ການລັກລ້າຊ້າງປ່າຢູ່ລາວ
ການ ລັກລອບ ລ້າ ຊ້າງ ປ່າ ຢູ່ ແຂວງ ໄຊຍະບູຣີ ແລະ ແຂວງ ສວັນນະເຂດ ຍັງມີ ຢູ່ ຕລອດມາ.
-
ສົມເນ
2015-05-01 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ອົງການ ອານຸຣັກ ສັດປ່າ WWF ເວົ້າວ່າ ປັດຈຸບັນ ຍັງ ພົບເຫັນ ການ ລັກລອບ ລ້າ ຊ້າງປ່າ ເພື່ອ ເອົາງາ ໄປຂາຍ ຢູ່ ແຂວງ ໄຊຍະບູລີ ແລະ ແຂວງ ສວັນນະເຂດ ຍ້ອນວ່າ ເຈົ້າໜ້າທີ່ ຄຸ້ມຄອງ ປ່າໄມ້ ບໍ່ ພຽງພໍ ທີ່ຈະ ປ້ອງກັນ ຊ້າງ ໃຫ້ ທົ່ວເຖິງ ໄດ້. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ກໍຍັງມີ ຢູ່ ຢູ່ ໄຊຍະບູຣີ ກັບ ແຂວງ ສວັນນະເຂດ ສ່ວນຫລາຍ ເຂົາເຈົ້າ ໃຊ້ ຊາວບ້ານ ເປັນຜູ້ ລ້າ. ຄັນຖ້າ ມີການ ເພີ້ມເຣື້ອງ ເຈົ້າໜ້າທີ່ ລາດຕະເວນ ເຮົາຕ້ອງ ໄດ້ເອົາ ເຈົ້າໜ້າທີ່ ຫລາຍຂຶ້ນ ເຈົ້າໜ້າທີ່ ເຮົາ ຫນ້ອຍ ກໍບໍ່ສາມາດ ຄຸ້ມຄອງ ເຂົາໄດ້".
ເຈົ້າໜ້າທີ່ ເວົ້າ ຕໍ່ໄປວ່າ ໃນ ປະມານ 2 ປີ ມານີ້ ໄດ້ມີ ການ ຈັດຕັ້ງ ຫນ່ວຍ ລາດຕະເວນ ເພື່ອ ຄຸ້ມຄອງ ສັດປ່າ, ແຕ່ ກໍຍັງມີ ຊາວບ້ານ ທີ່ ຕົກເປັນ ເຄື່ອງມື ຂອງ ນາຍທຶນ ຄ້າ ງາຊ້າງ ອອກໄປ ລັກລອບ ລ້າ ຊ້າງ ເພື່ອ ເອົາງາ ໄປຂາຍ. ຖ້າວ່າ ບໍ່ມີການ ເພີ້ມ ຈໍານວນ ພະນັກງານ ປົກປ້ອງ ສັດປ່າ ຊ້າງປ່າ ໃນລາວ ກໍ ຈະດັບສູນ ໄປ ໃນໄວໆນີ້.
ກ່ຽວກັບ ເຣື້ອງນີ້ ອົງການ ອານຸຮັກ ສັດປ່າ ເຄີຍສະເໜີ ຕໍ່ ທາງການ ແລ້ວ ແຕ່ ທາງການ ວ່າ ບໍ່ມີ ຄວາມພ້ອມ ໃນການ ປະກອບ ພະນັກງານ ໃຫ້ ຍ້ອນ ຫຍຸ້ງຍາກ ດ້ານ ງົບປະມານ ຈຶ່ງ ຈໍາເປັນ ຕ້ອງຂໍ ຄວາມ ຊ່ວຍເຫລືອ ຈາກ ອົງການ ຈັດຕັ້ງ ສາກົນ.
ອົງການ ອານຸຮັກ ສັດປ່າ ສາກົນ ຈັດວ່າ ຊ້າງ ເປັນສັດ ຈໍາພວກ ທີ່ ໃກ້ຈະສູນ ພັນ. ທຸກ ປະເທດ ໃນ ທົ່ວໂລກ ຕ້ອງໄດ້ ປົກປັກ ຮັກສາ ໄວ້. ຢູ່ ລາວ ປັດຈຸບັນ ມີ ຊ້າງປ່າ ເຫລືອຢູ່ ປະມານ 800 ຫາ 1,000 ໂຕ.