ປີໃໝ່ອາກາດອົບເອົ້າ ໃຫ້ຣະວັງນໍ້າດື່ມ
2013.04.10

ກົມອາຫານ ແລະຢາ ຂອງລາວ ປ່າວເຕືອນ ໃຫ້ ປະຊາຊົນ ຣະວັງ ເຣື້ອງນໍ້າດື່ມ ທີ່ອາຈມີ ສິ່ງເປິເປື້ອນ ເຈືອປົນ ໃນຊ່ວງ ບຸນປີໃໝ່.
ໃນຊ່ວງ ບຸນປີໃໝ່ ຊຶ່ງເປັນຊ່ວງ ທີ່ ອາກາດຮ້ອນ ອົບເອົ້າ ຄວາມຕ້ອງການ ນໍ້າດື່ມກິນ ກໍມີຫລາຍຂຶ້ນ ເຮັດໃຫ້ ບາງ ບໍຣິສັດ ຂາດຄວາມ ເອົາໃຈໃສ່ ຕໍ່ມາຕຖານ ຂອງ ນໍ້າດື່ມ ຍ້ອນຢາກຜລິດ ໃຫ້ພຽງພໍ ທ່ວງທັນກັບ ຄວາມຕ້ອງການ ຈຶ່ງເຮັດໃຫ້ ຂາດມາຕຖານ ຊຶ່ງ ບາງຄັ້ງ ກໍມີຂີ້ຝຸ່ນ ຢູ່ໃນກວດນໍ້າ ທີ່ ເປັນອັນຕລາຍ ຕໍ່ຜູ້ດື່ມ. ດັ່ງ ເຈົ້າໜ້າທີ່ ກົມອາຫານ ແລະຢາ ກະຊວງ ສາທາຣະນະສຸຂ ນະຄອນຫລວງ ວຽງຈັນ ເວົ້າວ່າ:
"ຄືເຮົາ ຈະວິຈັຍ ທຸກ 3 ເດືອນ ເພາະຫ້ອງແລັບ ມັນມີຫ້ອງດຽວ ເພາະວ່າເຣື່ອງ ການຜລິດ ແຕ່ລະເທື່ອ ເຮົາຍັງບໍ່ໄດ້ ລົງກວດ ເຮົາຈະອາສັຍ ນໍາເຮົາຈະເບິ່ງ ຜົລວິຈັຍ ຂອງເຂົາ ເທົ່ານັ້ນ ເພາະວ່າຄົນເຮົາ ມັນໜ້ອຍ ມັນຫລາຍ ໂຮງງານ ໄຂປຶບ ເຫັນຕະກອນ ບໍ່ຕ້ອງກິນ ຖ້າວ່າພົບເຈີ ຢ່າງນັ້ນ ກໍໃຫ້ເອົາ ມາແຈ້ງ ຕໍ່ອາຫານ ແລະຢາ".
ຍານາງ ເວົ້າຕໍ່ໄປວ່າ ບັນຫາ ເຣື່ອງກວດນໍ້າດື່ມ ປລາສຕິກ ທີ່ໃຊ້ແລ້ວ ເອົາມາໃຊ້ອີກ ຕື່ມຄັ້ງໜຶ່ງນັ້ນ ເຮັດໃຫ້ເກີດ ອັນຕຣາຍ ຈາກການສະສົມ ຂອງ ຈຸລີນຊີ ເພາະກວດ ປລາສຕິກ ທີ່ຜລິດຂຶ້ນມາ ສໍາລັບ ໃສ່ນໍ້າດື່ມ ພຽງຄັ້ງດຽວ. ແລະ ເຖິງແມ່ນວ່າ ການໃຊ້ ກວດນໍ້າ ຂອງ ບາງບໍຣິສັດ ຈະບໍ່ມີ ອັນຕຣາຍ ຈາກ ສານທີ່ຢູ່ ໃນກວດ ແຕ່ຜູ້ດື່ມ ກໍອາຈໄດ້ຮັບ ອັນຕຣາຍ ຈາກການ ປົນເປື້ອນ ຂອງຈຸລິນຊີ ຍ້ອນການ ທໍາຄວາມສະອາດ ບໍ່ດີພໍ. ສ່ວນນໍ້າດື່ມ ບາງຫຍີ່ຫໍ້ ເຖິງມີການ ຮອງຮັບ ຈາກ ກົມອາຫານ ແລະຢາ ແລ້ວ ແຕ່ບາງຄັ້ງ ກໍມີ ຂໍ້ຜິດພາດ ເກີດຂຶ້ນ ໄດ້ຄືກັນ ຊຶ່ງຫາກພົບພໍ້ ທາງ ກົມອາຫານ ແລະຢາ ກໍຈະຍຶດ ໃບອະນຸຍາດ ທັນທີ:
"ກໍມີຫລາຍ ບໍຣິສັດ ທີ່ມັນ ເຮັດບໍ່ດີ ຖ້າວ່າມີ ຕະກອນແລ້ວ ເຮົາກໍ ທໍາຫຍັງໂລດ ເພາະວ່າ ນໍ້າ ມັນຕ້ອງ ບັນຈຸໃສ່ ມາຕຖານ ຕ້ອງໄດ້ເປັນ ນໍ້າ ທີ່ໃສ ຖ້າມີຕຣາ ແລ້ວມັນມີ ແບບນັ້ນ ເຮົາກໍມີສິດ ຖອນໄດ້ ຖ້າເຂົາບໍ່ ປະຕິບັດ ຕາມ".
ການກວດກາ ທີ່ຜ່ານມາ ສະແດງ ໃຫ້ເຫັນວ່າ ຜູ້ປະກອບການ ນໍ້າດື່ມ ຈໍານວນໜຶ່ງ ຂາດການ ຮັກສາ ເຄື່ອງຕອງນໍ້າ ຢ່າງຖືກວິທີ ແລະ ເກີດການສະສົມ ຂອງ ຈຸລິນຊີ ຫລາຍຂຶ້ນ ເຮັດໃຫ້ຜູ້ ດື່ມນໍ້າ ມີອາການ ອາຫານ ເປັນພິດ ອາຈມີອາການ ທ້ອງຊຸ ປວດຮາກ ເຈັບຫົວ ແລະ ເກີດ ອາການ ປັ້ນທ້ອງ.