ສໍາພາດຊາວບ້ານຜູ້ ບໍ່ໄດ້ ຄ່າຊົດເຊີຍ

ອຸ່ນແກ້ວ ສຸກສະຫວັນ
2018.06.29
F-Pak-Ou ການກໍ່ສ້າງ ເຂື່ອນນ້ຳອູ 1 ຢູ່ເມືອງປາກອູ ແຂວງຫລວງພະບາງ
RFA/LB

ບ້ານ​ຫາດ​ຊົວ ເມືອງ​ປາກ​ອູ ແຂວງ​ຫລວງ​ພຣະ​ບາງ ​ມີ​ປະ​ຊາ​ຊົນ 38 ຄອບ​ຄົວ ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ໂຄງ​ການ ກໍ່​ສ້າງ​ເຂື່ອນນ້ຳ​ອູ1 ໃນ​​ນັ້ນ ມີ 3 ຄອບ​ຄົວ ຈະບໍ່​ໄດ້​ຮັບ ​ຄ່າ​ຊົດ​ເຊີຍ ຫຍັງເລີຍ.

ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ ຜູ້ຮັບທີ່ຮັບຜິດຊອບວຽກງານ ຄ່າຊົດເຊີຍໃຫ້ແກ່ປະຊາຊົນບ້ານຫາດຊົວ ກໍໃຫ້ເຫດຜົນວ່າ ສາເຫດ ທີ່ 3 ຄອບຄົວ ບໍ່ຖືກບັນຈຸເຂົ້າໃນຈຳນວນ ຄອບຄົວທີ່ຈະໄດ້ຮັບຄ່າຊົດເຊີຍ ຍ້ອນວ່າ ຄອບຄົວນຶ່ງ ບໍ່ມີປຶ້ມສຳມະໂນຄົວ ແລະ ອີກສອງຄອບຄົວ ແມ່ນຫາກໍ່ມາຢູ່ປີ 2016 ຊຶ່ງມາ ຫລັງຈາກທາງການ ໄດ້ແຈ້ງການວ່າ ຈະມີການສ້າງເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.