ຖນົນໃນວຽງຈັນ ຣະບາຍນໍ້າບໍ່ທັນ


2013.07.26
F-Vientiane ຮູຣະບາຍນໍ້າ ຕາມແຄມຫົນທາງ ໃນ ນະຄອນຫລວງ ວຽງຈັນ
Mek/fb

 

ນ້ຳຖ້ວມ ຖນົນ ໃນ ນະຄອນຫລວງ ວຽງຈັນ ໃນຍາມ ຝົນຕົກ ສາເຫດ ເປັນຍ້ອນ ຮ່ອງນ້ຳຕັນ ຣະບົບ ຣະບາຍນໍ້າ ບໍ່ໄດ້ ມາຕຖານ.

ເຈົ້າຫນ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານນຶ່ງ ເວົ້າວ່າ ສາເຫດ ທີ່ພາໃຫ້ ເກີດນ້ຳຖ້ວມ ຖນົນຫລາຍສາຍ ໃນເຂດນະຄອນ ຫລວງ ວຽງຈັນ ດັ່ງຖນົນ ເສດຖາທິຣາດ ສາມແສນໄທ ສາຍລົມ ແລະອື່ນໆ ໃນຊ່ວງ ຝົນຕົກຫນັກ ວັນທີ 24 ກໍຣະກະດາ ຜ່ານມາ ເປັນຍ້ອນ ຮ່ອງຣະບາຍນ້ຳ ຕັນ ແລະ ບາງແຫ່ງ ກໍຍັງແປງ ບໍ່ແລ້ວ. ດັ່ງທ່ານ ກ່າວວ່າ:

"ເພີ່ນຂຸດທໍ່ ກຳລັງແປງ ເຣື້ອງທາງຢູ່ ໃນ ນະຄອນຫລວງ ນີ້ ຕ້ອງແມ່ນ ພູ້ນເນາະ ນັກວິຊາການ ພູ້ນແຫລະ ຮູ້ຈັກ".

ທາງ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ນັກວິຊາການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ອີກໃຫມ່ ກ່ຽວກັບ ການສ້ອມແປງ ຮ່ອງນ້ຳ ວ່າມື້ໃດ ຈື່ງຈະສຳເຣັດ ແຕ່ ບໍ່ໄດ້ຄຳຕອບ. ສື່ສັງຄົມ ໃນເຄື່ອຂ່າຍ ອິນເຕິແນັດ ເວົ້າວ່າ ບັນຫາ ດັ່ງກ່າວ ເກີດຂື້ນມາ ຫລາຍປີແລ້ວ ແຕ່ຍັງບໍ່ຖືກ ແກ້ໄຂ ຢ່າງຈິງຈັງ ຈັກເທື່ອ. ເຈົ້າຫນ້າທີ່ ກະຊວງ ສາທາຣະນະສຸກ ທ່ານນື່ງ ເວົ້າວ່າ ເຫດການ ນ້ຳຖ້ວມຂັງ ໃນເຂດ ນະຄອນຫລວງ ວຽງຈັນ ຈະເປັນອັນຕຣາຍ ຕໍ່ສຸຂພາບ ຂອງ ປະຊາຊົນ ເພາະຈະມີເຊື້ອ ຍຸງລາຍ ປະປົນຢູ່ນຳ ຈື່ງຢາກເຕືອນ ປະຊາຊົນ ຢ່າພາກັນ ຫລີ້ນນ້ຳ ດັ່ງກ່າວ. ດັ່ງທ່ານ ກ່າວວ່າ:

"ນ້ຳທີ່ວ່ານັ້ນ ເປື້ອນຕາມ ຫົນທາງ ເຂົ້າທ້ອງ ເຂົ້ານີ້ວ ເຂົ້າຕີນ ຈະເປື່ອຍ ຖ້າຄົນທີ່ວ່າ ແພ້ງ່າຍ ທີ່ວ່າຖືກເປຶ້ອນ ຖືກຫຍັງ ຈະກໍ່ໃຫ້ ເກີດຕຸ່ມເລີຍ".

ນາງກ່າວ ຕໍ່ໄປວ່າ ຜູ້ເປັນ ພໍ່ແມ່ ຄວນເອົາໃຈໃສ່ ບັນດາລູກໆ ບໍ່ໃຫ້ລົງຫລີ້ນ ຫລື ລອຍນ້ຳ ຕາມຮ່ອງຖນົນ ເພາະຢ້ານ ນ້ຳເປື້ອນ ຈະເຂົ້າປາກ ເຂົ້າດັງ ຈະເປັນອັນຕຣາຍ ຕໍ່ ສຸຂພາບ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.