ໄຟໄໝ້ຕະຫຼາດທົ່ງຂັນຄຳ

ອຸ່ນແກ້ວ ສຸກສວັນ
2014.03.26
f-fire ເກີດເຫດໄຟໄໝ້ ຕະຫຼາດ ທົ່ງຂັນຄຳ ຢູ່ ນະຄອນຫຼວງ ວຽງຈັນ
RFA/LX

 

ເມື່ອຕອນ ຄ່ຳ ຂອງ ວັນພຸດ ວັນທີ 26 ເວລາ ປະມານ 19:48 ໂມງ ຕາມເວລາ ທ້ອງຖິ່ນ ໃນລາວ ໄດ້ເກີດ ເຫດ ໄຟໄໝ້ ຕະຫຼາດ ທົ່ງຂັນຄຳ ຊຶ່ງເປັນ ຕະຫຼາດ ສົດ ໃນໃຈກາງ ເມືອງ ທີ່ໃຫ່ຽ ທີ່ສຸດ ໃນ ນະຄອນຫຼວງ ວຽງຈັນ. ເຫດການ ໄຟໄໝ້ ເກີດຂຶ້ນ ຢ່າງ ຮຸນແຮງ ແບບທີ່ບໍ່ ເຄີຽ ພົບພໍ້ ຢູ່ໃສ ມາກ່ອນ ແລະ ໄໝ້ກິນ ບໍລິເວນ ກວ້າງ ເກືອບໝົດ ທັງ ຕະຫຼາດ. ດັ່ງແມ່ຄ້າ ໃນ ຕະຫຼາດ ທົ່ງຂັນຄຳ ໄດ້ເວົ້າ ເຖິງ ເຫດການ ໄຟໄໝ້ ຕອນໜຶ່ງ ວ່າ:

“ເຄິ່ງຊົ່ວໂມງ ນີ້ນ່າ ມັນລາມ ມານ່າ. ຕະຫຼາດນ່າ ມັນມີເຄື່ອງ ແຫ້ງເນາະ ເຄື່ອງນຸ່ງ ຂອງຖື ແນວມັນ ເປັນຕາ ໄໝ້ຊ້ຳ. ນີ້ນ່າ ຂ້າງ ທະນາຄານ ນີ້ນ່າ ຫຼືວ່າ ທະນາຄານ ນີ້ແຫຼະ ເພາະເຮົາຍັງ ບໍ່ທັນໄດ້ ເຂົ້າໄປ ເບິ່ງເດ່".

ຈົນເວລາ ຜ່ານໄປ ເກືອບ 2 ຊົ່ວໂມງ ເຈົ້າໜ້າທີ່ ດັບເພີງ ກໍ່ຍັງບໍ່ ສາມາດ ຄວບຄຸມ ເພີງໄດ້ ທັງທີ່ ຫ້ອງການ ໜ່ວຍ ດັບເພີງ ທີ່ມີລົດ ດັບເພີງ ຫຼາຽຄັນ ກໍ່ຢູ່ຕິດ ກັບ ຕະຫຼາດ ນັ້ນ. ນອກຈາກນີ້ ປະຊາຊົນ ມີການ ວິພາກ ວິຈານວ່າ ເຈົ້າໜ້າທີ່ ຕຳຫຣວດ ມາຊ້າ ເກີນໄປ ໃນການ ປະຕິບັດ ງານ ໄຟໄໝ້ ຈົນຊິໝົດ ແລ້ວ ລົດດັບເພີງ ຈຶ່ງ ມາຮອດ, ດັ່ງຊາວ ບ້ານ ທ່ານນຶ່ງ ເວົ້າຢູ່ໃນ ເຟັສບຸກ ວ່າ:

"ໄໝ້ຈົນ ຊິໝົດແລ້ວ ຈຶ່ງຄ່ອຍມາ ເຈົ້າໜ້າທີ່ ຕໍາຫລວດ".

ໃນເບື້ອງຕົ້ນ ຫຼາຽຄົນ ເຊື່ອວ່າ ເຫດໄຟໄໝ້ ໃນຄັ້ງນີ້ ອາດຈະເກີດ ມາຈາກ ບໍລິເວນ ໃກ້ໆກັບ ທະນາຄານ ການຄ້າ ຕ່າງ ປະເທດລາວ ສາຂາ ຕະຫຼາດ ທົ່ງຂັນຄຳ ເຊິ່ງຕັ້ງ ຢູ່ ຖະໜົນ ອາຊຽນ. ບໍລິເວນ ທີ່ ເກີດເຫດ ເປັນເຂດ ທີ່ມີ ພວກແມ່ຄ້າ ພໍ່ຄ້າ ຂາຽເຄື່ອງ ແຫ້ງຫຼາຽ ປະເພດ ເຊັ່ນ: ເກີບ, ໂສ້ງເສື້ອ, ວັດຖຸ ມີຄ່າ ແລະ ເຄື່ອງ ໃຊ້ສອຍ ທົ່ວໄປ ທີ່ເປັນ ພລາສຕິກ ຈຶ່ງ ອາດເປັນ ສາເຫດ ທີ່ເຮັດໃຫ້ ເປັນຕົວເລັ່ງ ເຊື້ອໄຟ ໃຫ້ ໄຟໃໝ້ ໄດ້ຢ່າງ ຮຸນແຮງ.

ຕະຫຼາດ ທົ່ງຂັນຄຳ ເປັນຕະຫຼາດ ສົດ ຂະໜາດໃຫຍ່ ໃຈກາງເມືອງ ຊຶ່ງຕັ້ງຢູ່ ເຂດບ້ານ ທົ່ງຂັນ ຄຳ, ເມືອງ ຈັນທະບູຣີ ນະຄອນ ຫຼວງ ວຽງຈັນ ຖືກສ້າງ ຂຶ້ນ ໃນປີ 1987 ແລະ ເມື່ອ ບໍ່ພໍເທົ່າ ໃດປີ ຜ່ານມາ ທາງການລາວ ມີແຜນການ ຈະສ້າງ ຕະຫລາດ ດັ່ງກ່າວ ເປັນສູນ ການຄ້າ ຂະໜາດ ໃຫຍ່ ໂດຍແມ່ນ ບໍຣິສັດ ຕ່າງ ປະເທດ ເປັນຜູ້ ມາ ລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.