລ້ວເຂົາໄປລ້າງຖັງ ລ້າງຖັງນ້ຳຢາ, ຫັ້ນນ່າ ລ້າງໃສ່ຫ້ວຍເລີຍ ໃສ່ນ້ຳເລີຍ. ແລ້ວບາດນີ້, ນ້ຳລະມັນເປັນຄືຟອງສະບູນີ້ ມັນຕົກລົງມາໃສ່ຕາດຄູ່, ຫັ້ນນ່າ. ຢ້ານຫຼາຍ ອັນຕະລາຍຫຼາຍ, ພວກສັດສາວາສິ່ງນີ້ ສ່ວນຫຼາຍ ເຮົາກະເອົາມາກິນຄືເກົ່າເນາະ. ບາງເທື່ອກະເຫັນປາຕາຍບັກຫຼາຍໆນຶ່ງ ແຖວເຂື່ອນຫ້ວຍໝາກຈັນຫັ້ນ ຟູນ້ຳມາເລີຍນ່າ.”

ເບື້ອງຕົ້ນ, ຣາຍງານການສຶກສາ ຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການປູກກ້ວຍຫອມ ລະບຸວ່າ ຈະມີຊາວບ້ານ ບ້ານພອນມະນີ ຈຳນວນ 30 ຄອບຄົວ ຈະໄດ້ຮັບຜົລກະທົບ ທາງສະພາບອາກາດ ໃນໄລຍະທຳການຜລິຕ, ຜົລກະທົບ ຈາກການໃຊ້ປຸ໋ຍເຄມີ, ການເຊາະເຈື່ອນ ແລະ ການເສື່ອມໂຊມ ຂອງດິນ ທາງຊີວະເຄມີ ແລະ ອື່ນໆ.

ຂະນະທີ່ ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ກ່າວວ່າ ກໍຮູ້ສຶກກັງວົນໃຈຄືກັນ ສຳລັບໂຄງການປູກກ້ວຍຫອມ ດັ່ງກ່າວ ເນື່ອງຈາກ ເນື້ອທີ່ສັມປະທານ ຂ້ອນຂ້າງກວ້າງໃຫຍ່ຫຼາຍ. ຫາກໄດ້ຮັບການອະນຸມັດ ຈາກທາງການລາວ ກໍຈະສົ່ງຜົລກະທົບ ຕໍ່ປ່າໄມ້ ແລະ ສັດປ່າ ເປັນຈຳນວນຫຼວງຫຼາຍ ຢ່າງແນ່ນອນ ເຫັນໄດ້ຈາກຫຼາຍໂຄງການ ທີ່ຜ່ານມາ.

ນອກຈາກນີ້ແລ້ວ, ຫາກຊາວບ້ານ ໃນພື້ນທີ່ ສູນເສັຽທີ່ດິນ ທຳການກະເສດ ໃຫ້ກັບໂຄງການດັ່ງກ່າວ ຊາວບ້ານເຫຼົ່ານັ້ນ, ກໍຈະບໍ່ມີແຫຼ່ງທຳການກະເສດ, ເຊິ່ງຈະສົ່ງຜົລກະທົບ ຕໍ່ວິຖີຊີວິດ ແລະ ການເປັນຢູ່ ຂອງຊາວບ້ານ.

ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຕາມແຜນພັທນາ ເວົ້າວ່າ ຈະເຂົ້າມາປູກກ້ວຍ ໄປຕາມແມ່ບົດເພິ່ນຂຽນ, ຫັ້ນນ່າ. ຄັນວ່າເຮັດ ຈັດຕັ້ງປະຕິບັດໂຕຈິງ, ຫັ້ນນ່າ ມັນກະຊິແປນໝົດທີບພໍ້ວໍ້ ທໍ່ນັ້ນແຫຼະ. ຄັນເຣື່ອງຜົລກະທົບ ມັນກະແນ່ນອນແລ້ວ ເນື້ອທີ່ຂອງຊາວບ້ານເອງ ຊິບໍ່ມີ ເພາະວ່າ ບໍຣິສັດເຂົາເຈົ້າ ຫຸບໄປໝົດແລ້ວເດ້.”

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ ໂຄງການປູກກ້ວຍຫອມ ດັ່ງກ່າວ ປັດຈຸບັນ ຢູ່ລະຫວ່າງການສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ແລະ ຫາກໍປະຊຸມຫາລື ຜ່ານຮ່າງບົດການສຶກສາເບື້ອງຕົ້ນ ກ່ຽວກັບຜົລກະທົບ ຕໍ່ສິ່ງແວດລ້ອມ ຄັ້ງທຳອິດ.

ໂດຍລວມແລ້ວ, ທາງການລາວ ກໍໃຫ້ບໍຣິສັດ ຜູ້ລົງທຶນ ຈັດຕັ້ງປະຕິບັດ ໂຄງການປູກກ້ວຍຫອມ ຕາມມາຕຖານ ຂອງກະສິກັມສະອາດ ຫຼື GAP ຈຳນວນ 8 ຂໍ້, ເຊິ່ງກ່ຽວຂ້ອງ ກັບການໃຊ້ສານເຄມີ ໃຫ້ໜ້ອຍທີ່ສຸດ, ໂດຍຕ້ອງບໍ່ກະທົບ ຕໍ່ຜົລຜລິຕ, ສຸຂພາບ, ແຫຼ່ງນ້ຳ ແລະ ຕ້ອງຕິດຕາມ ການປົກເປື້ອນ ຂອງສານເຄມີ ກ່ອນປູກ ແລະ ຫຼັງປູກ ເພື່ອປະເມີນຄ່າປົນເປື້ອນ ຂອງສານເຄມີ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຜ່ານມາ ບໍຣິສັດອື່ນ ເຂົາກະໂອເຄຢູ່ໄດ໋ ເຂົາມາລົງທຶນ, ຫັ້ນນ່າ. ກ່ອນເຮົາຊິເຮັດ ເພິ່ນກະລົງໄປກວດເບິ່ງ. ສຳຄັນ ມັນກະຄຽງຄູ່ກັບສິ່ງແວດລ້ອມພີ້ແຫຼະໄປ. ຖ້າເພິ່ນເຫັນວ່າໂອເຄ ເໝາະສົມ ລະກະໃຫ້ເຮົາດຳເນີນກິຈກັມ.​ ຖ້າວ່າມັນຊິມີຜົລກະທົບຂ້າງໜ້າ ຕໍ່ສິ່ງແວດລ້ອມເຮົາ ເພິ່ນກະຊິມີແກ້ໄຂແບບໃດ ກະຈັ່ງເບິ່ງໂຕຈິງ, ຫັ້ນນ່າ.”

ໂຄງການປູກກ້ວຍຫອມ ຂອງບໍຣິສັດ ຄຳແສງພັທນາກະສິກັມ ຄົບວົງຈອນ ຈຳກັດຜູ້ດຽວ ມີເປົ້າໝາຍ ເພື່ອປູກກ້ວຍມາຈຳໜ່າຍ ພາຍໃນປະເທດລາວ ແລະ ສົ່ງອອກໄປຂາຍຕ່າງປະເທດ, ໂດຍຍັງບໍ່ມີການເປີດເຜີຍ ເຣື່ອງອາຍຸສັມປະທານ ແລະ ມູລຄ່າການລົງທຶນເທື່ອ.

ປັດຈຸບັນ, ໂຄງການເຊົ່າ-ສັມປະທານທີ່ດິນ ພາຍໃນແຂວງອັດຕະປື ມີທັງໝົດ 194 ໂຄງການ ແຍກເປັນ 93 ໂຄງການ. ສູນກາງເປັນຜູ້ອະນຸຍາດ, 45 ໂຄງການ ແຂວງເປັນຜູ້ອະນຸຍາດ ແລະ ອີກ 56 ໂຄງການ ເມືອງເປັນຜູ້ອະນຸຍາດ ກວມເອົາເນື້ອທີ່ທັງໝົດ ປະມານ 11 ພັນເຮັກຕ້າຣ ຂອງເນື້ອທີ່ທັງໝົດ ໃນແຂວງອັດຕະປື. ແຕ່ສະເພາະໂຄງການປູກກ້ວຍ ກວມເອົາເນື້ອທີ່ ປະມານ 2,000 ເຮັກຕ້າຣ, ໂດຍສ່ວນຫຼາຍ ຈະເປັນຂອງນັກລົງທຶນວຽດນາມ, ຮອງລົງມາ ຈະເປັນນັກລົງທຶນລາວ ແລະ ຈີນ ຕາມລຳດັບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org