ເຂື່ອນນ້ຳອູ 1 ສ້າງແລ້ວ ຊາວບ້ານ ລໍາບາກ

ອຸ່ນແກ້ວ ສຸກສະຫວັນ
2017.05.01
F-Nam-ou ໝູ່ບ້ານ ທີ່ຢູ່ລຽບຕາມ ແຄມນໍ້າອູ
Screen captured Nam Ou river cascade hydropower stations in Laos video

ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນນ້ຳອູ 1 ຢູ່ເມືອງປາກອູ ແຂວງຫຼວງພຣະບາງ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ ໃນຜົລປູກ ຫລັງຈາກ ສ້າງເຂື່ອນນ້ຳອູ 1 ຈົນແລ້ວ. ດັ່ງປະຊາຊົນ ທ່ານນຶ່ງ ກ່າວວ່າ:

"ເຮົາຕາມຂະເຈົ້າມາສອງເດືອນແລ້ວ ສິມາຈ່າຍ ແລ້ວກາຍສອງເດືອນແລ້ວ ບໍ່ທັນມາຈ່າຍ ຄັນວ່າເປັນແນວໃດ ປະຊາຊົນ ເຊັນເຫັນດີ ເຫັນພ້ອມ ກໍໄດ້ເຊັນກັນແລ້ວ ກໍຢາກໃຫ້ມາຈ່າຍ ເຊັນໝົດແລ້ວ ປະຊາຊົນ ເຊັນແລ້ວ ນາຍບ້ານເຊັນ ທາງສິ່ງແວດລ້ອມ ຂອງເມືອງ ເຊັນແລ້ວ".

ມີຊາວບ້ານໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວປະມານ 30 ຄອບຄົວ ແລະ ຈະໄດ້ຮັບຄ່າຊົດເຊີຍ ທີ່ດິນໃນລາຄາ 120,000 ກີບ ຕໍ່ແມັດກາເຣ. ເຂື່ອນນ້ຳອູ 1 ໄດ້ສ້າງສຳເຣັດແລ້ວ ແລະປະຊາຊົນ ກໍຢາກໃຫ້ໂຄງການ ມາຝຶກອາຊີບໃຫ້ເຂົ້າເຈົ້າ, ດັ່ງປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

"ກໍຕາມຈິດໃຈຂອງພວກເຮົາ ກໍຢາກໃຫ້ຈັດສັນອາຊີບໃຫ້ເດ້ ວ່າເຮົາກະທົບຊ່ຳນີ້ແລ້ວ ແລ້ວກໍລາຍຮັບຂອງປະຊາຊົນ ຈະໄດ້ຫລຸດຜ່ອນໄປ ຊິເຮັດໃດ ຈັດສັນອາຊີບ ໃຫ້ແກ່ປະຊາຊົນມີລາຍຮັບ ເພື່ອໃຫ້ຫລຸດຜ່ອນ ຄວາມທຸກຍາກທຸກຈົນ ປີ 2020, 2030 ບໍ່ຄິດແນວນີ້ ກໍທຸກ ຄືເກົ່າ ຫັ້ນແຫລະ".

ໂຄງການເຂື່ອນນ້ຳອູ 1 ນັ້ນເປັນນຶ່ງໃນ 7 ເຂື່ອນ ທີ່ຈະສ້າງໃສ່ ນ້ຳອູ ຊຶ່ງມີກຳລັງການຜລິດ 180 ເມັກກະວັດ ໂດຍແມ່ນ ບໍຣິສັດ ຊີໂນ ໄຮໂດຣ ຂອງຈີນ ເປັນຜູ້ ສຳປະທານ. ບົດຣາຍງານ ຜົນກະທົບ ທາງດ້ານ ສິ່ງແວດລ້ອມ ຫຼື EIA ໄດ້ລະບຸວ່າ ມີປະຊາຊົນເກືອບ 100 ຫລັງຄາເຮືອນ ໃນ 5 ບ້ານ ຈະຖືກຍົກຍ້າຍ ຈາກໂຄງການເຂື່ອນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.