ເຂື່ອນວຽດນາມປ່ອຍນ້ຳ ມ.ເຊໂປນ ລໍາບາກ

ເຂື່ອນ ຂອງ ວຽດນາມ ປ່ອຍນ້ຳ ສົ່ງຜົນກະທົບ ຕໍ່ ປະຊາຊົນ ເມືອງເຊໂປນ ແຂວງ ສວັນນະເຂດ.

ວຽດນາມ ປ່ອຍນໍ້າ ອອກຈາກເຂື່ອນ ສົ່ງຜົລກະທົບ ຕໍ່ ປະຊາຊົນ ກວ່າ 20 ບ້ານ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ຣາຍລະອຽດ ເຊີນຕິດຕາມ ຮັບຟັງຂ່າວ ວິທຍຸເອເຊັຽເສຣີ. RFA

ການປ່ອຍເຂື່ອນ ຂອງວຽດນາມ ທີ່ ເມືອງກາເຊັນ ແຂວງກວາງສີ ໃນ ຄືນວັນທີ 03 ກັນຍາ ຜ່ານມາ ສົ່ງຜົນໃຫ້ຣະດັບນ້ຳເຊໂປນ ເພີ່ມຂຶ້ນ ສອງແມັດ ແລະກະທົບຕໍ່ກັບ ປະຊາຊົນເມືອງເຊໂປນ ແຂວງສວັນນະເຂດ ທີ່ມີຊາຍແດນຕິດຕໍ່ກັນ. ດັ່ງຮອງຫົວໜ້າ ຫ້ອງວ່າການປົກຄອງ ເມືອງເຊໂປນ ແຂວງສວັນນະເຂດ ໄດ້ກ່າວຕໍ່ ນັກຂ່າວ RFA ໃນວັນທີ 06 ກັນຍາ ວ່າ:

"ມັນແຈ້ງແລ້ວແຈ້ງ ໃນຄືນວັນທີ 3, 12 ໂມງ ມັນປ່ອຍເຂື່ອນ ນ້ຳມັນຈຶ່ງມາຖ້ວມເຊໂປນ ຂອງວຽດນາມ ມັນແຈ້ງເລາະລຽບເຊໂປນ ເຈົ້າເມືອງ ເມືອງການເຊັນແຫຼະ ເຂດລາວບາວ ຫັ້ນແຂວງກວາງສີ ທີ່ຕິດຕໍ່ກັນແຈ້ງການ ເບິ່ງຣະດັບນ້ຳ ຂອງມັນວ່າມັນສິ ຖືກພັຍວິກິດ ມັນກໍ່ປ່ອຍ."

ການປ່ອຍນ້ຳຂອງເຂື່ອນວຽດນາມ ເທື່ອນີ້ ນ້ຳໄດ້ໄຫຼເຂົ້າຖ້ວມພື້ນທີ່ ການຜລິດຂອງປະຊາຊົນ ເປັນແມ່ນບ້ານນາສີງ, ບ້ານຫ້ວຍສານ, ບ້ານກະຕູບ ແລະ ບ້ານສະແລງ, ປັດຈຸບັນ ທາງການໄດ້ກະກຽມໂຍກຍ້າຍ ຖ້າວ່າມີເຫດສຸກເສີນ.

"ປະຊາຊົນຣະວັງ ເລາະລຽບເຊໂປນນີ້ ໃຫ້ໂຍກຍ້າຍ ສິ່ງຂອງຊຸມເຮົາ ຖືວ່າໂຍກຍ້າຍທັນ ໄດ້ນ່າມີແຕ່ສວນຜົລປູກ ສວນກ້ວຍສວນມັນ ເຂົ້ານາສັດລ້ຽງ ໜອງປາ ທີ່ຖ້ວມຝັ່ງວຽດນາມ ກໍ່ຖ້ວມຊຸມເຮົາ ມັນຍັງມີບ່ອນສູງ ບ່ອນຕ່ຳເດ."

ຕາມການຣາຍງານເບື້ອງຕົ້ນ ຂອງເຈົ້າໜ້າທີ່ຫ້ອງວ່າການ ປົກຄອງເມືອງເຊໂປນ ປັດຈຸບັນ ມີບ້ານໄດ້ຮັບຜົນກະທົບ ທັງໝົດ 46 ບ້ານ ແຕ່ຍັງຄວາມເສັຍຫາຍ ຍັງບໍ່ສາມາດປະເມີນໄດ້ ຈົນກວ່ານ້ຳຈະຫຼຸດລົງ ເຂົ້າຊູ້ພາວະປົກກະຕິ ເຈົ້າໜ້າທີ່ ຈະລົງສຳຣວດ ໂຕຈີງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org