ວຽດນາມຮ້ອງໂຮໃຫ້ຢຸດເຂື່ອນ ນໍ້າຂອງ
ວຽດນາມ ຮຽກຮ້ອງ ໃຫ້ ທາງການ ລາວ ໂຈະ ການສ້າງ ເຂື່ອນ ໃສ່ແມ່ນ້ຳ ຂອງ ເພາະ ເຂື່ອນ ຈະ ສົ່ງ ຜົນກະທົບ ຕໍ່ ຊິວິດ ການເປັນຢູ່ ຂອງ ປະຊາຊົນ ໃນ ວຽດນາມ.
-
ອະວາຣີ
2014-04-30 -
-
-
Your browser doesn’t support HTML5 audio
ທ່ານ ໄກຣສັກ ຊຸນຫະວັນ ອະດີດ ວຸດທິສະພາ ຂອງໄທ ກ່າວວ່າ ຣັຖບານ ວຽດນາມ ວິຕົກ ກັງວົນ ຢ້ານ ເຂື່ອນ ແມ່ນ້ຳຂອງ ຈະສົ່ງ ຜົນກະທົບ ຕໍ່ ປະຊາຊົນ ໃນ ວຽດນາມ ກວ່າ 20 ລ້ານ ຄົນ ທີ່ອາໄສ ຢູ່ຕາມ ລຳ ແມ່ນ້ຳຂອງ ພາກໃຕ້ ຂອງ ວຽດນາມ.
ເຂດ ສາມຫລ່ຽມ ປາກ ແມ່ນ້ຳຂອງ ເປັນອູ່ ເຂົ້າອູ່ປາ ຂອງ ວຽດນາມ ທີ່ຜລິດ ເຂົ້າເຖິງ 90 ສ່ວນຮ້ອຍ ຂອງ ຈໍານວນ ເຂົ້າ ທີ່ ວຽດນາມ ສົ່ງອອກ ແລະ ທີ່ ຜລິດ ອາຫານ ທະເລ ເຖິງ 60 ສ່ວນຮ້ອຍ ຂອງການ ສົ່ງອອກ ທັງໝົດ ທຸກໆປີ ຂອງ ວຽດນາມ. ຜົນຜລິດລວມ ທັງໝົດ ຈາກເຂດ ປາກ ແມ່ນ້ຳຂອງ ຂອງ ວຽດນາມ ມີ ມູນຄ່າ ຫລາຍຕື້ ດອນລ່າ ສະຫະຣັຖ ຕໍ່ປີ.
ທ່ານ ໄກຣສັກ ຊຸນຫະວັນ ຂຽນລົງ ໜັງສືພິມ The Nation ຂອງໄທ ອີກວ່າ ຍ້ອນ ມີຄວາມ ເປັນຫ່ວງ ແບບນັ້ນ ຣັຖບານ ວຽດນາມ ຈຶ່ງໄດ້ ສັ່ງໃຫ້ ຫ້ອງການ ແລະ ອົງການ ວິທຍາສາດ ໃນ ວຽດນາມ ຟ້າວ ສຶກສາ ສຳຣວດ ຜົນກະທົບ ທີ່ ຈະເກີດຂື້ນ ຕໍ່ ວຽດນາມ ຈາກ ເຂື່ອນ ໄຊຍະບຸຣີ ແລະ ເຂື່ອນ ດອນສະໂຮງ ທີ່ ລາວ ກຳລັງ ສ້າງ ຢູ່ນັ້ນ. ທາງການ ວຽດນາມ ຄາດວ່າ ຈະສຶກສາ ສຳຣວດ ໃຫ້ ສຳເຣັດ ພາຍໃນ ປີໜ້າ.
ຜ່ານມາ ຫ້ອງການ ແລະ ອົງການ ວິທຍາສາດ ຂອງ ວຽດນາມ ໄດ້ຈັດ ກອງປະຊຸມ ສັມມະນາ ກ່ຽວກັບ ຜົນກະທົບ ຈາກ ເຂື່ອນ ແມ່ນ້ຳຂອງ ທີ່ ລາວ ກຳລັງ ສ້າງນັ້ນ ເທື່ອນຶ່ງແລ້ວ ເມື່ອ ເດືອນກ່ອນ ຊຶ່ງ ກອງ ປະຊຸມ ໄດ້ຮຽກຮ້ອງ ໃຫ້ ຣັຖບານ ລາວ ໂຈະການ ສ້າງເຂື່ອນ ໄຊຍະບຸຣີ ໄວ້ກ່ອນ, ຮຽກຮ້ອງ ຣັຖບານ ໄທ ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ນັ້ນ ແລະ ຮຽກຮ້ອງ ໃຫ້ ທະນາຄານ ຂອງໄທ ທົບທວນ ຄືນໃໝ່ ກ່ຽວກັບ ການລົງທຶນ ສ້າງເຂື່ອນ ໄຟຟ້າ ໃສ່ ແມ່ນ້ຳຂອງ ໃນລາວ.
ນອກຈາກ ວຽດນາມ ແລ້ວ ຄະນະ ກັມມະການ ປະສານ ງານ ການ ຊ່ວຍເຫລືອ ປະຊາຊົນ ຊຶ່ງ ປະກອບ ດ້ວຍ ອົງການ ຮັກສາ ສິ່ງ ແວດລ້ອມ ກໍໄດ້ອອກ ຖແລງການ ສນັບສນູນ ທ່າທີ ຂອງ ວຽດນາມ ຢ່າງ ເຕັມທີ.