ຜແນກກະສິກັມຈະເຂັ້ມງວດ ເຣື້ອງປຸຍ
2016.04.06
ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຫີນເຫີບ ແຂວງວຽງຈັນ ຈະສະກັດກັ້ນ ການໃຊ້ ປຸຍເຄມີ ໃນສວນກ້ວຍ ແຕ່ລະແຫ່ງ ເພື່ອປ້ອງກັນ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ທີ່ ຢູ່ໃກ້ຄຽງ. ຫ້ອງການ ກະສິກັມ ປະຈໍາ ເມືອງ ຈະສົ່ງ ເຈົ້າໜ້າທີ່ ວິຊາການ ໄປກວດກາ ຢ່າງຣະອຽດ ຫລັງຈາກ ປີໃໝ່ລາວ, ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ ໃນວັນທີ 5 ເມສາ ວ່າ:
"ແມ່ນແທ້ແຫຼະ ເຂົາໃຊ້ ສານເຄມີ ຫຼາຍ ໃນສວນກ້ວຍ ເນາະ ທາງເມືອງ ກະເຂັ້ມງວດ ພວກເຮົາ ຊິລົງກວດ ລົງເບິ່ງນະ ຍັງບໍ່ທັນໄດ້ ລົງຊ້ວງນີ້ ຕ້ອງໄດ້ເອົາ ກ່ອງຢາ ມາເບິ່ງວ່າ ກ່ອງຢາ ຊນິດນີ້ ມັນຮ້າຍແຮງ ຊໍ່າໃດເນາະ ແລ້ວ ການໃຊ້ ຂອງເຂົາ ມັນເກີນ ມາດຕະຖານ ຂອງເຮົາບໍ່ ຫັ້ນນ່າເນາະ ຢາ ທີ່ເຂົາໃຊ້ແທ້ ມັນຖືກ ຫ້າມໃຊ້ບໍ່ ເຮົາຍັງ ບໍ່ຮູ້ຄັກແນ່ ເນາະ ໂຕນີ້ ເນາະ".
ເຈົ້າໜ້າທີ່ ກ່າວອີກວ່າ ສາເຫດໜຶ່ງ ທີ່ຕ້ອງມີ ການສະກັດກັ້ນ ຢ່າງ ຈິງຈັງ ຍ້ອນວ່າ ອີກບໍ່ດົນ ຈະເຂົ້າສູ່ ຣະດູຝົນ ແລ້ວ ແລະ ສານເຄມີ ຕົກຄ້າງ ໃນສວນກ້ວຍ ອາດຈະຖືກ ນໍ້າຝົນ ເຊາະລົງມາ ໃສ່ໜອງນໍ້າ ທີ່ຢູ່ໃກ້ຄຽງ ຊຶ່ງ ອາດຈະເຮັດໃຫ້ ປາຕາຍ ຮວມທັງ ປະຊາຊົນ ບໍ່ສາມາດໃຊ້ ນໍ້າ ຈາກ ທໍາມະຊາດ ໄດ້.
ປັດຈຸບັນ ຢູ່ເມືອງຫີນເຫີບ ມີສວນກ້ວຍ 140 ເຮັກຕາ ຢູ່ເຂດ ບ້ານນາຫວາຍ, ບ້ານມຸກ ແລະ ບ້ານວັງໝ້ຽງ ໂດຍ ແມ່ນຄົນຈີນ ເປັນຜູ້ ມາເຊົ່າ ທີ່ດິນ ຈາກ ປະຊາຊົນ, ແຕ່ ຕົ້ນປີນີ້ ມີຄົນ ຈີນ ມາຂໍເຊົ່າ ທີ່ດິນ ປູກ້ວຍ ແຕ່ທາງແຂວງ ບໍ່ໃຫ້ ອະນຸຍາດ.