ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ເຂື່ອນນ້ຳຊຳ 1A ຮັບຄ່າຊົດເຊີຍແລ້ວ
ຜູ້ທີ່ໄດ້ຮັບຜົລກະທົບ ເສັຽທີ່ດິນ ໃຫ້ກັບໂຄງການ ໄຟຟ້ານໍ້າຊຳ 1A ຈຳນວນ 3 ບ້ານ ຮວມມີ 116 ຄອບຄົວ ໃນເມືອງຊຳໃຕ້ ແຂວງຫົວພັນ ໄດ້ຮັບເງິນຄ່າຊົດເຊີຍ ໝົດແລ້ວ ຮວມທັງໝົດ 8 ຕື້ປາຍກີບໃນມື້ວັນທີ 1 ມີນາ ປີ 2022 ນີ້.
-
ໄຊຍາ
2022-03-04 -
-
-
Your browser doesn’t support HTML5 audio
ຊາວບ້ານທີ່ໄດ້ຮັບຜົລກະທົບ ໂຍກຍ້າຍແລະສູນເສັຽທີ່ດິນ ໃຫ້ກັບໂຄງການໄຟຟ້ານໍ້າຊຳ 1A ຈຳນວນ 3 ບ້ານຮວມມີ 116 ຄອບຄົວໃນເມືອງຊຳໃຕ້ ແຂວງຫົວພັນໄດ້ຮັບເງິນຊົດເຊີຍໝົດແລ້ວຮວມທັງໝົດ 8 ຕື້ປາຍກີບໃນມື້ວັນທີ 1 ມີນາ ປີ 2022 ນີ້. ຂະນະທີ່ຊາວບ້ານ ຈຳນວນນຶ່ງກໍພາກັນຮູ້ສຶກດີໃຈແລະຈະໄດ້ນຳເງິນຊົດເຊີຍດັ່ງກ່າວໄປກໍ່ສ້າງເຮືອນຢູ່ຖາວອນຄືນໃໝ່.
ດັ່ງຊາວບ້ານຜູ້ນຶ່ງຢູ່ເມືອງຊຳໃຕ້ ແຂວງຫົວພັນກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 04 ມີນານີ້ວ່າ:
“ເອີໄດ້ແລ້ວເຮືອນກາໄດ້ຍ້າຍໃດ ຍ້າຍແຕ່ວ່າເຂົາໄລ່ເປັນເງິນເລີຍ ເຂົາວ່າຈັ່ງຊັ້ນບາງຄົນ ກາໄດ້ຫລາຍ 300,400,500 ກາມີໃຫ້ຕາມຄອບຄົວ ໃຫ້ມັນເໝາະສົມຫັ້ນແຫລະ ຕາມເຫດຜົລຫັ້ນແຫລະ.”
ຊາວບ້ານຜູ້ນີ້ໄດ້ກ່າວຕື່ມວ່າ ຫາກຄອບຄົວໃດສູນເສັຽເນື້ອທີ່ດິນ ການກະເສດພຽງຢ່າງດຽວ ກໍຈະໄດ້ຮັບເງິນຊົດເຊີຍຈຳນວນ 120 ລ້ານກີບ/ເຮັກຕ້າຣ໌ ໂດຍແຕ່ລະຄອບຄົວ ຈະໄດ້ຮັບເງິນຊົດເຊີຍບໍ່ເທົ່າກັນ ຂຶ້ນກັບເນື້ອທີ່ຄວາມເສັຽຫາຍ. ສ່ວນຄອບຄົວໃດທີ່ສູນເສັຽເນື້ອທີ່ ທຳການກະເສດ, ເຮືອນ ແລະ ຖືກໂຍກຍ້າຍກໍຈະໄດ້ຮັບເງິນຊົດເຊີຍປະມານ 300 ລ້ານກີບ ຂຶ້ນໄປຊຶ່ງສ່ວນຫລາຍ ຈະເປັນຊາວບ້ານ ບ້ານເຕົ້າ ແລະ ບ້ານສົບແປນ.
ຫລັງຈາກຊາວບ້ານ ບ້ານສົບແປນ ແລະ ບ້ານເຕົ້າປະມານ 65 ຄອບຄົວ ໄດ້ຮັບເງິນຄ່າຊົດເຊີຍ ໄປແລ້ວນັ້ນຊາວບ້ານກໍພາກັນ ເກັບມ້ຽນເຄື່ອງຂອງແລະມ້າງເຮືອນ ຂອງຕົນເອງເພື່ອໂຍກຍ້າຍໄປ ສ້າງເຮືອນຫລັງໃໝ່ຢູ່ເຂດບ້ານພຽງຄູນ. ໂດຍຊາວບ້ານຜູ້ນຶ່ງທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍກ່າວວ່າໄດ້ຮັບເງິນຊົດເຊີຍປະມານ 150 ລ້ານກີບຊຶ່ງຖືວ່າໜ້ອຍຫລາຍ ແລະຈະນຳເງິນດັ່ງກ່າວໄປຊອກຊື້ ທີ່ດິນເພື່ອທຳການກະເສດແລະສ້າງເຮືອນຫລັງ
ໃໝ່. ດັ່ງຊາວບ້ານຜູ້ນຶ່ງໃນເມືອງຊຳໃຕ້ ແຂວງຫົວພັນກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 04 ມີນານີ້ວ່າ.
“ເຂົາເອົາເງິນໃຫ້ເຮົາຫາກສ້າງເອງ ບໍ່ໄດ້ຫລາຍເພາະວ່າບາງຄອບຄົວ ກາໄດ້ຫລາຍບາງ ຄອບຄົວກາພໍໄດ້ເຮືອນນີ້ນ່າຄອບຄົວ ໃຜທີ່ດິນດອນຫລາຍເຂົາກາໃຫ້ຫລາຍ ມີຕົ້ນໄມ້ຫລາຍເຂົາກາໃຫ້ຫລາຍບາງຄອບຄົວ ກາເຣີ້ມສ້າງສອງຊັ້ນແລ້ວ ບາງຄອບຄົວມີເງິນຫລາຍເນາະ.”
ຊາວບ້ານຜູ້ນຶ່ງກ່າວວ່າ ໄດ້ຮັບເງິນຊົດເຊີຍປະມານ 10 ລ້ານປາຍກີບເພາະສູນເສັຽເນື້ອທີ່ ທຳການກະເສດ ໃຫ້ກັບໂຄງການພຽງຈຳນວນໃດນຶ່ງ ເທົ່ານັ້ນ ແລະບໍ່ໄດ້ຖືກໂຍກຍ້າຍແຕ່ ກາຖືວ່າເປັນຈຳນວນເງິນຊົດເຊີຍ ທີ່ໜ້ອຍບໍ່ເໝາະສົມປານໃດ ເພາະຫາກຈະນຳເງິນດັ່ງກ່າວ ໄປຊື້ດິນຕອນໃໝ່ກໍບໍ່ສາມາດຊື້ໄດ້ ເນື່ອງຈາກທີ່ດິນມີລາຄາແພງຫລາຍ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມີນານີ້ວ່າ:
“ກາບໍ່ຮອດໃດລະ ເຫັນພໍ່ປູ່ແມ່ຍ່າຍັງເຫັນໄດ້ແຕ່ 11 ລ້ານກີບຢູ່ເບາະເພາະວ່າເນື້ອທີ່ໜ້ອຍເດ, ຄັນວ່າເປັນໄທສົບແປນໄດ້ຢູເບາະໄດ້ 200-300 ລ້ານນີ້ແຫລະເພາະວ່າເຂື່ອນໄຟຟ້າ ທີ່ຂະເຈົ້າເຮັດຫັ້ນນ່າມັນຕິິດກັນເດ້ຫ່າງກັນ ປະມານແບບວ່າ 20 ແມັດນີ້ເບາະ.”
ທາງດ້ານເຈົ້າໜ້າທີ່ ເມືອງຊຳໃຕ້ແຂວງຫົວພັນກ່າວວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ທັງໝົດແມ່ນເລືອກທີ່ຈະຮັບເງິນຊົດເຊີຍ ສະນັ້ນແລ້ວຜູ້ພັທນາໂຄງການ ແລະທາງການລາວຈະບໍ່ໄດ້ ປຸກສ້າງເຮືອນຈັດສັນໃຫ້ກັບຊາວບ້ານ ແລະບໍ່ມີການບຸກເບີກເນື້ອທີ່ ທຳການກະເສດໃຫ້ ສ່ວນດິນປຸກສ້າງເຮືອນຫລັງໃໝ່ ທາງການລາວກໍກຳນົດໃຫ້ສ້າງ ຢູ່ໄກ້ກັບບ້ານພຽງຄູນຊຶ່ງພຽງພໍສຳ ລັບທຸກຄອບຄົວ.
ດັ່ງເຈົ້າໜ້າທີ່ເມືອງຊໍາໃຕ້ ແຂວງຫົວພັນກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 04 ມີນານີ້ວ່າ:
“ຂະເຈົ້າເອົາເງິນທົດ ແທນໝົດເດ້ເມືອງເຂົາຈັດສັນ ໃຫ້ໃໝ່ຢູ່ຕີນບ້ານພຽງຄູນຂະເຈົ້າຈັດສັນໃຫ້ໝົດແລ້ວເດ້.”
ປັດຈຸບັນການກໍ່ສ້າງເຂື່ອນໄຟຟ້ານໍ້າຊຳ 1A ມີຂນາດ 50 ເມກາວັດເຣີ້ມກໍ່ສ້າງມາແຕ່ປີ 2019 ມີຄວາມຄືບໜ້າໄປແລ້ວກວ່າ 60% ຂອງໜ້າວຽກທັງໝົດ ແລະຄາດວ່າຈະສ້າງສຳເຣັດໃນປີ 2023 ນີ້ ມູນຄ່າການລົງທືນ 85 ລ້ານໂດລາຣ໌ສະຫະຣັຖ ແລະ ຮັບເໝົາກໍ່ສ້າງໂດຍບໍຣິສັດ ເຂື່ອນນໍ້າຊຳ 1A ພາຍໃຕ້ບໍຣິສັດ Trung Son Electricity ປະເທດ ວຽດນາມ. ສ່ວນຣາຍລະອຽດຜູ້ຖືຮຸ້ນ ໃນໂຄງການເຂື່ອນໄຟຟ້ານ້ຳຊຳ 1A ບໍ່ມີການເປີດເຜີຍແຕ່ຢ່າງໃດ.
ສຳລັບໂຄງການເຂື່ອນໄຟຟ້ານໍ້າຊໍາ 1A ແມ່ນເປັນນຶ່ງໃນໂຄງການເຂື່ອນໄຟຟ້າ ຂອງສາຍນໍ້າຊໍາທີ່ປະກອບດ້ວຍ ເຂື່ອນໄຟຟ້ານໍ້າຊຳ 2A ຂນາດ 15 ເມກາວັດ ແລະ 3A ຂນາດ 156 ເມກາວັດ ໂດຍມີກຸ່ມບໍຣິສັດ ພົງຊັບທະວີ ເປັນຜູ້ລົງທືນສ່ວນໄຟຟ້າທີ່ຜລິດ ຈາກເຂື່ອນໄຟຟ້ານໍ້າຊໍາທັງ 3 ແຫ່ງ ຈະສົ່ງຂາຍໃຫ້ປະເທດວຽດນາມ.