ບ້ານໜອງທາເໜືອ ຂາດນໍ້າໃຊ້


2013.03.22
f-water ສະຖານນີ ດູດນໍ້າ ກໍມີບັນຫາ ເວລາຣະດັບ ນໍ້າຂອງ ບົກແຫ້ງລົງ
Photo: Khamphanh

ປະຊາຊົນ ບ້ານໜອງທາ ເໜືອ ປະສົບ ບັນຫາ ນ້ຳປະປາ ມາບໍ່ເປັນ ປົກກະຕິ ໄດ້ຫລາຍ ເດືອນແລ້ວ.

ປະຊາຊົນ ໃນເຂດ ບ້ານໜອງທາເໜືອ, ເມືອງຈັນທະບູຣີ ເຂດເທສບານ ນະຄອນຫລວງວຽງັຈນ, ໂດຍສະເພາະ ເຂດຮ່ອມ 17 ທີ່ເປັນຍ່ານຊຸມຊົນ ຊຶ່ງປະກອບດ້ວຍຫລາຍຮ້ອຍຄອບຄົວ, ພວມປະສົບກັບ ສະພາບຂາດແຄນ ນ້ຳປະປາໃຊ້ ເນື່ອງຈາກວ່າ ນ້ຳປະປາ ບໍ່ມາ ຕິດຕໍ່ກັນ ໄດ້ຫລາຍເດືອນແລ້ວ, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນມື້ວັນທີ 22 ມິນານີ້.

ນ້ຳປະປາ ມາບໍ່ປົກກະຕິນີ້ ເຮັດໃຫ້ຫລາຍຄອບຄົວ ໄດ້ຮັບຄວາມເດືອດຮ້ອນຫລາຍ ແລະ ຫັນໄປເຈາະ ນ້ຳບາດານ ເພື່ອບໍຣິໂພກ ໃນຊີວິດ ປະຈຳວັນ, ແຕ່ກໍຍັງ ມີຫລາຍຄອບຄົວ ບໍ່ໄດ້ເຈາະນ້ຳບາດານ ມາໃຊ້ ເພາະວ່າ ຕ້ອງໄດ້ເສັຍຄ່າໃຊ້ຈ່າຍສູງ ຖ້າປຽບທຽບໃສ່ກັບ ຣາຍໄດ້ ຫລື ບໍ່ມີດິນ ເປົ່າຫວ່າງ.

ປະຊາຊົນ ທ່ານນຶ່ງ ທີ່ບໍ່ປະສົງອອກນາມ ເວົ້າວ່າ ມີຊາວບ້ານຈຳນວນນຶ່ງ ໄດ້ໄປຂົນນ້ຳ ມາຈາກ ຍາຕິພີ່ນ້ອງ ທີ່ຢູ່ເຂດ ບ້ານອື່ນມາໃຊ້ ໃນຂະນະທີ່ ປະຊາຊົນ ບາງຄອບຄົວ ກໍໄດ້ໂທຣະສັບ ສັ່ງຊື້ ນ້ຳປະປາ ຈາກຣັດວິສະຫະກິຈ ນ້ຳປະປາ, ຊຶ່ງມີຣາຄາ 350,000 ກີບ ຕໍ່ 10 ແມັດກ້ອນ ໃນແຕ່ລະມື້, ຊຶ່ງເປັນຄ່າໃຊ້ຈ່າຍ ທີ່ສູງຫລາຍ.

ປະຊາຊົນ ໃນບ້ານດັ່ງກ່າວ ເລົ່າສູ່ຟັງວ່າ ຜ່ານມາ ພວກຕົນ ໄດ້ສເນີໄປຍັງ ພາກສ່ວນ ທີ່ກ່ຽວຂ້ອງ, ແຕ່ກໍໄດ້ຮັບ ຄຳຕອບວ່າ ບັນຫາ ດັ່ງກ່າວ ບໍ່ສາມາດແກ້ໄຂໄດ້ ເນື່ອງຈາກວ່າ ສະພາບອາກາດຮ້ອນ ແລະ ແມ່ນ້ຳຂອງ ບົກແຫ້ງຫລາຍ. ສະພາບການດັ່ງກ່າວ ເຮັດໃຫ້ການສູບນ້ຳຂຶ້ນ ມາຮັບໃຊ້ສັງຄົມ ບໍ່ພຽງພໍ. ປັຈຈຸບັນ ການຊົມໃຊ້ ນ້ຳປະປາ ໃນນະຄອນຫລວງວຽງຈັນ ກໍເພີ້ມຂຶ້ນຫລາຍ ຖ້າປຽບທຽບໃສ່ ໃນລະຍະຜ່ານມາ, ຍິ່ງເຮັດໃຫ້ການຂາດນ້ຳ ເພີ້ມຂຶ້ນອີກ.

ເຖິງຢ່າງໃດ ກໍຕາມ, ປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນ ຢ່າງໜັກໜ່ວງ ໃນການດຳຣົງຊີວິດ ປະຈຳວັນ ໃນເຂດບ້ານນີ້ ໄດ້ຮຽກຮ້ອງ ໄປຍັງ ພາກສ່ວນ ທີ່ກ່ຽວຂ້ອງ ຜ່ານສື່ມວນຊົນ ເພື່ອໃຫ້ລົງໄປຊ່ອຍແກ້ໄຂ ຢ່າງຮີບດ່ວນ ເພື່ອເຮັດໃຫ້ ການດຳຣົງຊີວິດ ຂອງຂະເຈົ້າ ກັບຄືນສູ່ສະພາບ ປົກກະຕິ.

ໃນລະຍະຜ່ານມາ ເມື່ອຮອດຣະດູແລ້ງ ທີ່ມີສະພາບດິນຟ້າອາກາດ ຮ້ອນເອົ້າ, ສະພາບຂາດເຂີນ ນ້ຳປະປາ ໃນຕົວເມືອງຕ່າງໆ ເປັນຕົ້ນແມ່ນ ໃນນະຄອນຫລວງວຽງຈັນ ມັກເກີດຂຶ້ນເປັນປະຈຳ. ແລະ ໃນລະຍະນີ້, ໂດຍສະເພາະ ໃນສະພາບການແບບນີ້ ກໍຈະແກ່ຍາວໄປຕື່ມອີກ ຫລາຍເດືອນ ເພາະສະພາບອາກາດຮ້ອນເອົ້າ ໃນປະເທດລາວ ຍິ່ງຈະເພີ້ມທະວີໄປຕື່ມອີກ ແລະ ຈະຍືດເຍື້ອ ໄປເຖິງ ເດືອນພຶສພາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.