ຢາກໄດ້ ຄ່າຊົດເຊີຍ ກ່ອນເຣີ່ມ ເມືອງອັດສະຣິຍະ

ການສ້າງເມືອງ ອັດສະຣິຍະ ຢູ່ນະຄອນຫລວງວຽງຈັນ ໃນເຂດ 2 ເມືອງ ໄດ້ແກ່ ເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ຍັງບໍ່ທັນໄດ້ເຣີ່ມ ຍ້ອນຍັງເກັບກໍາ ຂໍ້ມູນກ່ຽວກັບດິນ ຂອງປະຊາຊົນຫລາຍຮ້ອຍເຮັກຕາ ທີ່ໂຄງການຈະກວມເອົາ.

ພິທີວາງສີລາຣຶກ ໂຄງການພັທນາເມືອງອັດສະຣິຍະ, ນະຄອນຫຼວງວຽງຈັນ ວັນທີ 13 ມົກກະຣາ 2022. ຮູບພາບ: ກຸ່ມບໍຣິສັດ ພົງສະຫວັນ ຈຳກັດ

ແກ້​ຂໍ້​ມູນ​ຄາດ​ເຄື່ອນ: ວັນ​ທີ 9 ກຸມພາ, 2022.

ການ​ກໍ່​ສ້າງ​ເມືອງ​ອັດ​ສະ​ຣິ​ຍະ ໃນ​ນະ​ຄອນ​ຫຼວງວຽງ​ຈັນ ຂອງບໍ​ຣິ​ສັດ ພົງ​ສະ​ຫວັນ ແມ່ນບໍ່ມີຂໍ້ມູນໃດໆ ທີ່​ລະບຸວ່າ ໄດ້ສົ່ງ​ຜົ​ລ​ກະ​ທົບ ຕໍ່ ບ້ານ​ເຮືອນ ແລະ ດິນ ຂອງ​ປະ​ຊາ​ຊົນ ເນື່ອງ​ຈາກວ່າ ເມືອງ​ອັດ​ສະ​ຣິຍະ ທີ່​ບໍ​ຣິ​ສັດ ພົງ​ສະ​ຫວັນ ຈະ​ສ້າງ ແມ່ນ​​ຢູ່​ໃນ​ເຂດ (ນິ​ຄົມ​ອຸດ​ສາ​ຫະ​ກັມ ນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດບ້ານໂຊກນ້ອຍ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ), ຊຶ່ງ​ເປັນ​ເຂດຈັດສັນ ທີ່​ຣັ​ຖ​ບານ ໄດ້​ກຳນົດ​ໄວ້​ແລ້ວ (ຫຼື ສັມ​ປະ​ທານ​ມາ ໄດ້​ຫຼາຍປີມາແລ້ວ).

ໂຄງການສ້າງເມືອງອັດສະຣິຍະ ໃນນະຄອນຫລວງວຽງຈັນ ຍັງບໍ່ທັນໄດ້ເຣີ່ມ ຍ້ອນຍັງເກັບກໍາຂໍ້ມູນກ່ຽວກັບດິນຂອງປະຊາຊົນຫລາຍຮ້ອຍເຮັກຕາ ຢູ່ເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ທີ່ໂຄງການນີ້ຈະກວມເອົາ. ປະຊາຊົນທີ່ຈະໄດ້ຮັບຜົລກະທົບຈາກໂຄງການນີ້ ຕ້ອງການຢາກໄດ້ຄ່າຊົດເຊີຍກ່ອນຈະສ້າງເມືອງນັ້ນ.

ມາເຖິງປັດຈຸບັນ ເຈົ້າໜ້າທີ່ຢູ່ເມືອງຫາດຊາຍຟອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມົກກະຣານີ້ວ່າ ຍັງບໍ່ຮູ້ເຣື່ອງຈໍານວນຊາວບ້ານ ທີ່ຈະໄດ້ຮັບຜົລກະທົບຈາກໂຄງການນັ້ນວ່າມີຈັກຄອບຄົວ, ຮູ້ພຽງແຕ່ວ່າ ດິນທີ່ຈະຖືກຜົລກະທົບ ສ່ວນໃຫຍ່ເປັນດິນກະສິກໍາ, ບໍ່ຖືກເຂດເຮືອນປະຊາຊົນ ແລະການຊົດເຊີຍຄວາມເສັຍຫາຍ ກໍຈະໃຫ້ຕາມຄວາມເປັນຈິງຂອງລາຄາທີ່ທາງການປະເມິນ. ທ່ານເວົ້າວ່າ ເຣື່ອງດັ່ງກ່າວຈະຖືກ ນໍາຂຶ້ນໄປພິຈາລະນາຢູ່ສະພາ.

ໂຄງການໂຕນີ້ເພິ່ນກໍາລັງເຮັດ MOU ຢູ່ MOU ແລ້ວເພິ່ນຈະໄລ່ປະເມີນ ຕ້ອງໄປຜ່ານສະພາ ສະພາອະນຸມັດເທົ່າໃດ ຈຶ່ງໄດ້ວາງມາ ອັດຕາແມັດກາເຣລະເທົ່າໃດ ສະພາປະນຸມັດເພິ່ນຈັ່ງຊົດເຊີຍ ໂຕນີ້ເພິ່ນວາງສິລາລືກຢູ່ເມືອງໄຊເສດຖາພຸ້ນ ໂຄງການຂອງບໍຣິສັດພົງສະຫວັນໂຕນັ້ນ ໂຕນີ້ບໍຣິສັດດວງຈະເຣີນມາເຮັດຢູ່ເມືອງຫາດຊາຍຟອງນີ້.         

ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ມີ 2 ບໍຣິສັດຂອງຄົນລາວ ທີ່ຈະຮ່ວມສ້າງເມືອງນີ້ ຄືບໍຣິສັດພົງສະຫວັນຈໍາກັດ ຈະສ້າງຢູ່ເມືອງໄຊເສດຖາ ແລະບໍຣິສັດດວງຈະເຣີນຈໍາກັດ ຈະສ້າງຢູ່ເມືອງຫາດຊາຍຟອງ.

ບ້ານທີ່ຢູ່ໃກ້ຄຽງກັບເມືອງອັດສະຣິຍະ ຢູ່ເມືອງໄຊເສດຖາມີ 5 ບ້ານຄື: ບ້ານຈອມສີ, ບ້ານນາຄວາຍໃຕ້, ບ້ານນາຄວາຍກາງ, ບ້ານນາໂນ ແລະບ້ານນາໄຫ.

ບ້ານທີ່ຈະໄດ້ຮັບຜົລກະທົບຢູ່ເມືອງຫາດຊາຍຟອງມີ 6 ບ້ານຄື: ບ້ານດົງໂພນແຮ່, ບ້ານ ໜອງແປນເໜືອ, ບ້ານໜອງແປນໃຕ້, ບ້ານຊຽງຄວນ, ບ້ານທ່າພະ ແລະບ້ານໜອງພົງ.

ເຣື່ອງການຊົດເຊີຍຄ່າດິນໃຫ້ຜູ້ທີ່ຈະໄດ້ຮັບຜົລກະທົບນັ້ນ ປະຊາຊົນຫລາຍຄົນກໍຍັງເປັນຫ່ວງເຣື່ອງລາຄາດິນ ທີ່ຈະໄດ້ນັ້ນ ຈະເໝາະສົມ ຫລືບໍ່, ຢາກໃຫ້ທາງການໃຫ້ຄ່າຊົດເຊີຍຕາມລາຄາຕົວຈິງໃນທ້ອງຕລາດ ແລະຈ່າຍຄ່າຊົດເຊີຍ ໃຫ້ຜູ້ໄດ້ຜົລກະທົບຈາກໂຄງ ການທຸກຄົນ ກ່ອນຈະເຣີ່ມສ້າງເມືອງນີ້, ຖ້າຫາກເຣີ່ມສ້າງໄປກ່ອນ ຫລາຍຄົນຢ້ານວ່າ ຈະບໍ່ໄດ້ຄ່າຊົດເຊີຍຄົບຈໍານວນ ຄືກັນກັບຫລາຍໆໂຄງການ ທີ່ມີຕົວຢ່າງມາແລ້ວ.

ດັ່ງປະ ຊາຊົນບ້ານໜອງແປນເໜືອຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ຖືກລະເວີຍ ປະມານສາມໄຮ່ນີ້ລະ ຍັງບໍ່ໄດ້ ເພິ່ນຫາ ແຕ່ລົງເກັບກໍາຂໍ້ມູນ ຊົດເຊີຍນີ້ເຮັດຕາມຄືຈັ່ງໄທເຮົາເວົ້າກັນນີ້ແຫລະ ແບບທີ່ວ່າຕາມຕົກລົງກັນ ນີ້ກໍແມ່ນວ່າຊົດເຊີຍແລ້ວຈຶ່ງຄ່ອຍສ້າງ ຄັນວ່າຈະເຮັດອີ່ຫຍັງກໍດາຍ ເພາະວ່າກໍເຄີຍເຫັນມາຫລາຍແລ້ວເດ ສອງມາກໍຊົດເຊີຍໃຫ້ແບບລາຄາທ້ອງຕລາດຫັ້ນລະ.” 

ຊາວບ້ານໜອງແປນໃຕ້ ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ເມື່ອທາງການເກັບກໍາຂໍ້ມູນທັງໝົດໄດ້ແລ້ວ ເພິ່ນກໍຈະລົງມາພົບພໍ້ກັບປະຊາຊາຊົນ ທີ່ເປັນເຈົ້າຂອງດິນ ແລະຈະປະເມີນລາຄາດິນນັ້ນ.

ປັດຈຸບັນ ມີແຕ່ເພິ່ນມາສັງລວມຕອນດິນ ເຂົາເຈົ້າຈະລົງມາສໍາພາດເຈົ້າຂອງດິນເອງ ປະເມີນລາຄາ ກໍແມ່ນມີແຕ່ເຮົາເວົ້າຫັ້ນແຫລະລາຄາ ແລ້ວເພິ່ນຈະປະເມີນ ແລ້ວຂຶ້ນໄປຫາສະ ພາ ເພິ່ນຫາກຕັດສິນລົງມາ ຄ່ອຍຊິຮູ້ວ່າລາຄາຊົດເຊີຍກາເຣລະເທົ່າໃດ.

ສໍາລັບຢູ່ເມືອງໄຊເສດຖາ ປະຊາຊົນຫລາຍຄົນກໍເວົ້າວ່າ ມາເຖິງປັດຈຸບັນ ກໍຍັງບໍ່ທັນໄດ້ສ້າງເມືອງທີ່ວ່ານັ້ນເທື່ອ, ເຫັນແຕ່ທາງການເພິ່ນລົງມາເກັບກໍາຂໍ້ມູນຕ່າງໆ ເພື່ອກຽມຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບໃນເຣື່ອງທີ່ດິນນັ້ນຢູ່. ດິນສ່ວນໃຫຍ່ທີ່ຈະໄດ້ຮັບຜົລກະທົບ ແມ່ນດິນໄຮ່ ດິນນາ ແລະເຂດປ່າ, ບໍ່ຖືກເຮືອນປະຊາຊົນ. ໃນເບື້ອງຕົ້ນ ທາງການຄາດວ່າ ຈະຊົດເຊີຍໃຫ້ຊາວບ້ານໃນປີ 2023 ຊຶ່ງຊາວບ້ານກໍລໍຖ້າເບິ່ງວ່າ ຈະໄດ້ລາຄາເໝາະສົມ ຫລືບໍ່.

ດັ່ງປະຊາຊົນບ້ານຈອມສີຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມົກກະຣານີ້ວ່າ:

ມີແຕ່ມາບອກໃຫ້ປະຊາຊົນຮູ້ຊື່ໆ ແບບວ່າຈຸດນີ້ຈຸດນີ້ ບໍ່ຕ້ອງເຮັດອີ່ຫຍັງຊິນະ ເຂົາເຈົ້າຊິໃຫ້ຖືກໂຄງການ ຖືກນາ ຖືກດົງ ຖືກປ່າທີ່ວ່າຕຶບໆ ບໍ່ໄດ້ຖືກເຮືອນຊານຄົນຫັ້ນນະ ບໍ່ ຍັງບໍ່ໄດ້ຊົດເຊີຍ ມີແຕ່ວ່າຕ້ອງຖ້າຊົດເຊີຍ ປະ ມານອີກປີໜ້າພຸ້ນຕິ ຄັນເຮັດມາອີ່ຫລີແລ້ວ ເຂົາເຈົ້າກໍຊິໄດ້ຊົດເຊີຍໃຫ້ຫັ້ນນະ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນບ້ານນາຄວາຍໃຕ້ ຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ຂະນະນີ້ທາງການກໍາລັງເກັບກໍາຂໍ້ມູນຢູ່, ແຕ່ເຖິງຢ່າງໃດກໍຢາກໃຫ້ເພິ່ນຈ່າຍຄ່າຊົດເຊີຍໃຫ້ຊາວ ບ້ານຄົບຖ້ວນທຸກຄົນ ກ່ອນຈະສ້າງເມືອງນັ້ນ ຍ້ອນວ່າ ພື້ນທີ່ຂອງປະຊາຊົນ ທີ່ທາງການອະນຸມັດໃຫ້ໂຄງການສ້າງເມືອງໃສ່ນັ້ນ ເປັນພື້ນທີ່ທີ່ປະຊາຊົນໃຊ້ເປັນບ່ອນທໍາມາຫາກິນ, ສ້າງໄດ້ໃຫ້ຄອບຄົວ. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນໄດ້ສ້າງເມືອງນີ້ເທື່ອ.

ຍັງໆ ບໍ່ທັນໄດ້ສ້າງເທື່ອ ເພິ່ນວັດແທກຢູ່ ເພິ່ນກໍາລັງກວດສອບຢູ່ ຄ່າຊົດເຊີຍກໍຄິດວ່າຈ່າຍກ່ອນເລີຍຈຶ່ງສ້າງ ເພາະຢູ່ນີ້ເຮົາກະສ້າງລາຍໄດ້ຫລາຍຫັ້ນນະ ລ້ຽງງົວ ລ້ຽງຄວາຍ ເປັນບ່ອນປູກຝັງຂອງເຮົາເຮັດ ທໍາມາຫາກິນຕລອດຫັ້ນນະ.

ເວົ້າເຖິງໂຄງການສ້າງເມືອງອັດສະຣິຍະ ຢູ່ນະຄອນຫລວງວຽງຈັນ ທີ່ກວມເອົາພື້ນທີ່ຂອງ 2 ເມືອງ ຄືເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ຊຶ່ງກວມເອົາດິນຂອງປະຊາຊົນຫລາຍນັ້ນ ແມ່ນມີມາໄດ້ຫລາຍປີແລ້ວ, ທາງການລາວໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈກັນ ຫລື Memorandum of Understanding (MOU) ກັບບໍຣິສັດທີ່ຈະລົງທຶນສ້າງ ມາແຕ່ມື້ວັນທີ 28 ກໍຣະກະດາ 2017.

ມາໃນມື້ວັນທີ 13 ມົກກະຣານີ້ ທາງການລາວໄດ້ຈັດພິທີວາງສິລາລືກ ສ້າງເມືອງອັດສະຣິຍະ ຢູ່ເຂດນິຄົມອຸດສາຫະກັມ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍມີກຸ່ມບໍຣິສັດພົງສະຫວັນຈໍາກັດ ທີ່ຈະເປັນຜູ້ສ້າງເຂົ້າຮ່ວມ. ກຸ່ມບໍຣິສັດນີ້ ຈະສ້າງໃນເນື້ອທີ່ 300 ເຮັກ ຕາ, ມູນຄ່າການລົງທຶນຫລາຍກວ່າ 500 ລ້ານໂດລາສະຫະຣັຖ.

ໂຄງການທີ່ວ່ານີ້ ບໍຣິສັດ SURBANAJURONG ຂອງສິງກະໂປ ອອກແບບເມື່ອປີ 2017, ໃນໄລຍະຕົ້ນ ຈະສ້າງໃນເນື້ອທີ່ 20 ເຮັກຕາ. ຫລັງຈາກນັ້ນຈະຂຍາຍກວ້າງອອກໄປຕື່ມອີກ 280 ເຮັກຕາ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org