ບ.ປຸ່ງຈອມແສງ ມ.ເມິງ ກັງວົນ ສວນກ້ວຍຈີນ

ມະນີຈັນ
2020.05.08
f-banana ການປູກພືດ ກະສິກັມສະອາດ ໃນເນື້ອທີ່ 100 ກວ່າເຮັກຕາ ຢູ່ເມືອງເມິງ ແຂວງບໍ່ແກ້ວ
ພາບຈາກ : ວີດີໂອ ແຂວງບໍ່ແກ້ວ

ປະຊາຊົນຢູ່ ບ້ານປຸ່ງຈອມແສງ ເມືອງເມິງ ແຂວງບໍ່ແກ້ວ ວິຕົກກັງວົນເຣື່ອງສວນກ້ວຍ ຂອງນັກລົງທຶນຈີນ ທີ່ກໍານົດມີເນື້ອທີ່ 100 ເຮັກຕາ ຊຶ່ງເປັນແຫ່ງທໍາອິດໃນເຂດບ້ານນັ້ນ ຈະສົ່ງຜົລກະທົບຕໍ່ຊີວິດ ການເປັນຢູ່ຂອງພວກຕົນ ໃນຂັ້ນຕໍ່ໄປ. ປັດຈຸບັນບໍຣິສັດ ປູກກ້ວຍຈີນ ໄດ້ຂຸດ ດິນນໍາເບັ້ຽກ້ວຍລົງປູກ 30 ເຮັກຕາແລ້ວ. ເຖິງຈະຍັງບໍ່ມີຜູ້ໃດ ໄດ້ຮັບຜົລກະທົບເທື່ອ ແຕ່ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດ ກາຢ່າງຕໍ່ເນື່ອງ, ອີງຕາມຄໍາເວົ້າຂອງຊາວບ້ານປຸ່ງຈອມແສງ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 8 ພຶສພາ ນີ້:

“ປະຊາຊົນນີ໊ ວ່າ ຄັນວ່າຄັນໃສ່ຫລາຍເກີນຫັ້ນນະເນາະ ມີຜົລກະທົບ ຂະເຈົ້າກໍຢ້ານ ບໍ່ຢາກໃຫ້ໃສ່ຫລາຍ ສະເພາະສານເຄມີຫັ້ນ. ອັນນັ້ນ ຢູ່ຂອບເຂດບ້ານເຮົາ ຍັງບໍ່ມີໃຜມາລົງທຶນ ເຮັດອັນນີ້ ອັນນັ້ນເທື່ອ ຫາສິມາເຮັດປີນີ້ນີ໋.”

ຊາວບ້ານອີກທ່ານນຶ່ງ ທີ່ຢູ່ໃກ້ສວນກ້ວຍຈີນ 2-300 ແມັດນັ້ນ ກໍກັງວົນຄືກັນ ຢ້ານວ່າຈະມີການໃຊ້ສານເຄມີ ອັນຈະສົ່ງຜົລກະທົບຕໍ່ສຸຂພາບ ຂອງຄອບຄົວຕົນ ແລະຊາວບ້ານ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເອົາໃຈໃສ່ຕິດຕາມກວດກາ:

“ໂອ໊ ສານເຄມີກໍຢ້ານຫັ້ນແຫລະ ເຄໝອກເຄມີ ກໍ໊. ຄັນເຂົາໃຊ້ ອ້າຍກໍສິວ່າແຫລະ ອັນນີ໋ ກໍບໍ່ເຫັນເຂົາເຮັດຫຍັງເທື່ອເນາະ. ຢູ່ມໍ່ໆນີ໊ ບໍ່ໄດ້ ຢູ່ໄກ ຈາກເຂົາ ອອກຈາກອ້າຍໄປໜ້ອຍນຶ່ງ ບໍ່ໄດ້ໄກ.”  

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຄະນະສະເພາະກິດ ດ້ານກະສິກັມ ແຂວງບໍ່ແກ້ວ ເວົ້າວ່າທາງພາກສ່ວນກ່ຽວຂ້ອງ ຈະລົງກວດກາການປູກກ້ວຍ 2 ເທື່ອຕໍ່ປີ ຕາມສັນຍາທີ່ຕົກລົງກັນຣະຫວ່າງບໍຣິສັດ ແລະທາງການ. ຫາກມີຫາງສຽງປະຊາຊົນ ໄດ້ຮັບຜົລກະທົບຈາກການໃຊ້ສານເຄມີ ຢູ່ສວນກ້ວຍຈີນ ແຫ່ງນີ້ກໍຈະມີການລົງກວດກາ ເປັນກໍຣະນີສະເພາະ:

“ຫລັງຈາກມັນມີຢູ່ໃນເນື້ອໃນສັນຍາແລ້ວກໍເຂົາ ຈັດຕັ້ງປະຕິບັດໄປແລ້ວ ເຂົາກໍລົງກວດ ໂດຍລວມແລ້ວ ປົກກະຕິປີນຶ່ງເທື່ອຫລື 2 ເທື່ອບໍ່ ເກີນຖ້າວ່າມີຜົລສະທ້ອນອັນບໍ່ດີ ມີຫາງສຽງມາ ພາກສ່ວນເຂົາກໍຈະລົງ ແຕ່ງຕັ້ງທີມງານ ລົງກວດກາສະເພາະຕື່ມ.”

ທາງດ້ານເຈົ້າໜ້າທີ່ບໍຣິສັດ ເຈີນຍຸຍເຊິນຂາເຂົ້າ-ຂາອອກ ກ່າວກ່ຽວກັບບັນຫານີ້ວ່າ ບໍຣິສັດຍັງຢູ່ໃນຂັ້ນຕອນ ຂຸດດິນລົງເບັ້ຽກ້ວຍເທົ່ານັ້ນ ນັບແຕ່ເດືອນມົກຣາ ມາຮອດປັດຈຸບັນ ບໍຣິສັດຍັງບໍ່ໄດ້ໃຊ້ສານເຄມີ ເນື່ອງຈາກຕ້ອງໄດ້ເຮັດ ການກະເສດສະອາດ ຕາມສັນຍາທີ່ຕົກລົງ ໄວ້ກັບຂັ້ນເທິງ. ຫາກຕໍ່ໄປ ກ້ວຍໃນສວນຕິດພຍາດ ກໍຈະໄດ້ຂຽນໃບສເນີຫາພາກສ່ວນກ່ຽວຂ້ອງ ຂໍອະນຸຍາດ ໃຊ້ສານເຄມີຕາມອັຕຣາ ສ່ວນ ທີ່ກໍານົດໃຊ້ໄດ້ນັ້ນ ເສັຽກ່ອນ:

“ໂອ໋ ດຽວນີ້ບໍ່ໃຊ້ແຫຼະ ສານເຄມີ ຈະໄປເອົາມາໃດ ປຸ໋ຍກໍປຸ໋ຍຊີວະພາບ. ຄັນວ່າບໍ່ເປັນພຍາດ ກໍບໍ່ໃສ່ເລີຍ. ກ່ອນສິໃສ່ເຮົາຕ້ອງໄດ້ຜ່ານ ຂແນງການ ທີ່ກ່ຽວຂ້ອງຫັ້ນນະ ຂະເຈົ້າຈະຢືນຢັນໃຫ້ວ່າ ເຮັດໄດ້ຢູ່ ກໍຂະເຈົ້າອະນຸມັດ ກໍສິໃສ່ໄດ້ ບໍ່ແມ່ນວ່າເອົາເຂົ້າມາ ກໍເອົາເຂົ້າມາ ບໍ່ມີການອະນຸຍາດອິສັ່ງ ຜ່ານຂັ້ນແຂວງບໍ່ ເປັນແນວນັ້ນ.”

ບໍຣິສັດ ເຈິນຍຸຍເຊິນຂາເຂົ້າ-ຂາອອກ ໄດ້ເຂົ້າມາສັມປະທານທີ່ດິນຂອງຣັຖ ແລະປະຊາ ຊົນຈໍານວນ 100 ເຮັກຕາເພື່ອປູກກ້ວຍ ຢູ່ບ້ານ ປຸ່ງຈອມແສງ ເມືອງເມິງ ແຂວງບໍ່ແກ້ວ ລົງທຶນທັງໝົດ 5 ແສນໂດລາ ສະຫະຣັຖ. ບໍຣິສັດດັ່ງກ່າວ ໄດ້ຊ່ອຍປັບປຸງເສັ້ນທາງ ແຕ່ບ້ານ ຊຽງກົກ ເມືອງລອງ ແຂວງຫລວງນໍ້າທາ ຫາເມືອງເມິງ ແຂວງບໍ່ແກ້ວ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.